ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ສູ້​ລົບ​ໃນ​ມຽນ​ມາ ພາ​ໃຫ້​ມີ​ທັງ​ຄວາມ​ຫວັງ ແລະ​ຄວາມ​ຢ້ານ​ກົວ ໃນ​ບັງ​ກ​ລາ​ແດັ​ສ


ຕຳ​ຫຼວດ​ຊາຍ​ແດນ​​ມຽນ​ມາ ໃນ​ຊຸດພົນ​ລະ​ເຮືອນ ພາ​ກັນ​ນັ່ງ​ຢູ່​ກ້ອງ​ຮົ່ມ​ໄມ້ ລຸນ​ຫຼັງ​ທີ່​ໄດ້​ປະ​ຖິ້ມ​ຄ້າຍ​ຂອງ​ພວກ​ເຂົາ​ເຈົ້າ ຫຼັງ​ຈາກ​ເກີດ​ການ​ສູ້​ລົບ ລະ​ຫວ່າງ​ທະ​ຫານ​ມຽນ​ມາ ແລະ​ພວກ​ນັກ​ລົບ​ອາ​ຣາ​ຄານ ​ຂະ​ນະ​ທີ່​ຕຳ​ຫຼວດ​ຊາຍ​ແດນ​ບັງ​ກ​ລາ​ແດັ​ສລາ​ດ​ຕະ​ເວນ ວັນ​ທີ 5 ກຸມ​ພາ 2024.
ຕຳ​ຫຼວດ​ຊາຍ​ແດນ​​ມຽນ​ມາ ໃນ​ຊຸດພົນ​ລະ​ເຮືອນ ພາ​ກັນ​ນັ່ງ​ຢູ່​ກ້ອງ​ຮົ່ມ​ໄມ້ ລຸນ​ຫຼັງ​ທີ່​ໄດ້​ປະ​ຖິ້ມ​ຄ້າຍ​ຂອງ​ພວກ​ເຂົາ​ເຈົ້າ ຫຼັງ​ຈາກ​ເກີດ​ການ​ສູ້​ລົບ ລະ​ຫວ່າງ​ທະ​ຫານ​ມຽນ​ມາ ແລະ​ພວກ​ນັກ​ລົບ​ອາ​ຣາ​ຄານ ​ຂະ​ນະ​ທີ່​ຕຳ​ຫຼວດ​ຊາຍ​ແດນ​ບັງ​ກ​ລາ​ແດັ​ສລາ​ດ​ຕະ​ເວນ ວັນ​ທີ 5 ກຸມ​ພາ 2024.

ມີ​ຄວາມ​ຢ້ານ​ກົວ​ເພີ້ມ​ຂຶ້ນ​ແມ່ນ​ເປັນ​ທີ່​ຈະ​ແຈ້ງ ​ຢູ່​ໃນ​ບັງ​ກ​ລາ​ແດັ​ສ ໃນ​ຂະ​ນະ​ທີ່​ສົງ​ຄາມ​ກາງ​ເມືອງ​ຢູ່​ໃນ​ມຽນ ຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານ ຫຍັບ​ໃກ້​ມາ​ສູ່​ຊາຍ​ແດນ​ຂອງ​ຕົນ​ຕື່ມ​ຂຶ້ນ ເວ​ລາ​ມີ​ລາຍ​ງານ​ຂ່າວກ່ຽວ​ກັບ​ຜູ້​ເສຍ​ຊີ​ວິດ 2 ຄົນ​ໃນວັນ​ອັງ​ຄານ​ຜ່ານ​ມາ ເວ​ລາ​ລູກ​ປືນ​ໃຫຍ່​ຈາກ​ມຽນ​ມາ​ທີ່​ພາດ​ເປົ້າ​ໝາຍ ໄດ້​ຕົກ​ໃສ່​ບ້ານ​ແຫ່ງ​ນຶ່ງ ໃນ​ເຂດ​ພູ​ດອຍ​ບັນ​ດາ​ບານ.

ຍ້ອນ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ບັງ​ກ​ລາ​ແດັ​ສໄດ້​ສັ່ງ​ໃຫ້​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ຕົນ​ ຢູ່​ຕາມ​ເຂດ​ຊາຍ​ແດນທີ່​ຍາວ 270 ໄມ​ລ໌ ​ຕິດ​ກັບລັດ​ຣາ​ໄຄ​ນ໌ທີ່​ວຸ້ນ​ວາຍຂອງ​ມຽນ​ມາ ຢູ່​ໃນ​ທ່າ​ກຽມ​ພ້ອມ​ລະ​ດັບ​ສູງ ໂດຍ​ແນ​ໃສ່​ແມ່​ນ້ຳ​ ນາ​ຟ ທີ່​ເປັນ​ເສັ້ນ​ຊາຍ​ແດນ​ຕາມ​ທຳ​ມະ​ຊາດນັ້ນ ເປັນ​ຫຼັກ.

ລັດ​ຣາ​ໄຄ​ນ໌​ຂອງ​ມຽນ​ມາ ຊຶ່ງ​ເປັນ​ທີ່​ຮູ້​ກັນ​ທາງ​ປະ​ຫວັດ​ສາດ​ວ່າ ອາ​ຣາ​ຄານນັ້ນ ເປັນ​ບ່ອນ​ທີ່​ມີ​ການ​ປາບ​ປາມ​ທາງ​ທະ​ຫານ​ຢ່າງ​ໂຫດ​ຫ້ຽມ​ໃນ​ປີ 2017 ທີ່​ໄດ້​ຂັບ​ໄລ່​ພວກ​ຊົນ​ກຸ່ມ​ນ້ອຍ​ຊາວ​ໂຣ​ຮິງ​ຢາ​ຫຼາຍກວ່າ 1 ລ້ານ​ຄົນ ເຂົ້າ​ໄປ​ໃນ​ບັງ​ກ​ລາ​ແດັ​ສ. ໃນ​ຂັ້ນ​ຕົ້ນ ກໍ​ໄດ້​ມີ​ການ​ອ້າ​ແຂນ​ຕ້ອນ​ຢ່າງ​ເປີດກວ້າງ ແຕ່​ຫຼັງ​ຈາກນັ້ນ​ບັງ​ກ​ລາ​ແດັ​ສ​ກໍ​ຮູ້​ສຶກບໍ່​ຄ່ອຍ​ດີ​ໃຈ​ປານ​ໃດ ຍ້ອນ​ການ​ມີ​ໜ້າ​ແບບ​ແກ່​ຍາວ.

“ບັງ​ກ​ລາ​ແດັ​ສ​ມີ​ຊາຍ​ແດນ​ຕິດ​ກັນ​ນ້ອຍ​ນຶ່ງ ແຕ່​ມີ​ບັນ​ຫາ​ໃຫຍ່​ກັບ​ມຽນ​ມາ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທູ​ຮີດ ຮອ​ສ​ເຊນ ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ບັງ​ກ​ລາ​ແດັ​ສ ກ່າວ​ເຖິງ​ບັນ​ຫາ​ທ້າ​ທາຍ​ໃນ​ການ​ສົ່ງ​ອົບ​ພະ​ຍົບ​ກັບ​ຄືນ​ປະ​ເທດ.

ເຖິງ​ແມ່ນ​ລັດ​ຖະ​ບານ​ທະ​ຫານ​ທີ່​ປົກ​ຄອງ​ປະ​ເທດ​ໄດ້​ຕົກ​ລົງ​ທີ່​ຈະ​ຮັບ​ເອົາ​ພວກອົບ​ພະ​ຍົບ​ໂຣ​ຮິງ​ຢາ​ກັບ​ຄືນ​ປະ​ເທດ​ກໍ​ຕາມ ແຕ່​ມຽນ​ມາ​ບໍ່​ໄດ້​ໃຫ້​ສັນ​ຊາດ​ແກ່​ພວກ​ເຂົາ ໃນ​ຂະ​ນະ​ທີ່​ຊາວ​ໂຣ​ຮິງ​ຢາ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ພາ​ກັນ​ປະ​ຕິ​ເສດ​ທີ່​ຈະ​ກັບ​ຄືນ​ໄປ ເອ​ດຳ​ລົງ​ຊີ​ວິດ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ພວກ​ທະ​ຫານ ທີ່​ພວກ​ເຂົາ​ເຈົ້າ​ບໍ່​ໄວ້​ໃຈ​ນັ້ນ.

ອ່ານ​ຂ່າວ​ນີ​້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG