ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບມຽນມາ ປົດທະຫານ ເດັກນ້ອຍ ຈຳນວນ 109 ຄົນ ອອກຈາກ ປະຈຳການ (ວີດີໂອ)


ບັນດາພວກສະມັກເຂົ້າເປັນທະຫານ ຢືນຕົງ ຢູ່ຄ້າຍຝຶກທະຫານ ໃນເມືອງ Pathein ປະເທດ Myanmar.
ບັນດາພວກສະມັກເຂົ້າເປັນທະຫານ ຢືນຕົງ ຢູ່ຄ້າຍຝຶກທະຫານ ໃນເມືອງ Pathein ປະເທດ Myanmar.

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ​ ກອງທັບ​ມຽນມາ ​ໄດ້​ປົດ
​ເດັກນ້ອຍ​ຈຳນວນ 109 ຄົນ​ ອອກຈາກການເປັນທະຫານ
ຊຶ່ງ​ເປັນ​ຈຳນວນ ​ທີ່ ຫຼາຍທີ່​ສຸດເທົ່າທີ່ມີມາ ນັບຕັ້ງ​ແຕ່​ລັດຖະບານ
ໄດ້ຕົກລົງ​ເມື່ອ 2 ປີ​ກ່ອນ​ ທີ່​ຈະຢຸດ​ເຊົາໃຊ້ ທະຫານ​ເດັກ​ນ້ອຍ.

ຢູ່​ໃນຖະ​ແຫລ​ງການສະບັບ​ນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພະຫັດ
ມື້ນີ້ ອົງການກອງ​ທຶນ​ເດັກຂອງສະຫະ​ປະຊາ​ຊາດ ເວົ້າວ່າ ການ​ເຄື່ອນໄຫ​ວ ດັ່ງກ່າວ​ ສະ​ແດງ ໃຫ້​ເຫັນ​ວ່າ ກອງທັບ​ມຽນມາເອົາ​ຈິງ​ເອົາ​ຈັງ​ ກ່ຽວກັບການເລັ່ງລັດ ດຳເນີນຄວາມພະຍາຍາມ ເພື່ອຍຸດຕິການເກນ ​ແລະນຳ ໃຊ້​ ທະຫານເດັກ.

ພວກ​ທະຫານ​ເດັກນ້ອຍ​ທີ່​ຖືກ​ປົດ​ປະຈຳການ ໃນ​ວັນ​ພະຫັດ​ມື້​ນີ້ ​ແມ່ນ​ມີ​ອາຍຸ​ຕ່ຳກວ່າ 18 ປີ ​ໃນເວລາ​ທີ່ມຽນມາ​ໄດ້​ເຊັນຂໍ້​ຕົກລົງ ກັບ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ປີ 2012 ທີ່​ໄດ້​ລະບຸ​ມາດ​ຕະການ​ຕ່າງໆ ​ເພື່ອ​ຍຸດຕິ​ການ​ນຳໃຊ້​ທະຫານເດັກ​ນັ້ນ.

ເບິ່ງວີດີໂອ ກ່ຽວກັບລາຍງານນີ້:

Myanmar Military Releases 109 More Child Soldiers
please wait

No media source currently available

0:00 0:02:47 0:00

ຕັ້ງ​ແຕ່​ນັ້ນມາ ພວກ​ເດັກນ້ອຍທັງ​ໝົດ​ທີ່​ໄດ້​ຖືກ​ປົດອອກ ຈາກການເປັນທະຫານ ​ແມ່ນ ມີຈຳນວນ 472 ຄົນ ລວມທັງ 91 ຄົນ​ທີ່​ໄດ້​ຖືກ​ປົດ​ອອກ​ໄປ ​ໃນ​ເດືອນ​ສິງຫາທີ່​ຜ່ານ​ມາ.

ອົງການ​ສະຫະ​ປະຊາ​ຊາດ​ ກ່າວ​ວ່າ ມີກຸ່ມກຳລັງປະກອບອາວຸດອື່ນໆ ຢ່າງ​ນ້ອຍ 7 ກຸ່ມ
ນອກ​ເໜືອ​ໄປຈາກກຳລັງຂອງລັດຖະບານ ​ທີ່​ທຳ​ການ​ເກນ​ ​ແລະ​ນຳ​ໃຊ້​ພວກ​ທະຫານເດັກ
​ຢູ່​ໃນ​ມຽນມາ ຊຶ່ງ​ຫາກໍໂຜ່ໂຕ ມາ​ຈາກ​ການ​ປົກຄອງ​ໂດຍ​ກົງ​ຂອງ​ທະຫານເປັນເວລາຫຼາຍໆ​
ປີ​ນັ້ນ.

4107EV MYANMAR CHILD SOLDIER DECOMISSIONING
please wait

No media source currently available

0:00 0:01:48 0:00

The United Nations says Myanmar's military has released 109 children from its ranks, the largest such release since the government agreed two years ago to stop using child soldiers.

In a statement Thursday, U.N. Children's Fund head Bertrand Bainvel said the move shows Myanmar's military is serious about speeding up efforts to end the recruitment and use of children.

"This is the largest release ever since the signing of the plan and we have been also happy to notice that we have seen an acceleration in the release of children and young people especially over the last 11, 12 months," Bainvel stated.

Those released Thursday were under 18 when Myanmar, also known as Burma, signed an agreement with the United Nations in 2012 outlining measures to end the practice.

Since then, 472 children have been released, including 91 discharged last month.

The United Nations says at least seven other armed groups, recruit and use child soldiers in Myanmar, which is emerging from years of direct military rule.

Since taking power in 2011, Burma's nominally civilian government has undertaken several reforms, including easing media restrictions, allowing more freedom to opposition groups and releasing hundreds of political prisoners.

But rights groups and activists have said that, despite the political and economic reforms, there have been no significant changes in human rights abuses carried out by Burma's military, particularly in rebel-dominated areas.

XS
SM
MD
LG