ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມຽນມາ ລາດຕະເວນ ເຂັ້ມງວດຕື່ມຂຶ້ນ ໃກ້ກັບຊາຍແດນ ບັງກລາແດັສ


Myanmar Gets Aggressive on Patrols Near Bangladesh Border
please wait

No media source currently available

0:00 0:02:39 0:00

​ສະຖານະການ ກ່ຽວກັບອົບພະຍົບທາງເຮືອ ຢູ່ທີ່ພວມຊຸດໂຊມ
ລົງໃນມະຫາສະມຸດອິນເດຍ ໄດ້ກາຍເປັນຄວາມວິຕົກກັງວົນທີ່
ສຳຄັນໃນໄລຍະສອງສາມອາທິດຜ່ານມານີ້ໃນຂະນະທີ່ຫຼາຍໆ ພັນຄົນໄດ້ພາກັນຫລົບໜີທາງທະເລນຳເຮືອທີ່ບໍ່ປອດໄພເພື່ອ
ຊອກສະແຫວງຫາວຽກການເຮັດຫລືບ່ອນຫຼົບໄພ. ຈຳນວນນຶ່ງ ແມ່ນເປັນຊາວມຸສລິມໂຣຮິງຢາ ທີ່ພາກັນຫລົບໜີ ຈາກມຽນມາ
ຢູ່ເປັນປະຈຳ ນັບຕັ້ງແຕ່ຄວາມຮຸນແຮງທາງສາສະໜາ ໄດ້ເລີ້ມ
ຂຶ້ນໃນປີ 2012. Colin Lovett ນັກຂ່າວວີໂອເອ ໄດ້ຂີ່ເຮືອໄປ
ນຳໜ່ວຍລາດຕະເວນຊາຍແດນຂອງມຽນມາທີ່ລັດ Rakhine ທາງພາກຕາເວັນຕົກຂອງປະເທດທີ່ກ່າວວ່າ ພວກເຂົາເຈົ້າປະ
ຕິບັດງານຕໍ່ຕ້ານການຄ້າມະນຸດຢູ່ທີ່ນັ້ນ ດັ່ງໄພສານຈະນຳເອົາ
ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມັນເປັນມື້ທີ່ແດດກ້າ ແລະຮ້ອນຫຼາຍ ຢູ່ທີ່ແມ່ນ້ຳ Naf ຊຶ່ງເປັນສ່ວນນຶ່ງຂອງເຂດແດນທາງ ພາກຕາເວັນຕົກຂອງມຽນມາຕິດກັບບັງກລາແດັສ.

ຮົ້ວໜາມໝາກຈັບທີ່ເນັ່ງເກືອບທັງໝົດ 63 ຫຼັກກິໂລແມັດ ຕາມລວງຍາວຂອງແມ່ນ້ຳ Naf ແຕ່ມະຫາສະມຸດ ເລິກເຂົ້າໄປທາງໃນຂອງດິນແດນ.

ທ່ານ Myo Swe ຮອງຜູ້ບັນຊາການຕຳຫຼວດຊາຍແດນຂອງມຽນມາກ່າວວ່າ ນັບແຕ່ພວກ ທ່ານເລີ້ມທຳການລາດຕະເວນຢູ່ໃນແມ່ນ້ຳດັ່ງກ່າວ ແລະຢູ່ຕາມແຄມຝັ່ງ ເມື່ອ 2 ປີກ່ອນ ບໍ່ ໄດ້ມີການພົບເຫັນພວກຄ້າມະນຸດຢູ່ທີ່ນັ້ນເລີຍ.

ທ່ານ Myo Swe ເວົ້າວ່າ “ບໍ່ມີທາງທີ່ຈະຫຼົບໜີ ຫລືອອກໄປຈາກເຂດແດນ Muang-
daw ໄດ້. ພວກເຮົາໄດ້ຈັດຕັ້ງລະບົບ ເພື່ອກວດສອບວ່າ ມີຜູ້ໃດຫາຍສາບສູນ ຫລື ມີຄົນມາເພີ້ມຢູ່ໃນເຂດດັ່ງກ່າວບໍ. ໃນເມື່ອວ່າ ມັນມີຮົ້ວຢູ່ເລາະຕາມເຂດຊາຍແດນ ມັນຈຶ່ງເປັນໄປບໍ່ໄດ້ ທີ່ຈະໜີອອກໄປຢູ່ຈຸດນີ້. ເຮືອຫາປານ້ອຍທັງຫຼາຍໄດ້ຖືກກວດ ທັງເຂົ້າແລະອອກ ຢູ່ຕາມສາຂາຕ່າງໆຂອງແມ່ນ້ຳນຳດ້ວຍ.”

ໃນເຂດທີ່ມີການປ້ອງກັນຢ່າງແຂງແຮງນີ້ ພວກເຈົ້າໜ້າທີ່ໄດ້ສ້າງປ້ອມຍາມທີ່ມີຫໍຄອຍຄື ກັນກັບປ້ອມນີ້ 27 ແຫ່ງ ເພື່ອປ້ອງກັນບໍ່ໃຫ້ພວກລັບລອບ ຂົນມະນຸດ ທີ່ເປັນສິນຄ້າຂອງ ເຂົາເຈົ້າອອກສູ່ທະເລ.

ແຕ່ແຄມຝັ່ງທະເລຂອງມຽນມາ ແມ່ນຍາວຢຽດ ແລະພວກນັກເຄື່ອນໄຫວ ທີ່ຕິດຕາມເບິ່ງ ເຮືອກ່າວວ່າ ມີເຮືອຫຼາຍໆລຳໄດ້ແລ່ນອອກໄປຈາກເຂດທີ່ບໍ່ມີການລາດຕະເວນຢ່າງໜາ ແໜ້ນ ຢູ່ຕາມເຂດແຄມຝັ່ງທະເລທີ່ໄກອອກໄປທາງລຸ່ມພຸ້ນ.

ໃນຮອບເດືອນແລ້ວນີ້ ກອງທັບເຮືອຂອງມຽນມາໄດ້ຊ່ອຍເຫລືອພວກອົບພະຍົບທາງເຮືອ ຫລາຍກວ່າ 900 ຄົນຢູ່ສອງບ່ອນທີ່ແຕກຕ່າງກັນ.

ເຮືອລຳທຳອິດບັນທຸກຜູ້ຊາຍ 208 ຄົນ. ເຈົ້າໜ້າທີ່ກ່າວວ່າ 200 ຄົນແມ່ນມາຈາກບັງກລາ ແດັສ. ແຕ່ເຈົ້າໜ້າທີ່ບໍ່ໄດ້ອະນຸຍາດໃຫ້ວີໂອເອ ພົບກັບຊາວໂຣຮິງຢາ 8 ຄົນ ທີ່ໄປນຳເຮືອ ລຳດັ່ງກ່າວ.

ທີ່ສູນກາງຄຸມຂັງ ບ່ອນທີ່ພວກເຂົາເຈົ້າໄດ້ຖືກກັກໂຕໄວ້ ໃນຂະນະທີ່ພວມລໍຖ້າຖືກສົ່ງກັບ ຄືນປະເທດຢູ່ນັ້ນ ພວກຜູ້ຊາຍຊາວບັງກລາແດັສ ກ່າວຕໍ່ວີໂອເອເຖິງສະພາບການອັນຂົມ
ຂື່ນ ທີ່ພວກເຂົາເຈົ້າໄດ້ປະສົບ ຢູ່ໃນທະເລ.

ທ້າວ Mohammed ອົບພະຍົບຈາກບັງກລາແດັສ ເວົ້າວ່າ ມັນເປັນສະພາບການຝັນຮ້າຍ ໂຕຈິງຂອງຊີວິດ.

ທ້າວ Mohammed ກ່າວວ່າ “ປະສົບພະການຂອງຂ້ອຍ ຢູ່ເທິງເຮືອແກ່ອວນລຳນັ້ນ ແມ່ນຂີ້ຮ້າຍສຸດ ຊຶ່ງຂ້ອຍບໍ່ເຄີຍບໍ່ປະສົບພົບເຫັນມາກ່ອນແບບນີ້ ໃນຊົ່ວຊີວິດຂອງ ຂ້ອຍ. ພວກເຮົາໄດ້ກິນເຂົ້າສອງຄາບຕໍ່ມື້ຢູ່ເທິງເຮືອ ແລະພວກເຮົາ ລອດຊີວິດມາ ໄດ້.”

ລາວເວົ້າຕື່ມວ່າ ພວກເຂົາເຈົ້າໄດ້ຮັບນ້ຳດື່ມແຕ່ພຽງເລັກນ້ອຍແລະພວກເຂົາເຈົ້າກໍຖືກທຸບ ຕີຖ້າຫາກຂໍນ້ຳຕື່ມອີກ.

ຫລາຍໆຄົນທີ່ມາຈາກບັງກລາແດັສ ແລະມຽນມາ ໄດ້ພາກັນອອກສູ່ທະເລ ເພື່ອຊອກຫາ ທາງຫລົບໜີຈາກການກົດຂີ່. ສ່ວນບຸກຄົນອື່ນໆ ເຊັ່ນທ້າວ Ismail ເວົ້າວ່າ ລາວໄດ້ເດີນ ທາງໄປເມືອງທ່າ Cox’s Bazzar ໃນບັງກລາແດັສ ເພື່ອຊອກຫາວຽກການເຮັດ ຢູ່ທີ່ນັ້ນ ແຕ່ໃນທີ່ສຸດຕ້ອງໄດ້ເດີນທາງໄປໄກກວ່ານັ້ນອີກ.

ທ້າວ Ismail ກ່າວວ່າ “ເວລາຂ້ອຍໄປຮອດຫັ້ນ ນາຍໜ້າຄົນນຶ່ງ ໄດ້ມາຕິດຕໍ່ ຫລອກໃຫ້ ຂ້ອຍເຂົ້າໄປພົວພັນກັບເລື້ອງຫຍຸ້ງຍາກສັບສົນນີ້. ຂ້ອຍບໍ່ໄດ້ຕັ້ງໃຈທີ່ຈະເດີນທາງໄປມາ ເລເຊຍເລີຍ.”

ໃນຂະນະທີ່ເຂດເອເຊຍຕາເວັນອອກສຽງໃຕ້ພວມກ້າວເຂົ້າສູ່ລະດູຮ້ອນຢູ່ນີ້ການເດີນເຮືອ ຂອງພວກລັກລອບຄ້າມະນຸດກໍຈະຍຸຕິລົງ ແຕ່ເວລາໃດອາກາດ ແລະເງື່ອນໄຂຕ່າງໆທາງ ທະເລດີຂຶ້ນ ເມື່ອເດືອນຕຸລາມາຮອດ ມັນອາດຈະມີເຮືອ ໃນຈຳນວນເພີ້ມຂຶ້ນ ທີ່ແໜ້ນໄປ ດ້ວຍຊາວໂຣຮິງຢາແລະບັງກລາແດັສ ອອກສູ່ທະເລອີກກໍເປັນໄດ້.

XS
SM
MD
LG