ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ອົບພະຍົບມຽນມາ ໃນປະເທດໄທ ເລີ້ມຕົ້ນສໍາພາດ ເພື່ອໄປຕັ້ງຖິ່ນຖານໃໝ່ ໃນສະຫະລັດ

ແຟ້ມ-ຜູ້ອົບພະຍົບຊາວມຽນມາຄົນນຶ່ງ ຢືນຊ່ອງເບິ່ງຈາກຝາໄມ້ໄຜ່ ຂອງຕູບຊົ່ວຄາວ ຢູ່ທີ່ສູນອົບພະຍົບແມ່ລາ, ເຊິ່ງເປັນນຶ່ງໃນທີ່ຕັ້ງຢູ່ຝັ່ງໄທ ບໍລິເວນຊາຍແດນ ໄທ-ມຽນມາ, ວັນທີ 21 ກໍລະກົດ 2014. ຊາວອົບພະຍົບ 90,000 ຄົນ ອາໄສຢູ່ 9 ສູນລຽບຊາຍແດນ ພາກັນອາໄສຢູ່ທີ່ນີ້ມາຫຼາຍທົດສະຫວັດ.

ລັດຖະບານໄທກ່າວວ່າ ເລີ້ມມີການສໍາພາດພວກອົບພະຍົບຊາວມຽນມາ ທີ່ອາໄສຢູ່ໃນປະເທດໄທ ກ່ຽວກັບຜູ້ມີສິດສໍາລັບໂຄງການຍົກຍ້າຍໄປຕັ້ງຖິ່ນຖານໃຫມ່ຢູ່ສະຫະລັດ.

ໄທ​ກ່າວໂດຍຫວັງວ່າ ​ກຸ່ມ​ທຳ​ອິດ​ອາດ​ຈະຖືກຍົກ​ຍ້າຍ​ອອກ​ໄປພາຍ​ໃນ​ທ້າຍ​ປີ​ນີ້.

ຊາວ​ອົບ​ພະຍົບດັ່ງກ່າວ ປະມານ 90,000 ຄົນທີ່​ອາ​ໄສ​ຢູ່ສູນອົບພະຍົບ​ທັງໝົດ 9 ແຫ່ງຕັ້ງ​ຢູ່ບໍລິເວນ​ຊາຍ​ແດນໃນຝັ່ງໄທ​ ​ທີ່ພາກັນໜີ​ຈາກການ​ສູ້​ລົບ​ລະຫວ່າງ​ກອງທັບຂອງ​ມຽນມາ ​ແລະ​ກອງກຳລັງຕໍ່ຕ້ານ​ຊົນ​ເຜົ່າ​ກຸ່ມ​ນ້ອຍ ​ທີ່​ຕໍ່ສູ້​ເພື່ອ​ອິດສະຫຼະພາບຂອງຕົນ. ຊາວອົບພະຍົບຈໍານວນນຶ່ງເກີດຢູ່ໃນສູນລີ້ໄພ, ເຊິ່ງໄດ້ເລີ້ມຕັ້ງຂຶ້ນແຕ່ກາງຊຸມປີ 1980, ແລະຈໍານວນອີກຫຼາຍຄົນ ກໍໄດ້ອາໄສຢູ່ທີ່ນັ້ນ ເປັນເວລາຫຼາຍທົດສະວັດ.

ການ​ສູ້​ລົບ​ກັນ​ຢ່າງ​ຕໍ່ເນື່ອງຢູ່ໃນ​ມຽນມາ, ​ໄດ້​ຂະຫຍາຍໂ​ຕ​ຂຶ້ນໂດຍ​ການ​ກໍ່​ລັດຖະປະຫານ​ຂອງ​ທະຫານ ​ໃນ​ເດືອນ​ກຸມພາ ປີ 2021, ອັນ​ໄດ້​ເຮັດໃຫ້ພວກຜູ້ອົບພະຍົບສ່ວນໃຫຍ່ ​ບໍ່​ສາມາດ​ກັບ​ຄືນ​ປະ​ເທດໄດ້.

ອໍາເພີແມ່ສອດ ເປັນອີກແຫ່ງນຶ່ງໃນຈໍານວນ 9 ສູນອົບພະຍົບໃນປະເທດໄທ ທີ່ເປັນບ່ອນຢູ່ອາໄສສໍາລັບຊາວອົບພະຍົບຈາກມຽນມາ
ອໍາເພີແມ່ສອດ ເປັນອີກແຫ່ງນຶ່ງໃນຈໍານວນ 9 ສູນອົບພະຍົບໃນປະເທດໄທ ທີ່ເປັນບ່ອນຢູ່ອາໄສສໍາລັບຊາວອົບພະຍົບຈາກມຽນມາ

ເປົ້າໝາຍແມ່ນເພື່ອເຮັດໃຫ້ຊາວຜູ້ອົບພະຍົບ ເດີນ​ທາງ​ອອກ​ຈາກ​ສູນ​ດັ່ງກ່າວດ້ວຍຄວາມ​ປອດ​ໄພ, ເຊິ່ງ ​ໄທ, ສະຫະລັດ ​ແລະ ອົງການຂ້າຫຼວງໃຫຍ່ເພື່ອຊາວອົບພະຍົບຂອງ​ສະຫະ​ປະຊາ​ຊາດ ຫຼື UNHCR ​ໄດ້​ປະກາດ​ແຜນການ​ຍົກຍ້າຍ​ຖິ່ນ​ຖານ​ໃໝ່ໃນ​ເດືອນ​ພຶດສະພາ ປີ 2023.

ໃນໄລຍະນຶ່ງ​ປີຜ່ານ​ມາ​ນີ້, ກະຊວງ​ພາຍ​ໃນ​ຂອງ​ໄທ ກ່າວ​ວ່າ ລັດຖະບານ​ໄທ ​ແລະ ອົງການ UNHCR ​ໄດ້​ສຳ​ເລັດ​ການ​ກວດກາ​ຂໍ້​ມູນ​ສ່ວນ​ບຸກຄົນ​ຂອງ​ບັນດາຊາວອົບ​ພະຍົບ ​ເພື່ອ​ພິສູດ​ການ​ມີ​ສິດ​ເຂົ້າ​ຮ່ວມໃນ​ໂຄງການ​ດັ່ງກ່າວ, ເຊິ່ງມີ​ຊາວ​ອົບ​ພະ​ຍົບຫຼາຍກວ່າ 80,000 ​ຄົນ ຖື​ວ່າ​ມີ​ສິດ, ແລະ​ເກືອບວ່າ ​ທັງ​ໝົດນັ້ນ ໄດ້ບອກຕໍ່ບັນດາເຈົ້າ​ໜ້າ​ທີ່​ ວ່າ ພວກ​ເຂົາ​ຕ້ອງ​ການ​ທີ່​ຈະຍົກຍ້າຍໄປຕັ້ງຖິ່ນ​ຖານໃໝ່.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG