ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທະຫານມຽນມາ ສັ່ງປິດເຟສບຸກ ບໍ່ໃຫ້ປະຊາຊົນ ເຂົ້າໃຊ້ໄດ້ ຂະນະທີ່ມີການຕ້ານການລັດຖະປະຫານ ເພີ້ມຂຶ້ນ


ຕໍາຫລວດກຽມພ້ອມຂະນະທີ່ລໍຖ້າການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ຢູ່ໃນນະຄອນຢ້າງກຸ້ງຂອງມຽນມາ ໃນວັນທີ 4 ກຸມພາ, 2021.
ຕໍາຫລວດກຽມພ້ອມຂະນະທີ່ລໍຖ້າການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ຢູ່ໃນນະຄອນຢ້າງກຸ້ງຂອງມຽນມາ ໃນວັນທີ 4 ກຸມພາ, 2021.

ລັດຖະບານທະຫານມຽນມາ ໄດ້ສະກັດກັ້ນບໍ່ໃຫ້ປະຊາຊົນ ເຂົ້າໃຊ້ເຟສບຸກ (Facebook) ໄດ້ໃນວັນພະຫັດວານນີ້ ທ່າມກາງການຕໍ່ຕ້ານການໂຄ່ນລົ້ມລັດຖະບານພົນລະເຮືອນ ໃນອາທິດນີ້ທີ່ໂດ່ງດັງຂຶ້ນນັບມື້.

ກະຊວງສື່ສານ ແລະຂໍ້ມູນຂ່າວສານ ໄດ້ອອກຖະແຫຼງການ ໂດຍກ່າວວ່າ ບໍລິສັດສື່ສັງຄົມຍັກໃຫຍ່ຈະຖືກປິດໄວ້ ຈົນຮອດວັນອາທິດຈະມາເຖິງນີ້ເພື່ອຮັກສາ “ສະຖຽນລະພາບ” ໃນປະເທດ.

ບໍລິສັດເທເລນໍ ມຽນມາ (Telenor Myanmar), ຜູ້ໃຫ້ບໍລິການເຄືອຂ່າຍໂທລະສັບມືຖືຊັ້ນນຳຂອງປະເທດ, ຢືນຢັນວ່າ ຕົນໄດ້ຖືກສັ່ງໃຫ້ປິດ Facebook ໄວ້, ແຕ່ກໍກ່າວວ່າຕົນ "ບໍ່ເຊື່ອວ່າຄໍາຮ້ອງຂໍດັ່ງກ່າວແມ່ນອີງໃສ່ຄວາມຈຳເປັນ ແລະຄວາມເໝາະສົມເລີຍ, ອີງຕາມກົດໝາຍສິດທິມະນຸດສາກົນ."

ບໍລິສັດທີ່ມີສໍານັກງານຕັ້ງຢູ່ສະຫະລັດແຫ່ງນີ້ ໄດ້ຮຽກຮ້ອງໃຫ້ຜູ້ນຳທະຫານຂອງມຽນມາ “ຟື້ນຟູການເຊື່ອມຕໍ່” ເພື່ອຮັບປະກັນໃຫ້ພົນລະເມືອງສາມາດສື່ສານກັບຄອບຄົວ ແລະໝູ່ເພື່ອນແລະເຂົ້າເຖິງຂໍ້ມູນທີ່ສຳຄັນໄດ້.”

Facebook ແມ່ນເວທີສື່ສັງຄົມອອນລາຍທີ່ມີຄວາມນິຍົມກັນຫລາຍທີ່ສຸດໃນມຽນມາ, ເຊິ່ງໃຊ້ໂດຍທັງພົນລະເຮືອນ ແລະຜູ້ນຳການທະຫານ. ປະຊາ ຊົນໃນມຽນມາທີ່ໂກດແຄ້ນກ່ຽວກັບການຍຶດເອົາອໍານາດດັ່ງກ່າວ ໄດ້ພາກັນເຂົ້າໄປໃນ Facebook ເພື່ອເອົາຮູບພາບແລະວີດິໂອຖ່າຍທອດສົດການປະທ້ວງຫລາຍ ອັນລົງໃນນັ້ນ. ປະຊາຊົນໃນນະຄອນຢາງກຸ້ງ ແລະເມືອງອື່ນໆໄດ້ພາກັນລົງໄປໂຮມຊຸມນຸມຢູ່ຕາມຖະໜົນຫົນທາງເປັນເວລາສອງຄືນຕິດຕໍ່ກັນ ໂດຍພາກັນຕີໝໍ້ ຕີໄຫ ແລະບີບແກລົດຟົດສະນັ່ນ ເພື່ອປະທ້ວງການກໍ່ລັດຖະປະຫານ.

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ, ເຊິ່ງມັກຈະປະສົບຄວາມຫຍຸ້ງຍາກທີ່ຈະບັນລຸຄວາມເປັນເອກະສັນກັນນັ້ນໄດ້ອອກຖະແຫຼງການສະບັບນຶ່ງທີ່ເຫັນພ້ອມນໍາກັນໃນວັນພະຫັດວານນີ້ ສະແດງ “ຄວາມວິຕົກກັງວົນຢ່າງເລິກເຊິ່ງ” ຕໍ່ການປະກາດສະພາວະສຸກເສີນຂອງພວກທະຫານ. ສະພາທີ່ມີສະມາຊິກ 15 ປະເທດຊຶ່ງປະກອບມີຈີນ, ປະເທດທີ່ໃຫ້ການອຸດ ໜຸນແກ່ຈີນນັ້ນ ຍັງໄດ້ຮຽກຮ້ອງໃຫ້ປ່ອຍຕົວ ທ່ານນາງອອງຊານ ຊູຈີ, ປະທານາທິບໍດີ ວິນ ມິນທ໌ (Win Myint) ແລະຄົນອື່ນໆທີ່ຖືກກັກຂັງອີກດ້ວຍ.

"ບັນດາສະມາຊິກຂອງສະພາຄວາມໝັ້ນຄົງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການສືບຕໍ່ໃຫ້ການສະໜັບສະໜູນການຫັນປ່ຽນໄປສູ່ປະຊາທິປະໄຕ ໃນ ມຽນມາ," ນັ້ນຄືຄໍາເວົ້າຂອງທ່ານນາງບາບາຣາ ວູດວາດ (Barbara Woodward), ເອກອັກຄະລັດຖະທູດຂອງອັງກິດ ທີ່ເປັນປະທານສະພາດັ່ງກ່າວ ໃນຂະນະທີ່ອ່ານຖະແຫຼງການສະບັບນັ້ນ. ທ່ານນາງກ່າວຕໍ່ໄປວ່າ "ພວກເຂົາເຈົ້າໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຮັກສາສະຖາບັນ ແລະຂະບວນການທາງປະຊາທິປະໄຕໄວ້, ຫລີກລ້ຽງການໃຊ້ຄວາມຮຸນແຮງ, ແລະນັບຖືສິດທິມະນຸດ, ເສລີພາບຂັ້ນພື້ນຖານ ແລະລະບຽບກົດໝາຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG