ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ໝູ່​ບ້ານ​ຊາວ ມຸ​ສ​ລິມ ໃນ​ນະ​ຄອນຫຼວງ ນິວ​ເດ​ລີ ປ່ຽນ​ແປງ​ຈາກ​ສະ​ຖານ​ທີ່​ປະ​ທ້ວງ ກາຍ​ເປັນ​ສູນ​ກາງ​ອາ​ຫານ


ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ກິນ​ອາ​ຫານ​ຢູ່​ຖະ​ໜົນ​ໃນ​ເຂດ ຊາ​ຮີນ ບາກ.
ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ກິນ​ອາ​ຫານ​ຢູ່​ຖະ​ໜົນ​ໃນ​ເຂດ ຊາ​ຮີນ ບາກ.

ໝູ່​ບ້ານ​ຊາວ​ມຸ​ສ​ລິມ​ທີ່​ບໍ່​ມີ​ໃຜ​ຮູ້​ຈັກ​ດີ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ນິວ​ເດ​ລີ ໄດ້​ກາຍ​ເປັນ​ຈຸດ​ສົນ​ໃຈ​ໃນ​ລະ​ດູ​ໜາວ​ຂອງ​ປີ 2019-2020 ເວ​ລາ​ທີ່​ແມ່​ຍິງຫຼາຍ​ພັນ​ຄົນ​ໄດ້​ນັ່ງ​ຢ່ອງ​ຢໍ້​ຢູ່​ຕາມ​ທາງຫຼວງ​ເປັນ​ເວ​ລາ​ສາມ​ເດືອນ​ເພື່ອ​ປະ​ທ້ວງ​ກົດ​ໝາຍວ່າດ້ວຍ​ສັນ​ຊາດ ​ທີ່​ຖືກ​ນຳ​ສະ​ເໜີ​ໂດຍ​ລັດ​ຖະ​ບານ​ຊາດ​ນິ​ຍົມ​ສາ​ສະ​ໜາ​ຮິນ​ດູ​ຂອງ ອິນ​ເດຍ ທີ່​ຊາວ​ມຸ​ສ​ລິມ ​ກ່າວ​ວ່າ​ ມີ​ການ​ຈຳ​ແນກ​ຕໍ່​ເຂົາ​ເຈົ້າ.

ສີ່​ປີ​ຕໍ່​ມາ, ເຂດ​ຊົນ​ຊັ້ນ​ກຳ​ມະ​ກອນ​ດັ່ງ​ກ່າວ ​ທີ່​ເອີ້ນ​ວ່າ ຊາ​ຮີນ ບາກ ໄດ້​ປ່ຽນ​ຈາກ​ສະ​ຖານ​ທີ່​ການ​ປະ​ທ້ວງ​ໄປ​ເປັນ​ສູນ​ກາງ​ອາ​ຫານ​ທີ່​ໄດ້​ດຶງ​ດູດຫຼາຍ​ຮ້ອຍ​ຄົນ.

ຜູ້​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ໄດ້​ເຊື່ອມ​ໂຍງ​ເອ​ກະ​ລັກ​ໃໝ່​ຂອງ​ເຂົາ​ເຈົ້າ​ໃສ່​ວັນ ​ທີ່​ປະ​ຊາ​ຊົນ​ຈາກຫຼາຍ​ພາກ​ສ່ວນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ເມືອງ​ ມາ​ລວມ​ກັນເພື່ອ​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ​ບັນ​ດາ​ຜູ້​ປະ​ທ້ວງ ແລະ ມັກ​ຈະ​ນັ່ງ​ນຳ​ກັນ​ພ້ອມ​ກັບ​ອາ​ຫານ​ຈຳ​ນວນຫຼາຍ ຕັ້ງຮ້ານ​ສະຫຼຽງ​ຢູ່​ກັບ​ຖະ​ໜົນ.

ນາງ ອາ​ຊິ​ຟ ມູດ​ຕາ​ບາ, ນຶ່ງ​ໃນ​ຜູ້​ຈັດ​ການ​ປະ​ທ້ວງ​ນັ້ນ​ກ່າວ​ວ່າ “ເວ​ລາ​ເຈົ້າ​ນັ່ງ​ປະ​ທ້ວງ​ດົນ, ເຈົ້າ​ຈະ​ຮູ້​ສຶກເມື່ອຍ ແລະ ຈາກ​ຄວາມ​ອິດ​ເມື່ອຍ​ເຈົ້າ​ຈະ​ໄປ​ຮ້ານ​ຂາຍ​ຊາ​ເພື່ອ​ດື່ມ​ນ້ຳ​ຊາ​ຈອກ​ນຶ່ງ​ນຳ​ກັນ. ເຈົ້າ​ບໍ່​ມີ​ແຕ່​ດື່ມ​ນ້ຳ​ຊາ​ເທົ່າ​ນັ້ນ, ເຈົ້າ​ຈະດູດ​ຊຶມ​ເອົາ​ຄວາມ​ຄິດ​ດ້ວຍ. ມັນ​ເປັນ​ເວ​ລາ​ນັ້ນ​ທີ່​ໝູ່​ບ້ານ​ທີ່ບໍ່​ສຳ​ຄັນ​ນີ້​ໄດ້​ກາຍ​ເປັນ​ທີ່​ຮູ້​ຈັກ​ ສຳ​ລັບ​ຄວາມ​ມີ​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ ແລະ ອາ​ຫານ​ທີ່​ແຊບ.”

ອາ​ຫານ​ແມ່ນບໍ່​ເຄີຍ​ຢູ່​ໄກ​ຈາກ​ການ​ປະ​ທ້ວງ. ຜູ້​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ຈະ​ເຮັດ​ອາ​ຫານ​ຢູ່​ບ້ານ​ເພື່ອ​ປະ​ຄັບ​ປະ​ຄອງ​ຜູ້​ປະ​ທ້ວງ ຜູ້​ທີ່​ນັ່ງ​ຢູ່​ເທິງ​ທາງຫຼວງ​ໃນ​ລະ​ດູ​ໜາວ​ທີ່​ໜາວ​ຈັດ​ຈົນ​ຮອດ​ຕອນ​ກາງ​ຄືນ. ເຮືອນ​ຄົວ​ໃນ​ຊຸມ​ຊົນ​ກໍ​ໄດ້​ປາ​ກົດ​ຂຶ້ນມາ. ອາ​ສາ​ສະ​ໝັກ​ຈາກນອກ​ໝູ່​ບ້ານ​ແມ່ນ​ໄດ້​ນຳ​ເອົາ​ອາ​ຫານ, ຊາ ແລະ ນ້ຳ​ມາ​ໃຫ້. ນັກ​ຂ່າວ ທ່ານ ທາ​ນຸ​ສ​ຣີ ບາ​ຊິນ, ຜູ້​ທີ່​ໄດ້​ພົບ​ກັບ​ເຂດ​ດັ່ງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ​ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ, ເວົ້າ​ວ່າ ​ປະ​ຊາ​ຊົນ​ໄດ້ຖືກ​ດຶງ​ດູດ​ກັບ​ຄື​ນ​ມາ​ໂດຍ​ຄວາມ​ເອື້ອຍ​ເຟື້ອ​ເຜື່ອ​ແຜ່​ທີ່ຫຼາຍ​ຄົນ​ໄດ້​ປະ​ສົບ ເວ​ລາ​ທີ່​ຄົນ​ໃນ​ທ້ອງ​ຖິ່ນ ແລະ ຈາກ​ບ່ອນ​ອື່ນ​ແບ່ງ​ປັນ​ອາ​ຫານ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG