ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ມຽນມາ ຖືກກ່າວຫາວ່າ ຖອຍຫຼັງ ຍ້ອນວ່າ ສະເໜີ ປ່ຽນກົດໝາຍ ໂຮມຊຸມນຸມ


ພວກນັກເຄື່ອນໄຫວ ພາກັນປະທ້ວງຕໍ່ຕ້ານ ການດັດແກ້ກົດໝາຍວ່າດ້ວຍການປະທ້ວງ ຂອງມຽນມາ ທີ່ລັດຖະບານສະໜັບສະໜູນ, ຢູ່ໃນນະຄອນຢາງກຸງ ຂອງມຽນມາ, ວັນທີ 5 ມີນາ 2018.
ພວກນັກເຄື່ອນໄຫວ ພາກັນປະທ້ວງຕໍ່ຕ້ານ ການດັດແກ້ກົດໝາຍວ່າດ້ວຍການປະທ້ວງ ຂອງມຽນມາ ທີ່ລັດຖະບານສະໜັບສະໜູນ, ຢູ່ໃນນະຄອນຢາງກຸງ ຂອງມຽນມາ, ວັນທີ 5 ມີນາ 2018.

ຂໍ້ສະເໜີຈຳນວນນຶ່ງ ຂອງລັດຖະບານມຽນມາ ທີ່ຈະເພີ່ມຂໍ້ຈຳກັດຂຶ້ນຕື່ມ ຕໍ່ກົດໝາຍ
ວ່າດ້ວຍການໂຮມຊຸມນຸມ ທີ່ເປັນບັນຫາຖົກຖຽງກັນຢູ່ແລ້ວນັ້ນ ໄດ້ພາໃຫ້ເກີດການ
ຕ້ອງຕິ ຢ່າງກວ້າງຂວາງ ໂດຍກຸ່ມປົກປ້ອງສິດທິ ທີ່ກ່າວຫາລັດຖະບານ ນຳພາໂດຍ
ພົນລະເຮືອນ ວ່າ “ເປັນການທົດຖອຍ” ຕໍ່ຄວາມກ້າວໜ້າ ຂອງປະ ຊາທິປະໄຕ.

ໃນວັນທີ 7 ມີນາ ຜ່ານມາ ສະພາສູງຂອງປະເທດ ໄດ້ຮັບຮອງເອົາການດັດແກ້ກົດໝາຍ
ວ່າດ້ວຍ ການໂຮມຊຸມນຸມຢ່າງສັນຕິ ແລະການເດີນຂະບວນຢ່າງສັນຕິ ຊຶ່ງຈະຮວມທັງ
ຄວາມເປັນໄປໄດ້ ທີ່ຈະຖືກໂທດຈຳຄຸກ 3 ປີ ສຳລັບຜູ້ໃດກໍຕາມ ທີ່ເຫັນວ່າ ໄດ້ສະໜັບ
ສະໜູນ ໃນດ້ານການເງິນ ຫຼືບໍ່ດັ່ງນັ້ນ ກໍແມ່ນການປະທ້ວງ ທີ່ມີເຈຕະນາ ທີຈະ “ທັບມ້າງ
ຄວາມໝັ້ນຄົງແຫ່ງຊາດ ການປົກຄອງດ້ວຍຕົວບົດກົດໝາຍ ຄວາມເປັນລະບຽບຮຽບ
ຮ້ອຍ ຫຼື ສິນທຳຂອງມະຫາຊົນ.”

ພວກນັກເຄື່ອນໄຫວ ພາກັນປະທ້ວງຕໍ່ຕ້ານ ການດັດແກ້ກົດໝາຍວ່າດ້ວຍການປະທ້ວງ ຂອງມຽນມາ ທີ່ລັດຖະບານສະໜັບສະໜູນ, ຢູ່ໃນນະຄອນຢາງກຸງ ຂອງມຽນມາ, ວັນທີ 5 ມີນາ 2018.
ພວກນັກເຄື່ອນໄຫວ ພາກັນປະທ້ວງຕໍ່ຕ້ານ ການດັດແກ້ກົດໝາຍວ່າດ້ວຍການປະທ້ວງ ຂອງມຽນມາ ທີ່ລັດຖະບານສະໜັບສະໜູນ, ຢູ່ໃນນະຄອນຢາງກຸງ ຂອງມຽນມາ, ວັນທີ 5 ມີນາ 2018.

​ຂໍ້ສະເໜີດັດແກ້ດັ່ງກ່າວ ມີຂຶ້ນຫຼັງຈາກ ມີການປະທ້ວງຫຼາຍຄັ້ງຕິດຕໍ່ກັນຢູ່ໃນປະເທດ
ລວມທັງ ການປະທ້ວງຕໍ່ຕ້ານ ການປາບປາມຂອງລັດຖະບານທີ່ຮ້າຍແຮງ ຢູ່ໃນເມືອງ
ມຣັອກ ອູ ໃນລັດຣາໄຄນ໌ ຢູ່ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ ແລະ ການ
ສັງຫານພວກທະຫານກະບົດ ຈາກລັດກາຍາ ໃນພາກຕາເວັນອອກຂອງປະເທດ.

ພວກກຸ່ມຫົວຊາດນິຍົມ ກໍຍັງເປັນປາກມີສຽງຫຼາຍຂຶ້ນ ໃນສອງສາມເດືອນຜ່ານມານີ້
ໂດຍສະເພາະແມ່ນ ຫລັງຈາກໄດ້ເກີດວິກິດການ ໃນລັດຣາໄຄນ໌ ຊຶ່ງລັດຖະບານຂອງ
ມຽນມາ ແລະ ກອງທັບມຽນມາ ໄດ້ຮັບການຕ້ອງຕິຈາກນານາຊາດ ພໍສົມຄວນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG