ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມຽນມາ ເປັນເຈົ້າພາບຈັດກອງປະຊຸມ ໃນຂົງເຂດ ຄັ້ງທຳອິດ ນັບຕັ້ງແຕ່ ທະຫານໄດ້ເຂົ້າກຳອຳນາດ


ໃນພາບນີ້ ສະໜອງໂດຍກະຊວງຖະແຫລງຂ່າວຂອງມຽນມາ, ສະແດງໃຫ້ເຫັນລັດຖະມົນຕີການຕ່າງປະເທດຂອງຈີນ ຫວັງ ຢີ, ກາງ, ກຳລັງຖືກຕ້ອນຮັບໂດຍຄະນະຜູ້ຕາງໜ້າ ກະຊວງການຕ່າງປະເທດຂອງມຽນມາ ແລະບັນດາເຈົ້າໜ້າທີ່ຈາກສະຖານທູດ ຈີນ ເມື່ອເດີນທາງມາເຖິງ ສະໜາມບິນ Nyaung Oo ໃນເມືອງ Bagan, ຂອງມຽນມາ, ວັນທີ 2 ກໍລະກົດ 2022.
ໃນພາບນີ້ ສະໜອງໂດຍກະຊວງຖະແຫລງຂ່າວຂອງມຽນມາ, ສະແດງໃຫ້ເຫັນລັດຖະມົນຕີການຕ່າງປະເທດຂອງຈີນ ຫວັງ ຢີ, ກາງ, ກຳລັງຖືກຕ້ອນຮັບໂດຍຄະນະຜູ້ຕາງໜ້າ ກະຊວງການຕ່າງປະເທດຂອງມຽນມາ ແລະບັນດາເຈົ້າໜ້າທີ່ຈາກສະຖານທູດ ຈີນ ເມື່ອເດີນທາງມາເຖິງ ສະໜາມບິນ Nyaung Oo ໃນເມືອງ Bagan, ຂອງມຽນມາ, ວັນທີ 2 ກໍລະກົດ 2022.

ລັດຖະບານທະຫານຂອງມຽນມາ ໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບສູງໃນຂົງເຂດ ຄັ້ງທຳອິດ ຮ່ວມກັບລັດຖະມົນຕີການຕ່າງປະເທດຂອງຈີນ ຫວັງ ຢີ ແລະບັນດາຄູ່ຮ່ວມຕຳແໜ່ງ ຈາກບັນດາປະເທດ ໃນເຂດລຸ່ມແມ່ນ້ຳຂອງ ນັບຕັ້ງແຕ່ກອງທັບໄດ້ເຂົ້າ​ຢຶດອຳນາດເມື່ອປີກາຍນີ້ ອີງຕາມລາຍງານຂອງອົງການຂ່າວເອພີ.

ນັກຂ່າວຂອງທາງການ ໄດ້ລາຍງານວ່າ ທ່ານຫວັງ ໄດ້ພົບປະກັບຄູ່ຕຳແໜ່ງຂອງທ່ານ ຈາກມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດນາມ ຢູ່ທີ່ກອງປະຊຸມຂອງກຸ່ມ​ການ​ຮ່ວມ​ມື​ ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ຫລື Lancang-Mekong Cooperation ທີ່ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ທີ່ເອີ້ນວ່າ “ຄວາມສາມັກຄີ ເພື່ອສັນຕິ ພາບ ແລະຄວາມຈະເລີນຮຸ່ງເຮືອງ.”

ຫຼາຍໆຄົນຢູ່ໃນມຽນມາ ສົງໄສວ່າ ຈີນສະໜັບສະໜຸນທະຫານ ໃນການເຂົ້າຢຶດອຳນາດເມື່ອປີກາຍນີ້. ລັດຖະບານເງົາຂອງມຽນມາ ໄດ້ກ່າວວ່າ ການເຕົ້າໂຮມກັນນີ້ ລະເມີດແຜນການສັນຕິພາບຂອງສະມາຄົມບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ. ພວກທີ່ປົກຄອງມຽນມາ ໃນປັດຈຸບັນ ໄດ້ກີດກັນຄວາມພະຍາຍາມຂອງອາຊຽນ ເພື່ອທີ່ຈະຈັດກອງປະຊຸມຮ່ວມ ກັບທ່ານນາງ ອອງຊານຊູຈີ ຜູ້ນຳພົນລະເຮືອນທີ່ໄດ້ຖືກໂຄ່ນລົ້ມ.

Myanmar's military government has hosted the first high-level regional meeting since the army took power last year with China's Foreign Minister Wang Yi and counterparts from Mekong Delta nations. State broadcaster reported that Wang met with his colleagues from Myanmar, Laos, Thailand, Cambodia and Vietnam at the Lancang-Mekong Cooperation group meeting held under the theme "Solidarity for Peace and Prosperity." Many in Myanmar suspect China of supporting last year's military takeover. Myanmar's shadow government said the gathering violates a peace plan by the Association of Southeast Asian Nations. Myanmar's rulers have stymied ASEAN efforts to organize a meeting with ousted civilian leader Aung San Suu Kyi.

XS
SM
MD
LG