ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບສະຫຼອງການລາອອກ ຂອງທ່ານ Mubarak


ຊາວອີຈິບພາກັນສະເຫຼີມສະຫຼອງ ຂ່າວການລາອອກ ຂອງປະທານາທິບໍດີ Hosni Mubarak ໃນວັນສຸກວານນີ້.
ຊາວອີຈິບພາກັນສະເຫຼີມສະຫຼອງ ຂ່າວການລາອອກ ຂອງປະທານາທິບໍດີ Hosni Mubarak ໃນວັນສຸກວານນີ້.

ຊາວອີຈິບພວມພາກັນສະເຫຼີມສະຫຼອງ ການລາອອກ
ຈາກຕຳແໜ່ງປະທານາທິບໍດີຂອງທ່ານ Hosni Mu-
barak ທີ່ມີຂຶ້ນໃນມື້ວັນສຸກວານນີ້ 18 ມື້ຫຼັງຈາກໄດ້
ມີການປະທ້ວງທວງໃຫ້ສິ້ນສຸດການປົກຄອງເປັນເວລາ
30 ປີຂອງທ່ານ.

ຝູງຊົນທີ່ຈະຕຸລັດປົດປ່ອຍ ຫຼືຈະຕຸລັດ Tahrir ໃນນະ
ຄອນຫຼວງໄຄໂຣ ບ່ອນທີ່ການປະທ້ວງໄດ້ເລີ້ມຕົ້ນຂຶ້ນນັ້ນ
ເບົາບາງລົງໃນວັນເສົາມື້ນີ້ ຫຼັງຈາກພວກປະທ້ວງຕໍ່ຕ້ານ
ລັດຖະບານ ໄດ້ໂຮມຊຸມນຸມກັນແໜ້ນບໍລິເວນດັ່ງກ່າວມາ
ໄດ້ຫຼາຍໆມື້ແລ້ວ. ພວກທະຫານເລີ້ມຍົກຍ້າຍເຄື່ອງກີດ
ຂວາງ ໜາມໝາກຈັບແລະມ້ຽນໝັດເສດຂີ້ເຫຍື້ອໃນບໍລິ
ເວນຈະຕຸລັດ ແລະອ້ອມແອ້ມຕຶກໂຮງການລັດຖະບານ
ຊຶ່ງໃນບາງກໍລະນີນັ້ນແມ່ນໄດ້ຮັບຄວາມຊ່ອຍເຫຼືອຈາກ
ພວກປະທ້ວງທີ່ໄດ້ກາຍເປັນອາສາສະມັກ.

ຄລິກບ່ອນລູກສອນ ຊ້າຍ-ຂວາ ຂ້າງເທິງ ເພື່ອເບິ່ງຮູບສະລາຍດ໌

ຮອງປະທານາທິບໍດີອີຈິບ ທ່ານ Omar Suleiman ປະກາດກ່ຽວກັບການລາອອກຂອງ
ທ່ານ Mubarak ໃນມື້ວານນີ້ ຊຶ່ງໄດ້ພາໃຫ້ປະຊາຊົນມີຄວາມຕື່ນເຕັ້ນປິຕິຍິນດີ. ຖະໜົນ
ຫົນທາງສາຍຕ່າງໆໃນນະຄອນຫຼວງໄຄໂຣ ແລະຫົວເມືອງອື່ນໆແມ່ນເຕັມໄປດ້ວຍຝູງຊົນ ຊາວອີຈິບທີ່ພາກັນຮ້ອງເຊຍ ໂບກທຸງຊາດ ບີບແກລົດແລະຈູດບັ້ງໄຟດອກ ຂະນະທີ່ການ ສະເຫຼີມສະຫຼອງຍັງດຳເນີນຕໍ່ມາຕະຫຼອດຄືນ.

ຂະນະດຽວກັນ ອະດີດປະທານາທິບໍດີ Mubarak ໄດ້ເດີນທາງໂດຍທາງເຮືອບິນໄປຍັງ
ບ່ອນພັກຕາກອາກາດແຄມທະເລແດງຂອງທ່ານ ທີ່ເມືອງ Sharm el-Sheik.

ພາບຕາລາງເວລາການຂຶ້ນຄອງອໍານາດຂອງທ່ານມູບາຣັກ ຈົນຮອດມື້ຕົກຈາກ ອໍານາດ

ອໍານາດຂອງທ່ານ Mubarak ໄດ້ມີການມອບໂອນໃຫ້ພວກທະຫານ ຊຶ່ງເປັນກອງກໍາລັງ
ທີ່ປະຊາຊົນຊາວອີຈິບໄດ້ມີຄວາມໄວ້ເນື້ອເຊື່ອໃຈຢ່າງກວ້າງຂວາງນັ້ນ. ທາງກອງທັບອີຈິບ
ຍັງບໍ່ທັນປະກາດໃຫ້ຊາບເທື່ອກ່ຽວກັບແຜນການທີ່ວ່າ ຕົນຈະບໍລິຫານງານລັດຖະບານ
ໃນໄລຍະຂ້າມຜ່ານແບບໃດ ຫຼືໃຫ້ກຳນົດເວລາ ກ່ຽວກັບການເລືອກຕັ້ງປະທານາທິບໍດີ
ຫຼືການເລືອກຕັ້ງສະພາແຫ່ງຊາດ. ແຕ່ພວກທະຫານກ່າວວ່າ ຕົນຈະໃຫ້ການເຄົາລົບຕໍ່
ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.

XS
SM
MD
LG