ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊະຕາກຳ ຂອງນັກໂທດ ການເມືອງ ສອງຄົນ ແມ່ນຂຶ້ນຢູ່ ກັບ ປະທານາທິບໍດີ ຂອງມຽນມາ

ນັກຂ່າວຣອຍເຕີ້ ທ່ານ​ວາ ​ໂລ​ນ (ຂ້າຍ) ​ແລະ​ ທ່ານ​ຈໍ ໂຊ ອູ ຜູ້ທີ່ມີຫ້ອງການ ຢູ່ໃນມຽນມາ ຕັ້ງທ່າຖາຍຮູບ ຢູ່ທີ່ສຳນັກງານ ຂອງອົງການຂ່າວຣອຍເຕີ້ ໃນນະຄອນຢາງກຸ້ງ ຂອງມຽນມາ, ວັນທີ 11 ທັນວາ 2017.
ນັກຂ່າວຣອຍເຕີ້ ທ່ານ​ວາ ​ໂລ​ນ (ຂ້າຍ) ​ແລະ​ ທ່ານ​ຈໍ ໂຊ ອູ ຜູ້ທີ່ມີຫ້ອງການ ຢູ່ໃນມຽນມາ ຕັ້ງທ່າຖາຍຮູບ ຢູ່ທີ່ສຳນັກງານ ຂອງອົງການຂ່າວຣອຍເຕີ້ ໃນນະຄອນຢາງກຸ້ງ ຂອງມຽນມາ, ວັນທີ 11 ທັນວາ 2017.

ນັກຂ່າວທ້ອງຖິ່ນ 2 ຄົນ ຂອງອົງການຂ່າວຣອຍເຕີ້ ຍັງຖືກຄຸມຂັງຢູ່ ທີ່ປະເທດມຽນມາ
ຫລັງຈາກສານໄດ້ປະຕິເສດ ໃນວັນພຸດວານນີ້ ທີ່ຈະຍົກເລີກຂໍ້ຫາຈາລະກຳ ຕໍ່ພວກເຂົາ
ເຈົ້າທັງສອງ. ທ່ານ​ວາ ​ໂລ​ນ ​ແລະ​ ທ່ານ​ຈໍ ໂຊ ອູ ໄດ້ຖືກຄຸມຂັງ ມາແຕ່ເດືອນທັນວາ ປີ
ກາຍ ຊຶ່ງຕ່າງກໍອາດຈະມີໂອກາດຕິດຄຸກເຖິງ 14 ປີ ນອກຈາກວ່າ ປະທານາທິບໍດີ
ຄົນໃໝ່ ຂອງມຽນມາ ທ່ານວິນ ມິນ ທົບທວນຄືນເບິ່ງການໃຫ້ອະໄພຍະໂທດ ຕາມ
ປະເພນີ ຕໍ່ພວກນັກໂທດການເມືອງ ແລະພວກທີ່ຖືກຄຸມຂັງ ຫຼັງຈາກບຸນສະຫລອງວັນ
ຂຶ້ນປີໃໝ່ ຊຶ່ງຈະເລີ້ມຂຶ້ນໃນວັນສຸກມື້ອື່ນ ແລະຈະດຳເນີນໄປຈົນຮອດວັນອັງຄານຈະມາ.

ນັກຂ່າວ ຣອຍເຕີ້ ທ່ານ​ວາ ​ໂລ​ນ (Wa Lone) ຜູ້ຖືກຈັບກຸມ ຍົກໂປ້ມືສອງຂ້າງ ໃຫ້ແກ່ສື່ມວນຊົນ ໃນຂະນະທີ່ຖືກຄວບຄຸມໂຕໂດຍຕຳຫຼວດມຽນມາ ຫຼັງຈາກທີ່ໄດ້ຮັບໄປຟັງການພິຈາລະນາຂອງສານ ໃນນະຄອນ ຢາງກຸ້ງ ຂອງຂອງມຽນມາ, ວັນທີ 11 ເມສາ 2018.

ທ່ານມິນ ຕຸນ ຊູ ໂຄສົກຂອງກົມຄຸ້ມຄອງນັກໂທດ ຊຶ່ງຢູ່ພາຍໃຕ້ການດູແລຂອງກະຊວງ
ກິດຈະການພາຍໃນ ຊຶ່ງພວກທະຫານເປັນຜູ້ຄວບຄຸມນັ້ນ ກ່າວຕໍ່ວີໂອເອ ວ່າ ໃນ
ປັດຈຸບັນ “ຍັງບໍ່ມີແຜນການໃດໆ” ທີ່ຈະໃຫ້ການອະໄພຍະໂທດຄັ້ງໃຫຍ່ ທ່ານກ່າວຕື່ມ
ວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ເວລາໃດຈຶ່ງຈະມີຂຶ້ນ.” ກົມດັ່ງກ່າວ ໂດຍທົ່ວໄປແລ້ວ ແມ່ນມີ
ໜ້າທີ່ ໃນການລະບຸຕົວພວກນັກໂທດ ທີ່ເໝາະສຳລັບໄດ້ຮັບ ການໃຫ້ອະໄພຍະໂທດ
ກ່ອນທີ່ລາຍຊື່ເຫລົ່ານັ້ນ ຈະຖືກສົ່ງໄປໃຫ້ປະທານາທິບໍດີ​. ການຕິດຕໍ່ເພື່ອຂໍຄວາມເຫັນ
ຈາກທຳນຽບປະທານາທິບໍດີ ກໍຍັງບໍ່ທັນໄດ້ເທື່ອ.

ທ່ານ ວິນ ມິນ ທີ່ຫາກໍຖືກເລືອກເປັນປະທານາທິບໍດີ ຄົນໃໝ່ຂອງມຽນມາ ໂບກມື ໃຫ້ສື່ມວນຊົນ ຢູ່ດ້ານນອກຂອງສະພາແຫ່ງຊາດ ໃນນະຄອນຫຼວງ ເນປີຕໍ ຂອງມຽນມາ, ວັນທີ 28 ມີນາ 2018.
ທ່ານ ວິນ ມິນ ທີ່ຫາກໍຖືກເລືອກເປັນປະທານາທິບໍດີ ຄົນໃໝ່ຂອງມຽນມາ ໂບກມື ໃຫ້ສື່ມວນຊົນ ຢູ່ດ້ານນອກຂອງສະພາແຫ່ງຊາດ ໃນນະຄອນຫຼວງ ເນປີຕໍ ຂອງມຽນມາ, ວັນທີ 28 ມີນາ 2018.

ສະມາຄົມໃຫ້ການຊ່ອຍເຫຼືອແກ່ພວກນັກໂທດການເມືອງ ຫຼື AAPP ຊຶ່ງເປັນອົງການ
ສະໜັບສະໜຸນພວກນັກໂທດການເມືອງ ທີ່ບໍ່ຫວັງຜົນກຳໄລ ໄດ້ຄຳນວນແລ້ວວ່າ ມີ
ນັກໂທດການເມືອງທັງໝົດ 248 ຄົນ. ກຸ່ມດັ່ງກ່າວນີ້ຍັງເວົ້າຕື່ມວ່າ ໃນຈຳນວນນັ້ນ ມີ
ນັກໂທດການເມືອງ 54 ຄົນ ກຳລັງຮັບໃຊ້ໂທດຢູ່ 74 ຄົນ ແມ່ນຖືກຄຸມຂັງກ່ອນຂຶ້ນສານ
ແລະ 120 ຄົນກຳລັງປະເຊີນຂໍ້ຫາ ແຕ່ກໍຖືກປະກັນໂຕອອກໄປ.

ນັກຂ່າວຂອງຣອຍເຕີ້ ທ່ານ​ຈໍ ໂຊ ອູ (Kyaw Soe Oo) ຖືກເຈົ້າໜ້າທີ່ຕຳຫຼວດມຽນມາ ຄວບຄຸມໂຕ ເພື່ອໄປຮັບຟັງການພິຈາລະນາຂອງສານ ໃນນະຄອນ ຢາງກຸ້ງ ຂອງມຽນມາ, ວັນທີ 11 ເມສາ 2018
ນັກຂ່າວຂອງຣອຍເຕີ້ ທ່ານ​ຈໍ ໂຊ ອູ (Kyaw Soe Oo) ຖືກເຈົ້າໜ້າທີ່ຕຳຫຼວດມຽນມາ ຄວບຄຸມໂຕ ເພື່ອໄປຮັບຟັງການພິຈາລະນາຂອງສານ ໃນນະຄອນ ຢາງກຸ້ງ ຂອງມຽນມາ, ວັນທີ 11 ເມສາ 2018

ທັງທ່ານວາ ໂລນ ແລະທ່ານຈໍ ໂຊ ອູ ໄດ້ຖືກກ່າວຫາວ່າ ລະເມີດກົດໝາຍສະໄໝ
ອານານິຄົມ ວ່າດ້ວຍຄວາມລັບຂອງທາງການ ຍ້ອນມີເອກກະສານທີ່ພົວພັນ ກັບ
ການປະຕິບັດງານດ້ານຄວາມໝັ້ນຄົງ ຢູ່ໃນລັດຣາໄຄນ໌ ທີ່ມີບັນຫາຂອງມຽນມາ.

Myanmar Political Prisoners
please wait

No media source currently available

0:00 0:00:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG