ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງຊັນນີ ປັນຍານຸວົງ-ຣູເບັກ ແບ່ງປັນ ປະສົບພະການ ການສະໝັກເລືອກຕັ້ງ ເປັນຜູ້ພິພາກສາ


ຍານາງຊັນນີ ປັນຍານຸວົງ-ຣູເບັກ ອະດີດຜູ້ສະໝັກແຂ່ງຂັນເລືອກ ຕັ້ງເປັນຜູ້ພິພາກສາ ສານເມືອງ ແມັກເກລັນເບີກ ລັດຄາໂຣໄລນາເໜືອ ວັນທີ 3 ພະຈິກ 2020.
ຍານາງຊັນນີ ປັນຍານຸວົງ-ຣູເບັກ ອະດີດຜູ້ສະໝັກແຂ່ງຂັນເລືອກ ຕັ້ງເປັນຜູ້ພິພາກສາ ສານເມືອງ ແມັກເກລັນເບີກ ລັດຄາໂຣໄລນາເໜືອ ວັນທີ 3 ພະຈິກ 2020.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການວິດຊາວລາວ ຂອງ ວີໂອເອ ປະຈຳແລງວັນ
ພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບຍານາງຊັນນີ ປັນຍາ ນຸວົງ-ຣູເບັກ ອະດີດຜູ້
ສະໝັກ ເປັນຜູ້ພິພາກສາເຂດເມືອງແມັກເກລັນເບີກ ລັດ ຄາໂຣໄລນາເໜືອ ແລະການ
ປ່ອນບັດເລືອກຕັ້ງ ທີ່ຫາກໍ່ຜ່ານພົ້ນໄປເມື່ອອາທິດ ແລ້ວນີ້ມາສະເໜີິທ່ານ. ເຖິງແມ່ນຍາ
ນາງຊັນນີ ບໍ່ໄດ້ຊະນະ ການເລືອກຕັ້ງກໍ ຕາມ ແຕ່ຍານາງ ໄດ້ສ້າງບົດບາດໄວ້ໃຫ້ແກ່ບັນ
ດາເຍົາວະຊົນລາວອາເມຣິກັນ ໃນອະນາຄົດ. ປະສົບພະການໃນເລືອກຕັ້ງຂອງຍານາງ
ຊັນນີ ເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຄະນະທີ່ປະຊາຊົນອາເມຣິກັນ ແລະຊາວໂລກລໍຖ້າຟັງຜົນການນັບຄະ ແນນສຽງ
ເລືອກຕັ້ງ ປະທານາທິບໍດີ ຄົນທີ 46 ຂອງສະຫະລັດ ລະຫວ່າງພັກ ຣີພັບບລິກັນ ແລະ
ພັກເດໂມແຄຣັດທີ່ແກ່ຍາວຢູ່ນັ້ນ. ໃນອີກດ້ານນຶ່ງ ປະຊາຄົມລາວອາເມຣິກັນໃນທົ່ວ
ປະເທດ ໄດ້ພາກັນຕິດຕາມຢ່າງໃກ້ຊິດເບິ່ງການສະໝັກ ເປັນຜູ້ພິພາກສາປະຈຳສານ
ເມືອງເມັກເກລັນເບີກ ຂອງຍານາງຊັນນີ ປັນຍານຸ ວົງ-ຣູເບັກ ທີ່ສັງກັດພັກຣີພັບບລິກັນ
ຢູ່ໃນລັດຄາໂຣໄລນາເໜືອ.

ເປັນເວລາກວ່ານຶ່ງປີ ທີ່ຍານາງຊັນນີໄດ້ທຸ້ມເທເຫື່ອແຮງໂຄສະນາຫາສຽງຊອກ ຫາການສະໜັບສະໜູນ ຈາກປະຊາຄົມໂດຍທົ່ວໄປ ທັງລາວ ແລະອາເມຣິກັນ ຢູ່ໃນເຂດດັ່ງກ່າວ
ບ່ອນທີ່ການປ່ອນບັດເລືອກຕັ້ງໄດ້ມີຂຶ້ນພ້ອມໆດຽວກັບການ ເລືອກຕັ້ງປະທານາທິບໍດີສະຫະລັດ ໃນວັນອັງຄານທີ 3 ພະຈິກ 2020 ທີ່ຫາ ກໍຜ່ານພົ້ນໄປ. ແຕ່ໜ້າເສຍໃຈ ທີ່
ຍານາງຊັນນີ ບໍ່ສາມາດເອົາຊະນະຄູ່ແຂ່ງຄື ທ່ານເຣັກສ໌ ມາຣເວີລ (Rex Marvel) ທີ່ສັງ
ກັດພັກເດໂມແຄຣັດ.

ເຖິງແມ່ນຍານາງຊັນນີ ໄດ້ຮັບຄວາມຜິດຫວັງກໍຕາມ ແຕ່ໃນອີກດ້ານນຶ່ງນັ້ນ ຍານາງໄດ້
ຮັບຄຳຍ້ອງຍໍສັນລະເສີນໃນບົດບາດ ຈາກບັນດາສະມາຊິກສັງຄົມລາວ ອາເມຣິກັນ ທີ່ຢູ່
ໃກ້ ແລະໄກເຖິງ 26 ລັດ ທີ່ໄດ້ສົ່ງປັດໄຈ ມາຊ່ວຍໃຊ້ຈ່າຍໃນການໂຄສະນາຫາສຽງ ຮວມ
ເປັນເງິນທັງໝົດ 30 ກວ່າພັນໂດລາ. ຍານາງຊັນ ນີ ເປັນສະຕີອາເມຣິກັນເຊື້ອສາຍລາວ
ທີໄດ້ວາງພື້ນຖານ ແລະບົດບາດໄວ້ໃນ ປະຫວັດສາດສັງຄົມລາວອາເມຣິກັນ ເພື່ອໃຫ້
ເຍົາວະຊົນລຸ້ນຫຼັງ ໄດ້ເປັນແຫວ່ນ ແຍງ ຊຶ່ງຍານາງຊັນນີ ໄດ້ກ່າວກ່ຽວກັບການຕັດສິນໃຈ
ລົງສະໝັກແຂ່ງຂັນ ແລະປະສົບ ໃນການເລືອກຕັ້ງສູ່ວີໂອເອ ຟັງດັ່ງນີ້:

“ຂ້າພະເຈົ້າຮູ້ດີວ່າ ຂ້າພະເຈົ້າຢາກສະໝັກເປັນຜູ້ພິພາກສາເມື່ອສິບປີກ່ອນເພາະວ່າ
ຂ້າພະເຈົ້າໄດ້ຊ່ວຍບັນດາຜູ້ສະໝັກເປັນຜູ້ພິພາກສາ ຊຶ່ງໃນເວລານັ້ນຂ້າພະເຈົ້າຍັງເປັນ
ນັກຮຽນກົດໝາຍ ແລະໄດ້ຮຽນຮູ້ ຈາກການດຳເນີນວຽກງານ ດ້ານ ການເມືອງ. ຫຼັງຈາກ
ໄດ້ມີປະສົບການເຮັດວຽກຢູ່ໃນລະບົບສານ ມາໄດ້ກວ່າສິບ ປີ ຂ້າພະເຈົ້າຢາກລົງສະໝັກ
ເປັນຜູ້ພິພາກສາ ເພື່ອໃຊ້ຄວາມຊຳນານ ທີ່ສຳຄັນ ເຫລົ່ານັ້ນ.”

ຍານາງຊັນນີ ໄດ້ເຮັດວຽກດ້ານກົດໝາຍ ເປັນທະນາຍຄວາມປ້ອງກັນຄົນທີ່ມີ ລາຍໄດ້ຕໍ່າ
ຈາກການກະທຳຜິດທີ່ບໍ່ຮ້າຍແຮງແລະເພື່ອໃຫ້ໂອກາດແກ່ເຂົາເຈົ້າ ໄດ້ຕັ້ງໂຕໃໝ່ຊຶ່ງຊື່ສຽງ
ຂອງຍານາງໄດ້ເປັນທີ່ຮູ້ກັນດີຢູ່ໃນເມືອງແມັກເກັລນເບີກ ມາເປັນເວລາກວ່າສິບປີແລ້ວ.
ການຕັດສິນໃຈສະໝັກເຂົ້າແຂ່ງຂັນ ຢູ່ຕໍາແໜ່ງ ໃດໆ ໃນຫ້ອງການລັດຖະບານທ້ອງຖິ່ນລັດ
ຫຼືລັດຖະບານກາງ ຜູ້ສະໝັກຕ້ອງ ມີເງິນໃຊ້ຈ່າຍໃນການໂຄສະນາຫາສຽງ ມີຜູ້ສະໜັບ
ສະໜູນ ມີອາສາສະໝັກໃຊ້ ເຫື່ອແຮງ ເສຍສະຫຼະເວລາ ແລະປັດໄຈ ຊຶ່ງຍານາງຊັນນີ ໄດ້
ກ່າວເຖິງຕອນນີ້ວ່າ:

“ຂ້າພະເຈົ້າບໍ່ມີຄວາມເປັນຫ່ວງດ້ານການເງິນ ເພາະວ່າຂ້າພະເຈົ້າໄດ້ທ້ອນເງິນ ແລະສາ
ມີຂອງຂ້າພະເຈົ້າ ກໍໄດ້ຊ່ວຍບໍລິຈາກ ພ້ອມດ້ວຍສະມາຊິກສັງຄົມລາວ ອາເມຣິກັນ ຈາກ
26 ລັດ ແລະປະຊາຄົມໂດຍທົ່ວໄປ ທີ່ໄດ້ຍິນຂ່າວ ການສະ ໝັກເຂົ້າແຂ່ງຂັນຂອງຂ້າພະ
ເຈົ້າ. ຂ້າພະເຈົ້າຢາກໃຫ້ຮູ້ເປັນທີ່ແນ່ນອນວ່າ ປະ ສົບການທີ່ຍາວນານຂອງຂ້າພະເຈົ້ານັ້ນ
ຈະພັດທະນາໃຫ້ຂ້າພະເຈົ້າເຂົ້າໄປເປັນ ຜູ້ພິພາກສາ ທີ່ຂ້າພະເຈົ້າໄດ້ເຫັນເປັນໂຕຢ່າງມາຕະຫລອດປີນັ້ນ ແລະບັນດາ ລູກຄວາມທີ່ຈະຊ່ວຍຕັດສິນໃຫ້ຂ້າພະເຈົ້າວ່າ ຈະເປັນຜູ້ພິ
ພາກສາຢ່າງໃດ.”

ຍານາງຊັນນີ ໄດ້ໂຄສະນາຫາສຽງເກືອບແຕ່ລະວັນ ມາເປັນເວລາກວ່ານຶ່ງປີ ແລະຊອກຫາ
ໂອກາດອັນເໝາະສົມ ເພື່ອພົບປະກັບ ບັນດາສະມາຊິກສັງຄົມ ຢູ່ໃນຂົງເຂດ ຊຶ່ງຍານາງ
ກ່າວວ່າ:

ການໂຄສະນາຫາສຽງ
ການໂຄສະນາຫາສຽງ

“ຂ້າພະເຈົ້າໄດ້ເລີ້ມໂຄສະນາຫາສຽງເປັນເວລານຶ່ງປີກວ່າ ແລະຢາກໃຫ້ຜູ້ປ່ອນ ບັດລົງ
ຄະແນນສຽງຊາບວ່າ ເຮົາມີພຽງແຕ່ 30 ໜ່ວຍປ່ອນບັດເທົ່ານັ້ນ ທີ່ຈະ ເນັ້ນໜັກໃສ່ ແຕ່
ວ່າຢູ່ໃນເມືອງແມັກເກລັນເບີກນັ້ນມີທັງໝົດ 195 ໜ່ວຍປ່ອນ ບັດ. ໃນການລົງສະໝັກ
ເປັນຜູ້ພິພາກສາ ເທົ່າທີ່ຜ່ານມາມີພຽງແຕ່ 30 ໜ່ວຍ ປ່ອນບັດ ອ້ອມແອ້ມເຂດທີ່ຂ້າພະ
ເຈົ້າຢູ່ເທົ່ານັ້ນ ສາມາດປ່ອນບັດ ເອົາຂ້າພະ ເຈົ້າໄດ້ ສ່ວນເຂດທີ່ເຫຼືອນັ້ນ ເຂົາເຈົ້າບໍ່ສາ
ມາດ. ແຕ່ມາບັດນີ້ເນື່ອງຈາກມີການ ຟ້ອງຮ້ອງເກີດຂຶ້ນ ກົດລະບຽບໄດ້ປ່ຽນແປງ ໃຫ້ທັງ
ໝົດ 195 ໜ່ວຍປ່ອນບັດ ມີສິດລົງຄະແນນສຽງຢູ່ໃນເຂດຂອງຂ້າພະເຈົ້າ. ແຕ່ມັນຊ້າເກີນ
ໄປແລ້ວທີ່ພວກ ເຮົາຈະຕັດສິນໃຈຖອນບໍ່ແລ່ນສະໝັກເພາະວ່າພວກເຮົາໄດ້ເນັ້ນໜັກໃສ່
ແຕ່ພຽງ ໃນເຂດ 30 ໜ່ວຍປ່ອນບັດ ຂອງພວກເຮົາ ພ້ອມທັງຫາເງິນ ພິມເຄື່ອງໝາຍໂຄ
ສະນາຫາສຽງ ສື່ສັງຄົມແລະທຸກສິ່ງຢູ່ໃນເຂດຂອງພວກເຮົາ ທີ່ເປັນເຂດພັກ ຣີພັບບລິກັນ.

ເຖິງແມ່ນວ່າທາງການໄດ້ຂະຫຍາຍເຂດປ່ອນບັດອອກໄປກໍດີ ມີຊາວອາເມຣິກັນ ເຊື້ອ
ສາຍລາວຢູ່ໃນເຂດເຫລົ່ານັ້ນສາມາດປ່ອນບັດເອົາຂ້າພະເຈົ້ໄດ້ ແຕ່ວ່າສ່ວນໃຫຍ່ເປັນ
ເຂດຂອງພັກເດໂມແຄຣັດຢ່າງຖ້ວມລົ້ນ ທີ່ຂ້າພະເຈົ້າຈະເອົາໄຊຊະນະ ການເລືອກຕັ້ງ
ໄດ້. ເມືອງແມັກເກລັນເບີກມີປະຊາຊົນປະມານນຶ່ງລ້ານຄົນ ແລະ ມີແຕ່ຫົກແສນຄົນເທົ່າ
ນັ້ນໄດ້ລົງທະບຽນປ່ອນບັດ. ນອກຈາກນັ້ນແລ້ວ ມີຊາວ ອາເມຣິກັນຈຳນວນນ້ອຍ ທີ່ບໍ່ສາ
ມາດຊາບໄດ້ວ່າ ມີຈັກຄົນໄດ້ລົງທະບຽນປ່ອນ ບັດ.”

ໃນຂະນະທີ່ີມີການໂຄສະນາຫາສຽງມາເປັນເວລາຫຼາຍເດືອນ ກ່ອນໜ້າການລົງຄະແນນ
ສຽງເລືອກຕັ້ງປີ 2020 ປະຈຳເມືອງເມັກເລັນເບີກນັ້ນ ກົດລະບຽບ ໄດ້ປ່ຽນແປງເນື່ອງຈາກ
ມີການຟ້ອງຮ້ອງ ຊຶ່ງຍານາງຊັນນີ ໄດ້ເຫລົ່າສູ່ຟັງວ່າ:

“ນີ້ແມ່ນສິ່ງສຳຄັນສຸດ ທີ່ຂ້າພະເຈົ້າຢາກໃຫ້ປະຊາຄົມໄດ້ຊາບ ເວລາຂ້າພະເຈົ້າຕັດສິນ
ໃຈລົງສະໝັກເລືອກຕັ້ງ ພວກເຮົາມີຄວາມເປັນໄປໄດ້ສູງທີ່ສຸດທີ່ຈະສ້າງ ປະຫວັດສາດ
ແລະເອົາຊະນະພື້ນຖານປະເພນີທີ່ໄດ້ປະຕິບັດມາ. ເວລາເຂົາເຈົ້າ ປ່ຽນກົດລະບຽບແກ່
ພວກເຮົາ ພວກເຮົາຕ້ອງໄດ້ຕັ້ງສະຕິຕັດສິນໃຈ ລົງແຂ່ງຂັນ ໂດຍທີ່ຮູ້ວ່າຈະບໍ່ໄດ້ໄຊຊະ
ນະ ແຕ່ວ່າການແຂ່ງຂັນນັ້ນ ມີຄວາມໝາຍ ເໜືອໄປ ກວ່າການເອົາບ່ອນນັ່ງ. ພວກເຮົາ
ໄດ້ຄິດນຳປະຊາຄົມລາວໃນເມືອງແມັກເກລັນ ເບີກ ທີ່ໃຫຍ່ສຸດຂອງເຂດນະຄອນຊາ
ລັອດ (Charlotte) ແລະບໍ່ເຄີຍມີຄົນເອ ເຊຍອາເມຣິກັນເປັນຜູ້ພິພາກສາມາກ່ອນ. ພວກ
ເຮົາຮູ້ດີວ່າໂຕເລກບໍ່ເຂົ້າຂ້າງພວກເຮົາ ແຕ່ວ່າພວກເຮົາຢາກເຮັດໃຫ້ເປັນໂຕຢ່າງໄວ້ໃຫ້
ເປັນທີ່ແນ່ນອນ ເຖິງ ແມ່ນຮູ້ວ່າອຸບປະສັກນັ້ນມີຫຍັງແດ່ ແຕ່ພວກເຮົາໄດ້ພະຍາຍາມ
ເພືື່ອໃຫ້ປະຊາ ຄົມຮູ້ວ່າພວກເຮົາມີປາກສຽງແລະດຳເນີນຢູ່ໃນການແຂ່ງຂັນເຖິງແມ່ນ
ວ່າໂຕເລກ ຈະບໍ່ເຂົ້າຂ້າງກໍຕາມ.

ໜັງສືພິມຊາລັອດ ອັອບເຊີບເວີ (Charlotte Observer) ໄດ້ໃຫ້ການສະໜັບ ສະໜູນ
ແກ່ຂ້າພະເຈົ້າ ພາກສ່ວນນຶ່ງກໍເພາະວ່າ ຂ້າພະເຈົ້າກຳລັງສ້າງປະຫວັດ ສາດ. ພວກເຮົາ
ຢູ່ເມືອງໃຫຍ່ ແຕ່ພວກເຮົາບໍ່ເຄີຍມີ ຜູ້ພິພາກສາ ທີ່ເປັນຄົນເອ ເຊຍອາເມຣິກັນ ບໍ່ມີຄົນ
ຈີນ ບໍ່ມີຄົນຍີ່ປຸ່ນ ໃນເມືອງທີ່ໃຫຍ່ຂອງ ລັດຄາໂຣໄລ ນາເໜືອ. ຂ້າພະເຈົ້າ ຄິດວ່າຖ້າ
ຫາກຂ້າພະເຈົ້າບໍ່ທົດລອງເບິ່ງ ແມ່ນໃຜຈະ ເຮັດ. ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ໄຊຊະນະ
ແຕ່ຂ້າພະເຈົ້າຢາກມານັ່ງລົມກັນ ກ່ຽວກັບເລື້ອງນີ້.

ຢ່າລືມວ່າ ທ່ານເຣັກສ໌ ມາຣເວີລ ຄູ່ແຂ່ງຂອງຂ້າພະເຈົ້າ ມີປະສົບການໜ້ອຍກວ່າຂ້າ
ພະເຈົ້າລາວໄດ້ເຮັດວຽກຢູ່ຫ້ອງການດຽວກັນ ພາຍໃຕ້ການບໍລິຫານ ຂອງຂ້າພະເຈົ້າ
ແລະລາວໄດ້ໂຄສະນາຫາສຽງສອງປີກ່ອນໜ້າ. ແຕ່ວ່າເວລາ ນັ້ນ ລາວໄດ້ສະໝັກແຂ່ງ
ຂັນ ເປັນຜູ້ພິພາກສາກັບຄົນອື່ນ ແຕ່ບໍ່ໄດ້ຊະນະ.”

ໃນໄລຍະການໂຄສະນາຫາສຽງຢູ່ນັ້ນ ຍານາງຊັນນີໄດ້ປະເຊີນໜ້າກັບອຸບປະສັກຫຼາຍ
ສິ່ງຫຼາຍຢ່າງ ໄດ້ຮັບການສະໜັບສະໜູນ ໄດ້ຮຽນຮູ້ກ່ຽວກັບສະມາ ຊິກສັງຄົມລາວອາເມ
ຣິກັນ ແລະການເມືອງຢູ່ເຂດທ້ອງຖິ່ນຂອງສະຫະລັດ. ແຕ່ສິ່ງທີ່ເຮັດໃຫ້ຍານາງຊັນນີ ໄດ້
ຮັບຄວາມຊອກຊໍ້າ ຢ່າງບໍ່ຄາດຄິດນັ້ນມາ ຈາກພວກໜຸ່ມນ້ອຍລາວອາເມຣີກັນ ຜູ້ໄຮ້ດຽງ
ສາພາກັນປະນາມຂ້າພະເຈົ້າ ຜ່ານທາງອິນເຕີແນັດ ຊຶ່ງຂ້າພະເຈົ້າບໍ່ສາມາດລື້ຶືມຄວາມ
ເວົ້າໄດ້ ຊຶ່ງຍານາງ ຊັນນີ ໄດ້ເຫຼົ່າເຖິງເຫດການໃນທາງບວກ ແລະທາງລົບສູ່ ວີໂອເອ
ຟັງດັ່ງນີ້.

ດອກໄມ້ຈາກບັນດາຜູ້ສະໜັບສະໜູນ ທີ່ໃຫ້ກໍາລັງໃຈ.
ດອກໄມ້ຈາກບັນດາຜູ້ສະໜັບສະໜູນ ທີ່ໃຫ້ກໍາລັງໃຈ.

“ຂ້າພະເຈົ້າໄດ້ຮັບແຮງໃຈທີ່ສຸດຈາກຜູ້ເຖົ້າຜູ້ແກ່ອາເມຣິກັນເຊື້ອສາຍລາວ ທີ່ຂ້າພະເຈົ້າ
ບໍ່ເຄີຍພົບພໍ້ມາກ່ອນ ເພີ່ນໂທມາຫາຂ້າພະເຈົ້າ ແລະກ່າວວ່າເຮົາບໍ່ ເຄີຍໄດ້ຍິນວ່າມີຄົນ
ລາວມາສະໝັກເລືອກຕັ້ງ. ເພີ່ນໄດ້ຮ້ອງຂໍໃຫ້ຂ້າພະເຈົ້າພາ ໄປໜ່ວຍປ່ອນບັດ ຂ້າພະເຈົ້າ
ໄດ້ໄປຕ້ອນເອົາພວກເພີ່ນ ພ້ອມນາຍພາສາຕິດ ຕາມໄປນຳ. ຫຼັງຈາກເພີ່ນປ່ອນບັດອອກ
ມາ ຂ້າພະເຈົ້າສັງເກດເຫັນນໍ້າຕາເພີ່ນ ໄຫຼອອກມາດ້ວຍຄວາມຕື້ນຕັນໃຈ ທີ່ໄດ້ປ່ອນບັດ
ລົງຄະແນນສຽງເປັນຄັ້ງແລກ ໃນ 30 ປີ ທີ່ໄດ້ເປັນສັນຊາດອາເມຣິກາ ແລະບັດນີ້ໄດ້ຮູ້ວ່າ
ການເປັນສັນຊາດ ອາເມຣິກັນນັ້ນ ມີຄວາມໝາຍຢ່າງໃດ. ເພີ່ນຍັງບອກຂ້າພະເຈົ້າອີກວ່າ
ອີກສີ່ປີ ມາຮັບເອົາແມ່ໄປປ່ອນບັດອີກແດ່ເດີ້.

ແຕ່ວ່າຍັງມີເລື້ອງເກີດຂຶ້ນແກ່ຂ້າພະເຈົ້າ ຢ່າງບໍ່ຄາດຄິດວ່າມັນຈະເກີດຂຶ້ນໄດ້ ນັ້ນກໍຄື
ພວກຊາວໜຸ່ມອາເມຣິກັນເຊື້ອສາຍລາວ ທີ່ເກີດຢູ່ໃນສະຫະລັດຫຼາຍ ຄົນບໍ່ມັກພັກຣີພັບ
ບລິກັນ ບໍ່ເຂົ້າໃຈເຖິງພັກການເລືອກອື່ນໆ. ສິ່ງທີ່ເຂົາເຈົ້າເຮັດ ໃຫ້ຂ້າພະເຈົ້າຕື່ນຕົກໃຈ
ທີ່ສຸດນັ້ນກໍຄື ເຂົາເຈົ້າພາກັນຂົມຂື່ນ ລະບາຍຄວາມບໍ່ ຈົບບໍ່ງາມຜ່ານທາງອິນເຕີແນັດ
ໃຊ້ພາກສາຫຍາບຊ້າທີ່ຂ້າພະເຈົ້າບໍ່ສາມາດເວົ້າ ຊໍ້າຄືນອອກມາໄດ້ ແຕ່ຂ້າພະເຈົ້າກໍບໍ່
ໄດ້ຕອບໂຕ້ແຕ່ຢ່າງໃດຕໍ່ພວກຊາວໜຸ່ມ ອາເມຣິກັນເຫຼົ່ານີ້. ຂ້າພະເຈົ້າຢາກໃຫ້ເຂົາເຈົ້າ
ຮູ້ວ່າ ຂ້າພະເຈົ້າລົງລະບຽນສັງ ກັດພັກຣີພັບບລິກັນ ເຖິງແມ່ນວ່າເຂົາເຈົ້າລົງທະບຽນຢູ່
ພັກເດໂມແຄຣັດກໍຕາມ ຂ້າພະເຈົ້າຈະໃຫ້ການສະໜັບສະໜູນແກ່ເຂົາເຈົ້າ. ໃນວັນນຶ່ງ
ຂ້າງໜ້າ ພັກຣີ ພັບບລິກັນຈະກຳຕຳແໜ່ງ ແລະໃນວັນນຶ່ງຂ້າງໜ້າ ພັກເດໂມແຄຣັດ
ກໍຈະກຳ ຕໍາແໜ່ງເຊັ່ນກັນເພາະສະນັ້ນເຮົາໃນນາມສະມາຊິກສັງຄົມລາວອາເມຣິກັນ
ຕ້ອງ ໃຫ້ກຽດຊຶ່ງກັນແລະກັນປະສານງານກັນໃຫ້ເປັນປາກສຽງແລະກ້ອນເປັນໜ່ວຍ.”

ຂອບໃຈທີ່ໃຫ້ການສະໜັບສະໜູນ
ຂອບໃຈທີ່ໃຫ້ການສະໜັບສະໜູນ

ການລົງສະໝັກເລືອກຕັ້ງເປັນຜູ້ພິພາກສາ ຂອງຍານາງຊັນນີ ປັນຍານຸວົງ- ຣູເບັກ ປະ
ຈຳເຂດທ້ອງຖິ່ນ ເມືອງແມັກເກລັນເບີກ ລັດຄາໂຣໄລນາເໜືອ ໄດ້ ພິສູດໃຫ້ເຫັນເຖິງ
ໂຕຢ່າງອີກເທື່ອນຶ່ງ ໃນຄວາມກ້າວໜ້າວ ຂອງສະຕີອາເມຣິ ກັນເຊື້ອສາຍລາວ ຂອງສັດຕະວັດ ທີ 21. ຍານາງຊັນນີ ຈະບໍ່ແມ່ນຄົນທຳອິດ ແຕ່ຍັງຈະມີອາເມຣິກັນເຊື້ອສາຍ
ລາວອີກຫຼາຍໆຄົນ ທີ່ກຳລັງຈະກ້າວຂຶ້ນມາ ມີບົດບາດຢູ່ໃນວົງການປົກຄອງຂອງສະ
ຫະລັດໃນອີກບໍ່ຊ້ານີ້. ສິ່ງທີ່ໜ້າສົນໃຈ ນັ້ນກໍຄື ປະຊາຊົນອາເມຣິກັນເຊື້ອສາຍລາວ ມີ
ຈຳນວນໜ້ອຍຢູ່ແລ້ວ ຖ້າປຽບ ທຽບໃສ່ກັບຊົນຊາດອື່ນໆ. ນອກຈາກນັ້ນ ມີຫຼາຍໆຄົນ
ທີ່ໄດ້ເປັນສັນຊາດອາ ເມຣິກັນ ແຕ່ຍັງບໍ່ໄດ້ລົງທະບຽນປ່ອນບັດ ແລະກໍບໍ່ເຄີຍປ່ອນບັດ
ມາກ່ອນດັ່ງ ທີ່ຍານາງຊັນນີ ໄດ້ກ່່າວໄປນັ້ນ.

XS
SM
MD
LG