ໂຄງການກໍ່ສ້າງເຂື່ອນດອນສະຫົງເທິງແນວແມ່ນໍ້າຂອງໃນລາວ
ຈະຖືກຍົກຂຶ້ນເປັນຫົວຂໍ້ປຶກສາຫາລື ໃນກອງປະຊຸມລະດັບລັດ
ຖະມົນຕີ ຂອງຄະນະກໍາມາທິການແມ່ນໍ້າຂອງ (MRC)
ກອງປະຊຸມວາລະພິເສດຂອງຄະນະກໍາມະການຮ່ວມໃນຄະນະ
ກໍາມາທິການແມ່ນໍ້າຂອງ (MRC) ທີ່ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ຢູ່
ນະຄອນວຽງຈັນ ໄດ້ມີມະຕິຕົກລົງໃຫ້ນໍາສະເໜີໂຄງການກໍ່ສ້າງ
ເຂື່ອນດອນສະຫົງ ເຂົ້າສູ່ການພິຈາລະນາ ໃນກອງປະຊຸມລະດັບລັດຖະມົນຕີ ຂອງ 4 ປະ
ເທດສະມາຊິກ ໃນ MRC ທີ່ປະກອບດ້ວຍລາວ ໄທ ກໍາປູເຈຍ ແລະຫວຽດນາມ ທີ່ກໍານົດ
ຈະມີຂຶ້ນໃນໝໍ່ໆນີ້.
ໂດຍສາເຫດ ທີ່ຕ້ອງມີການນໍາສະເໜີດັ່ງກ່າວ ກໍເນື່ອງຈາກວ່າກອງປະຊຸມໃນວາລະພິເສດ
ຂອງຄະນະກໍາມະການຮ່ວມ MRC ໃນຄັ້ງລ່າສຸດນີ້ ຍັງມີຄວາມຄິດເຫັນທີ່ແຕກຕ່າງກັນ
ກ່ຽວກັບການບັງຄັບໃຊ້ຂໍ້ຕົກລົງວ່າດ້ວຍການໃຊ້ປະໂຫຍດຈາກແມ່ນໍ້າຂອງ ທີ່ມີຕໍ່ໂຄງການ
ເຂື່ອນດອນສະຫົງ ທີ່ຈະກໍ່ສ້າງຢູ່ເທິງແນວແມ່ນໍ້າຂອງໃນເຂດແຂວງຈໍາປາສັກຂອງລາວ.
ທັງນີ້ໂດຍຄະນະຜູ້ແທນ ຂອງລັດຖະບານກໍາປູເຈຍ ແລະຫວຽດນາມນັ້ນ ເຫັນວ່າທາງການ
ລາວຈະຕ້ອງນໍາສະເໜີໂຄງການເຂື່ອນດອນສະຫົງ ເຂົ້າສູ່ກະບວນການປຶກສາຫາລືໃນ
MRC ກ່ອນທີ່ຈະມີການລົງມືກໍ່ສ້າງ ເນື່ອງຈາກເປັນໂຄງການ ທີ່ຈະກໍ່ສ້າງຢູ່ເທິງແນວແມ່
ນໍ້າຂອງ ຫາກແຕ່ວ່າທາງການລາວກໍໄດ້ໃຫ້ເຫດຜົນວ່າ ໂຄງການເຂື່ອນດອນສະຫົງ ຈະບໍ່
ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດ ໃນແນວແມ່ນໍ້າຂອງ ຈຶ່ງສາມາດດໍາເນີນ
ການກໍ່ສ້າງໄດ້ ດ້ວຍການແຈ້ງໃຫ້ປະເທດສະມາຊິກ ໄດ້ຮັບຊາບເທົ່ານັ້ນ.
ທາງດ້ານທ່ານນາງ ມອນມະນີ ຍອຍບົວກອງ ຫົວໜ້າກອງເລຂາ
ໃນຄະນະກໍາມະການ ແມ່ນໍ້າຂອງແຫ່ງຊາດລາວ ກໍໄດ້ໃຫ້ການ
ຢືນຢັນວ່າບັນຫາທີ່ເກີດຂຶ້ນດັ່ງກ່າວນີ້ ບໍ່ແມ່ນ ຄວາມຂັດແຍ້ງລະ
ຫວ່າງປະເທດສະມາຊິກ ໃນ MRC ແຕ່ຢ່າງໃດ ຫາກແຕ່ຖືເປັນ
ການຕົກລົງທີ່ສ້າງສັນ ເພື່ອຫາແນວທາງໃນການນໍາໃຊ້ປະໂຫຍດ
ຈາກແມ່ນໍ້າຂອງຮ່ວມກັນ ຢ່າງຍືນຍົງ.
ແຕ່ຢ່າງໃດກໍຕາມ ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍ
ວ່າການກະຊວງພະລັງງານ ແລະບໍ່ແຮ່ ກໍໄດ້ໃຫ້ການຢືນຢັນ
ກັບວີໂອເອ ກ່ອນໜ້ານີ້ວ່າ ໂຄງການກໍ່ສ້າງເຂື່ອນດອນສະຫົງ
ໄດ້ຜ່ານການສຶກສາແລະອອກແບບກໍ່ສ້າງຢ່າງໄດ້ມາດຕະຖານສາກົນ ໃນທຸກໆດ້ານແລ້ວ.
ເພາະສະນັ້ນ ຈຶ່ງໝັ້ນໃຈວ່າການກໍ່ສ້າງເຂື່ອນດອນສະຫົງຈະບໍ່ສົ່ງຜົນກະທົບຕໍ່ສະພາບ
ແວດລ້ອມທໍາມະຊາດ ໃນພື້ນທີ່ຕອນລຸ່ມແມ່ນໍ້າຂອງ ຢ່າງແນ່ນອນ ດັ່ງທີ່ທ່ານວີລະພົນ
ໄດ້ໃຫ້ການຊີ້ແຈງວ່າ:
“ດອນສະຫົງນີ້ ໃຊ້ແຕ່ຮູນໍ້າຮູດຽວນ້ອຍໆ ມີແຕ່ 15% ຂອງໝົດນໍ້າຂອງໄຫຼ ບໍ່ແມ່ນ
ໃຊ້ 100% ຄືໄຊຍະບຸລີ ສະນັ້ນ ການຕັນນີ້ ບໍ່ມີຜົນກະທົບຫຍັງໝົດເລີຍ ແລ້ວກະ
ຕາມຕົວເລກທີ່ຈື່ໄດ້ນີ້ ຂີ້ດິນຕະກອນໃນປີນື່ງ ຜ່ານເຂດໃຕ້ລົງໄປຮອດແມ່ຂອງ
ເດລຕ້າ ມັນຮອດ 160 ກວ່າລ້ານໂຕນ ແຕ່ຢູ່ດອນສະຫົງ ໃນ 29 ປີ ນີ້ ເຂົາຄິດເບິ່ງ
ຂີ້ດິນສິ deposit ບໍ່ຮອດ 5 ລ້ານ ແລ້ວກໍບໍ່ໄດ້ກັກນໍ້າ ໄດ້ເອົານໍ້າມາເທົ່າໃດ ກະ
ປ່ອຍໄປເທົ່ານັ້ນ.”
ທາງດ້ານບໍລິສັດ Mega First Corporation Berhad ຈາກມາເລເຊຍ ຜູ້ລົງທຶນໃນ ໂຄງການ ກໍໄດ້ຖະແຫຼງຢືນຢັນວ່າ ໄດ້ທໍາການສຶກສາເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດ ລ້ອມທໍາມະຊາດ ແລະສັດນໍ້າຢ່າງຮອບດ້ານແລ້ວ ຈຶ່ງເຮັດໃຫ້ບໍລິສັດໄດ້ຕັດສິນໃຈລົງທຶນ
ເຖິງ 600 ລ້ານໂດລ່າ ເພື່ອດໍາເນີນການກໍ່ສ້າງເຂື່ອນດອນສະຫົງ ຂະໜາດ 260 MW
ໃຫ້ສໍາເລັດພາຍໃນປີ 2016 ຕໍ່ໄປ.
ຫາກແຕ່ວ່າ ດ້ວຍເຫດທີ່ກອງປະຊຸມ ໃນວາລະພິເສດ ຂອງຄະນະກໍາມະການຮ່ວມ MRC
ໄດ້ສະເໜີ ໂຄງການເຂື່ອນດອນສະຫົງ ເຂົ້າສູ່ການພິຈາລະນາໃນກອງປະຊຸມລະດັບລັດ
ຖະມົນຕີ MRC ທີ່ຄາດວ່າຈະມີຂຶ້ນໃນໂອກາດດຽວກັນ ກັບກອງປະຊຸມສຸດຍອດຜູ້ນໍາ ລັດ
ຖະບານຂອງ MRC ຄັ້ງທີ່ 2 ທີ່ຈະມີຂຶ້ນຢ່າງເປັນທາງການໃນຕົ້ນເດືອນເມສາ ປີ 2014 ນີ້
ຢູ່ນະຄອນໂຮຈິມິນ ຈຶ່ງເຮັດໃຫ້ຕ້ອງລໍຖ້າຜົນຂອງການພິຈາລະນາ ຈາກກອງປະຊຸມດັ່ງກ່າວ
ເສຍກ່ອນ ໝາຍຄວາມວ່າ ໃນລະຍະນີ້ ບໍລິສັດ Mega First Corporation ກໍຈະຕ້ອງຢຸດ
ດໍາເນີນງານໃນໂຄງການເຂື່ອນດອນສະຫົງ ເປັນການຊົ່ວຄາວໃນທຸກໆດ້ານນັ້ນເອງ.