ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ມີນາ ໒໐໒໓

ທ່ານນາງ ອອງຊານ ຊູຈີ ປະນາມ ການລະເມີດ ສິດທິມະນຸດ ໃນລັດຣາໄຄນ໌


ທີ່ປຶກສາລັດຖະບານມຽນມາ ທ່ານນາງ Aung San Suu Kyi ກ່າວຄຳປາໄສທາງໂທລະພາບ ຕໍ່ປະເທດຊາດ ທີ່ສູນກາງປະຊຸມ ສາກົນ ຢູ່ນະຄອນຫລວງ Naypyitaw ປະເທດມຽນມາ.

ຜູ້ນຳ ​ທີ່​ແທ້​ຈິງຂອງມຽນມາ ທ່ານ​ນາງ Aung San Suu Kyi ປະນາມ​ການ ລະ​ເມີດ
ສິດທິ​ມະນຸດ ທີ່​ເກີດ​ຂຶ້ນ​ຢູ່ທີ່​ລັດ Rakhine​ ທາງພາກ​ຕາ​ເວັນ​ຕົກ​ຂອງ ມຽນມາ ບ່ອນ​ທີ່
​ກຳລັງ​ເກີດ​ຄວາມ​ຮຸນ​ແຮງ ທີ່ເຮັດ​ໃຫ້ຊາວ​ມຸສລິ​ມ Rohginya ​ ຫລາຍ​ກວ່າ 400,000
ຄົນ​ໄດ້​ຖືກ​ບັງຄັບ ​ໃຫ້​ຫລົບໜີ​ເຂົ້າ​ໄປ​ຢູ່​ Bangladeshທີ່​ເປັນ​ເພື່ອນ​ບ້ານ ຫວ່າງ​ບໍ່​ເທົ່າ
​ໃດ​ອາທິດ​ທີ່​ຜ່ານ​ມາ​ນີ້.

​ແຕ່​ຢູ່​ໃນ​ຄວາມຄາດໝາຍ​ອັນ​ສູງ ຢູ່​ຄrຳ​ປາ​ໄສແຫ່ງ​ຊາດ ​ຈາກນະຄອນຫລວງ Naypy-
itaw ​ໃນ​ວັນ​ອັງຄານ​ມື້​ນີ້ ຜູ້​ໄດ້​ຮັບ​ລາງວັນ​ໂນ​ແບນ​ສັນຕິ​ບາບ ​ໄດ້​ປະຕິ​ເສດບໍ່​ຍອມ​ຖິ້ມ
​ໂທດ​ໃສ່ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ມຽນມາ ​ທີ່​ໄດ້​ຖືກ​ກ່າວ​ຫາວ່າ ​ພົວພັນໃນ
"ການ​ກວດ​ລ້າງ​” ຊາວ Rohingya.

ທ່ານ​ນາງ Aung Saan Suu Kyi ​ໄດ້​ຕົກ​ຢູ່ພາຍ​ໃຕ້​ການຕິ​ຕຽນ​ຈາກ​ສາກົນ ທີ່ບໍ່​ໄດ້ກ່າວ
ປະ​ນາມ ​ອອກ​ມາຢ່າງ​ແຮງ​ກ່ຽວກັບ​ສະພາບ​ການ. ທ່ານ​ນາງ​ໄດ້ຍົກເລີ​ກ​ການໄປປາກົດ​
ໂຕ​ຢຸູ່ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ອາທິດ​ນີ້ ທີ່​ເປັນ​ພາກສ່ວນ​ນຶ່ງ​ໃນ​
ການຖະ​ແຫລ​ງ​ເຖິງ​ວິ​ກິດ​ການ​ທີ່​ດຳ​ເນີນ​ຢູ່່ໃນ​ປະ​ເທດ.

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ການ​ທູດ​ຕ່າງ​ປະ​ເທດ​ກຸ່ມ​ນຶ່ງ ທີ່​ເຂົ້າ​ຮ່ວມ​ວ່າ ປະ​ເທດ​ຂອງ​
ທ່ານ​ນາງ​ບໍ່​ຢ້ານກົວ​ຕໍ່ການກວດ​ສອບ​ຖາມຂອງ​ສາກົນ ​ແລະ​ໄດ້​ສະ​ເໜີໃຫ້ການ​ຄໍ້າປະກັນ
​ຂອງ​ທ່ານ​ນາງ​ວ່າ ການ​ລະ​ເມີດ​ສິດທິ​ມະນຸດ​ໃດໆ ຫລື “ການ​ກະທຳ​ທີ່​ເຮັດ​ໃຫ້​ບໍ່​ມີ​ຄວາມ​
ທຸ່ນ​ທ່ຽງ​ແລະ​ຢູ່​ຮ່ວມກັນ” ຈະຖືກພົວພັນ​ກັບ “ອີງ​ຕາມ​ກົດ​ລະບຽບ​ຍຸຕິ​ທຳ​ທີ່​ເຄັ່ງ​ຄັດ.”

ພວກຜູ້ຊາຍໂຣຮິງຢາມຸສລິມ ທີ່ຂ້າມຈາກມຽນມາ ໄປຫາບັງກລາແດັສ ພາກັນລໍຖ້າເອົາອາຫານ ຢູ່ໃນສູນອົບພະຍົບ Balukhali ທີ່ປະເທດ Bangladesh.
ພວກຜູ້ຊາຍໂຣຮິງຢາມຸສລິມ ທີ່ຂ້າມຈາກມຽນມາ ໄປຫາບັງກລາແດັສ ພາກັນລໍຖ້າເອົາອາຫານ ຢູ່ໃນສູນອົບພະຍົບ Balukhali ທີ່ປະເທດ Bangladesh.

ແຕ່​ທ່ານ​ນາງ​ໄດ້​ເນັ້ນ​ໜັກ​ວ່າ “ການ​ກ່າວ​ຫາ​ທັງໝົດ ຕ້ອງອີງ​ຕາມ​ຫລັກ​ຖານທີ່ແນ່ນອນ​
ກ່ອນ​ພວກ​ເຮົາ​ຈະ​ເອົາ​ບາດກ້າວ​ໄດ້."

ທ່ານ​ນາງ​ກ່າວ​ວ່າ “ບໍ່​ແມ່ນ​ຄວາ​ມຕັ້ງ​ໃຈ​ຂອງ​ລັດຖະບານ​ມຽນທາ ທີ່​ຮັບ​ເອົາ​ການ​ຕິຕຽນ​
ບາງ​ສ່ວນ ຫລືປະຕິ​ເສດ​ຕໍ່ຄວາມ​ຮັບຜິດຊອບ.”

ທີ່ປືກສາລັດຖະບານ ທ່ານນາງ Aung San Suu Kyi, ກາງ, ມາເຖິງສູນກາງປະຊຸມສາກົນ ທີນະຄອນຫລວງ Naypyitaw ປະເທດ Myanmar ທີ19, ກັນຍາ 2017.
ທີ່ປືກສາລັດຖະບານ ທ່ານນາງ Aung San Suu Kyi, ກາງ, ມາເຖິງສູນກາງປະຊຸມສາກົນ ທີນະຄອນຫລວງ Naypyitaw ປະເທດ Myanmar ທີ19, ກັນຍາ 2017.

​ນັກ​ວິ​ເຄາະ​ອິດສະຫຼະ ທ່ານ Richard Horsey ກ່າວ​ຕໍ່ວີ​ໂອ​ເອ ວ່າ ທ່ານ​ນາງ Aung
Saan Suu Kyi ​ຕ້ອງໄດ້​ໃຫ້​ກໍ້າ​ເກິ່ງຕໍ່ຄວາມ​ເປັນ​ຫ່ວງ​ຂອງ​ສາກົນ ກ່ຽວ​ກັບ​ການຫຼົບ
ໜີ​ຂອງ​ຊາວ Rohingya ພ້ອມ​ທັງ​ຄວາມ​ຮູ້ສຶກ​ຊາດນິຍົມ​ ໃນ​ໝູ່​ພວກ​ຊາວພຸດ​ທີ່​ເປັນ​
ຊົນ​ກຸ່ມ​ໃຫຍ່ຂອງ​ປະ​ເທດ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Aung San Suu Kui
please wait
Embed

No media source currently available

0:00 0:02:16 0:00

XS
SM
MD
LG