ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວ​ພຸດຊາດ​ນິຍົມ​ ໃນມຽນມາ ປຸກລະດົມ ​ສະໜັບສະໜູນ ກ່ອນ​ການ​ເລືອກ​ຕັ້ງ


Myanmar's Buddhist Nationalists Rally Support Ahead of Poll
please wait

No media source currently available

0:00 0:01:54 0:00

ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານ​ນີ້

ຍັງ​ມີເວລາ​ອີກ​ສາມ​ອາທິດ ກ່ອນຈະ​ຮອດມື້ເລືອກ​ຕັ້ງ​ທີ່​ສຳຄັນ​ທີ່​ສຸດ​ຂອງ ​ມຽນມາ, ຊຶ່ງມີ​ຄວາມເປັນ​ຫ່ວງວ່າ​ຈະໃຊ້​ສາສະໜາ​ເພື່ອ​ສ້າງ​ຄວາມ​ຢ້ານ​ກົວ ​ແລະ ​ເຮັດ​ໃຫ້​ຊົນ​ເຜົ່າ​ກຸ່ມ​ນ້ອຍ​ບໍ່​ມີ​ຄວາມ​ສຳຄັນ. ກຸ່ມ​ສາສະໜາ​ພຸດ​ຊາດ​ນິຍົມ Ma Ba Tha ຊຶ່ງ​ເປັນ​ທີ່​ຮູ້ຈັກກັນ​ວ່າ​ຕໍ່ຕ້ານມຸສລິ​ມຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ມີ​ສຽງ​ດັງ​ຂຶ້ນ​ກວ່າ​ເກົ່າ, ​ເຊິ່ງນຳ​ໄປ​ສູ່​ຄວາມ​ເປັນ​ຫ່ວງ​ວ່າ ​ພວກ​ເຂົາ​ເຈົ້າ​ກໍາ​ລັງ​ຂົ່ມ​ຂູ່ຊົນ​ກຸ່ມ​ນ້ອຍ ມຸສລິ​ມຂອງ​ປະ​ເທດ. ຕໍ່​ໄປ​ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະອຽດເລື້ອງ​ນີ້ມາສະ​ເໜີທ່ານ.

ມຽນມາ ຈະ​ບໍ່​ໄປປ່ອນ​ບັດ​ອອກສຽງຢ່າງ​ໜ້ອຍ​ອີກ​ໜຶ່ງ​ເດືອນ.​ແຕ່​ໃນ​ພິທີ​ດັ່ງກ່າວ​ຢູ່​ໃນ​ນະ ຄອນ ຢາງ​ກຸ້ງ ພວກ​ຄູ​ບາ​ຈາກ​ກຸ່ມ Ma Ba Tha ​ແມ່ນ​ໄດ້​ອ້າງ​ເອົາ​ໄຊຊະນະ​ເປັນ​ທີ່​ຮຽບ ຮ້ອຍ​ແລ້ວ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ແຂ່ງຂັນ​ສີ່​ຄັ້ງ​ທີ່​ເປັນ​ບັນຫາ​ຖົກ​ຖຽງ​ກັນ ​ແລະ ກົດໝາຍ​ປົກ​ປ້ອງ​ສາສະໜາ​ທີ່​ໄດ້​ວາງ​ຂໍ້​ຈຳກັດໃໝ່ໆ ຕໍ່​ກຸ່ມ​ສາສະໜາ​ສ່ວນ​ນ້ອຍ, ເຊິ່ງຕ້ອງໄດ້​ຮັບ​ການ​ຮັບ​ຮອງໂດຍ​ລັດຖະບານ​ສຳລັບ​ການ​ແຕ່ງງານ ​ລະຫວ່າງ​ຜູ້​ທີ່​ນັບຖື​ສາສະໜາ​ຕ່າງ​ກັນ.

ສະຖານທູດ​ຕ່າງປະ​ເທດ 9 ​ແຫ່ງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ທີ່​ມີ​ການ​ນຳ​ໃຊ້​ສາສະໜາ​ເປັນ​ເຄື່ອງມື​ຂອງ​ການ​ແບ່ງ​ແຍກ ​ແລະ ການ​ຂັດ​ແຍ້​ງ​ໃນ​ລະຫວ່າງ​ລະ​ດູ​ການ​ຫາ​ສຽງນີ້.

​ເມື່ອ​ຕົ້ນ​ເດືອນ​ນີ້​ຄະນະ​ກຳ​ມາທິການ​ສະຫະພາບເລືອກ​ຕັ້ງ​ໄດ້​ປະຕິ​ເສດ ບໍ່​ຮັບ​ເອົາຜູ້​ສະໝັກ​ຊາວ​ມຸສລິ​ມທັງໝົດ​ສຳລັບ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ.

ຜູ້​ສະໝັກ 11 ຄົນ​ໄດ້​ຂໍ​ອຸທອນ​ຕໍ່​ການ​ຕັດສິນ​ຢ່າງ​ປະສົບ​ຜົນສຳ​ເລັດ, ລວມທັງ​ທ່ານ Khin Maung Cho ຜູ້​ທີ່​ຈະ​ເຄື່ອນ​ໄຫວ​ໃນ​ຖານະ​ເປັນ ​ຜູ້​ສະໝັກ​ທີ່​ບໍ່​ສັງກັດ​ພັກ​ໃດ.

ທ່ານ Khin Maung Cho ກ່າວ​ວ່າ “​ໃນ​ ມຽນມາ ພວກ​ເຮົາ​ມີສອງ​ພັກ​ລັດ​ຖະບານ, ​ແລະ ທັງ​ສອງ​ພັກ​ການ​ເມືອງ​ນີ້ກໍ​ມີ​ນະ​ໂຍບາຍ​ໄຕ່ຕອງ​ໄວ້​ລ່ວງ​ໜ້າ ກ່ຽວ​ກັບ​ການ​ບໍ່​ນັບ​ລວມຊາວ ມຸສລິ​ມ.”

ທ່ານນາງ ອອງ ຊານ ຊູ ຈີ ຈາກພັກ​ສັນນິບາດ​ແຫ່​ງຊາດ ​ເພື່ອ​ປະຊາ​ທິປະ​ໄຕ ກໍ​ບໍ່ມີ​ຜູ້​ລົງ​ສະໝັກ​ເປັນ​ຊາວ ມຸສລິ​ມ, ​ແຕ່​ວ່າ​ພັກ​ຂອງ​ທ່ານ​ບໍ່​ໄດ້​ຕໍ່ຕ້ານ​ກົດໝາຍ​ສາສະໜາ​ໃໝ່, ​ໄດ້​ກ່າວ​ຫາ​ກຸ່ມ Ma Ba Tha ​ໃນ​ການ​ໃຊ້​ສາສະໜາ​ເພື່ອ​ຊັກ​ຈູງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ.

ບັນດາ​ຜູ້​ສັງເກດ​ການ ກ່າວ​ວ່າ ການ​ໂຄສະນາ​ຂອງ ຄູບາ ​ເບິ່ງ​ຄື​ວ່າ​ຈະ​ຊ່ວຍພັກ​ທີ່​ກຳລັງ​ປົກຄອງ​ປະ​ເທດ ​ເຊິ່ງໜູນ​ຫຼັງ​ໂດຍ​ທະຫານ​ໃນ​ການ​ປ່ອນ​ບັດ, ​ແຕ່​ກຸ່ມ Ma Ba Tha ​ໄດ້​ປະຕິ​ເສດ​ຕໍ່​ຂໍ້ອ້າງ​ດັ່ງກ່າວ​ຢູ່ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ.

ທ່ານ Ashin Dalwiyedar Siwuntha, ​ໂຄສົກ​ຂອງ​ກຸ່ມ Ma Ba Tha ກ່າວ​ວ່າ “ພວກ​ເຮົາ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ບໍ່​ເຂົ້າ​ຮ່ວມ​ກັບ​ພັກ​ການ​ເມືອງ​ໃດໆ, ​ເພາະວ່າ​ຖ້າ​ພັກ​ການ​ເມືອງໃດ​ໄດ້​ຊະນະ​ກໍ​ຕາມ, ມັນ​ກໍ​ຈະ​ແມ່ນ​ລັດຖະບານ​ຂອງ​ພວກ​ເຮົາ. ພວກ​ເຮົາ​ແມ່ນ​ຜູ້ນຳ​ທາງ​ສາສະໜາ, ພວກ​ເຮົາ​ຈະເຮັດ​ວຽກ​ອັນ​ໃດ​ກໍ​ຕາມເພື່ອສັນຕິ ພາບ ​ແລະ ຄວາມ​ສາມັກ​ຄີ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ​ຕະຫຼອດ​ໄປ.”

​ເຖິງ​ແມ່ນວ່າ​ຈະ​ຮຽກ​ຮ້ອງ​ໃຫ້​ມີ​ສັນ​ຕິ​ພາບ​ກໍ​ຕາມ, ຂໍ້ຄວາມ​ທີ່​ເປັນ​ພື້ນຖານ​ຂອງ​ກຸ່ມ Ma Ba Tha ກໍ​ແມ່ນ​ວ່າ ສາສະໜາ​ພຸດ​ຍັງ​ຄົງ​ຕົກ​ຢູ່​ໃນ​ໄພ​ຂົ່ມ​ຂູ່​ຢູ່. ທັງ​ທີ່​ວ່າ​ມີປະຊາຊົນ 90 ​ເປີ​ເຊັນ​
ແ​ມ່ນນັບຖື​ສາ​ສະໜາ​ພຸດກໍ​ຕາມ, ການກ່າວ​ອ້າງນັ້ນ​ປາກົດ​ວ່າ​ຈະ​ມີ​ຜູ້​ຮັບ​ຟັງ​ຢູ່. ​ແຕ່​ມັນກໍ​ຍັງ ບໍ​ຈະ​ແຈ້ງ​ເທື່ອ​ວ່າ ການ​ເອົາ​ສາສະໜາ​ມາ​ເປັນເຄື່ອງ​ໂຄສະນາ​ທາງ​ການ​ເມືອງ​ຈະ​ມີ​ຄວາມ​ໝາຍ​ແນວ​ໃດ​ໃນ​ໄລຍະ​ຍາວ​ສຳລັບ​ພວກ​ສາສະໜາ​ກຸ່ມ​ນ້ອຍຕ່າງໆ​ຂອງ ມຽນມາ​ ແລະ ລະບອບ​ປະຊາທິປະ​ໄຕ​ທີ່​ບອບ​ບາງ​ຂອງ​ປະ​ເທດ.

XS
SM
MD
LG