ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມຽນ​ມາ ປະ​ຕິ​ເສດ ຕໍ່​ການ​ກ່າວ​ຫາ ວ່າ​ຊັກ​ຊ້າ ໃນ​ການ​ຮັບ​ເອົາ ຊາວ​ໂຣ​ຮິງ​ຢາ


ຮູບ​ພາບ ຖ່າຍ​ເມື່ອ​ວັນ​ທີ 12 ກັນ​ຍາ 2017 ທີ່​ສະ​ແດງ ໃຫ້​ເຫັນ​ວ່າ ອົບ​ພະ​ຍົບ​ຊາວ​ໂຣ​ຮິງ​ຢາ ຫລົບ​ໜີ​​ຈາກ​ມຽນ​ມາໂດຍ​ທາງ​ເຮືອ ໃນ​ແມ່​ນ້ຳ​ນາ​ຟ.
ຮູບ​ພາບ ຖ່າຍ​ເມື່ອ​ວັນ​ທີ 12 ກັນ​ຍາ 2017 ທີ່​ສະ​ແດງ ໃຫ້​ເຫັນ​ວ່າ ອົບ​ພະ​ຍົບ​ຊາວ​ໂຣ​ຮິງ​ຢາ ຫລົບ​ໜີ​​ຈາກ​ມຽນ​ມາໂດຍ​ທາງ​ເຮືອ ໃນ​ແມ່​ນ້ຳ​ນາ​ຟ.

ມຽນ​ມາພວມ “ດຳ​ເນີນ​ການ​ທຸກ​ຢ່າງ​ຕາມ​ກຳ​ນົດ​ການ” ເພື່ອ​ຮັບ​ເອົາ​ຊາວ​ໂຣ​ຮິງ​ຢາ​ຫຼາຍ
ກວ່າ 700,000 ຄົນ​ກັບ​ຄືນ​ປະ​ເທດ ອີງ​ຕາມ​ຄຳ​ເວົ້າ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ຄົນ​ນຶ່ງ ບໍ່​ຮອດ​ນຶ່ງ
ມື້ ຫຼັງ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຂອງ​ບັງ​ກ​ລາ​ແດັ​ສ ​ທີ່​ເປັນປະ​ເທດເພື່ອນ​ບ້ານ ຊຶ່ງ​ໄດ້​ໃຫ້
​ບ່ອນ​ຫຼົບ​ໄພ​ແກ່​ພວກ​ອົບ​ພະ​ຍົບ​ນັ້ນ ກ່າວ​ຫາ​ມຽນ​ມາ ທີ່ນັບ​ຖື​ສາ​ສະ​ໜາ​ພຸດນັ້ນ​ວ່າເຮັດ​
ໃຫ້​ການ​ກັບ​ຄືນ​ປະ​ເທດ​ຂອງ​ຊາວ​ມຸ​ສ​ລິມ ມີ​ການຊັກ​ຊ້າ.

ທ່ານ​ວິນ ຢັດ ເອ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ສັງ​ຄົມ​ສົງ​ເຄາະ ບັນ​ເທົາ​ທຸກ ແລະ ​ຕັ້ງ​ຖິ່ນ​ຖານ​
ຂອງ​ມຽນ​ມາກ່າວ​ຕໍ່​ພະ​ແນກ​ພາ​ສາ​ມຽນ​ມາ​ຂອງ​ວີ​ໂອ​ເອ​ວ່າ “ພວກ​ເຮົາ​ດຳ​ເນີນ​ຂັ້ນ​ຕອນ​
ໃນ​ການ​ຮັບ​ເອົາ​ອົບ​ພະ​ຍົບ​ຄືນ ເປັນ​ກ້າວໆ ຕາມ​ໝາຍ​ກຳ​ນົດ​ທີ່ໄດ້​ວາງ​ໄວ້. ທ່ານ​ເປັນ​ຜູ້
​ກຳ​ກັບ ນຳ​ການ​ຮັບ​ເອົາ​ຊາວ​ໂຣ​ຮິງ​ຢາ​ກັບ​ຄືນ​ປະ​ເທດ.

ທ່ານ​ວິນ ຢັດ ເອ ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສັງ​ຄົມ​ສົງ​ເຄາະ ບັນ​ເທົາ​ທຸກ ແລະ​ຕັ້ງ​ຖິ່ນ​ຖານ​ຂອງ​ມຽນ​ມາ
ທ່ານ​ວິນ ຢັດ ເອ ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສັງ​ຄົມ​ສົງ​ເຄາະ ບັນ​ເທົາ​ທຸກ ແລະ​ຕັ້ງ​ຖິ່ນ​ຖານ​ຂອງ​ມຽນ​ມາ

ຊາວ​ໂຣ​ຮິງຢາ​ໄດ້​ຫລົບ​ໜີ​ໄປ​ບັງ​ກ​ລາ​ແດັ​ສ ຫລັງ​ຈາກ​ໃນ​ອັນ​ທີ່​ກະ​ຊວງ​ການ​ຕ່າງປະ​ເທດ​
ສະ​ຫະ​ລັດ​ພົບ​ວ່າ ກອງ​ທັບ​ມຽນ​ມາ​ໄດ້​ແນ​ເປົ້າ​ໝາຍ​ໃນ​ການ​ປະ​ຕິ​ບັດ​ງານໃສ່ບ້ານ​ຕ່າງໆ​
ຂອງ​ພວກ​ເຂົາ​ເຈົ້າ.

ມຽນ​ມາ​ເວົ້າ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າ​ວນີ້​ແມ່ນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຊຶ່ງ​ເປັນ​ການຕອບ​ໂຕ້​
ຕໍ່​ການ​ໂຈມ​ຕີ​ຄ້າຍ​ຕ່າງໆ​ຂອງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບໂດຍກອງ​ທັບປົດ​ປ່ອຍ​ລັດ​ອາ
​ຣາ​ຄານ​ຂອງ​ຊາວ​ໂຣ​ຮິງ​ຢາຊຶ່ງ​ເປັນ​ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດໃນ​ລັດ​ຣາ​ໄຄ​ນ໌ເມື່ອ​ເດືອນ​
ສິງ​ຫາ​ປີ 2017. ຊາວ​ໂຣ​ຮິງ​ຢາ​ຖື​ວ່າ ເຂົາ​ເຈົ້າ​ເປັນ​ຊົນເຜົ່າ​ພື້ນ​ເມືອງ ​ໃນ​ລັດ​ຣາ​ໄຄ​ນ໌​ຂອງ
​ມຽນ​ມາ ແຕ່​ມຽນ​ມາ​ບໍ່​ຍອມ​ໃຫ້​ສັນ​ຊາດແລະ​ສິດທິ​ຕ່າງໆ​ແກ່​ພວກເຂົ​າ​ເຈົ້າ ມາ​ເປັນ​ເວ​ລາ​
ຫຼາຍໆ​ທົດ​ສະ​ວັດ​ແລ້ວ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ບັງ​ກ​ລາ​ແດັ​ສ ຊິກ ຮາ​ຊິ​ນາ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ ສະ​ມັດ​ຊາ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. (ວັນ​ທີ 27 ກັນ​ຍາ 2018)
ນາ​ຍົກ​ລັດ​ຖະ​ມົນ​ຕີ​ບັງ​ກ​ລາ​ແດັ​ສ ຊິກ ຮາ​ຊິ​ນາ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ ສະ​ມັດ​ຊາ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. (ວັນ​ທີ 27 ກັນ​ຍາ 2018)

ໂດຍ​ເວົ້າ​ວ່າ ອົບ​ພະ​ຍົບ​ເຮັດ​ໃຫ້​ປະ​ເທດ​ຂອງ​ທ່ານ​ນາງ​ຮັບ​ພາ​ລະ​ໜັກ​ເກີນ​ໄປນາ​ຍົກ​ລັດ
​ຖະ​ມົນ​ຕີ​ບັງ​ກ​ລາ​ແດັ​ສ ຊິກ ຮາ​ຊີ​ນາ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ໄດ້ກ່າວຫາມຽນ​ມາ​ວ່າຖ່ວງ
​ເວ​ລາ​ໃນ​ການ​ຮັບ​ເອົາ​ພວກ​ອົບ​ພະ​ຍົບ​ກັບ​ຄືນປະ​ເທດ. ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ
ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ ຄະ​ນະ​ກຳ​ມະ​ການ​ຮ່ວມ ທຸກ​ຢ່າງແມ່ນ​ພ້ອມ​ແລ້ວ. ທຸກ​ຄັ້ງ
ພວກ​ເຂົາ​ເຈົ້າ​ກໍ​ຈະ​ພະ​ຍາ​ຍາມ​ຫາ​ຂໍ້​ແກ້​ຕົວ​ໃໝ່.

ທ່ານ​ວິນ ຢັດ ເອ ໄດ້​ຕອບ​ໂຕ້​ຄືນ ໂດຍ​ກ່າ​ວ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ ​ໄດ້​ຈັດ​ຕັ້ງ​ປະ​ຕິ
​ບັດ​ລາຍ​ລະ​ອຽດ​ຮອບ​ດ້ານເພື່ອ​ໃຫ້​ເປັນ​ການ​ສອດ​ຄ່ອງ​ກັບ​ຂໍ້​ຕົກ​ລົງ. ພວກເຮົາ​ໄດ້​ເຮັດ
​ທຸກ​ຢ່າງ​ຕາມ​ລາຍ​ຊື່​ຂອງ​ຂໍ້​ຕົກ​ລົງ. ພວກ​ເຮົາ​ຕ້ອງ​ການ​ຢາກ​ເຮັດ​ໃຫ້ໄວ​ທີ່​ສຸດ​ເທົ່າ​ທີ່​ເປັນ​
ໄປ​ໄດ້ ຍ້ອນ​ວ່າ​ບໍ່​ມີ​ຜູ້​ໃດ​ອາ​ໄສ​ຢູ່​ທີ່ນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG