ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ຊຸມຊົນຊາວລາວ ໃນນະຄອນເດັນເວີ ພາກັນກໍ່ສ້າງວັດລາວ ສີດາອຸ່ນນະຣາມຄືນໃໝ່ ຫຼັງຈາກຖືກໄຟໄໝ້


ໂຄງສ້າງຂອງວັດລາວສີດາອຸ່ນນະຣາມ ທີ່ຊຸມຊົນຊາວລາວຂອງນະຄອນເດັນເວີ ລັດໂຄໂລຣາໂດ ແລະຊຸມຊົນລາວພາຍໃນສະຫະລັດ ແລະນອກສະຫະລັດ ພາກັນບູລະນະສ້າງສາວັດຄືນໃໝ່ ຫຼັງຈາກທີ່ວັດຖືກໄຟເຜົາໄໝ້ເມື່ອເດືອນທັນວາ 2011.
ໂຄງສ້າງຂອງວັດລາວສີດາອຸ່ນນະຣາມ ທີ່ຊຸມຊົນຊາວລາວຂອງນະຄອນເດັນເວີ ລັດໂຄໂລຣາໂດ ແລະຊຸມຊົນລາວພາຍໃນສະຫະລັດ ແລະນອກສະຫະລັດ ພາກັນບູລະນະສ້າງສາວັດຄືນໃໝ່ ຫຼັງຈາກທີ່ວັດຖືກໄຟເຜົາໄໝ້ເມື່ອເດືອນທັນວາ 2011.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ໃນຄ່ຳຄືນນີ້ ທ່ານຈະໄດ້ຮັບຟັງການສຳພາດກັບທ່ານວີລາພັນ ປານປະດິດ ປະທານວັດລາວ ສີດາອຸ່ນນະຣາມ ຢູ່ໃນເມືອງ ແວັສມິນສ໌ເຕີ ລັດໂຄໂລຣາໂດ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານວີລາພັນ ປານປະດິດ ໄດ້ອົບພະຍົບອອກຈາກລາວ ພ້ອມກັບພໍ່ແລະແມ່ ເມື່ອຕອນອາຍຸຍັງເຍົາໄວ ໃນປີ 1976 ຊຶ່ງຄອບຄົວຂອງເພິ່ນໄດ້ຂ້າມແມ່ນ້ຳຂອງໄປໄທ ດັ່ງທີ່ທ່ານເລົ່າໃຫ້ຟັງດັ່ງນີ້:

please wait

No media source currently available

0:00 0:00:28 0:00
ລິງໂດຍກົງ

ເມື່ອໄດ້ເດີນທາງເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນນະຄອນເດັນເວີ ລັດໂຄໂລຣາໂດແລ້ວ ທ່ານໄດ້ເລີ້ມການສຶກສາຮ່ຳຮຽນຕັ້ງແຕ່ຊັ້ນມັດທະຍົມຕົ້ນຈົນຈົບແລະໄດ້ຂົນຂວາຍໄປສຶກສາຕໍ່ໃນມະຫາວິທະຍາໄລ ດັ່ງທີ່ທ່ານກ່າວວ່າ:

please wait

No media source currently available

0:00 0:00:30 0:00
ລິງໂດຍກົງ

ທ່ານວີລາພັນອາໄສຢູ່ໃນນະຄອນເດັນເວີມາຕະຫຼອດຈົນເຖິງປັດຈຸບັນນີ້ ແລະໄດ້ສ້າງຄອບຄົວແລ້ວ ມີລູກຊາຍແລະລູກສາວ ທ່ານໄດ້ເຂົ້າເຮັດວຽກເປັນພະນັກງານໃນດ້ານຄອມພິວເຕີ້ຢູ່ ບໍລິສັດ ຊັນໄມໂຄຣຊິສເຕັມ ມາໄດ້ໄລຍະນຶ່ງ ແລ້ວໄດ້ອອກໄປເຮັດວຽກຢູ່ກົມຮັກສາຄວາມປອດໄພພາຍໃນຂອງລັດຖະບານ ມາໄດ້ແປດປີແລ້ວ ແລະທ່ານໄດ້ກ່າວກ່ຽວກັບຊຸ່ມຊົນຊາວລາວສະເພາະໃນນະຄອນເດັນເວີວ່າ:

please wait

No media source currently available

0:00 0:00:18 0:00
ລິງໂດຍກົງ

ທ່ານຍັງໄດ້ເປັນປະທານວັດລາວສີດາອຸ່ນນະຣາມຂອງເມືອງແວັສມິນສ໌ເຕີ້ ມາຕັ້ງແຕ່ປີ 2017 ແລະດຳລົງຕຳແໜ່ງນີ້ ເປັນສະໄໝທີສອງໄລຍະ 3 ປີ ນຳດ້ວຍ ດັ່ງທີ່ທ່ານໄດ້ເລົ່າເຖິງຄວາມເປັນມາຂອງວັດສີດາອຸ່ນນະຣາມ ໃຫ້ຟັງວ່າ:

please wait

No media source currently available

0:00 0:00:29 0:00
ລິງໂດຍກົງ

ຕົກມາໃນເດືອນທັນວາ ປີ 2011 ວັດລາວສີດາອຸ່ນນະຣາມ ໄດ້ປະສົບກັບອຸບັດຕິເຫດໄຟໄໝ້ເສຍຫາຍຢ່າງໜັກ ແລະທ່ານວີລາພັນ ໄດ້ໃຫ້ການອະທິບາຍເຖິງສາເຫດຂອງໄຟໄໝ້ດັ່ງກ່າວນັ້ນວ່າ:

please wait

No media source currently available

0:00 0:01:03 0:00
ລິງໂດຍກົງ

ໄຟໄດ້ເຜົາຜານວັດຈົນເກືອບໝົດດັ່ງທີ່ທ່ານວີລະພັນໄດ້ເລົ່າໃຫ້ຟັງ ສ່ວນພະພຸດທະຮູບທີ່ປະຊາຊົນປະດິດສະຖານຢູ່ໃນວັດ ກໍໄດ້ຮັບຄວາມເສຍຫາຍຈຳນວນນຶ່ງ ແລະເຄື່ອງຂອງບູຮານຂອງລາວນຳດ້ວຍ ຊຶ່ງທ່ານວີລາພັນ ໄດ້ກ່າວວ່າ:

ລິງໂດຍກົງ

https://www.youtube.com/watch?v=MHF9kn8-ZJ0

ເມື່ອຂ່າວຄາວຂອງໄຟໄໝ້ວັດລາວສີດາອຸ່ນນະຣາມ ໄດ້ຖືກເຜີຍແຜ່ອອກທາງໂທລະພາບຂອງທ້ອງຖິ່ນໄປເຖິງປະຊາຊົນລາວໃນນະຄອນເດັນເວີແລ້ວ ຊາວລາວອາເມຣິກັນ ທັງພາຍໃນສະຫະລັດ ແລະຊາວລາວຢູ່ນອກສະຫະລັດຜູ້ທີ່ໄດ້ຍິນຂ່າວ ກໍໄດ້ສະແດງຄວາມເສຍໃຈກັນທຸກທົ່ວໜ້າ ແລະໂດຍສະເພາະເຈົ້າອະທິການແລະບັນດາພະສົງຈຳສິນຢູ່ວັດ ດັ່ງນັ້ນຊາວລາວພົນລະເມືອງເດັນເວີ ກໍໄດ້ເຂົ້າມາປຸ້ມລຸມກັນເພື່ອຫາທາງທີ່ຈະສ້າງສາຟື້ນຟູວັດລາວສີດາອຸ່ນນະຣາມຂຶ້ນຄືນໃໝ່ ດັ່ງທີ່ທ່ານວີລາພັນ ໄດ້ກ່າວສູ່ຟັງວ່າ:

please wait

No media source currently available

0:00 0:01:16 0:00
ລິງໂດຍກົງ

ປະຊາຊົນລາວທັງພາຍໃນສະຫະລັດແລະນອກສະຫະລັດ ກໍໄດ້ສົ່ງປັດໃຈໄປຊ່ອຍໃນການກໍ່ສ້າງວັດລາວສີດາອຸ່ນນະຣາມດັ່ງທີ່ທ່ານວີລາພັນໄດ້ສະແດງຄວາມຮູ້ບຸນຄຸນຕໍ່ນ້ຳໃຈທີ່ປະຊາຊົນລາວສົ່ງໄປໃຫ້ນັ້ນດັ່ງນີ້:

ລິງໂດຍກົງ

ການກໍ່ສ້າງວັດໄດ້ສຳເລັດໄປແລ້ວ 70 ກວ່າເປີເຊັນ ທ່ານວີລາພັນ ໄດ້ກ່າວວ່າ ການກໍ່ສ້າງໄດ້ດຳເນີນໄປຕາມກຳລັງທຶນຮອນທີ່ໄດ້ຮັບຈາກປະຊາຊົນຊາວລາວ ແລະແຮງງານຈາກບັນດາອາສາສະໝັກທີ່ເປັນຊ່າງໄຟຟ້າ ຊ່າງຕິດຕັ້ງທໍ່ນ້ຳແລະຊ່າງອື່ນໆເປັນຕົ້ນ ທີ່ໄດ້ສະຫລະເວລາໃນວັນພັກມາຊ່ອຍປົວແປງສ້າງສາວັດ ທ່ານກ່າວອີກວ່າ ໃນຊ່ວງໄລຍະມີການລະບາດຂອງພະຍາດໂຄວິດ-19 ຢູ່ນີ້ ການປຸກລະດົມຫາລາຍໄດ້ເພື່ອມາສົມທົບໃນການສ້າງສາວັດກໍຈັດຂຶ້ນບໍ່ໄດ້ ດັ່ງນັ້ນທ່ານຈຶ່ງຮຽກຮ້ອງມາຍັງບັນດາຊາວລາວທັງຫຼາຍ ຜູ້ທີ່ຢາກຈະປະກອບສ່ວນໃນການບູລະນະສ້າງສາວັດລາວສີດາອຸ່ນນະຣາມຂອງນະຄອນເດັນເວີ ທ່ານກໍສາມາດຕິດຕໍ່ຫາວັດຫຼືທ່ານວີລະພັນໂດຍກົງໄດ້.

ເຟັສບຸກຂອງວັດລາວສີດາອຸ່ນະຣາມ:

https://www.facebook.com/LaoBuddhistTempleCO/

XS
SM
MD
LG