ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກລັດຖະບານໄຕ້ຫວັນ ​ທີ່​ນິຍົມ​ຈີນ ເສຍພື້ນທີ່ ຫຼາຍແຫ່ງ ໃນການເລືອກຕັ້ງ ທົ່ວເກາະ


ຜູ້ປົກຄອງນະຄອນຫລວງໄທເປ ຄົນໃໝ່ ທ່ານ Ko Wen-je (ກາງ) ຊູແຂນຂຶ້ນພ້ອມກັນກັບຄວບຄົວ ແລະ ເພື່ອນໆ ເພື່ອສະຫລອງໄຊຊະນະ ກັບບັນດາຜູ້ສະໜັບສະໜຸນ ຢູ່ສຳນັກງານຫາສຽງຂອງທ່ານ, ວັນທີ 29 ພະຈິກ 2014.
ຜູ້ປົກຄອງນະຄອນຫລວງໄທເປ ຄົນໃໝ່ ທ່ານ Ko Wen-je (ກາງ) ຊູແຂນຂຶ້ນພ້ອມກັນກັບຄວບຄົວ ແລະ ເພື່ອນໆ ເພື່ອສະຫລອງໄຊຊະນະ ກັບບັນດາຜູ້ສະໜັບສະໜຸນ ຢູ່ສຳນັກງານຫາສຽງຂອງທ່ານ, ວັນທີ 29 ພະຈິກ 2014.

ນາຍົກລັດຖະມົນຕີ​ໄຕ້​ຫວັນ ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ຫຼັງຈາກ
ພັກ​ທີ່​ນິຍົມ​ຈີນ ຂອງ​ລັດຖະບານ​ຂອງ​ທ່ານ ​ໄດ້​ຮັບ​ການ​ປະລາ​
ໄຊ ຢ່າງ​ໜັກ ເກີນຄາດໝາຍ ​ໃນການ​ເລືອກ​ຕັ້ງຂັ້ນທ້ອງ​ຖິ່ນ
​ໃນທົ່ວເກາະນັ້ນ.

ນາຍົກລັດຖະມົນຕີ Jiang Yi-huah ຖະ​ແຫລ​ງ​ຢູ່​ກອງ​ປະຊຸມ
ນັກ​ຂ່າວ ​ໃນ​ວັນ​ເສົາ​ວານ​ນີ້ ວ່າ ທ່ານຮັບ​ເອົາ​ຄວາມ​ຮັບຜິດຊອບ
ສຳ​ຫລັບການເສຍໄຊ ຂອງ​ພັກຊາດ​ນິຍົມ Nationalist Party
ຫຼືຈີນ​ຄະ​ນະ​ຊາດ.

ພັກ​ດັ່ງກ່າວ ທີ່​ມີອີກ​ຊື່ນຶ່ງ​ ຄື Kuomingtang ຫຼື KMT ​ເສຍ​ຕຳ​
ແໜ່​ງ​ຂັ້ນສູງ​ໃນ​ 8 ຕົວ​ເມືອງ ​ແລະ ​ເຂດມົນທົນ​ຕ່າງໆ ລວມທັງນະຄອນຫລວງໄທ​ເປ ທີ່​ເປັນ​ເຂດ​ທີ່​ໝັ້ນຂອງ​ພັກ ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ ​ອີກ​ດ້ວຍ. ການ​ຢັ່ງ​ຫາງ​ສຽງ​ກ່ອນ​ການ​ເລືອກ​ຕັ້ງ ​ໄດ້​ຄາດ​ຄະ​ເນວ່າ ພັກ​ຈະ​ເສຍພຽງ 3 ເຂດ​ເທົ່າ​ນັ້ນ.

​ຜົນ​ທີ່ອອກ​ມາ ​ຊີ້​ໃຫ້​ເຫັນ​ວ່າ ບັນດາ​ຜູ້​ປ່ອນ​ບັດ​ບໍ່​ເພິ່ງພໍ​ໃຈ ນຳ​ປະທານາທິບໍດີ Ma Ying
-jeou ​ແລະ ນະ​ໂຍບາຍ​ຂອງ​ທ່ານ ​ໃນການ​ສະ​ແຫວງຫາສາຍ​ພົວພັນ ​ທີ່ແໜ້ນ​ແຟ້ນ​ຂຶ້ນ ກັບ​ຈີນ​ແຜ່ນດິນ​ໃຫຍ່ນັ້ນ. ການ​ເສຍ​ໄຊ​ໃນ​ຄັ້ງນີ້ ຈະ​ສົ່ງ​ຜົນ​ເສຍ​ຫາຍ​ ​ແກ່​ໂອ​ກາດ​ຂອງພັກ​ຊາດ​ນິຍົມ ໃນ​ການທີ່​ຈະ​ໄດ້​ຍຶດຄອງ​ຕຳ​ແໜ່​ງປະທານາທິບໍດີ​ໄວ້ ​ໃນ​ການ​ເລືອກຕັ້ງ​ຄັ້ງປີ 2016 ທີ່​ຈະ​ມາ​ເຖິງ​ນີ້.

TAIWAN ELECTIOINS VO
please wait
Embed

No media source currently available

0:00 0:00:38 0:00


Taiwan's prime minister has resigned after his pro-China ruling party suffered a worse defeat than anticipated in island-wide local elections.

Premier Jiang Yi-huah told a news conference Saturday that he takes responsibility for the Nationalist Party's heavy losses.

The party, also known as the Kuomintang, or KMT, lost the top jobs in eight cities and counties, including in its longtime stronghold of Taipei, Taiwan's capital. Pre-election polls had forecast just three losses.

The results indicate voters are unhappy with President Ma Ying-jeou and his pursuit of stronger ties with mainland China. The losses will hurt the Nationalist Party's odds of holding onto the presidency in 2016.

XS
SM
MD
LG