ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເພງສັນຍາ​ຮັກ ຂອງນ້ຳຕານ ຄົງຈະເຮັດ ໃຫ້ທ່ານຕິດໃຈ ກັບນ້ຳສຽງ ຂອງ ສາວນ້ອຍຄົນນີ້


ນ້ຳຫວານ
ນ້ຳຫວານ
ລິງໂດຍກົງ

ສບາຍດີ​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ແລະ​ຍິນ​ດີຕ້ອນຮັບທຸກໆທ່ານ​
ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ​ໃນ​ຄໍ່າ​ຄືນ​ນີ້ ຕັ້ງ​ໃຈ​ທີ່​ຈະ​ມາ​ຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​ແບບ​ຫວານໆ ​ແບບ​ວ່າ​ຟັງ​ໄປ​ ຝັນ​ໄປ ຈິນຕະນາການ​ໄປຄິດ​ຮອດ​ເຈົ້າ​ຂອງ​ສຽງ​ໄປ...ຕ້ອງ​ຟ້າວ​ໄປ​ຟັງ​ເພງ​ຂອງ​ນ້ຳ​ຫວານ​ ກັນ​ແລ້ວ​ລະ​ວ່າ ​ຈະມ່ວນ​ສົມ​ກັບ​ຄຳ​ກ່າວ​ໄວ້​ຫຼື​ບໍ່...​ເຊີນ​ຟັງ​ເພງ ສັນຍາ​ຮັກ​.

​ສ່ວນ​ເພງຣ໊ອກ ຕໍ່​ໄປ​ນີ້ ​ເປັນ​ຜົນງານ​ເພງຂອງ ເລະ ​ແກ້ວ​ທະວີ ສິນລະປິນ ​ລາວ​ອາ​ເມຣິກັນ ຈາກ​ລັດ Florida ທີ່​ໄດ້​ກັ່ນ​ກອງ​ຄວາມ​ຮູ້ສຶກ​ທີ່​ດີອອກ​ມາ​ເປັນ​ບົດ​ກອນ ​ແຕ່ງ​ເປັນ​ເພງ​ເພື່ອ​ມອບ​ໃຫ້​ກັບ​ສາວ​ລາວ​ໂດຍ​ສະ​ເພາະ ຊຶ່ງ​ມີ​ຄວາມ​ໝາຍ​ຂອງ​ຄວາມ​ເປັນ​ກຸນ​ລະສະ​ຕີ ອັນ​ງົດ​ງາມ​ຂອງ​ລາ​ວ ​ໃນ​ບົດ​ເພງ ສາວ​ງາມ​ເມືອງ​ລາວ ຫວັງ​ວ່າທ່ານ​ຜູ້​ຟັງ​ຄົງ​ເຫັນ​ດ້ວຍ​ໃນ​ບົ​ດ​ເພງ​ນີ້…ຂໍຈັດ​ເພງ​ໃຫ້​ຜູ້​ຟັງ ບຸນ​ເລັ່ງ ​ໂພທິ​ລາດ ຜູ້​ຟັງ​ຈາກ​ສປປ ລາວ ທີ່​ມາ​ເຮັດ​ວຽກ​ຢູ່​ປະ​ເທດ​ໄທ ຂຽນບອກ​ມາວ່າ ຫຼັງ​ຈາກ​ທີ່​ໄດ້ຟັງ​ເພງ ທີ່​ທາງ​ເຮົາ​ຈັດ​ໃຫ້​ໄປ​ແລ້ວ ​ຄິດ​ຮອດ​ບ້ານ ຄິດ​ຮອດ​ຕອນ​ຍັງ​ນ້ອຍ​ທີ່​ຈູງ​ຄວາ​ຍກິນ​ຫຍ້າ​ວ່າ​ຊັ້ນ. ຈັ່ງ​ໃດ​ເອື້ອຍ​ວັນນະ​ສອນ ກໍ​ຂໍ​ເປັນ​ກຳລັງ​ໃຈ​ໃຫ້ຄົນໄກບ້ານທີ່​ອອກ​ມາ​ເຮັດ​ວຽກ​ໃນ​ຕ່າງ​ແດນ ​ໃຫ້ອົດທົນ​ ອົດ​ກັ້ນ ຕັ້ງ​ໃຈແລະ​ສູ້​ທົນ​ຕໍ່​ໄປ ​ເພື່ອສິ່ງ​ທີ່​ດີ​ໃນ​ວັນ​ຂ້າງ​ໜ້າ​ທີ່​ລໍ​ຢູ່ ​ແລະ​ຫວັງ​ວ່າ​ເພງ​ນີ້​ຄົງ​ເຮັດ​ໃຫ້ ບຸນ​ເລັ່ງ ​ຍັງ​ມີ​ຄວາມ​ຮູ້ສຶກ​ວ່າ ສາວ​ລາວ​ຍັງ​ງົດ​ງາມ​ສະເໝີ​ໄປ.

ລິງໂດຍກົງ

ຂໍ​ນຳ​ສະ​ເໜີຜົນງານ​ເພງ​ໃໝ່​ຂອງ​ສິນລະປິນ​ລາວ-​ກາ​ນາ​ດາ ພີດ ສະກຸນ​ກູ້ ສິນລະປິນ​ໜ້າ
​ໃໝ່​ຢູ່​ໃນ​ວົງ​ການ​ເພງ​ລາວ​ຕ່າງ​ແດນ…ຂໍ​ຝາກ​ຜົນງານ​ເພງ​ນີ້ ​ໄວ້​ໃຫ້​ຄົນ​ລາວ​ທຸກໆທ່ານ ​
ໃນ​ບົດ​ເພງ ​ໂຊກ​ດີ​ທີ່​ຮັກ.

ລິງໂດຍກົງ

XS
SM
MD
LG