ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກຂ່າວກ່າວວ່າ ລັດ​ຖະ​ບານທະຫານ ມຽນມາ 'ຂັດຂວາງ ຫຼື ປິດບັງ' ທຸກໆຢ່າງ


ເຖິງແມ່ນຈະມີຄວາມທີ່ໄດ້ນໍາສະເໜີຂ່າວກ່ຽວກັບຊີວິດຢູ່ໃນມຽນມາ, ບັນດານັກຂ່າວທັງຫຼາຍເຊັ່ນ ນາງ ຊາ ມູ ຍັງຄົງລາຍງານກ່ຽວກັບສະຖານະການຄວາມຂັດແຍ້ງ. ບາງຄົນເຮັດວຽກຢູ່ພາຍໃນປະເທດ, ໃນຂະນະທີ່ຄົນອື່ນໆດໍາເນີນງານຢູ່ນອກປະເທດ.
ເຖິງແມ່ນຈະມີຄວາມທີ່ໄດ້ນໍາສະເໜີຂ່າວກ່ຽວກັບຊີວິດຢູ່ໃນມຽນມາ, ບັນດານັກຂ່າວທັງຫຼາຍເຊັ່ນ ນາງ ຊາ ມູ ຍັງຄົງລາຍງານກ່ຽວກັບສະຖານະການຄວາມຂັດແຍ້ງ. ບາງຄົນເຮັດວຽກຢູ່ພາຍໃນປະເທດ, ໃນຂະນະທີ່ຄົນອື່ນໆດໍາເນີນງານຢູ່ນອກປະເທດ.

ດ້ວຍຄວາມສ່ຽງທີ່ຈະຖືກຈັບ ຫຼືໄດ້ຮັບບາດເຈັບສູງສໍາລັບຜູ້ທີ່ທຳ​ການ​ລາຍ​ງານຂາວ ກ່ຽວກັບລັດທະບານທະຫານ ມຽນມາ ນັ້ນ, ນັກຂ່າວຫຼາຍ​ຄົນ ແມ່ນ​ໄດ້ລົບໜີໄປຢູ່ຕາມຂົງເຂດຊາຍແດນ ຫຼືໄປອາໄສຢູ່ຕາມປະເທດເພື່ອນບ້ານຕ່າງໆ.
ຈາກຈຸດນັ້ນ, ນັກຂ່າວທັງຫຼາຍເຊັ່ນ ນາງ ຊາ ມູ (Hsa Moo) ຍັງຄົງສົ່ງຂ່າວສານຕ່າງໆໄປສູ່ມະຫາຊົນ.

ເນື່ອງຈາກປະຕິບັດງານຈາກບໍລິເວນຊາຍແດນກັບປະເທດໄທ, ນາງຊາ ມູ ໄດ້ຮວບຮວມເອກະສານຫຼັກຖານຕ່າງໆຈາກແຫຼ່ງຂ່າວຂອງລາວຢູ່ທີ່ລັດ ກະ​ຢິນ (Kayin) ຂອງມຽນມາ. ການລາຍງານຂ່າວຂອງນາງລວມມີ ການປະທະກັນທາງທະຫານ, ການເຮັດລັດຖະປະຫານຂອງກອງທັບມຽນມາ ມີຜົນກະທົບແນວໃດຕໍ່ຊຸມຊົນຕ່າງໆ, ແລະບັນດາຜູ້ພັດຖິ່ນພາຍໃນປະເທດ ຫຼື IDPs.

ມັນເປັນຈັງຫວະໃນການດໍາເນີນງານທີ່ຍາກລໍາບາກ. ການໂຈມຕີທາງອາກາດຈາກເຮືອບິນຂອງກອງທັບມຽນມາ ແລະເຮືອບິນເຮລີຄັອບເຕີ້ ໄດ້ເຮັດໃຫ້ການເດີນທາງຍິ່ງມີຄວາມສ່ຽງຢູ່ໃນຂົງເຂດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ.

ປົກກະຕິແລ້ວ ບໍລິເວນດັ່ງກ່າວຖືກຄວບຄຸມໂດຍກອງພັນທະຫານທີ 5 ຂອງກອງທັບສະຫະພາບແຫ່ງຊາດ ກາຫຼ່ຽງ (Karen) , ແຕ່ຂົງເຂດດັ່ງກ່າວໄດ້ຖືກໂຈມຕີຈາກກອງກໍາລັງທະຫານທີ່ເຂົ້າຢຶດອໍານາດ.

“ເມື່ອພວກເຈົ້າເຂົ້າໄປທີ່ນັ້ນ, ພວກເຈົ້າຕ້ອງປະເຊີນກັບການຖືກ​ລະ​ດົມ​ຍິງ ແລະທຸກຢ່າງໂດຍກອງທັບມຽນມາ,” ນາງຊາ ມູ ກ່າວ ໃນຂະນະທີ່ນາງກໍາລັງດັດແກ້ຮູບພາບຂອງໝູ່ບ້ານທີ່ຖືກຖິ້ມລະເບີດໃສ່.

ນາງໄດ້ກ່າວຕື່ມວ່າ “ເມື່ອພວກເຈົ້າເຫັນປະຊາຊົນຜູ້ພັດຖິ່ນທັງຫຼາຍ ແລະເມື່ອພວກເຂົາເຈົ້າເຫັນເຈົ້າ ພວກເຂົາຕ່າງກໍພາກັນດີໃຈທີ່ສຸດ ເນື່ອງຈາກພວກເຂົາເຈົ້າຮູ້ວ່າ ຍັງມີບາງຄົນ ຍັງມີກຸ່ມຄົນໃດນຶ່ງທີ່ຍັງເປັນຫວ່ງພວກເຂົາເຈົ້າ.”

ນາງຊາ ມູ ມີສ່ວນຮ່ວມໃນເຄືອຂ່າຍການສະໜັບສະໜຸນສັນຕິພາບເພື່ອຊາວກະຫຼ່ຽງ, ເຊິ່ງເປັນເຄືອຂ່າຍສັງຄົມພົນລະເຮືອນສໍາລັບກຸຸ່ມເຊື້ອຊາດໃດນຶ່ງຢູ່ໃນມຽນມາ. ໃນນັ້ນປະກອບດ້ວຍອົງກອນຕ່າງໆ 30 ແຫ່ງ ທັງຢູ່ມຽນມາ ແລະປະເທດໄທ, ເຊິ່ງເຄືອຂ່າຍດັ່ງກ່າວໄດ້ຈັດແບ່ງການສະໜັບສະໜຸນ ແລະຂໍ້ມູນຂ່າວສານອື່ນໆໄປໃຫ້ຊຸມຊົນຕ່າງໆຢູ່ໃນພູມິພາກແຫ່ງນັ້ນ.

ເຊັ່ນດຽວກັບ ນາງຊາ ມູ ແລະນັກຂ່າວຊາວມຽນມາຄົນອື່ນໆ ທີ່ເລືອກປະຕິບັດງານຢູ່ໃນບັນດາປະເທດເພື່ອນບ້ານ, ບາງຄົນ ພະຍາຍາມທີ່ຈະຫຼີກລ່ຽງຈາກການຖືກຈັບ. ກຸ່ມສິດທິມະນຸດກ່າວວ່າ ພວກລັດຖະບານທະຫານຜະເດັດການ ພະຍາຍາມທີ່ຈະນໍາໃຊ້ກົດໝາຍ ເພື່ອແນໃສ່ກຸ່ມທີ່ຕໍານິວິຈານພວກເຂົາ.

“ຖ້າເຈົ້າຫາກຍັງຢູ່ໃນປະເທດມຽນມາ, ພວກເຂົາຈະຂັດຂວາງ ແລະປິດບັງທຸກໆຢ່າງ. ທາງລັດຖະບານທະຫານ ມີລາຍການໂທລະພາບ ແລະໜັງສືພິມໂຄສະນາຊວນເຊື່ອຂອງພວກເຂົາເອງ, ແຕ່ນັ້ນ ມັນແມ່ນຂ່າວທີ່ຕົວະທັງໝົດ,” ນາງຊາ ມູ ກ່າວ.

ລັດຖະບານທະຫານດັ່ງ​ກ່າວ ຍັງໄດ້ສະເໜີຮ່າງ​ກົດໝາຍນິ​ຕິ​ບັນ​ຍັດວ່າດ້ວຍຄວາມປອດໄພທາງດ້ານໄຊເບີ້ ທີ່ສາມາດຂັດຂວາງຕໍ່ການນໍາໃຊ້ເຄືອຂ່າຍທາງອອນລາຍສ່ວນບຸກຄົນ ຫຼື VPNs.

ອ່ານຂ່າວນີ້ເປັນພາສາອັງກິດ.

XS
SM
MD
LG