ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວພະມ້າ ທີ່ຢູ່ເຂດຊາຍແດນ ໄດ້ພາກັນຫຼົບໜີໄປປະເທດໄທ ທ່າມກາງສຽງປຶນ ແລະລະເບີດ


ສະມາຊິກຂອງສະຫະພາບແຫ່ງຊາດກະລ່ຽງ ຫຼື KNU ແລະ ກອງກຳລັງປ້ອງກັນຂອງປະຊາຊົນ ສອບປາກຄໍາທະຫານສອງຄົນທີ່ຖືກຈັບ ຫຼັງຈາກທີ່ພວກເຂົາຍຶດດ້ານໜ້າຂອງກອງທັບ ທາງພາກໃຕ້ຂອງເມືອງ ມຽວວັດດີ ໃນລັດກະລ່ຽງ ໄດ້, ພະມ້າ, ວັນທີ 11 ມີນາ, 2024.
ສະມາຊິກຂອງສະຫະພາບແຫ່ງຊາດກະລ່ຽງ ຫຼື KNU ແລະ ກອງກຳລັງປ້ອງກັນຂອງປະຊາຊົນ ສອບປາກຄໍາທະຫານສອງຄົນທີ່ຖືກຈັບ ຫຼັງຈາກທີ່ພວກເຂົາຍຶດດ້ານໜ້າຂອງກອງທັບ ທາງພາກໃຕ້ຂອງເມືອງ ມຽວວັດດີ ໃນລັດກະລ່ຽງ ໄດ້, ພະມ້າ, ວັນທີ 11 ມີນາ, 2024.

ຊາວບ້ານ​ໃນ​ສູນ​ການ​ຄ້າ​ຂອງມຽນມາແຫ່ງນຶ່ງ ໄດ້​ຫລົບໜີ​ຂ້າມ​ຊາຍ​ແດນ​ໄປ​ປະ​ເທດ​ໄທ ​ໃນ​ວັນ​ອັງຄານ​ວານ​ນີ້ ທ່າມກາງ​ສຽງ​ລະ​ເບີດ ​ແລະ​ຫລັງ​ຈາກ​ກຸ່ມ​ປະກອບອາວຸດຂອງ​ຊົນ​ເຜົ່າ​ກຸ່ມ​ໜ້ອຍ ​ກ່າວ​ວ່າ ​ພວກເຂົາ​ເຈົ້າ​ໄດ້​ຍຶດ​ເອົາ​ຖານ​ທັບທະຫານ​ທີ່​ສຳຄັນ​ ​ຢູ່ໃນບໍລິເວນ​ໃກ້​ຄຽງແລ້ວ, ອີງຕາມຂໍ້ມູນຈາກຄົນທ້ອງຖິ່ນ ທີ່ບອກກັບອົງການຂ່າວ ເອແອັຟພີ.

ພວກນັກລົບຈາກສະຫະພາບແຫ່ງຊາດກະລ່ຽງ ຫຼື KNU ກ່າວໃນວັນເສົາທີ່ຜ່ານມາວ່າ ພວກເຂົາ ໄດ້ຍຶດເອົາຖານທັບທະຫານ ທີ່ຢູ່ຫ່າງຈາກເມືອງມຽວວັດດີ ໄປທາງທິດຕາເວັນຕົກ ປະມານ 10 ກິໂລແມັດ ແລະທະຫານ, ຕຳຫຼວດ ພ້ອມກັບຄອບຄົວຂອງພວກເຂົາ ຫຼາຍກວ່າ 600 ຄົນ ໄດ້ຍອມຈຳນົນ.

ໂດຍການຕິດຕໍ່ຫາຂອງອົງການຂ່າວເອແອັຟພີ ໃນວັນອັງຄານທີ່ຜ່ານມາ, ປະຊາຊົນໄດ້ກ່າວວ່າ ພວກເຂົາສາມາດໄດ້ຍິນສຽງປືນ ແລະລະເບີດ.

"ບາງຄົນໄດ້ຫລົບຫນີໄປແລ້ວ, ໂດຍສະເພາະແມ່ນຜູ້ທີ່ອາໄສຢູ່ບໍລິເວນສະຖານີຕໍາຫຼວດ," ຊາວບ້ານຄົນນຶ່ງບອກກັບ ອົງການຂ່າວ ເອແອັຟພີ, ໂດຍຂໍຮ້ອງບໍ່ໃຫ້ເປີດເຜີຍຊື່ດ້ວຍເຫດຜົນດ້ານຄວາມປອດໄພ.

"ພວກເຮົາໄດ້ຍິນສຽງປືນ ແລະລະເບີດ ໃນເວລານີ້, ພວກເຮົາໄດ້ຍິນສຽງເຮືອບິນ ບິນຜ່ານ."

ພວກ​ເຂົາ ​ກ່າວ​ວ່າ ມັນ​ບໍ່​ປາກົດ​ວ່າ ພວກ​ນັກ​ລົບ KNU ຢູ່​ໃນ​ເມືອງ ແລະ​ຂົວ​ທີ່​ເຊື່ອມ​ຕໍ່​ເມືອງ ມຽວວັດດີ (Myawaddy) ກັບ​ເມືອງ ແມ່ ສອດ (Mae Sot) ຂອງ​ໄທ ເຊິ່ງຢູ່ບໍລິເວນ​ຊາຍ​ແດນ​ນັ້ນ ຍັງ​ເປີດ​ຢູ່.

"ຂ້ອຍໄດ້ຍິນສຽງລະເບີດດັງສອງຄັ້ງ", ຊາວເມືອງ ມຽວວັດດີ ອີກຄົນນຶ່ງ ກ່າວຕໍ່ ອົງການຂ່າວ ເອແອັຟພີ, ພ້ອມທັງຂໍຮ້ອງບໍ່ໃຫ້ເປີດເຜີຍຊື່ດ້ວຍເຫດຜົນດ້ານຄວາມປອດໄພ.

"ຮ້ານຄ້າສ່ວນໃຫຍ່ຖືກປິດໃນມື້ນີ້ ແລະປະຊາຊົນທ້ອງຖິ່ນກໍາລັງໜີອອກໄປປະເທດໄທ."

ການ​ບໍ​ລິ​ການ​ໂທລະ​ສັບ​ມື​ຖື​ຂອງ​ມຽນ​ມາ​ບໍ່ເຮັດ​ວຽກ​, ພວກ​ເຂົາເຈົ້າກ່າວ, ແລະ ກ່າວຕື່ມວ່າ ພວກ​ຊາວບ້ານ ​ໄດ້​ນໍາ​ໃຊ້​ ຊິມ​ກາດໂທລະສັບ​ຂອງໄທ​.

ລັດຖະບານ​ທະຫານ​ບໍ່​ໄດ້​ຕອບ​ຕໍ່​ການຂໍ​ໃຫ້​ມີຄວາມ​ເຫັນ ​ກ່ຽວ​ກັບ​ການກ່າວ​ອ້າງ​ຂອງ KNU ກ່ຽວ​ກັບ​ການ​ຍອມ​ຈຳນົນ​ຢູ່​ຖານທັບ​ ຕິຍານນີອິນໂນງ(Thingannyinaung).

Residents of a Myanmar trade hub fled across the border to Thailand on Tuesday amid the sounds of explosions and after an ethnic minority armed group said they had seized a key military base nearby, locals told AFP.

Fighters from the Karen National Union (KNU) said Saturday that they had seized a military base around 10 kilometers (6 miles) west of Myawaddy and that more than 600 soldiers, police and their families had surrendered.

Contacted by AFP on Tuesday, residents said they could hear gunfire and explosions.

"Some people fled already, especially those staying around the police station," one resident told AFP, requesting anonymity for security reasons.

"We are hearing gunfire and explosions at this moment. We heard planes flying over."

They said it did not appear KNU fighters were inside the town and that a bridge connecting Myawaddy to the Thai town of Mae Sot just over the border was still open.

"I heard two loud explosions", another resident of Myawaddy told AFP, also asking to remain anonymous for security reasons.

"Most of the shops are closed today and locals are leaving for Thailand."

Myanmar mobile phone services were not working, they said, adding that residents were using Thai SIM cards.

The junta has not responded to requests for comment on the KNU claim of the surrenders at the base at Thingannyinaung.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG