ນັບແຕ່ສວນສາທາລະນະ ລາຟາແຢັດ (Lafayette) ຕໍ່ໜ້າທຳນຽບຂາວໄປຈົນຮອດ ຖະໜົນຫົນທາງສາຍຕ່າງໆ ໃນລອນດອນ, ໂຕຣອນໂຕ ແລະອີກຫຼາຍໆ ຕົວເມືອງ ໃນທົ່ວໂລກ ບັນດານັກເຄື່ອນໄຫວ ໄດ້ດຳເນີນການປະທ້ວງຂະໜາດນ້ອຍ ເພື່ອປະ ນາມນະໂຍບາຍກົດຂີ່ຂົ່ມເຫັງ ຂອງກຸ່ມຕາລີບານ ຕໍ່ແມ່ຍິງໃນອັຟການິສຖານ ແລະ ຮຽກຮ້ອງ ໃຫ້ມີການຕອບໂຕ້ຂອງສາກົນທີ່ແຮງຂຶ້ນກວ່າເກົ່າ.
ເຖິງແມ່ນວ່າເຂົາເຈົ້າດຶງດູດເອົາຜູ້ເຂົ້າຮ່ວມຈໍານວນຂ້ອນຂ້າງຫນ້ອຍ ແຕ່ ການປະ ທ້ວງໄດ້ເພີ່ມຄວາມຖີ່ຂຶ້ນເລື້ອຍມາແຕ່ປີກາຍນີ້, ຊຶ່ງສ່ວນຫລາຍແມ່ນເພື່ອຕອບໂຕ້ຕໍ່ຂໍ້ຈໍາກັດ ຂອງກຸ່ມຕາລີບານຕໍ່ແມ່ຍິງໃນອັຟການິສຖານ ທີ່ນັບມື້ເພີ່ມຂຶ້ນນັ້ນ.
ໃນວັນເສົາທີ່ຜ່ານມາ (ວັນທີ 14 ມັງກອນ), ມີຜູ້ປະທ້ວງໜ້ອຍກວ່າ 100 ຄົນໄດ້ໄປໂຮມກັນຢູ່ສວນສາທາລະນະຈະຕຸລັດຟາຣາກັດ (Farragut) ໃນນະຄອນຫຼວງວໍຊິງຕັນ ເພື່ອຮ້ອງຄຳຂວັນ ຕໍ່ຕ້ານຄຳສັ່ງຂອງກຸ່ມຕາລີບານ ທີ່ຫ້າມບໍ່ໃຫ້ເຂົ້າມະຫາວິທະຍາ ໄລ ແລະເຮັດວຽກ ສຳລັບເດັກຍິງ ແລະແມ່ຍິງຊາວອັຟການິສຖານ. ໃນມື້ດຽວກັນ ພວກປະທ້ວງປະມານ 30 ຄົນກໍໄດ້ເຕົ້າໂຮມກັນທ່າມກາງຝົນຕົກໜັກຢູ່ນະຄອນລອສ ແອນເຈລີສ ໂດຍມີການຮຽກຮ້ອງທີ່ຄ້າຍຄືກັນນີ້.
ທ່ານນາງແອຣັສ ອາຊີຊາດາ (Arash Azizada), ຜູ້ຈັດຕັ້ງປະຊາຄົມອັຟການິສຖານ-ອາເມຣິກັນ ກ່າວຕໍ່ວີໂອເອວ່າ “ໃນນະຄອນລອສແອນເຈລີສນີ້ ພວກເຮົາໄດ້ຮຽກຮ້ອງໃຫ້ຍຸຕິການແບ່ງແຍກທາງເພດ ທີ່ຖືກປູກຝັງ ໂດຍກຸ່ມຕາລີບານ.”
ການປະທ້ວງໄດ້ມີຂຶ້ນໃນຂະນະທີ່ພວກແມ່ຍິງ ແລະນັກເຄື່ອນໄຫວສັງຄົມພົນລະເຮືອນຢູ່ໃນອັຟການິສຖານ ໄດ້ມິດງຽບ ຢູ່ພາຍໃຕ້ການປົກຄອງຂອງກຸ່ມຕາລີບານ.
ບັນດາກຸ່ມປົກປ້ອງສິດທິມະນຸດ ໄດ້ກ່າວຫາເຈົ້າໜ້າທີ່ຕາລີບານວ່າ ບັງຄັບຫ້າມບໍ່ໃຫ້ມີການປະທ້ວງ, ທຳການກັກຂັງ ແລະ ທໍລະມານພວກນັກເຄື່ອນໄຫວ ແລະສິ້ງຊອມ ກວດກາສື່ມວນຊົນ. ພວກຕາລີບານປະຕິເສດຢ່າງແຮງຕໍ່ການກ່າວຫາດັ່ງກ່າວ ແລະ ກົງກັນຂ້າມກັບອ້າງວ່າ ພວກເຂົາເຈົ້າໄດ້ປົດປ່ອຍປະເທດອອກຈາກການບຸກລຸກຂອງສະຫະລັດ.
ພວກປະທ້ວງຢູ່ນອກອັຟການິສຖານກ່າວວ່າ ພວກເຂົາເຈົ້າສະແດງຄວາມເປັນນ້ຳນຶ່ງ ໃຈດຽວກັນ ກັບພວກແມ່ຍິງອັຟການິສຖານ ຜູ້ທີ່ສິດທິຂອງເຂົາເຈົ້າຖືກທຳລາຍພາຍໃຕ້ການປົກຄອງແບບບໍ່ມີປະຊາທິປະໄຕຂອງກຸ່ມຕາລີບານ.
"ພວກເຮົາຢາກເປັນປາກເປັນສຽງແທນພວກເຂົາເຈົ້າ. ພວກເຮົາຢາກເປັນຂົວຕໍ່ຂອງ ພວກເຂົາເຈົ້າໄປສູ່ໂລກ,” ນັ້ນຄືຄຳເວົ້າຂອງທ່ານນາງອາຊີລາ ວາດັກ (Asila Wardak), ອະດີດນັກການທູດອັຟການິສຖານທີ່ປັດຈຸບັນ ເປັນນັກຄົ້ນຄວ້າຢູ່ມະຫາ ວິທະຍາໄລ ຮາຫວາດ (Harvard) ທີ່ເຂົ້າຮ່ວມການປະທ້ວງຫຼາຍໆຄັ້ງຢູ່ໃນສະຫະລັດ.