ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີມູບາຣັກ ລາອອກແລ້ວ


ປະທານາທິບໍດີມູບາຣັກ ລາອອກແລ້ວ
ປະທານາທິບໍດີມູບາຣັກ ລາອອກແລ້ວ

ຮອງປະທານາທິບໍດີ Omar Suleiman ປະກາດ ຂ່າວການລາອອກ ຂອງປະທານາທິບໍດີ Hosni Mubarak, ວັນສຸກ ທີ 11 ກຸມພາ 2011, ທີ່ ນະຄອນຫລວງ Cairo, ປະເທດ Egypt. (AP Photo/Egypt TV)
ຮອງປະທານາທິບໍດີ Omar Suleiman ປະກາດ ຂ່າວການລາອອກ ຂອງປະທານາທິບໍດີ Hosni Mubarak, ວັນສຸກ ທີ 11 ກຸມພາ 2011, ທີ່ ນະຄອນຫລວງ Cairo, ປະເທດ Egypt. (AP Photo/Egypt TV)

ປະທານາທິບໍດີອີຈິບ ທ່ານໂຮສນີ ມູບາຣັກ ໄດ້ລາອອກຈາກຕໍາແໜ່ງແລ້ວ. ຂ່າວການລາ
ອອກຂອງທ່ານໃນວັນສຸກມື້ນີ້ ແມ່ນອອກມາຈາກຮອງປະທານາທິບໍດີ ໂອມາ ສຸເລມານ ທີ່ໄດ້ອອກມາປະກາດທາງໂທລະພາບ ແລະພ້ອມດຽວກັນ ກໍປະກາດວ່າ ບັດນີ້ ຝ່າຍກອງ
ທັບຈະເປັນຜູ້ບໍລິຫານປະເທດຊົ່ວຄາວ.

ຂ່າວການລາອອກຂອງທ່ານມູບາຣັກ ໄດ້ຮຽກສຽງຮ້ອງໂຮດີອົກດີໃຈຢ່າງຟົດສະນັ່ນ ຈາກ
ພວກປະທ້ວງຕໍ່ຕ້ານລັດຖະບານ ຫລາຍໝື່ນຄົນ ທີ່ຍັງໂຮມຊຸມນຸມຢູ່ຈະຕຸລັດ Tahrir ໃນ
ນະຄອນຫລວງໄຄໂຣ ຊຶ່ງເວລານັ້ນ ແມ່ນເປັນກາງຄືນວັນສຸກແລ້ວ. ພວກປະທ້ວງຫລາຍໆ
ຄົນ ພາກັນຮ້ອງເພງ ແລະແກ່ວງທຸງຊາດອີຈິບ.

ຄລິກບ່ອນລູກສອນຂ້າງເທິງ ເພື່ອເບິ່ງຮູບສະລາຍດ໌


ກ່ອນໜ້າມີການປະກາດຂ່າວການລາອອກນັ້ນ ຫລາຍໆອົງການຂ່າວລາຍງານຂ່າວ ອ້າງ
ຄໍາເວົ້າຂອງພວກເຈົ້າໜ້າທີ່ ວ່າ ທ່ານມູບາຣັກກັບຄອບຄົວໄດ້ອອກຈາກນະຄອນຫລວງ
ໄຄໂຣໄປແລ້ວ ແລະມຸ່ງໜ້າໄປຍັງບ້ານພັກຂອງທ່ານ ທີ່ເມືອງຕາກອາກາດ Sharm El-Sheikh ຢູ່ແຄມທະເລແດງ.

ທໍນຽບຂາວໄດ້ສະແດງປະຕິກິຣິຍາຕອບຕໍ່ຂ່າວນີ້ ໂດນເອີ້ນການເຄື່ອນໄຫວດັ່ງກ່າວວ່າ
ເປັນ "ບາດກ້າວໃນທາງບວກອັນທໍາອິດ."

EDITOR'S NOTE: ນີ້ແມ່ນຂ່າວ ອັບເດດຫລ້າສຸດ ທີ່ອອກມາຫລັງຈາກລາຍການອອກ
ອາກາດຂອງເຮົາ ໄດ້ສີ້ນສຸດລົງແລ້ວ. ສະນັ້ນ ຈຶ່ງບໍ່ມີສຽງລາຍງານ.

XS
SM
MD
LG