ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານອີຈິບຕໍ່ສູ້ກັນເລັກນ້ອຍ ກັບພວກປະທ້ວງ ທີ່ຈະຕຸລັດ Tahrir


ທະຫານອິຈິບເລີກຕູບຜ້າໃບ ຂອງພວກປະທ້ວງທີ່ຈະຕຸລັດ Tahrir ໃນນະຄອນຫລວງໄຄໂຣ, ວັນທີ 13 ກຸມພາ 2011.
ທະຫານອິຈິບເລີກຕູບຜ້າໃບ ຂອງພວກປະທ້ວງທີ່ຈະຕຸລັດ Tahrir ໃນນະຄອນຫລວງໄຄໂຣ, ວັນທີ 13 ກຸມພາ 2011.


















ພວກ​ທະຫານ​ອີ​ຈິບ​ໄດ້​ທໍາ​ການ​ຕໍ່ສູ້​ກັນ​ເລັກໆ​ນ້ອຍໆ​ກັບ​ພວກປະ​ທ້ວງ​ນິຍົມ​ປະຊາທິປະໄຕ
ທີ່​ຈະຕຸ​ລັດ Tahrir ໃນ​ກຸງ​ໄຄໂຣ ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ພະຍາຍາມ​ຍົກຍ້າຍພວກປະທ້ວງ​
ອອກ​ຈາກ​ຖະໜົນ​ຫົນທາງເພື່ອ​ໃຫ້ການສັນຈອນໄປມາ​ກັບ​ຄືນສູ່​ສະພາບ​ປົກກະຕິ ຫລັງ​ຈາ​ກ
ການ​ລຸກ​ຮື​ຂຶ້ນ​ທີ່​ໄດ້ຍັງຜົນ​ໃຫ້​ປະທານາທິບໍດີ Hosni Mubarak ລາອອກ​ຈາກ​ຕໍາ​ແໜ່​ງ​
ໄປ​ນັ້ນ.

ພວກ​ທະຫານ​ໄດ້​ເຂົ້າ​ໄປ​ໃນ​ຈະຕຸ​ລັດ Tahrir ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້​ ແລະເລີ້ມທັບ​ມ້າງ​ພວກ​ຕູບ​ຜ້າ​ໃບ​ ທີ່​ພວກ​ປະ​ທ້ວງຈັ້ດ​ຕັ້ງ​ຂຶ້ນ​ເປັນ​ບ່ອນ​ພັກ​ເຊົາ​ຊົ່ວຄາວ ໃນ​ການ​ສືບ​ຕໍ່​ປະ​ທ້ວງທີ່​ໄດ້ ບີບ​ບັງຄັບ​ໃຫ້​ທ່ານ​ມູບາຣັກລາ​ອອກ​ໃນ​ວັນ​ສຸກ​ຜ່ານ​ມາ​ແລະ​ມອບ​ອໍານາດ​ໃຫ້​ແກ່​ກອງທັບ​ນັ້ນ.

ຫລັງຈາກ​ທ່ານ​ມູບາຣັກລາ​ອອກ​ຈາກ​ຕໍາ​ແໜ່​ງແລ້ວ ປະຊາຊົນ​ອີ​ຈິບ​ຫລາຍ​ແສນ​ຄົນ​ພາກ​ກັນ​ສະ​ເຫລີ​ມສະຫລອງ​ ໃນ​ແລງ​ວັນ​ສຸກ​ແລະ​ວັນ​ເສົາ​ ກ່ອນ​ຈະ​ພາກັນເດີນທາງ​ກັບ​ຄືນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ​ແຕ່​ພວກປະ​ທ້ວງ​ຫລາຍ​ຮ້ອຍ​ຄົນຍັງ​ຢູ່​ໃນ​ຈະຕຸ​ລັດ​ໃນ​ວັນ​ອາທິດ​ມື້​ນີ້ ​ໂດຍ​ປະຕິຍານວ່າ​ຈະ​ຢູ່​ຫັ້ນ​ຕໍ່​ໄປ​ ຈົນ​ກວ່າ​ພວກ​ທະຫານທີ່​ຂຶ້ນຄອງ​ອໍານາດ​ໃໝ່​ ຈະປະຕິບັດ​ຕາມ​ຄໍາ​ຮຽກຮ້ອງ​ຂອງ​ພວກ​ເຂົາ​ເຈົ້າ​ ​ໃຫ້ທໍາການ​ປະຕິ​ຮູບ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ນັ້ນ. ການ​ຕໍ່ສູ້​ກັນ​ເລັກໆນ້ອຍໆ​ໄດ້​ເກີດ​ຂຶ້ນ ໃນ​ຂະ​ພວກ​ນັກ​ເຄື່ອນ​ໄຫວ​ບາງ​ຄົນ​ພະຍາຍາມຂັດ​ຂືນ​ຄວາມພະຍາຍາມ​ຂອງ​ພວກ​ທະຫານ​ ທີ່​ຈະທັບ​ມ້າງຕູບ​ຜ້າ​ໃບ​ທີ່ຈະຕຸ​ລັດ​ນັ້ນ.

ຕາລາງເວລາການຂຶ້ນຄອງອໍານາດ ຂອງປະທານາທິບໍດີ ໂຮສນີ ມູບາຣັກ

ບັນດາ​ກຸ່ມ​ປະສົມ​ຊາວ​ໜຸຸມທີ່​ເປັນ​ຜູ້​ຈັດ​ແຈງ​ການ​ປະ​ທ້ວງ​ຂຶ້ນ​ນັ້ນ ​ໄດ້​ສະ​ເໜີ​ບັນຊີຄໍາຮຽກ
ຮ້ອງ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ວັນ​ເສົາ​ວານ​ນີ້ ທີ່​ມີຮວມທັງໃຫ້​ຍຸບສະພາ​ທີ່ພັກລັດຖະບານ​ຄອບ
ງໍາ​ຢູ່​ໃນເວລາ​ນີ້ ​ແລະ​ໃຫ້ຍົກ​ເລີກ​ກົດ​ພາວະ​ສຸກ​ເສີນ​ທີ່ປະຊາຊົນບໍ່​ນິຍົມທີ່ທ່ານ​ມູບາຣັກ​ໄດ້ປະ
ກາດ​ໃຊ້ ​ເວລາ​ທ່ານ​ຂຶ້ນ​ດໍາລົງ​ຕໍາ​ແໜ່ງປະທານາທິບໍດີ​ໃນ​ປີ 1981 ນັ້ນ.

ກອງທັບ​ອີ​ຈິບ​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ ຈະ​ກໍາກັບ​ດູ​ແລ​ເບິ່ງ​ການ​ຫັນປ່ຽນໄປ​ສູ່​ການ​ມີ​ລັດຖະບານ​ແບບ​ປະຊາທິປະ​ໄຕ​ແລະ​ພົນລະ​ເຮືອນນັ້ນ ​ແຕ່​ບໍ່​ໄດ້​ຈັດ​ຕັ້ງ​ເວລາ​ໄວ້. ທາງ​ກອງທັບ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ນັກ​ເຄື່ອນ​ໄຫວ​ນິຍົມ​ປະຊາທິປະ​ໄຕ​ ກັບ​ຄືນ​ສູ່​ບ້ານ​ເຮືອນ​ ແລະ​ໃຫ້​ກັບ​ຄືນ​ໄປ​ດໍາລົງ​ຊີວິດ​ຂອງ​ເຂົາ​ເຈົ້າ​ຕາມ​ປົກກະຕິ​ ຫລັງ​ຈາກ​ທໍາ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ມາ​ເປັນ​ເວລາ 18 ມື້ ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ການ​ເສດຖະກິດ​ຂອງ​ອີ​ຈິບ​ນັ້ນ.

XS
SM
MD
LG