ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການ ສະຫະປະຊາຊາດ ຮຽກຮ້ອງໃຫ້ຜູ້ນຳ ມຽນມາ ຜ່ອນຄາຍສະພາບການຂອງຊາວ ໂຣຮິງຢາ


ສະມາຊິກຄອບຄົວໜຶ່ງຢືນຢູ່ທາງຂ້າງຕະຫຼາດທີ່ຖືກຈູດໄໝ້ຈົນໝົດໃນໝູ່ບ້ານ ໂຣຮິງຢາ ນອກເມືອງ ໂມງດໍ, ລັດ ຣາຄາຍນ໌, ມຽນມາ. 27 ຕຸລາ, 2016.
ສະມາຊິກຄອບຄົວໜຶ່ງຢືນຢູ່ທາງຂ້າງຕະຫຼາດທີ່ຖືກຈູດໄໝ້ຈົນໝົດໃນໝູ່ບ້ານ ໂຣຮິງຢາ ນອກເມືອງ ໂມງດໍ, ລັດ ຣາຄາຍນ໌, ມຽນມາ. 27 ຕຸລາ, 2016.

ເຈົ້າໜ້າທີ່ລະດັບສູງດ້ານສິດທິມະນຸດຂອງອົງການ ສະຫະປະຊາຊາດ ທ່ານ Zeid Ra’ad al- Hussein ກຳລັງຊຸກຍູ້ ຜູ້ນຳຂອງ ມຽນມາ ເຈົ້າຂອງລາງວັນ ໂນເບລ ທ່ານນາງ Aung San Suu Kyi ໃຫ້ໃຊ້ອຳນາດທາງສິນທຳຂອງທ່ານນາງ ເພື່ອ ຜ່ອນຄາຍສະຖານະພາບຂອງປະຊາ ຄົມມຸສລິມ ໂຣຮິງຢາ ທີ່ຖືກຕັດສິດພົນລະເມືອງ ຂອງປະເທດນັ້ນ. Lisa Schlein ມີລາຍງານໃຫ້ ວີໂອເອ ຈາກສຳນັກງານຂ້າຫຼວງ ໃຫຍ່ອົງການ ສະຫະປະຊາຊາດ ໃນນະຄອນ ເຈນີວາ ເຊິ່ງ ພຸດທະສອນ ຈະນຳລາຍ ລະອຽດມາສະເໜີທ່ານ.

ຜູ້ນຳ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ໄດ້ຕົກເປັນທີ່ວິພາກວິຈານຈາກປະຊາຄົມ ນານາຊາດ ຍ້ອນຄວາມລົ້ມແຫຼວຂອງທ່ານນາງທີ່ຈະເປັນປາກເປັນສຽງໃຫ້ຊາວ ໂຣຮິງຢາ, ເຊິ່ງເປັນຊາວມຸສລິມກຸ່ມນ້ອຍທີ່ຖືກປະຫັດປະຫານໃນລັດ ຣາຄາຍນ໌ ຂອງ ມຽນມາ.

ແຕ່ວ່າ, ມັນມີສັນຍານຫຼາຍຢ່າງທີ່ຊີ້ໃຫ້ເຫັນວ່າ ມັນອາດມີການປ່ຽນແປງ. ທ່ານນາງ Ravina Shamdasani ເປັນໂຄສົກຍິງປະຈຳອົງການຂ້າຫຼວງໃຫຍ່ສະຫະປະຊາ ຊາດເພື່ອສິດທິມະນຸດ.

ທ່ານນາງໄດ້ກ່າວຕໍ່ວີໂອເອວ່າ ອົງການຂ້າຫຼວງໃຫຍ່ໄດ້ລົມນຳທ່ານນາງ ອອງ ຊານ ຊູ ຈີ ເປັນການສ່ວນຕົວທາງໂທລະສັບໃນຕົ້ນເດືອນນີ້ ຫຼັງຈາກການເປີດເຜີຍບົດລາຍງານ ການສືບສວນສອບສວນ ທີ່ໄດ້ບັນທຶກການກ່າວຫາຄວາມຊົ່ວຮ້າຍທີ່ໄດ້ກະທຳຕໍ່ຊາວ ໂຣຮິງຢາ ໂດຍກອງທັບ ມຽນມາ.

ທ່ານນາງ Ravina Shadasani ກ່າວວ່າ “ເພິ່ນຕົກໃຈທີ່ໄດ້ຍິນລາຍລະອຽດຂອງກາ ຄົ້ນພົບ ນີ້ຫຼາຍພໍສົມຄວນ ແລະ ເພິ່ນໄດ້ກ່າວວ່າ ເພິ່ນຈະຕ້ອງເລີ່ມການສືບສວນ ສອບສວນ. ພວກ ເຂົາເຈົ້າຕ້ອງການຂໍ້ມູນຫຼັກຖານເພີ່ມເຕີມ. ອົງການຂ້າຫຼວງ ໃຫຍ່ໄດ້ຂໍໃຫ້ເພິ່ນໃຊ້ຫຼັກສິນ ທຳຂອງ ເພິ່ນເພື່ອນຳເອົາການປະຕິບັດການປາບ ປາມການຕໍ່ຕ້ານລັດຖະບານໃຫ້ເຖິງຈຸດ ສິ້ນສຸດ.”

ຊາວ ໂຣຮິງຢາ ປະມານ 69,000 ຄົນໄດ້ຫຼົບໜີໄປປະເທດ ບັງກລາແດັສ ທີ່ຢູ່ໃກ້ຄຽງ ນັບຕັ້ງແຕ່ ວັນທີ 9 ຕຸລາທີ່ຜ່ານມາ, ລຸນຫຼັງການປະຕິບັດການກົດຂີ່ຂອງກອງທັບໃນລັດ ຣາຄາຍນ໌. ບັນດານັກສືບສວນສອບສວນ ອົງການສະຫະປະຊາຊາດໄດ້ສຳພາດຄົນ ພວກນີ້ 220 ຄົນ ຜູ້ທີ່ໄດ້ບັນລະຍາຍເຖິງການກະທຳອັນໂຫດຮ້າຍທີ່ບໍ່ສາມາດອົດ ທົນໄດ້, ລວມມີການຂົ່ມຂືນໂດຍກຸ່ມຄົນຂະໜາດໃຫຍ່, ການເຂັ່ນຂ້າ ແລະ ການຫາຍ ສາບສູນນຳ.

ທ່ານນາງ Shamdasani ກ່າວວ່າ ອົງການຂ້າຫຼວງໃຫຍ່ເຂົ້າໃຈວ່າລັດຖະບານໃໝ່ມີ ຄວາມ ຫຍຸ້ງຍາກ ໃນການຮັກສາຄວາມດຸ່ນດ່ຽງໃນໄລຍະຂອງການປ່ຽນລັດຖະບານນີ້. ແຕ່ທ່ານນາງ ໄດ້ກ່າວເພີ່ມເຕີມວ່າ ທ່ານເຊື່ອວ່າ ຄວາມຮຸນແຮງ ແລະ ຄວາມທຸກທໍລະ ມານຂອງຊາວ ໂຣຮິງ ຢາ ໄດ້ເພີ່ມສູງເຖິງລະດັບທີ່ບໍ່ເຄີຍມີມາກ່ອນ ແລະ ທ່ານນາງ ຊູ ຈີ ຕ້ອງໄດ້ໃຊ້ອຳນາດທາງສິນທຳຂອງເພິ່ນ.

ທ່ານນາງ Shamdasani ກ່າວວ່າ “ມັນມີຄວາມສຳຄັນຫຼາຍ ທີ່ປະຊາຊົນຢູ່ທີ່ນີ້ໃຫ້ສັນ ຍານ ຈາກຈຸດສູງສຸດ ວ່າ ການປະພຶດປະເພດນີ້ ແມ່ນບໍ່ສາມາດຮັບເອົາໄດ້ ແລະ ວ່າ ມັນຈະມີການ ຮັບຜິດຊອບ. ມັນອາດຈະໄວໂພດທີ່ຈະເວົ້າວ່າ ສິ່ງນີ້ອາດເປັນການ ຜ່ານຜ່າອຸບປະສັກຄັ້ງ ໃຫຍ່ສຳລັບຊາວ ໂຣຮິງຢາ ໃນ ມຽນມາ, ແຕ່ພວກເຮົາເຊື່ອວ່າ ມັນກຳລັງມຸ່ງໜ້າໄປຫາທິດທາງນັ້ນ. ມັນມີແຮງຜັກດັນໄປສູ່ການຜ່ານຜ່າອຸບປະສັກ ໃນບັນຫານີ້.”

ມັນອາດເປັນລາງຂອງສິ່ງທີ່ດີສຳລັບຊາວ ໂຣຮິງຢາ, ທີ່ ມຽນມາ ໄດ້ສິ້ນສຸດການປະຕິ ບັດການ ທາງທະຫານໃນລັດ ຣາຄາຍນ໌ ໃນສັບປະດານີ້.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG