ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄອຍະການ ພິເສດ ທີ່ສືບສວນ ການແຊກແຊງ ໃນການເລືອກຕັ້ງ ຟ້ອງຊາວຣັດເຊຍ 13 ຄົນ


ຮອງລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ ທ່ານຣອດ ຣໍເຊັນສໄຕນ໌ ປະກາດວ່າ ຄະນະຕຸລາການສະຫະລັດ ໄດ້ຟ້ອງຊາວຣັດເຊຍ 13 ຄົນ ແລະບໍລິສັດຣັດເຊຍ ຫຼາຍໆບໍລິສັດ ໃນວັນສຸກ ທີ 16 ກຸມພາ 2016 ທີ່ນະຄອນຫຼວງ ວໍຊິງຕັນ.
ຮອງລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ ທ່ານຣອດ ຣໍເຊັນສໄຕນ໌ ປະກາດວ່າ ຄະນະຕຸລາການສະຫະລັດ ໄດ້ຟ້ອງຊາວຣັດເຊຍ 13 ຄົນ ແລະບໍລິສັດຣັດເຊຍ ຫຼາຍໆບໍລິສັດ ໃນວັນສຸກ ທີ 16 ກຸມພາ 2016 ທີ່ນະຄອນຫຼວງ ວໍຊິງຕັນ.

ໄອຍະການພິເສດ ທີ່ສືບສວນກ່ຽວກັບການແຊກແຊງຂອງຣັດເຊຍ ເຂົ້າໃນການເລືອກ
ຕັ້ງປີ 2016 ໄດ້ປະກາດ ກ່ຽວກັບການກ່າວຫາ ໃນວັນສຸກວານນີ້ ຕໍ່ບໍລິສັດສື່ສັງຄົມຣັດ
ເຊຍ ພ້ອມດ້ວຍພະນັກງານ ຂອງບໍລິສັດ 12 ຄົນ ແລະຜູ້ໃຫ້ການສະໜັບສະໜຸນ ທາງ
ດ້ານການເງິນ ໃນການຟ້ອງຮ້ອງ ເປັນເທື່ອທຳອິດ ຕໍ່ຊາວຣັດເຊຍ ທີ່ ຖືກກ່າວຫາຢ່າງ ເປັນທາງການວ່າ ມີສ່ວນພົວພັນ ໃນຄວາມພະຍາຍາມດັ່ງກ່າວ.

ການຟ້ອງຮ້ອງ ໂດຍຄະນະຕຸລາການ ຂອງລັດຖະບານກາງ ທີ່ນະຄອນຫຼວງວໍຊິງຕັນ
ໄດ້ກ່າວຫາວ່າ ອົງການຄົ້ນຄວ້າທາງອິນເຕີແນັດ ຊຶ່ງເປັນບໍລິສັດ ມີຫ້ອງການຕັ້ງຢູ່ນະ
ຄອນເຊນປີເຕີສເບີກທີ່ມີຄວາມສຳພັນກັບວັງເຄຣັມລິນນັ້ນ ໄດ້ເປັນຜູ້ຈັດແຈງການໂຄ
ສະນາຫາສຽງແບບບໍ່ຢ້ານກົວ ເພື່ອຊັກຈູງການເລືອກຕັ້ງປະທານາທິບໍດີ ໃນປີ 2016​ ເພື່ອສະໜັບສະໜຸນປະທານາທິບໍດີ ດໍໂນລ ທຣຳ.

Rosenstein: Conspiracy Was Part of Larger Operation
please wait

No media source currently available

0:00 0:00:49 0:00

ໄອຍະການ ຍັງໄດ້ກ່າວຫາ ນາຍທຶນທີ່ໃຫ້ເງິນສະໜັບສະໜຸນ ອົງການຄົ້ນຄວ້າທາງອິນ
ເຕີແນັດ ນັກທຸລະກິດ ເຢັບເກນີ ປຣິສໂກຊິນ (Yevgeniy Prigozhin) ແລະ 2 ບໍລິສັດ
ທີ່ທ່ານເປັນຜູ້ຄວບຄຸມຢູ່.

ສຳນວນຟ້ອງກ່າວວ່າ ທ່ານປຣິສໂກຊິນແລະທຸລະກິດຂອງລາວ ໄດ້ໃຫ້ການສະໜັບສະ
ໜຸນ “ທາງດ້ານການເງິນທີ່ສຳຄັນ” ໃນການປະຕິບັດງານຂອງອົງການຄົ້ນຄວ້າທາງອິນ
ເຕີແນັດ ເພື່ອລົບກວນການເລືອກຕັ້ງຂອງສະຫະລັດ.

ຮອງລັດຖະມົນຕີກະຊວງຍຸຕິທຳ ຂອງສະຫະລັດ ທ່ານຣອດ ຣໍເຊັນສະໄຕນ໌ກ່າວວ່າ ຜູ້
ສົມຮູ້ຮ່ວມຄິດຊາວຣັດເຊຍ ແມ່ນຊອກຫາທາງ “ຊຸກຍູ້ໃຫ້ເກີດຄວາມແຕກແຍກທາງສັງ
ຄົມ ຢູ່ໃນສະຫະລັດ ແລະບ່ອນທຳລາຍ ຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ລະບອບປະ ຊາທິປະໄຕ.”

13 Russians Indicted in Mueller Probe
please wait

No media source currently available

0:00 0:01:30 0:00

​ທ່ານຣໍເຊັນສະໄຕນ໌ກ່າວຢູ່ກອງປະຊຸມຖະແຫຼງຂ່າວທີ່ນະຄອນຫຼວງວໍຊິງຕັນວ່າ “ພວກ
ເຮົາຈະຕ້ອງບໍ່ອະນຸຍາດໃຫ້ພວກເຂົາປະສົບຄວາມສຳເລັດ.”

ທ່ານຣໍເຊັນສະໄຕນ໌ເວົ້າວ່າ ການສົມຮູ້ຮ່ວມຄິດນີ້ ແມ່ນເປັນສ່ວນນຶ່ງ ຂອງການປະຕິບັດ
ງານຂະໜາດໃຫຍ່ ທີ່ມີລະຫັດວ່າ ໂຄງການ Lakkta.

ທ່ານຣໍເຊັນສະໄຕນ໌ ກ່າວຕື່ມວ່າ ໂຄງການ Lakkta ນີ້ ມີອົງປະກອບຢູ່ຫຼາຍຢ່າງ ສ່ວນ
ນຶ່ງແມ່ນພົວພັນກັບພວກຜູ້ຊົມຜູ້ຟັງພາຍໃນປະເທດຣັດເຊຍເອງແລະອີກສ່ວນນຶ່ງແມ່ນ
ແນໃສ່ພວກຜູ້ຊົມຜູ້ຟັງ ຢູ່ໃນຫຼາຍໆປະເທດ.

ໄອຍະການພິເສດຣໍເບີດ ມັລເລີ ທີ່ບໍ່ໄດ້ໃຫ້ຄວາມເຫັນໃດໆນັບຕັ້ງແຕ່ທ່ານໄດ້ຖືກແຕ່ງ
ຕັ້ງ ເມື່ອເດືອນພຶດສະພາປີກາຍ ກໍບໍ່ໄດ້ໄປຖະແຫຼງ ຢູ່ທີ່ກອງປະຊຸມນັກຂ່າວດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG