ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມຽນມາ ​ແລະ ​ບັງ​ກລາ​ແດັສ ​​ເຊັນ​ຂໍ້ຕົກລົງ ອະນຸຍາດ​ໃຫ້ ​ຊາ​ວ​ໂຣຮິງ​ຢາ ກັບຄືນບ້ານ


ຊາວມຸສລິມໂຣຮິງຢາ ທີ່ຂ້າມຊາຍແດນຈາກມຽນມາ ເຂົ້າໄປສູ່ ບັງກລາແດັສ.
ຊາວມຸສລິມໂຣຮິງຢາ ທີ່ຂ້າມຊາຍແດນຈາກມຽນມາ ເຂົ້າໄປສູ່ ບັງກລາແດັສ.

ມຽນມາ ​ແລະ​ບັງ​ກລາ​ແດັສ ​ໄດ້​ເຊັນ​ຂໍ້ຕົກລົງສະບັບນຶ່ງ​ໃຫ້​ຊາ​ວ​ໂຣຮິງ​ຢາຫລາຍຮ້ອຍ
​ພັນ​ຄົນ ທີ່​ໄດ້​ຫລົບໜີການກໍ່ຄວາມ​ຮຸນ​ແຮງ​ ຢູ່​ໃນ​ລັດຣາໄຄນ໌ຂອງມຽນມາ ​ເຂົ້າໄປ​
ບັງກລາ​ແດັສນັ້ນ​ກັບ​ຄື​ນບ້ານ​ເກີດຂອງພວກເຂົາເຈົ້າໄດ້ ອີງ​ຕາມຄຳເວົ້າ​ຂອງບັນດາ
ເຈົ້າ​ໜ້າ​ທີ່ຈາກທັງ​ສອງ​ປະ​ເທດ.

ທ່ານ​ມິ​ນ​ ​ແຢັງ ຫົວໜ້າຫ້ອງການຂອງກະຊວງ​ແຮງ​ງານ​ມຽນມາ ຄົນ​ເຂົ້າ​ເມືອງ ​ແລະ​ປະຊາກອນຂອງມຽນມາ ກ່າວ​ວ່າ ​ໄດ້ມີການເຊັນບົດບັດທຶກຄວາມ​ເຈົ້າ​ໃຈ​ ​ໃນ​ວັນ​
ພະຫັດ​ວານ​ນີີ້ ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ. ມີຊາວໂຣຮິງຢາຫຼາຍ​ກວ່າ 600,000
ຄົນ ຫລົບໜີ​ຂ້າມ​ຊາຍ​ແດນ​ ເຂົ້າໄປ​ໃນ​ສູນ​ຕ່າງໆທີ່​ບັງ​ກລາ​ແດັສຊຶ່ງ​ກ່າ​ວກັນວ່າ ການ
ສົ່ງ​ກັບ​ຄືນ​ບ້ານ​ຈະ​ເລີ້ມຂຶ້ນພາຍ​ໃນ​ສອງ​ເດືອນ.

ລາຍ​ງາ​ນກ່າວ​ວ່າ ຂໍ້​ຕົກລົງ​ນີ້ ໄດ້​ເຊັນ​ຢູ່ນະຄອນເນ​ປີ​ຕໍ ນະຄອນຫລວງຂອງມຽນມ
ຫລັງ​ຈາກ​ການ​ສົນທະນາກັນລະຫວ່າງ ທີ່​ປຶກສາ​ລັດຖະບານ​ທ່ານ​ນາງ ອອງ ຊານ ຊູ
ຈີ ​ແລະ​ລັດຖະມົນຕີກະຊວງຕ່າງປະເທດ​ບັງ​ກລາ​ແດັສ ທ່ານ ອາ​ບຸນ ຮັສ​ຊານ ມາ​ມູດ
ອາລີ. ອົງການ​ຂ່່າວ​ຝຣັ່ງ ​ໄດ້ອ້າງ​ຄຳ​ເວົ້າ​ທ່ານ​ອາລີທີ່ກ່າວ​ວ່າ “ນີ້​ເປັນ​ບາດກ້າວ​ທຳ​ອິດ
​ເຂົາ​ເຈົ້າ​ຈະ​ຮັບ​ເອົາຊາວ​ໂຣຮິງ​ຢາ​ຄືນ. ບັດ​ນີ້​ພວກ​ເຮົາ​ໄດ້​ເລີ້ມ​ເຮັດ​ວຽກແລ້ວ."

ການ​ເຄື່ອນໄຫວດັ່ງກ່າວມີ​ຂຶ້ນ​ນຶ່ງ​ມື້​ ຫລັງ​ຈາກລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ
​ເຣັກສ໌ ທີລ​ເລິ​ເຊິ​ນ ກ່າວ​ວ່າ ​ຄວາມຮຸນ​ແຮງ​ຢູ່​ໃນລັດຣາໄຄນ໌ທີ່ແນ​ໃສ່​ຊາວ​ມຸສລິ​ມໂຣຮິງ
ຢານັ້ນ ຖືເປັນ​ເປັນ​ການ​ລ້າງ​ເຊື້ອຊາດເຜົ່າ​ພັນ.

ການ​ປະກາດໃນ​ວັນພຸດ​ທີ່​ຜ່ານ​ມາ​ນີ້ ໄດ້​ເປັນ​ຂີດ​ໜາຍ​ເທື່ອ​ທຳ​ອິດ ​ຂອງ​ກະຊວງ​ຕ່າງ
ປະ​ເທດ ທີ່​ໄດ້​ລະບຸ​ວ່າຄວາມ​ຮຸນ​ແຮງດັ່ງກ່າວ ເປັນການຂ້າ​ລ້າງເຊື້ອຊາດ​ເຜົ່າ​ພັນ. ພວກ
​ເຈົ້າ​ໜ້າ​ທີ່​ ແຈ້ງໃຫ້​ບັນດາ​ນັກຂ່າວຊາບວ່າ ການລະບຸດັ່ງກ່າວ​ນີ້ ເປັນ​ການກ່າວເຖິງເຫດ
ການ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທິລເລີເຊີນ.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທິລເລີເຊີນ.

ຢູ່​ໃນຖະ​ແຫລ​ງການທີ່ເປັນລາຍລັກອັກສອນນັ້ນ ທ່ານ​ທີລ​ເລີ​ເຊິນກ່າວ​ວ່າ “ຫລັງ​ຈາກ​
ການ​ວິ​ເຄາະ​ຢ່າງ​ລະມັດລະວັງ ​ແລະ​ຮອບຄອບ ກ່ຽວກັບ​ຄວາມ​ຈິງ​ທີ່​ມີຢູ່ນັ້ນ ​ເປັນ​ທີ່ຈະ​
ແຈ້ງວ່າ ສະພາບ​ການ​ຢູ່​ໃນລັດຣາໄຄນ໌​ທາງພາກເໜືອຂອງປະເທດນັ້ນ ເປັນ​ການ​ລ້າງ
ເຜົ່າ​ພັນຕໍ່​ຊາວ​ໂຣຮິງ​ຢາ.”

ທີ່ປຶກສາລັດຖະບານມຽນມາ ທ່ານນາງ ອອງ ຊານ ຊູ ຈີ.
ທີ່ປຶກສາລັດຖະບານມຽນມາ ທ່ານນາງ ອອງ ຊານ ຊູ ຈີ.

ທ່ານ​ທີລ​ເລີ​ເຊິ​ນ ຍັງ​ໄດ້ໃຫ້​ຂໍ້​ສັງ​ເກດ​ວ່າ ​ຢູ​ໃນ​ຖະ​ແຫລ​ງການ​ຂອງ​ທ່ານ ທີ່​ທ່ານ​ໄດ້​ຢ້ຽມ
ຢາມ​ມຽນມາ​ໃນ​ວັນ​ທີ 15 ເດືອນພະ​ຈິກ ​ແລະ​ໄດ້​ພົບ​ປະກັບ ທ່ານ​ນາງ​ອອງ ຊານ ຊູ ຈີ
​ແລະ​ຜູ້​ບັນຊາ​ການ​ກອງທັບ ນາຍ​ພົນ​ອາວຸ​ໂສ ທ່ານມິນ ອອງ ຮ​ແລງ. ​ໃນ​ການ​ກ່າວເຖິງ​ມຽນມານັ້ນ ທ່ານ​ທີລ​ເລີ​ເຊິ​ນເວົ້າ​ວ່າ​ທ່ານ​ໄດ້ “​ໃຫ້ການ​ຢືນຢັນ​ອີກຄັ້ງນຶ່ງ ​ເຖິງ​ຄວາມ​ໝາຍໝັ້ນຢ່າງ​ແຮງ​ກ້າ​ຂອງ​ສະຫະລັດຕໍ່ໄລຍະຂ້າມຜ່ານ ໄປສູ່ປະຊາທິປະ​ໄຕ​ມຽນມາ
ດ້ວຍຄວາມສຳເລັດ ​ໃນ​ນາ​ມລັດຖະບານ​ທີ່​ຖືກ​ເລືອກ​ຕັ້ງ ທີ່ຢາກໃຫ້ມີການຈັດຕັ້ງປະຕິ
ບັດການ​ປະຕິ​ຮູບ ນຳເອົາ​ສັນຕິພາບ ແລະ​ການສ້າງຄວາມປອງດອງຊາດ​ມາສູ່​ປະ​ເທດ
ຊາດ​ແລະ​ແກ້ໄຂ​ວິ​ກິດ​ການ​ອັນ ​ໃຫຍ່​ຫລວງ​ຢູ່​ໃນ​ລັດຣາໄຄນ໌.

ທ່ານ​ທີລ​ເລີ​ເຊິ​ນ ​ໄດ້​ກ່າວ​ຕໍ່​ໄປ​ວ່າ ​ພວກ​ທີ່​ຮັບຜິດ​ຊອບ​ຕໍ່​ການ​ກໍ່ໂທດກຳ​ຕ້ອງຖືກ ນຳມາ
ລົງໂທດ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Mynamr Bangladesh
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG