ການແຕ່ງຕົວຂອງພວກຜູ້ຊາຍກັບແມ່ຍິງມຽນມາ ແມ່ນດຶງດູດ
ສາຍຕາ ຂອງພວກນັກທ່ອງທ່ຽວທີ່ໄປຢ້ຽມຢາມປະເທດ ເກືອບ
ວ່າທຸກໆຄົນເລີຍ. ແຕ່ວ່າ ໃນເວລາທີ່ການເປີດກ້ວາງທາງດ້ານ
ການເມືອງແລະເສດຖະກິດຂອງມຽນມາ ກຳລັງນຳເອົາແຟຊັ່ນ
ຕາເວັນຕົກທີ່ລາຄາບໍ່ແພງ ມາສູ່ຊາວມຽນມາທັງມວນ ກໍມີຄວາມ
ສົງໄສກັນວ່າ ແຟຊັ່ນອັນແປກບໍ່ຄືໃຜຂອງມຽນມາຈະຢູ່ລອດ ຫລື
ບໍ່? Steve Herman ຜູ້ສື່ຂ່າວວີໂອເອ ໄດ້ໄປຢ້ຽມຢາມນະຄອນ
ຢ່າງກຸ້ງ ເພື່ອສຳຫລວດເບິ່ງແຟຊັ່ນເສື້ອຜ້າແລະການແຕ່ງຕົວຂອງ
ຊາວມຽນມາ ແລະມີລາຍງານ ຊຶ່ງດາຣາຈະນຳມາສະເໜີທ່ານ.
ເບິ່ງວີດີໂອ ລາຍງານນີ້ ເປັນພາສາລາວ:
ເດັກສາວແລະແມ່ຍິງສ່ວນໃຫຍ່ໃນມຽນມາ ພາກັນທາແກ້ມຂອງເຂົາເຈົ້າ ດ້ວຍແປ້ງແຫລວໆສີຂາວໆເຫລືອງໆທີ່ແຕກຕ່າງຈາກແປ້ງອື່ນໆ ຊຶ່ງເຂົາເຈົ້າເອີ້ນວ່າແປ້ງ thanaka.
ພວກເດັກຊາຍແລະຜູ້ຊາຍ ບາງເທື່ອ ກໍທາແປ້ງນີ້ຄືກັນ ຊຶ່ງເຮັດຈາກ ເປືອກໄມ້ທີ່ບົດໃຫ້ມຸ່ນ
ຈົນເປັນແປ້ງ ແຕ່ສິ່ງທີ່ເຮັດໃຫ້ພວກຜູ້ຊາຍໂດດ ເດັ່ນໃນສາຍຕາຂອງຄົນຕ່າງປະເທດ ກໍຄື
ຜ້າສະໂຫລ່ງ ຍາວສອງແມັດທີ່ເຂົາເຈົ້າຍັງນຸ່ງຢູ່ໃນສະໄໝນີ້ ເອີ້ນວ່າ longyi ຊຶ່ງປະເພນີ
ການນຸ່ງຜ້າສະໂຫລ່ງນີ້ ແມ່ນນຳເຂົ້າ ມາຈາກພາກໃຕ້ຂອງອິນເດຍ ໃນສະໄໝເປັນຫົວ
ເມືອງຂຶ້ນຂອງອັງກິດ.
ແຕ່ແປ້ງທານາກາ ທີ່ຖືກຂະໜານສັບພະຄຸນວ່າ ເປັນຢາຂ້າເຊື້ອໂຣກ ແລະໃຊ້ຄວບຄຸມສິວ ທັງປິ່ນປົວບາດແຜນຳນັ້ນ ອາດໄດ້ຖືກນໍາໃຊ້ ຢູ່ໃນມຽນມາ ມາໄດ້ສອງພັນປີແລ້ວ.
ນາງ Aye Thandar Aung ແມ່ຄ້າຂາຍຂອງແຄມທາງ ເວົ້າວ່າ “ມັນເຮັດໃຫ້ໜ້າ
ຂອງຂ້ອຍ ຮູ້ສຶກຊຸ່ມເຢັນພາຍໃຕ້ແສງແດດອັນຮ້ອນແລະເຜົາໄມ້ ຂອງຕາເວັນ.
ພໍ່ແມ່ຂ້ອຍເອົາແປ້ງນີ້ທາໜ້າໃຫ້ຂ້ອຍ ຕັ້ງແຕ່ຂ້ອຍເກີດມາ. ຂ້ອຍບໍ່ໄດ້ໃຊ້ເຄື່ອງ
ສຳອາງ ຫລືຄຣີມໂລຊັ່ນຫຍັງເລີຍ.”
ນັກອອກແບບແຟຊັ່ນ May Myat Warso ເຈົ້າຂອງຮ້ານ Happy Heart Fashion House ມີຄວາມເຫັນວ່າ ແປ້ງທານາກາ ແມ່ນເໝາະສົມເປັນພິເສດສຳຫລັບປະຊາຊົນມຽນມາ ຍ້ອນຄຸນນະພາບຂອງມັນ ທີ່ເຮັດໃຫ້ຜິວຊຸ່ມເຢັນໃນທ່າມກາງອາກາດອັນຮ້ອນ
ອົບເອົ້ານັ້ນ.
ນາງ May Myat Warso ກ່າວວ່າ “ຂ້ອຍຕ້ອງໃສ່ເຄື່ອງສຳອາງ ເວລາຂ້ອຍທຳງານ
ແຕ່ວ່າເວລາເມືອຮອດບ້ານ ຂ້ອຍຈະທາແປ້ງທານາກາ ຕະຫລອດເວລາ.”
ເວລານີ້ ແປ້ງທານາກາ ມີຂາຍໃນແບບສຳເລັດຮູບ ຢູ່ໃນກັບຫລືຂວດ ແລະຫລອດຢາງ
ພະລາສຕິກ ແຕ່ວ່າແມ່ຍິງມຽນມ້າຫລາຍໆຄົນ ຍັງມັກເຮັດ ເອົາເອງຫລາຍກ່ວາ.
ນາງ Kha Yay ພະນັກງານຂາຍເຄື່ອງສຳອາງ ທີ່ຮ້ານ Mon Cosmetics ໃຫ້ຂໍ້ສັງເກດວ່າ
ດຽວນີ້ ພວກໄວລຸ້ນສ່ວນໃຫຍ່ແມ່ນພາກັນໃສ່ເຄື່ອງສຳອາງ ບາງເທື່ອກໍໃຊ້ກັບແປ້ງທານາກາ.
ນາງ Kha Yay ເວົ້າວ່າ “ຂ້ອຍກໍຄວນໃສ່ເຄື່ອງສຳອາງຄືກັນ ມາເຮັດວຽກນີ້ ແລະ
ຂ້ອຍກໍຈະເບິ່ງງາມ ເປັນທີ່ດຶງດູດສາຍຕາຫລາຍຂຶ້ນ. ແຕ່ວ່າມື້ນີ້ ຂ້ອຍມາເຮັດວຽກ
ເຊົ້າຫລາຍ ກໍເລີຍບໍ່ມີເວລາແຕ່ງໜ້າທາເຄື່ອງສຳອາງ.”
ຢູ່ຊັ້ນລຸ່ມຮ້ານຂາຍເຄື່ອງສຳອາງຂອງນາງ Kha Yay ລົງໄປ ທ້າວ Aung Zin ເປັນຜູ້ຈັດການ
ຮ້ານຂາຍສົ້ງຈີ້ນ ຫລືສົ້ງຄາວບອຍຍີ່ຫໍ້ດັງ ແຕ່ປອມມາຈາກປະເທດຈີນ.
ທ້າວ Aung Zin ເວົ້າວ່າ “ພວກເຮົາຍັງນຸ່ງຜ້າສະໂຫລ່ງ longyi ຢູ່ ໃນໂອກາດ
ສຳຄັນໆ ເຊັ່ນໄປວັດໄປວາເປັນຕົ້ນ ເພາະສະນັ້ນ longyi ແມ່ນຈະບໍ່ສູນຫາຍ
ໄປຈັກເທື່ອ.”
ຢູ່ຊັ້ນລຸ່ມຮ້ານຂາຍສົ້ງຈີ້ນລົງໄປອີກ ທ້າວ Maung Maung ຢູ່ຮ້ານຂາຍຜ້າສະໂຫລ່ງ longyi Mya Nilar Longyi Shop ເຫັນພ້ອມນຳ ແລະໃຫ້ຂໍ້ສັງເກດວ່າ ລາວຮູ້ສຶກສະບາຍແລະເປັນອິດສະລະຫລາຍກ່ວາ ເວລານຸ່ງຜ້າສະໂຫລ່ງ ຢູ່ໃນອາກາດແບບນີ້.
ທ້າວ Maung Maung ກ່າວວ່າ “ສົ້ງຈີ້ນແມ່ນໄດ້ຮັບຄວາມນິຍົມຫລາຍຂຶ້ນ ຢູ່ໃນ
ມຽນມາ ໃນໂລຍະ 10 ປີຜ່ານມານີ້. ແລະຂ້ອຍກໍເຄີຍວິຕົກວ່າ ຜ້າ longyi ຈະສູນ
ຫາຍໄປ. ແຕ່ວ່າ ມາຮອດປັດຈຸບັນນີ້ ມັນກໍຍັງມີຢູ່ ບໍ່ໄດ້ສູນຫາຍໄປໃສ ແລະກໍຈະ
ຍັງເປັນຊຸດເຄື່ອງນຸ່ງປະເພ ນີດັ້ງເດີມຂອງພວກເຮົາ ຕະຫລອດໄປ.”
ນັກອອກແບບແຟຊັ່ນ May Myat Warso ເຈົ້າຂອງຮ້ານ Happy Heart Fashion House ກໍກ່າວວ່າ ນາງຮູ້ສຶກວ່າ ຜູ້ຊາຍທີ່ນຸ່ງຜ້າສະໂຫລ່ງ longyi ໜ້າສົນໃຈດີ.
May Myat Warso ເວົ້າວ່າ “ຂ້ອຍມັກຜູ້ຊາຍທີ່ນຸ່ງ ລອງຢີ່ ກັບເສື້ອເຊີ້ຕຫລາຍກ່ວາ.
ເຂົາເຈົ້າດຶງດູດສາຍຕາຂ້ອຍທັນທີໂລດ. ແຕ່ວ່າຊຸດ ລອງຢີ່ ກໍບໍ່ເໝາະສົມກັບທຸກ
ໂອກາດ ສະເໝີໄປ.”
ຫລາຍໆຄົນໃນມຽນມາເຊື່ອວ່າ ພວກຄົນລຸ້ນໃໝ່ໃນປະເທດນີ້ ຈະນຳໃຊ້ສະລັບປ່ຽນກັນ ໃນລະຫວ່າງສິ່ງທີ່ສຸດຂອງທັງສອງໂລກ ໂດຍໃຫ້ຂໍ້ສັງເກດວ່າ ປະເພນີດັ້ງເດີມຂອງມຽນ
ມາ ແມ່ນໄດ້ຜ່ານຜ່າ ການຮຸກຮານ ລັດທິຫົວເມືອງຂຶ້ນ ແລະແຟຊັ່ນທີ່ປ່ຽນໄປປ່ຽນມາ
ເປັນເວລາຫລາຍສັດຕະຫວັດ ມາແລ້ວ.