ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ອອງ ຊານ ຊູ ຈີ ປາກົດຕົວຕໍ່ສານ ເປັນຄັ້ງທຳອິດ ນັບຕັ້ງແຕ່ ການກໍ່ລັດຖະປະຫານ


ຜູ້ນຳຂອງ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ລໍຖ້າເພື່ອໃຫ້ຕໍ່ຜູ້ພິພາກສາຂອງສານຍຸຕິທຳສາກົນ.
ຜູ້ນຳຂອງ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ລໍຖ້າເພື່ອໃຫ້ຕໍ່ຜູ້ພິພາກສາຂອງສານຍຸຕິທຳສາກົນ.

ທ່ານນາງ ອອງ ຊານ ຊູ ຈີ ໄດ້ໄປປາກົດຕົວຢູ່ສານຄັ້ງທຳອິດຂອງທ່ານນາງໃນວັນຈັນວານນີ້ ນັບຕັ້ງແຕ່ທ່ານນາງໄດ້ຖືກປົດອອກຈາກການເປັນຜູ້ນຳພົນ ລະເຮືອນທີ່ແທ້ຈິງຂອງ ມຽນມາ ໃນການເຂົ້າຍຶດອຳນາດຂອງທະຫານເມື່ອວັນທີ 1 ກຸມພາທີ່ຜ່ານມາ.

ທະນາຍຄວາມຂອງທ່ານນາງໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ເນປີດໍ ວ່າເຂົາເຈົ້າໄດ້ອະນຸຍາດໃຫ້ພົບກັບທ່ານນາງ ຊູ ຈີ 30 ນາທີກ່ອນການໃຫ້ການເພື່ອປຶກສາຫາລືຄະດີ. ເຂົາເຈົ້າໄດ້ກ່າວວ່າ ເຈົ້າຂອງລາງວັນໂນແບລ ຂະແໜງສັນຕິພາບ ອາຍຸ 75 ປີດັ່ງກ່າວເບິ່ງມີສຸຂະພາບດີ ແລະ ໄດ້ອວຍພອນໃຫ້ປະຊາຊົນ ມຽນມາ ມີສຸຂະພາບແຂງແຮງ.

ທ່ານນາງ ຊູ ຈີ ຍັງໄດ້ປະກາດຂໍ້ຄວາມຄັດຄ້ານ ກ່ຽວກັບ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະ ໄຕ ໂດຍເວົ້າວ່າ “ພັກຂອງພວກເຮົາໄດ້ເຕີບໃຫຍ່ຂຶ້ນຈາກປະຊາຊົນ ສະນັ້ນມັນຈະຄົງມີຢູ່ຕາບໃດທີ່ປະຊາຊົນຍັງສະໜັບສະໜູນມັນ.”

ບັນດາທະນາຄວາມຍັງໄດ້ພົບປະເປັນເວລາສັ້ນໆກັບປະທານາທິບໍດີທີ່ຖືກຂັບໄລ່ອອກຈາກຕຳ ແໜ່ງທ່ານ ວິນ ມິນ, ຜູ້ທີ່ໄດ້ປະຕິບັດໜ້າທີ່ໃນລັດຖະບານທີ່ນຳພາ ໂດຍທ່ານນາງ ຊູ ຈີ ເປັນທີ່ປຶກ ສາລັດ.

ທ່ານນາງ ຊູ ຈີ ໄດ້ຖືກຄວບຄຸມຕົວນັບຕັ້ງແຕ່ການກໍ່ລັດຖະປະຫານ. ທ່ານນາງ ໄດ້ປະເຊີນກັບຂໍ້ກ່າວທາງອາຍາຫຼາຍກະທົງ, ຮ້າຍແຮງທີ່ສຸດແມ່ນການກ່າວຫາວ່າທ່ານນາງໄດ້ຮັບເງິນຜິດກົດ ໝາຍ 600,000 ໂດລາ. ທ່ານນາງຍັງໄດ້ຖືກຕັ້ງຂໍ້ກ່າວຫາໃນການຄອບຄອງເຄື່ອງສົ່ງຮັບວິທະຍຸທີ່ບໍ່ມີໃບອະນຸຍາດ, ລະເມີດການຫ້າມ COVID-19, ລະເມີດກົດໝາຍການຄົມມະນາຄົມ ແລະ ຍຸ ແຍ່ໃຫ້ເກີດຄວາມວຸ້ນວາຍໃນສາທາລະນະ.

ລັດຖະບານພົນລະເຮືອນໄດ້ຖືກໂຄ່ນລົ້ມເກືອບ 3 ເດືອນແລ້ວ ຫລັງຈາກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕໄດ້ຊະນະການເລືອກຕັ້ງສະພາແຫ່ງຊາດຢ່າງຖ້ວມລົ້ນ. ລັດຖະບານທະຫານໄດ້ອ້າງເຖິງການສໍ້ໂກງການເລືອກຕັ້ງຢ່າງກວ້າງຂວາງ ເມື່ອວັນທີ 8 ພະຈິກປີກາຍນີ້ວ່າເປັນເຫດ ຜົນສຳລັບການກໍ່ ລັດຖະປະຫານ, ເຊິ່ງເປັນການກ່າວຫາທີ່ຄະນະກຳມາທິການເລືອກຕັ້ງພົນລະ ເຮືອນໄດ້ປະຕິເສດ. ລັດຖະບານທະຫານໄດ້ຂົ່ມຂູ່ທີ່ຈະຍຸບພັກສັນນິບາດແຫ່ງຊາດເພື່ອປະຊາທິ ປະໄຕຍ້ອນການກ່າວຫານັ້ນ.

ການກໍ່ລັດຖະປະຫານໄດ້ກະຕຸ້ນໃຫ້ເກີດວິກິດການໃນປະເທດທີ່ຕັ້ງຢູ່ເອເຊຍຕາເວັນອອກສຽງໃຕ້ດັ່ງກ່າວ ທີ່ໄດ້ນຳໄປສູ່ການປະທ້ວງຕໍ່ຕ້ານລັດຖະບານທະຫານ ແລະ ການປະທະກັນລະຫວ່າງ ກຸ່ມຊົນເຜົ່າຕິດອາວຸດຫຼາຍກຸ່ມກັບລັດຖະບານທະຫານ.

ໃນການຕໍ່ສູ້ເພື່ອປາບປາມການປະທ້ວງນັ້ນ, ລັດຖະບານໄດ້ສັງຫານຜູ້ປະທ້ວງ ແລະ ຜູ້ທີ່ຢືນເບິ່ງຫຼາຍກວ່າ 800 ຄົນນັບຕັ້ງແຕ່ການເຂົ້າຍຶດອຳນາດ, ອີງຕາມສະມາຄົມການຊ່ວຍເຫຼືອນັກໂທດການເມືອງ, ເຊິ່ງໄດ້ຕິດຕາມຈຳນວນຜູ້ບາດເຈັບ ແລະ ເສຍຊີວິດ ແລະ ການຈັບກຸມຕ່າງໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG