ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານມູບາຣັກໂອນອໍານາດ ໃຫ້ຮອງປະທານາທິບໍດີ


ພວກປະທ້ວງຕໍ່ຕ້ານລັດຖະບານ ແລະທະຫານອີຈິບ ພາກັນສວດມົນພາວະນາ ຢູ່ເທິງລົດຖັງແລະລົດຫຸ້ມເກາະ ໃນວັນສຸກມື້ນີ້ ທີ່ຈະຕຸລັດປົດປ່ອຍ (11 ກຸມພາ 2011)
ພວກປະທ້ວງຕໍ່ຕ້ານລັດຖະບານ ແລະທະຫານອີຈິບ ພາກັນສວດມົນພາວະນາ ຢູ່ເທິງລົດຖັງແລະລົດຫຸ້ມເກາະ ໃນວັນສຸກມື້ນີ້ ທີ່ຈະຕຸລັດປົດປ່ອຍ (11 ກຸມພາ 2011)

ກອງທັບອີຈິບໄດ້ໃຫ້ການສະໜັບສະໜຸນກ່ຽວກັບການໂອນ
ອຳນາດຂອງປະທານາທິບໍດີ Hosni Mubarak ທີ່ພວມ
ປະສົບບັນຫາ ໃຫ້ແກ່ຮອງປະທານາທິບໍດີ ທ່ານ Omar
Suleiman ແລະຮຽກຮ້ອງໃຫ້ນະຄອນຫຼວງຂອງອີຈິບທີ່
ໄດ້ຮັບຄວາມເສຍຫາຍ ຈາກການເດີນຂະບວນປະທ້ວງຕໍ່
ຕ້ານ ປະທານາທິບໍດີ Mubarak ເປັນເວລາ 18 ມື້ນັ້ນ
ກັບຄືນເຂົ້າສູ່ການດຳລົງຊີວິດແບບປົກກະຕິ.

ກອງທັບອີຈິບ ໄດ້ອອກຖະແຫຼງການໃນວັນສຸກມື້ນີ້ ລຸນຫຼັງ
ການປະຊຸມຂອງສະພາສູງສຸດກອງທັບໃນມື້ທີ່ພວກຈັດການ
ປະທ້ວງທຳນາຍວ່າ ຈະມີການໂຮມຊຸມນຸມປະທ້ວງຄັ້ງໃຫຍ່ສຸດ ນັບແຕ່ປະຊາຊົນອີຈິບໄດ້
ພາກັນລຸກຮືຂຶ້ນໃນເດືອນແລ້ວ.

ຖະແຫຼງການຂອງກອງທັບຍັງເວົ້າວ່າ ພວກທະຫານຈະເປັນຜູ້ຄໍ້າປະກັນວ່າການປະຕິຮູບ
ທີ່ໄດ້ສະເໜີໂດຍທ່ານ Mubarak ນັ້ນ ຈະມີການຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ວາງ
ໄວ້ ຮວມທັງໃນທີ່ສຸດ ຈະມີການຍົກເລີກກົດໝາຍພາວະສຸກເສີນ ທີ່ໄດ້ມີມາເປັນເວລາ 30
ປີແລ້ວນັ້ນທີ່ເຮັດໃຫ້ລັດຖະບານອີຈິບສາມາດຄວບຄຸມປະຊາຊົນໄດ້ຢ່າງເຄັ່ງຄັດ. ນອກນັ້ນ ຖະແຫຼງການຍັງໃຫ້ຄຳໝັນສັນຍາວ່າ ການເລືອກຕັ້ງປະທານາທິບໍດີ ທີ່ມີກຳນົດຈະຈັດຂຶ້ນ
ໃນເດືອນກັນຍາປີນີ້ ຈະເປັນການເລືອກຕັ້ງ ທີ່ເສລີ ແລະຍຸດຕິທຳ. ທາງກອງທັບອີຈິບໄດ້ ຮຽກຮ້ອງໃຫ້ປະຊາຊົນພາກັນກັບຄືນເມືອເຮືອນເມືອຊານຂອງພວກເຂົາເຈົ້າ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຖະແຫຼງການດັ່ງກ່າວ ຈະມີຜົນໜ້ອຍຫຼາຍປານໃດຕໍ່ພວກ
ປະທ້ວງຈຳນວນຫຼາຍສິບພັນຄົນ ທີ່ໄປໂຮມຊຸມນຸມກັນຈົນແໜ້ນຈະຕຸລັດປົດປ່ອຍ ຫຼືຈະຕຸ
ລັດ Tahrir ໃນນະຄອນຫຼວງໄຄໂຣແລະບ່ອນອື່ນໆອີກໃນນະຄອນດັ່ງກ່າວ. ຝູງຊົນທີ່ໄປ
ໂຮມຊຸມນຸມກັນຍັງສືບຕໍ່ເພີ່ມຈຳນວນຂຶ້ນເລື້ອຍໆລຸນຫຼັງທີ່ໄດ້ມີການໄປສວດມົນພາວະນາ
ໃນວັນສຸກມື້ນີ້.

ພວກທະຫານພ້ອມທັງລົດຖັງແລະລົດຫຸ້ມເກາະ ໄດ້ອ້ອມຈະຕຸລັດປົດປ່ອຍ ແລະມີໜ້າຢູ່ໃນ ເຂດອື່ນໆອີກຂອງນະຄອນຫຼວງໄຄໂຣ ເພື່ອກຽມຮັບມືກັບຄວາມຮຸນແຮງທີ່ອາດເກີດຂຶ້ນ.
ນອກນັ້ນແລ້ວພວກປະທ້ວງຍັງໄດ້ໄປໂຮມຊຸມນຸມກັນຢູ່ອ້ອມທຳນຽບປະທານາທິບໍດີທີ່ຄຸ້ມ
Heliotropolis ໃນເຂດຊານເມືອງຂອງກຸງໄຄໂຣ ບ່ອນທີ່ໄດ້ມີການຮັກສາຄວາມປອດໄພ
ຢ່າງເຄັ່ງຄັດເຊັ່ນດຽວກັນນັ້ນ.

EDITOR'S NOTE: ຂ່າວຫລ້າສຸດ ຫລັງຈາກທີ່ພວກເຮົາອອກອາກາດ ໄປແລ້ວ ແຈ້ງວ່າ ຮອງປະທານາທິບໍດີ Suleiman ໄດ້ອອກມາປະກາດວ່າ ປະທານາທິບໍດີມູບາຣັກ ໄດ້ລາອອກຈາກຕໍາແໜ່ງແລ້ວ ແລະມອບໃຫ້ກອງທັບ ເປັນຜູ້ປົກຄອງປະເທດຊົ່ວຄາວ. ເຊີນຄລິກບ່ອນຮູບ ທີວີ ຂ້າງເທິງຂວາມື ເພື່ອເບິ່ງຮູບສະລາຍດ໌ ກ່ຽວກັບພວກປະທ້ວງ ທີ່ພາກັນສະແດງຄວາມດີອົກດີໃຈ.

XS
SM
MD
LG