ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຊິກ ສະພາ ມຽນມາ ຈະຫາລື ກ່ຽວກັບ ລາຍງານ ສິດທິມະນຸດ ຂອງ ສປຊ


ທ່ານນາງ ຢາງຮີ ລີ, ຜູ້ລາຍງານພິດເສດດ້ານສິດທິມະນຸດ ໃນ ມຽນມາ ຈາກອົງການສະຫະປະຊາຊາດ, ລົມນຳບັນດານັກຂ່າວ ໃນລະຫວ່າງ ການຖະແຫຼງຂ່າວ. ເມື່ອວັນທີ 21, ກໍລະກົດ, 2017 ທີ່ນະຄອນຢາງກຸ້ງ,​ ມຽນມາ.
ທ່ານນາງ ຢາງຮີ ລີ, ຜູ້ລາຍງານພິດເສດດ້ານສິດທິມະນຸດ ໃນ ມຽນມາ ຈາກອົງການສະຫະປະຊາຊາດ, ລົມນຳບັນດານັກຂ່າວ ໃນລະຫວ່າງ ການຖະແຫຼງຂ່າວ. ເມື່ອວັນທີ 21, ກໍລະກົດ, 2017 ທີ່ນະຄອນຢາງກຸ້ງ,​ ມຽນມາ.

ບັນດາສະມາຊິກສະພາໃນນະຄອນຫຼວງ ເນປີດໍ ຂອງ​ ມຽນມາ ໄດ້ຮັບຮອງເອົາຍັດຕິ
ສະບັບໜຶ່ງ ໂດຍພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NDL ເພື່ອເປີດການ
ປຶກສາຫາລື ກ່ຽວກັບ ລາຍງານຂອງອົງການສະຫະປະຊາຊາດທີ່ໄດ້ກ່າວວິຈານຢ່າງ
ຮຸນແຮງໃນການກະທຳຂອງມຽນມາ ຕໍ່ພວກຊົນກຸ່ມມນ້ອຍ ໂຣຮິງຢາ. ການເຄື່ອນໄຫວ
ດັ່ງກ່າວອາດນຳໄປສູ່ການປະຕິເສດ ທີ່ຈະຍອມຮັບເອກະສານ ຂອງອົງການສະຫະ
ປະຊາຊາດໂດຍ ລັດຖະບານ.

ຜູ້ຂຽນລາຍງານພິເສດດ້ານສິດທິມະນຸດໃນ ມຽນມາ ຂອງອົງການສະຫະປະຊາຊາດ,
ທ່ານນາງ Yanghee Lee ໄດ້ກ່າວໃນຖະແຫຼງການເບື້ອງຕົ້ນວ່າ ລາຍງານຂອງເພິ່ນ
ຈະສະແດງໃຫ້ເຫັນສະຖານະການດ້ານສິດທິມະນຸດທີ່ “ເກືອບວ່າບໍ່ໄດ້ຮັບການປັບປຸງ
ໃຫ້ດີຂຶ້ນເລີຍ”
ນັບຕັ້ງແຕ່ການປະເມີນຜົນໃນປີກາຍນີ້. ທ່ານນາງໄດ້ປະເມີນເບິ່ງການ
ກະທຳທີ່ໂຫດຮ້າຍຕໍ່ຊາວ ໂຣຮິງຢາ ຕາມທີ່ໄດ້ມີການກ່າວຫາ ໃນລະຫວ່າງການຢ້ຽມ
ຢາມ 12 ວັນ ທີ່ໄດ້ສິ້ນສຸດລົງເມື່ອວັນສຸກທີ 21 ກໍລະກົດທີ່ຜ່ານມາ.

ຖະແຫຼງການຂອງທ່ານນາງໄດ້ກ່າວຫາ ນະໂຍບາຍຕ່າງໆຂອງລັດຖະບານ ມຽນມາ
ທີ່ເຕືອນຄວາມຊົງຈຳ ກ່ຽວກັບ ລັດຖະບານທະຫານຂອງປະເທດໃນຄັ້ງທີ່ຜ່ານມາ,
ແລະ ການປົກຄອງທີ່ໄດ້ເຮັດໃຫ້ສະຖານະການດ້ານຄວາມປອດໄພ ແລະ ສິດທິມະ
ນຸດທີ່ພວມທະວີຄວາມຮ້າຍແຮງຂຶ້ນກວ່າເກົ່າ.

ຊາວ ໂຣຮິງຢາ ​ໃນ ມຽນມາ ແມ່ນຊາວມຸສລິມກຸ່ມນ້ອຍ ທີ່ອາໄສຢູ່ໃນປະເທດທີ່ປະຊົນສ່ວນໃຫຍ່ນັບຖືສາສະໜາພຸດ. ທ່ານນາງ Lee ໄດ້ຂຽນວ່າ ເພິ່ນຮູ້ກ່ຽວກັບ “ລາຍງານ
ການເຂັ່ນຂ້າ, ທໍລະມານ ແລະ ໃຊ້ມະນຸດເປັນເຄື່ອງກຳບັງ ໂດຍກອງກຳລັງຮັກສາ
ຄວາມປອດໄພ ແລະ ການຕາຍໃນລະຫວ່າງ ຖືກຄຸມຂັງ.”

ຜູ້ແທນອົງການສະຫະປະຊາຊາດທ່ານ​ນີ້ໄດ້ກ່າວວ່າ, ທັງໝົດນັ້ນ, ມັນມີ “ວິກິດການ
ມະນຸດສະທຳທີ່ກຳລັງດຳເນີນຢູ່ສຳລັບຊາວ ໂຣຮິງຢາ”
ເຊັ່ນດຽວກັບຄົນກຸ່ມນ້ອຍອື່ນໆ
ໃນ ມຽນມາ ຜູ້ທີ່ຖືກບັງຄັບໃຫ້ໜີອອກຈາກບ້ານຂອງພວກເຂົາເຈົ້າ.

ຫ້ອງການຜູ້ນຳຂອງ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ໄດ້ອອກຖະແຫຼງການສະບັບ
ໜຶ່ງ, ທີ່ສະແດງໃຫ້ເຫັນຄວາມຜິດຫວັງຕໍ່ຄຳເວົ້າສະຫລຸບພາລະກິດ ຂອງຜູ້ຂຽນລາຍ
ງານພິເສດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG