ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີລາຍງານວ່າ ນັກຂ່າວຂອງ ມຽນມາ ໄດ້ເສຍຊີວິດ ຂະນະທີ່ຖືກຄວບຄຸມໂຕ ໂດຍທະຫານ


ຖະໜົນເປົ່າຫວ່າງ ໃນວັນທີ 10 ທັນວາ 2021, ຢູ່ໃນເມືອງມັນດາເລ, ທາງພາກກາງຂອງມຽນມາ. ທ່ານໂຊ ນຽງ ເປັນນັກຖ່າຍຮູບອິດສະຫລະໃນທ້ອງຖິ່ນຂອງມຽນມາ, ໄດ້ເສຍຊີວິດ ຂະນະທີ່ຖືກຄວບຄຸມໂຕໂດຍທະຫານ.
ຖະໜົນເປົ່າຫວ່າງ ໃນວັນທີ 10 ທັນວາ 2021, ຢູ່ໃນເມືອງມັນດາເລ, ທາງພາກກາງຂອງມຽນມາ. ທ່ານໂຊ ນຽງ ເປັນນັກຖ່າຍຮູບອິດສະຫລະໃນທ້ອງຖິ່ນຂອງມຽນມາ, ໄດ້ເສຍຊີວິດ ຂະນະທີ່ຖືກຄວບຄຸມໂຕໂດຍທະຫານ.

ອົງການຂ່າວເອພີ ໄດ້ລາຍງານວ່າ ນັກຂ່າວຖ່າຍຮູບອິດສະຫລະ ໃນທ້ອງຖິ່ນຂອງມຽນມາ ໄດ້ເສຍຊີວິດຂະນະທີ່ຖືກຄຸມໂຕໂດຍທະຫານ ຫຼັງຈາກທີ່ໄດ້ຖືກຈັບກຸມເມື່ອອາທິດແລ້ວນີ້ ໃນຂະນະທີ່ລາວໄດ້ທຳການຖ່າຍຮູບການປະທ້ວງຢູ່ນັ້ນ ອີງຕາມການກ່າວຂອງບັນດາເພື່ອນຮ່ວມງານ ແລະເພື່ອນຄົນນຶ່ງຂອງຄອບຄົວລາວ ໃນວັນອັງກຄານວານນີ້.

ທ່ານ ໂຊ ນຽງ (Soe Naing) ເປັນນັກຂ່າວຜູ້ທຳອິດ ທີ່ຮູ້ຈັກກັນວ່າ ໄດ້ເສຍຊີວິດໃນລະຫວ່າງການຖືກຄຸມໂຕ ນັບຕັ້ງແຕ່ທະຫານກອງທັບໄດ້ຢຶດດອຳນາດໃນເດືອນກຸມພາ ໂດຍການໂຄ່ນລົ້ມລັດ ຖະບານຂອງທ່ານນາງ ອອງ ຊານ ຊູຈີ ທີ່ໄດ້ຖືກເລືອກຕັ້ງມານັ້ນ. ພວກນັກຂ່າວຫຼາຍກວ່າ 100 ຄົນໄດ້ຖືກຄວບຄຸມໂຕ ນັບຕັ້ງແຕ່ນັ້ນມາ, ເຖິງຢ່າງນັ້ນກໍຕາມປະມານເຄິ່ງນຶ່ງໄດ້ຖືກປ່ອຍໂຕ.

ທ່ານໂຊ ນຽງ ຜູ້ທີ່ເປັນນັກອອກແບບດ້ານຮູບພາບ ພ້ອມທັງເປັນນັກຂ່າວອິດສະຫຼະນຳດ້ວຍ ໄດ້ຖືກຈັບກຸມໃນວັນສຸກຜ່ານມາ ເມື່ອລາວແລະເພື່ອນຮ່ວມງານຄົນນຶ່ງ ໄດ້ພາກັນໄປນະຄອນຢ່າງກຸ້ງ ເພື່ອຖ່າຍຮູບໃນລະຫວ່າງການ “ນັດຢຸດງານແບບມິດງຽບ” ທີ່ໄດ້ຖືກຮຽກຮ້ອງໂດຍພວກຝ່າຍຕໍ່ຕ້ານການປົກຄອງຂອງທະຫານ. ມັນເປັນການປະທ້ວງທີ່ໃຫຍ່ສຸດທົ່ວປະເທດ ໃນຫຼາຍເດືອນຜ່ານມາ ແລະຖະໜົນຫົນທາງຫຼາຍສາຍ ແມ່ນເປົ່າຫວ່າງທົ່ວທຸກແຫ່ງ ໃນຂະນະທີ່ປະຊາຊົນໄດ້ຕອບສະໜອງຕໍ່ຄຳຮຽກຮ້ອງໃຫ້ຢູ່ບ້ານແລະໃຫ້ປິດທຸລະກິດທັງຫຼາຍໄວ້ເປັນເວລາຫົກຊົ່ວໂມງ.

ທ່ານໂຊ ນຽງ ບໍ່ແມ່ນຜູ້ຖືກກັກຂັງຄົນທຳອິດທີ່ເສຍຊີວິດ ຂະນະທີ່ຢູ່ໃນການຄວບຄຸມໂຕຂອງລັດຖະບານ. ບໍ່ມີຈຳນວນທັງໝົດທີ່ຈະແຈ້ງ ແຕ່ໄດ້ມີລາຍງານວ່າ ຄົນອື່ນໆທີ່ໄດ້ເສຍຊີວິດຂະນະຖືກຄວບຄຸມໂຕນັ້ນ ກໍມີພວກນັກເຄື່ອນໄຫວດ້ານການເມືອງ ແລະບັນດາສະມາຊິກພັກສັນນິບາດເພື່ອປະຊາທິປະໄຕແຫ່ງຊາດຂອງທ່ານນາງ ຊູ ຈີ ນຳດ້ວຍ. ໃນຫຼາຍໆກໍລະນີ ບ່ອນທີ່ສົບທັງຫຼາຍໄດ້ຖືກພົບເຫັນສົບເຫຼົ່ານັ້ນ ຮ່ອງຮອຍໄດ້ຊີ້ໃຫ້ເຫັນວ່າພວກຄົນເຫຼົ່ານີ້ຖືກທໍລະມານ ອີງຕາມພວກນັກເຄື່ອນໄຫວເພື່ອສິດທິມະນຸດ.

ບັນດານັກຂ່າວໂດຍສ່ວນຫຼາຍ ໄດ້ຕົກເປັນເປົ້າໝາຍຂອງການຈັບກຸມ ໃນຂະນະລັດຖະບານທີ່ແຕ່ງຕັ້ງໂດຍທະຫານ ໄດ້ຫາທາງສະກັດກັ້ນການເຜີຍແຜ່ຂໍ້ມູນຂ່າວສານຢ່າງເສລີ. ນອກຈາກການກັກຂັງພວກຄົນງານຂອງສື່ມວນຊົນແລ້ວ ຫຼາຍໆແຫລ່ງຂ່າວ ໄດ້ຖືກກົດດັນໃຫ້ປິດ ຫຼືບໍ່ດັ່ງນັ້ນໄດ້ປະຕິບັດງານຢູ່ໃຕ້ດິນ ໂດຍພວກພະນັກງານທັງຫຼາຍຕົກຢູ່ໃນຄວາມສ່ຽງທີ່ຈະຖືກຈັບກຸມຕະຫຼອດເວລາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG