ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນອົບພະຍົບ ຜູ້ປະສົບໄພພາຍໃນປະເທດ ຊາວມຽນມາ ຕຽມຮັບມືກັບ ການລະບາດຂອງໄວຣັສໂຄໂຣນາ


Myanmar IDP Camps Brace for Coronavirus Outbreak
please wait

No media source currently available

0:00 0:01:54 0:00

ເຊີນຊົມວີດີໂອ ພາກພາສາອັງກິດ

ໃນປະເທດມຽນມາ ກະປະມານໄດ້ວ່າ ມີ 350,000 ຄົນ ທີ່ໄດ້ຖືກຍົກ ຍ້າຍ ອອກຈາກຖິ່ນຖານພູມລຳເນົາ ຍ້ອນປະສົບໄພພາຍໃນປະເທດ ທີ່ພາກັນອາໄສຢູ່ໃນສະຖານທີ່ແອອັດ ແລະບາງຄັ້ງບາງຄາວໃນສະພາບທີ່ຂາດສຸຂະອະ ນາໄມທີ່ດີ ໂດຍປະເຊີນກັບໄພອັນຕະລາຍຢ່າງແຜ່ຫຼາຍຈາກການລະບາດຂອງ ໂຄວິດ-19. ທີມງານສະເພາະກິດ ທີ່ຈັດຕັ້ງຂຶ້ນໃນສູນອົບພະຍົບຫຼາຍແຫ່ງເພື່ອຊ່ອຍສະໜອງຂໍ້ມູນແລະອຸປະກອນບາງສ່ວນເພື່ອປ້ອງກັນໄພຫາຍະນະ ໃນຂະ ນະທີ່ປະເທດນີ້ ພວມໄດ້ຮັບຜົນກະທົບ ຈາກໂຣກລະບາດນີ້ຢູ່. ສະຕີບວ໌໌ ແຊນ-ຟອດ ລາຍງານມາຈາກປະເທດໄທ ຊຶ່ງ ໄຊຈະເລີນສຸກ ຈະນຳລາຍລະອຽດມາ ສະເໜີທ່ານໃນອັນດັບຕໍ່ໄປ.

ຢູ່ໃນສູນອົບພະຍົບຫຼາຍແຫ່ງຂອງມຽນມາສຳລັບພວກປະສົບໄພພາຍ ໃນປະເທດຫຼືທີ່ເອີ້ນຫຍໍ້ວ່າ IDP ນັ້ນ ການເຂົ້າຫາອາຫານການກິນ ການຊ່ອຍ ເຫຼືອ ແລະຂໍ້ມູນຂ່າວສານ ໄດ້ກາຍເປັນເລື້ອງທີ່ຍາກລຳບາກຫຼາຍຂຶ້ນນັບມື້ ໃນຂະນະທີ່ການເດີນທາງ ກໍໄດ້ຖືກຈຳກັດເພີ້ມຂຶ້ນນຳ.

ຢູ່ທີ່ລັດກະຈິນນີ້ ພວກທີ່ອາໄສໃນສູນອົບພະຍົບ ມາຍາວນານ ຜູ້ທີ່ໄດ້ຫາຢູ່ລ້ຽງຊີບຈາກການອອກແຮງງານທົ່ວໄປ ກ່າວວ່າ ພວກເຂົາເຈົ້າມີຄວາມເປັນຫ່ວງຫຼາຍສິ່ງຫຼາຍຢ່າງຢູ່ແລ້ວ ນອກເໜືອຈາກໄວຣັສນັ້ນເອງ.

ນາງນໍ ຈາ ປີ ຊາວກຈິນຜູ້ປະສົບໄພພາຍໃນປະເທດ ກ່າວເປັນພາສາມຽນມາວ່າ “ພວກເຮົາບໍ່ຢ້ານທີ່ຈະຕິດໂຄວິດ-19 ດອກ ເພາະວ່າ ສິ່ງທີ່ສຳຄັນ ແລະອັນຕະລາຍທີ່ສຸດ ສຳລັບພວກເຮົາ ແມ່ນການມີເງິນເພື່ອຕ້ອງການຊື້ສະບຽງອາຫານສຳລັບຄອບຄົວຂອງພວກເຮົາ. ຖ້າພວກເຮົາຖືກຕັດຂາດຈາກອາຫານ ພວກເຮົາທັງໝົດ ກໍຈະຕາຍ.”

ສະບຽງອາຫານແມ່ນຂາດແຄນ ແລະຂໍ້ມູນຂ່າວສານ ກ່ຽວກັບໄວຣັສໂຄໂຣນາ ກໍເຊັ່ນກັນ.

ເພື່ອຊ່ອຍໃຫ້ພວກທີ່ອາໄສໃນສູນອົບພະຍົບ ເຂົ້າໃຈດີຂຶ້ນກວ່າເກົ່າ ເຖິງການຕິດແປດກັນໄດ້ງາຍ ຂອງໄວຣັສດັ່ງກ່າວນັ້ນ ສື່ມວນຊົນກຸ່ມນຶ່ງ ໄດ້ຜະລິດວີດີໂອອອກມາ ໂດຍມີຂໍ້ຄວາມພິເສດ.

ທ່ານບຣັງ ໃໝ່ ນັກຂ່າວຈາກວາລະສານຂ່າວ Myitkyina ກ່າວເປັນພາສາອັງກິດວ່າ “ຜົນປະໂຫຍດອັນທຳອິດ ພວກເຮົາສາມາດກວດກັບພວກປະສົບໄພພາຍໃນປະເທດ. ພວກເຂົາເຈົ້າມີຂໍ້ມູນພຽງພໍກ່ຽວກັບພະຍາດໂຄວິດ-19 ຫຼືບໍ່? ແລະອັນທີສອງ ສິ່ງຕ່າງໆທີ່ພວກເຂົາຈະຮູ້ຈັກຫຼາຍຂຶ້ນ. ແມ່ນກະທັງວ່າ ພວກເດັກນ້ອຍທີ່ປະສົບໄພພາຍໃນປະເທດ ກໍສາມາດເຂົ້າໃຈ ກ່ຽວກັບພະຍາດໂຄວິດ-19, ເປັນຫຍັງພວກເຮົາຈຶ່ງບໍ່ເຂົ້າໃຈ?”

ສູນຂອງພວກ IDP ຫຼາຍແຫ່ງ ໄດ້ຖືກຈັດຕັ້ງຂຶ້ນ ໃນເວລາທີ່ພວກພົນລະເຮືອນພາກັນຫລົບໜີການສູ້ລົບກັນ ລະຫວ່າງ ກຳລັງຂອງລັດຖະບານ ແລະພວກກຸ່ມຊົນເຜົ່າຕິດອາວຸດ ຊຶ່ງເປັນບັນຫາຂັດແຍ້ງ ທີ່ຍັງມີຢູ່ຕໍ່ເນື່ອງ ໃນລັດອາຣາຄານ ແລະລັດກະຫລ່ຽງ.

ໃນສູນອົບພະຍົບທີ່ໃຫຍ່ທີ່ສຸດຂອງເມືອງອີຕູຫຕາ ທີ່ມີພວກປະສົບໄພພາຍໃນປະເທດຈາກລັດກະຫລ່ຽງອາໄສຢູ່ນັ້ນ ສະບຽງເຂົ້າສານທີ່ສຳຄັນຍິ່ງ ຈາກປະເທດໄທ ໄດ້ຖືກລະງັບໄວ້ ນັບຕັ້ງແຕ່ເຂດຊາຍແດນໄດ້ປິດລົງໃນເດືອນມີນາ ໂດຍເຮັດໃຫ້ສູນອົບພະຍົບນີ້ ຕົກຢູ່ໃນອັນຕະລາຍ ເມື່ອອາຫານການກິນໝົດໄປ.

ທ່ານຟີລ ຣໍເບີດສັນ ຮອງຜູ້ອຳນວຍການ ກຸ່ມປົກປ້ອງສິດທິມະນຸດ Human Rights Watch ພະແນກເອເຊຍ ກ່າວວ່າ “ຂ້າພະເຈົ້າຄຶດວ່າ ທີມງານຂອງອົງການສະຫະປະຊາຊາດໃນມຽນມາ ຕ້ອງກົດດັນຢ່າງໜັກຕໍ່ລັດຖະບານມຽນມາ ແລະບອກວ່າ ‘ເບິ່ງນິ ນີ້ແມ່ນຊີວິດແລະຄວາມຕາຍ ມັນເຖິງເວລາແລ້ວ ທີ່ຈະຍຸຕິຂໍ້ຈຳກັດຕ່າງໆເຫຼົ່ານີ້ ແລະໃຫ້ພວກຄົນຢູ່ໃນແຫ່ງນັ້ນ ໄດ້ຮັບການຊ່ອຍເຫຼືອທີ່ຕ້ອງການ ເພື່ອໃຫ້ເຂົ້າໄປຮອດພວກຄົນເຫຼົ່ານັ້ນ.”

ໃນຂະນະທີ່ມຽນມາກຕຽມຮັບມືກັບການລະບາດທີ່ອາດເປັນໄປໄດ້ ຂອງໄວຣັສທີ່ເປັນອັນຕະລາຍ ຊຶ່ງບັນດາກຸ່ມສັງຄົມພົນລະເຮືອນ ອອກມາຮຽກຮ້ອງໃຫ້ຊ່ອຍເຫຼືອພວກຊົນເຜົ່າເຫຼົ່ານັ້ນ ຢູ່ໃນພື້ນທີ່ຕ່າງໆຫຼາຍຂຶ້ນ ໃນເມື່ອພວກເຂົາເຈົ້າຢູ່ໃນກຸ່ມທີ່ມີຄວາມສ່ຽງຫຼາຍທີ່ສຸດ ຈາກໂຄວິດ-19.

In Myanmar, an estimated 350,000 internally displaced persons living in crowded and sometimes unsanitary conditions face the danger of a widespread outbreak of COVID - 19. Special teams are forming in some of the camps to help provide information and some equipment to prevent a disaster as the country comes to grips with the pandemic. Steve Sandford reports from Thailand.

In Myanmar’s IDP camps, access to food, aid and information has become increasingly difficult as travel restrictions increase.

Here in Kachin State, long-time camp residents who earn a living from casual labor, say they have a lot more to worry about than the virus itself.

(Naw Ja Pee, Kachin IDP (Female in Burmese)

”We aren’t afraid to get the virus Covid 19 because the most important and dangerous thing for us is having the money needed for our family’s food supply. If we are shut out of food we will all die.”

Food is in short supply and so is information about the coronavirus.

To help camp residents better understand the highly contagious virus, a media group has produced a video with a special message.

(Brang Mai, Myitkyina News Journal(Male in English )

“The first benefit is we can check the IDP people. Do they have enough information on COVID-19 or not? And the second thing is people will be more aware. If even the IDP children can understand about the COVID-19, why don’t we?”

The IDP camps were formed when civilians fled fighting between government forces and ethnic armed groups – a conflict that continues in Arakan and Karen states.

In the biggest Karen IDP camp of Ei Tu Hta, vital rice supplies from Thailand have halted since the border closure in March, putting the camp in danger of running out of food.

(PHIL ROBERTSON, Deputy Director Asia Division, Human Rights Watch)

“I think that the UN team in Myanmar must get really forceful with the government of Myanmar and say ‘look this is life and death it’s time to end these restrictions and let the people get the assistance in there that needs to be reaching these people.’”

As Myanmar braces for a possible outbreak of the deadly virus, civil society groups are calling for more aid for those in the ethnic areas since they are among the most vulnerable to COVID - 19.

XS
SM
MD
LG