ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານສົມພານ ອິນທະວົງ ຫຼື ໄມຄ໌ ໃນເບື້ອງຕົ້ນ ໄດ້ຕັ້ງຖິ່ນຖານ ໃນເມືອງຣໍແຊັຈເຕີ ລັດນິວຢອກ ແລ້ວຍົກຍ້າຍຄອບຄົວ ໄປຢູ່ລັດຈໍເຈຍ


ທ່ານສົມພານ ອິນທະວົງ ຫຼື ໄມຄ໌ ພ້ອມດ້ວຍພັນລະຍາ ຢູ່ເບື້ອງຂວາ ແລະລູກສາວ ຢູ່ເບື້ອງຊ້າຍ.
ທ່ານສົມພານ ອິນທະວົງ ຫຼື ໄມຄ໌ ພ້ອມດ້ວຍພັນລະຍາ ຢູ່ເບື້ອງຂວາ ແລະລູກສາວ ຢູ່ເບື້ອງຊ້າຍ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ໃນຄ່ຳຄືນນີ້ ທ່ານຈະໄດ້ຮັບຟັງການສຳພາດ ກັບທ່ານສົມພານ (ໄມຄ໌) ອິນທະວົງ ຜູ້ທີ່ໃນເບື້ອງຕົ້ນ ໄດ້ຕັ້ງຖິ່ນຖ່ານຢູ່ໃນເມືອງຣໍແຊັຈເຕີ ລັດ ນິວຢອກແລະໄດ້ຍົກຍ້າຍຄອບຄົວໄປເມືອງໂຮຈ໌ຕັນ ລັດຈໍເຈຍຂອງສະຫະລັດ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຊີວິດການເຂົ້າມາຕັ້ງຖິ່ນຖານໃໝ່ຂອງຊາວອົບພະຍົບລາວແຕ່ລະຄົນ ຢູ່ໃນສະຫະລັດ ແມ່ນແຕກຕ່າງກັນໄປ ຫຼັງຈາກທີ່ໄດ້ເຂົ້າມາໃນປະເທດທີ່ຈະເລີນແລ້ວ ແລະບໍ່ວ່າຈະໄປຕົກຢູ່ໃນເມືອງໃດກໍຕາມ ໂດຍສ່ວນໃຫຍ່ແລ້ວ ຄົນສ່ວນຫຼາຍກໍຈະຕັ້ງຖິ່ນຖານຢູ່ທີ່ແຫ່ງນັ້ນເລີຍຕະຫຼອດມາ ບາງສ່ວນກໍຕ້ອງໄດ້ຍົກຍ້າຍໄປຫຼາຍແຫ່ງຍ້ອນສາເຫດທາງດ້ານສະພາບແວດລ້ອມ ແລະວຽກງານເຊັ່ນ ທ່ານສົມພານ ອິນທະວົງ ຫຼື ໄມຄ໌ ຜູ້ທີ່ໄດ້ຂ້າມແມ່ນ້ຳຂອງໄປໄທ ໃນຊ່ວງປີ 1978 ແລະເຂົ້າສູນໜອງຄາຍເປັນເວລາສອງປີ ກ່ອນທີ່ເອື້ອຍຂອງທ່ານ ຜູ້ທີ່ໄດ້ອົບພະຍົບໄປຢູ່ສະຫະລັດໃນປີ 1979 ແລ້ວນັ້ນ ປະກັນເອົາທ່ານສົມພານ ແລະໄດ້ເດີນທາງມາຮອດສະຫະລັດ ທີ່ເມືອງຣໍແຊັຈເຕີ ລັດນິວຢອກ ໃນປີ 1980 ຊຶ່ງໃນເວລານັ້ນ ທ່ານສົມພານ ຍັງມີອາຍຸເຍົາໄວ ແລະທ່ານໄດ້ເຕີບໃຫຍ່ຢູ່ໃນເມືອງດັ່ງກ່າວ ຜ່ານການເຂົ້າຮ່ຳຮຽນໃນຊັ້ນປະຖົມ ຈົນເຖິງຊັ້ນມັດທະຍົມປາຍ ຫຼັງຈາກນັ້ນ ທ່ານໄດ້ໄປສຶກສາຕໍ່ຢູ່ທີ່ໂຮງຮຽນວິຊາຊີບ ເມື່ອຮຽນຈົບແລ້ວ ທ່ານສົມພານ ໄດ້ເລີ້ມຕົ້ນເຂົ້າເຮັດວຽກຢູ່ບໍລິສັດຜະລິດເຄື່ອງອີເລັກໂທຣນິກຮັບສັນຍານ ຫຼື receiver ໃຊ້ໃນການຍິງຕໍ່ຕ້ານລູກສອນໄຟ ດັ່ງທີ່ທ່ານເລົ່າສູ່ຟັງວ່າ:

ທ່ານສົມພານ ກ່າວວ່າ ທ່ານອາໄສຢູ່ໃນເມືອງຣໍແຊັຈເຕີກັບເອື້ອຍ ເປັນເວລາເກືອບ 17 ປີ ແລະເຮັດວຽກຢູ່ທີ່ບໍລິສັດດັ່ງກ່າວ ເກືອບຮອດ 9 ປີ ຕອນມາຮອດເມືອງຣໍແຊັຈເຕີໃໝ່ໆໃນປີ 1980 ທ່ານຈື່ໄດ້ວ່າ ຄອບຄົວຊາວອົບພະຍົບລາວ ກໍໍບໍ່ຄ່ອຍມີຫຼາຍປານໃດ ປະມານ 6-7 ຄອບຄົວ ແລ້ວກໍເພີ້ມຂຶ້ນແຕ່ບໍ່ຫຼາຍປານໃດ ພາຍໃນໄລຍະນຶ່ງທົດສະວັດຕໍ່ມາ ກໍເພີ້ມຫຼາຍຂຶ້ນເລື້ອຍໆດັ່ງທີ່ທ່ານສົມພານ ເວົ້າວ່າ:

ສາເຫດທີ່ບໍ່ມີຊາວອົບພະຍົບໄປອາໄສຢູ່ເມືອງຣໍແຊັຈເຕີຫຼາຍ ແລະເຫດຜົນທີ່ທ່ານສົມພານ ຍ້າຍຖິ່ນຖານໄປຢູ່ເຂດນະຄອນແອັດແລນຕ້າ ກໍເປັນຍ້ອນອາກາດທີ່ໜາວຫຼາຍແລະມີຫິມະຕົກໜັກ ເພາະວ່າເມືອງຣໍແຊັຈເຕີ ຕັ້ງຢູ່ແຄມຝັ່ງກ້ຳໃຕ້ຂອງທະເລສາບອອນຕາຣີໂອ ສ່ວນຟາກກ້ຳເໜືອຂອງທະເລສາບຕິດກັບເມືອງອອນຕາຣີໂອ ແລະໂຕຣອນໂຕຂອງການາດາ ດັ່ງນັ້ນໃນຍາມລະດູໜາວ ຂົງເຂດແຫ່ງນີ້ ອຸນຫະພູມອາດຫລຸດລົງຕ່ຳກວ່າ -18 ແຊລເຊີສ ແລະມັກຈະມີຫິມະຕົກລົງຫຼາຍຢູ່ເລື້ອຍໆ ເຖິງແມ່ນວ່າ ຈຸດເດັ່ນຂອງເມືອງນີ້ ມີບໍລິສັດຍັກໃຫຍ່ຄື Kodak ທີ່ມີພະນັກງານ 30 ກວ່າພັນຄົນ ແລະບໍລິສັດ Xerox ພ້ອມກັນນັ້ນຍັງຢູ່ໃກ້ກັບນ້ຳຕົກນາຍແອກາຣາຟອລສ໌ ທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ ດັ່ງທີ່ທ່ານສົມພານ ກ່າວວ່າ:

ກ່ອນທີ່ທ່ານສົມພານ ຈະຕັດສິນໃຈຍົກຍ້າຍໄປຢູ່ແອັດແລນຕ້າ ລັດຈໍເຈ້ຍທາງພາກຕາເວັນອອກສຽງໃຕ້ ຂອງສະຫະລັດ ທ່ານກ່າວວ່າ ທ່ານໄດ້ລົງໄປຢ້ຽມຢາມອ້າຍໃຫຍ່ຂອງທ່ານ ຜູ້ທີ່ໄດ້ໄປຢູ່ລັດນີ້ຕັ້ງແຕ່ປີ 1979 ເມື່ອໄປຮອດລັດນີ້ແລ້ວ ທ່ານປະທັບໃຈກັບດິນຟ້າອາກາດຢູ່ທີ່ແຫ່ງນີ້ ທ່ານຈຶ່ງຕັດສິນໃຈຍົກຍ້າຍຄອບຄົວລົງໄປ ໃນປີ 1996 ຈົນເຖິງປັດຈຸບັນນີ້ ໃນເບື້ອງຕົ້ນທ່ານອາໄສຢູ່ກັບອ້າຍຂອງທ່ານໄລຍະນຶ່ງ ຈົນຕັ້ງເນື້ອຕັ້ງໂຕຫາວຽກເຮັດງານທຳເປັນຊ່າງພົ່ນສີຕະຫຼອດເຖິງຊ່າງແປງເຄື່ອງຈັກ ຕິດຕັ້ງປ້ຳນ້ຳຂະໜາດໃຫຍ່ສຳລັບເຂື່ອນໄຟຟ້າ ແລະຊ່າງຕິດຕັ້ງສາຍໄຟເຄື່ອງອີເລັກໂທຣນິກມາໄດ້ຫຼາຍແຫ່ງ ດັ່ງທີ່ທ່ານໄດ້ເລົ່າສູ່ຟັງວ່າ:

ນອກຈາກເປັນຊ່າງປະກອບເຄື່ອງຈັກພັບຜ້າແລ້ວທ່ານສົມພານບໍ່ໄດ້ຢຸດຢູ່ທີ່ນັ້ນ ທ່ານໄດ້ຖືກສົ່ງຕິດຕາມໄປກັບຄົນຂາຍເຄື່ອງຈັກພັບຜ້າເພື່ອຕິດຕັ້ງເຄື່ອງຈັກໃຫ້ກັບລູກຄ້າໄລຍະນຶ່ງຈົນບໍລິສັດໄດ້ຍ້າຍໄປນະຄອນຊິກຄາໂກ ທ່ານຈຶ່ງຕ້ອງຫາວຽກໃໝ່ ຈົນໃນທີ່ສຸດທ່ານກໍໄດ້ເຮັດວຽກໃຫ້ແກ່ບໍລິສັດ Zalkin ຊຶ່ງສໍານັກງານ ໃຫຍ່ຢູ່ປະເທດຝຣັ່ງ ແລະມີສາຂາຫ້ອງການຕັ້ງຢູ່ໃນແອັດແລນຕ້າ ເປັນຊ່າງຕິດຕັ້ງເຄື່ອງຈັກປິດຝາແກ້ວທຸກຊະນິດຢູ່ໃນໂຮງງານ ແລະຍັງເປັນຊ່າງແກ້ບັນຫາທີ່ອາດເກີດຂຶ້ນກັບເຄື່ອງຈັກນັ້ນ ດັ່ງທີ່ທ່ານເລົ່າໃຫ້ຟັງດັ່ງນີ້:

ຍ້ອນວຽກງານເປັນຊ່າງຕິດຕັ້ງແລະສ້ອມແປງຂອງທ່ານສົມພານ ທ່ານຈຶ່ງຕ້ອງໄດ້ເດີນທາງໄປຫຼາຍແຫ່ງທົ່ວປະເທດຢູ່ເລື້ອຍໆ ເປັນເວລາຫຼາຍອາທິດໃນແຕ່ລະຄັ້ງ ສະນັ້ນທ່ານບໍ່ຄ່ອຍມີເວລາຄົບຫາສະມາຄົມຫຼາຍປານໃດ ທ່ານກ່າວວ່າ ຖ້າບໍ່ໄດ້ເດີນທາງກໍຈະໃຊ້ເວລາຢູ່ກັບຄອບຄົວ ຊຶ່ງປັດຈຸບັນນີ້ທ່ານອາໄສຢູ່ໃນເມືອງໂຮສຈ໌ຕັນ (Hoschton City) ນອກຊານເມືອງຂອງແອັດແລນຕ້າຊຶ່ງທ່ານກ່າວສູ່ຟັງວ່າ:

ທ່ານສົມພານກ່າວອີກວ່າ ເຂດທີ່ທ່ານຢູ່ນັ້ນມີຄົນຫຼາຍຊົນຊາດລວມທັງຊາວອາເມຣິກັນຜິວຂາວແລະດຳ ຊາວເອເຊຍ ຈາກອິນເດຍ ກຳປູເຈຍ ຫວຽດນາມ ໄທແລະໂດຍສະເພາະຊາວເກົາຫຼີໃຕ້ ທ່ານກ່າວວ່າ ມີຈຳນວນຫຼວງຫຼາຍ ເພາະວ່າ ບໍລິສັດລົດ Kia ແລະ Hyundai ຂອງເກົາຫຼີໃຕ້ ໄດ້ຕັ້ງໂຮງງານຜະລິດລົດຢູ່ໃນລັດອາລາບາມາ ໃກ້ກັບເຂດຊາຍແດນຂອງລັດຈໍເຈຍ ສະນັ້ນຊາວເກົາຫຼີໃຕ້ຈຶ່ງພາກັນເຂົ້າມາອາໄສຢູ່ໃນເມືອງເອກ ແອັດແລນຕ້າຂອງລັດຈໍເຈຍ ຈຳນວນຫຼວງຫຼາຍ ສ່ວນຄົນລາວທີ່ອາໄສຢູ່ໃນແອັດແລນຕ້າ ທ່ານສົມພານກ່າວວ່າ:

ທ່ານສົມພານ ຍັງກ່າວອີກວ່າ ສະຖານທີ່ທ່ອງທ່ຽວທີ່ຄົນນິຍົມມັກໄປຢູ່ໃນນະຄອນແອັດແລນຕ້າຂອງລັດຈໍເຈຍ ກໍມີສວນກິລາແຂ່ງຂັນໂອລິມປິກທີ່ໄດ້ຈັດຂຶ້ນໃນປີ 1996 ພິພິດທະພັນສັດນ້ຳທີ່ໃຫຍ່ສຸດໃນລັດ ແລະພິພິດທະພັນ ກ່ຽວກັບບໍລິສັດໂຄຄາໂຄລາ.

XS
SM
MD
LG