ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວີໂອເອ ພາກພາສາລາວ ສຳພາດທ່ານນຶ່ງ ສຸທິວົງໂນລາດ ນັກວິສະວະກອນເຄື່ອງຈັກ ທີ່ບໍລິສັດນິສສັນ


ທ່ານນຶ່ງ ສຸທິວົງໂນລາດ.
ທ່ານນຶ່ງ ສຸທິວົງໂນລາດ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະພາທ່ານໄປພົບກັບທ່ານນຶ່ງ ສຸທິວົງໂນລາດ ຜູ້ຊຶ່ງໃນປັດຈຸບັນ
ນີ້ແມ່ນພະນັກງານລາວອາເມຣິກັນຄົນນຶ່ງທີ່ກຳລັງເຮັດວຽກໃຫ້ ແກ່ບໍລິສັດຜະລິດລົດ
ນິສສັນ ທີ່ເມືອງເມີຟຣີສໂບໂຣ (Murfreesboro) ໃນລັດ ເທັນເນສຊີ (Tennessee).
ທ່ານນຶ່ງ ໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ໃນສະຫະລັດ ກັບແມ່ຕູ້ແລະພໍ່ຕູ ແລະໄດ້ຊຸກຍູ້ຕົນ
ເອງໃຫ້ຮໍ່າຮຽນຈົນສຳເລັດປະລິນຍາຕີ ຝ່າຍ ວິສະວະກອນ ດ້ານກົນຈັກ. ອັນດັບຕໍ່ໄປ
ກິ່ງສະຫວັນ ຈະນໍາເອົາການສຳພາດ ມາສະເໜີທ່ານ.


ຊີວິດຂອງອົບພະຍົບລາວ ແມ່ນເຕັມໄປດ້ວຍການຕໍ່ສູ້ ທີ່ສະຫລັບຊັບຊ້ອນ ກ່ອນຈະ
ເດີນທາງມາເຖິງປະເທດສະຫະລັດອາເມຣິກາ ແລະປະເທດທີ່ສາມອື່ນໆ. ສະຫະລັດ
ອາເມຣິກາ ໄດ້ຕ້ອນຮັບເອົາຜູ້ທີ່ໜີຮ້ອນມາເພິິ່ງເຢັນຢູ່ສະເໝີ ໂດຍສະ ເພາະຜູ້ຫລົບ
ໜີໄພການເມືອງ ໂດຍໃຫ້ໂອກາດ ແລະຄວາມອຸບປະກາລະ ໃນ ການຕັ້ງຊີວິດໃໝ່.
ດິນແດນທີ່ມີພາສາ ແລະຮີດຄອງປະເພນີທີ່ແຕກຕ່າງແຫ່ງນີ້ ໄດ້ເປັນເວທີທົດສອບ
ເຖິງຄວາມສາມາດ ຄວາມມີມານະອົດທົນ ແລະໃນທີ່ສຸດກໍ ໄດ້ນຳໄປສູ່ຜົນສຳເລັດ
ໃຫ້ແກ່ຫຼາຍໆຄົນ. ແຕ່ເຖິງຢ່າງໃດກໍດີ ບົນເສັ້ນທາງອັນ ຍາວນານຂອງການຕັ້ງຊີ
ວິດໃໝ່ນັ້ນ ຊີວິດຂອງເຂົາເຈົ້າເຕັມໄປດ້ວຍຄວາມລີ້ລັບ ສະຫລັບສັບຊ້ອນ. ຫຼາຍໆ
ເລື້ອງໄດ້ຖືກເປີດເຜີຍອອກມາ ແລະຫຼາຍໆເລື້ອງຍັງ ຖືກປົກປິດເປັນຄວາມລັບ
ເອົາໄວ້ຈົນເຖິງເທົ້າທຸກວັນນີ້.

ທ່ານນຶ່ງ ສຸທິວົງໂນລາດ ແມ່ນຄົນອາເມຣິກັນເຊື້ອສາຍລາວຄົນນຶ່ງ ທີ່ມີມານະອົດ
ທົນ ເຫັນການສຶກສາເປັນສິ່ງສຳຄັນ ບໍ່ທໍ້ຖອຍ ແລະໄດ້ຖືກຍົກຍ້າຍໄປຢູ່ລັດ ຕ່າງໆ
ກັບແມ່ຕູ້ ແລະພໍ່ຕູ້ ທີ່ເປັນຜູ້ປົກຄອງ ຊຶ່ງການຕັ້ງຖິ່ນຖານທີ່ບໍ່ເປັນປົກກະ ຕິດັ່ງກ່າວນີ້
ໄດ້ເປັນຜົນສະທ້ອນແລະເຮັດໃຫ້ເກີດຄວາມຫລ້າຊ້າສຳລັບການສຶກ ສາ. ແຕ່ໃນທີ່
ສຸດ ທ່ານນຶ່ງ ກໍໄດ້ປະສົບກັບຜົນສຳເລັດ ແລະມີໜ້າທີ່ວຽກງານຢູ່ ກັບບໍລິສັດຜະລິດ
ລົດນິສສັນ (NISSAN) ຊຶ່ງທ່ານນຶ່ງ ໄດ້ກ່າວເຖິງການສູ້ທົນ ດ້ານການສຶກສາຕໍ່
ວີໂອເອ ຟັງດັ່ງນີ້

ຫຼັງຈາກພໍ່ຕູ້ບຸນຍົງ ໄດ້ເສຍຊີວິດໄປແລ້ວ ໃນເວລາຕໍ່ມາ ແມ່ຕູ້ຄຳພັນ ແລະ ທ່ານນຶ່ງ
ໄດ້ພາກັນຕັດສິນໃຈຍ້າຍລັດອີກ ຊື່ງເປັນການຍົກຍ້າຍເທື່ອສຸດທ້າຍ ໄປຢູ່ເມືອງ
ເມີຟຣີສໂບໂຣ(Murfreesboro) ລັດເທັນແນັສຊີ (Tennessee) ຕັ້ງຢູ່ທາງພາກກາງ
ຂ້ອນໄປທາງຕາເວັນອອກສຽງໃຕ້ ຂອງສະຫະລັດ ຊຶ່ງຢູ່ ບ່ອນນີ້ມີປະຊາຄົມລາວອາ
ເມຣິກັນພາກັນຕັ້ງຖິ່ນຖານຢູ່ຢາງໜາແໜ້ນແລະມີ ບັນຍາກາດອົບອຸ່ນດີ. ຢູ່ເມືອງເມີ
ຟຣີສໂບໂຣນີ້ເອງ ທ່ານນຶ່ງໂຊກດີທີ່ໄດ້ເຂົ້າ ເຮັດວຽກກັບບໍລິສັດຜະລິດລົດນິສສັນ
(NISSAN) ທີ່ມີຊາວອາເມຣິກັນເຊື້ອ ສາຍລາວຫຼາຍຮ້ອຍຄົນ ພາກັນປະກອບວິ
ຊາອາຊີບຫຼາຍພະແນກຢູ່ທີ່ນີ້ ຊຶ່ງ ທ່ານນຶ່ງ ໄດ້ກ່າວເຖິງໜ້າທີ່ວຽກງານຂອງທ່ານ
ສູ່ຟັງວ່າ:

ບັດນີ້ເຮົາມາຟັງຊີວິດຂັ້ນເລີ້ມຕົ້ນ ກ່ອນທີ່ທ່ານນຶ່ງຈະໄດ້ປະສົບຜົນສຳເລັດດ້ານ
ການສືກສາ ແລະມີໜ້າທີ່ວຽກງານດີນັ້ນ ຄອບຄົວໄດ້ຜະຈົນໄພ ໄປຢູ່ຫຼາຍລັດ
ໃນການຕັ້ງຊີວິດໃໝ່. ໃນປີ 1981 ຄອບຄົວໄດ້ເລີ້ມມາຕົກຢູ່ເມືອງໂຣແຈັສເຕີ
(Rochester) ໃນລັດນິວຢອກ (New York) ຕັ້ງຢູ່ທາງພາກຕາເວັນອອກສຸດຂອງສະຫະລັດ ບ່ອນທີີ່ມີຫິມະຕົກໜັກ ໃນລະດູໜາວ ເຂົາເຈົ້າບໍ່ລື້ງເຄີຍກັບສະ ພາບ
ອາກາດ ແລະສິ່ງແວດລ້ອມ ເຊັ່ນວ່າໂດດດ່ຽວ ດິນຟ້າອາກາດໜາວ ບໍ່ຮູ້ພາສາ ແລະ
ວັດທະນາທຳ. ເວລານັ້ນ ທ່ານນຶ່ງຍັງເປັນຊາຍໜຸ່ມ ຢູ່ໃນເຍົາໄວ ມີອາຍພຽງ 11 ປີ.
ພາຍໃຕ້ບັນຍາກາດທີ່ໂດດ່ຽວ ຄອບຄົວໄດ້ຕັດສິນໃຈ ຍົກ ຍ້າຍຈາກເມືອງໂຣແຈັສເຕີ
ໄປຢູ່ລັດອາແກນຊໍ (Arkansas) ຕັ້ງຢູ່ທາງພາກ ກາງຂອງສະຫະລັດ ບ່ອນທີ່ມີປະຊາ
ຄົນລາວຈຳນວນນຶ່ງ ພາກັນເຮັດທຸລະກິດ ຟາມລ້ຽງໄກ່ ລ້ຽງງົວ ແລະປະກອບວິຊາອາຊີບ
ຢູ່ບໍລິສັດໄທສັນ (Tyson) ທີ່ມີ ຊື່ສຽງຂອງສະຫະລັດ ທີ່ປາດຊິ້ນໄກ່ສົ່ງອອກຂາຍຢູ່ຕາມ
ຕະຫຼາດ ແລະເປັນທີຮູ້ ກັນດີວ່າ ມີຄົນລາວເຮັດວຽກຢູ່ທີ່ນີ້ຫຼາຍສົມຄວນ.

ໃນຂະນະທີ່ທ່ານນຶ່ງກຳລັງເຮັດວຽກສັນຍາຈ້າງກັບບໍລິສັດເທັກນິກຕ່າງໆ ແລະເຂົ້າ
ມະຫາວິທະຍາໄລ ແບບບໍ່ເຕັມເວລາຢູ່ນັ້ນ. ແມ່ຕູ້ຄຳພັນ ແລະພໍ່ຕູ້ບຸນຍົງ ໄດ້ເຮັດວຽກເ
ປັນຄົນປາດຊີ້ນໄກ່ແລະຕໍ່ມາບໍ່ດົນພໍ່ຕູ້ບຸນຍົງກໍໄດ້ເສຍຊີວິດ. ບັດ ນີ້ຄອບຄົວຍັງເຫຼືອ
ແຕ່ສອງຊີວິດ ທ່່ານນຶ່ງ ຕ້ອງໄດ້ເປັນຜູ້ດູແລແມ່ຕູ້ ແລະຮຽນ ແບບບໍ່ເຕັມເວລາ ຢູ່ມະ
ຫາວິທະຍາໄລ ອາແກນຊໍ (Arkansas University) ຝ່່າຍວິຊະວະກອນກົນຈັກ. ຕາມ
ປົກກະຕິແລ້ວ ກຳນົດການສຶກສາ ຂັ້ນມະຫາ ວິທະຍາໄລໃຊ້ເວລາຢູ່ສີ່ປີຖ້າຮຽນເຕັມ
ເວລາ ສ່ວນຫຼາຍພວກນັກສຶກສາພາກັນ ຈົບເວລາອາຍຸເຂົາເຈົ້າ 21 ປີ. ແຕ່ວ່າທ່ານ
ນຶ່ງ ຕ້ອງໄດ້ໃຊ້ເວລາ ເຖິງແປດປີ ຈຶ່ງສໍາເລັດໃນປີ 2009.

ປັດຈຸບັນນີ້ ທ່່ານນຶ່ງມີ ອາຍຸ 45 ປີ ສຳເລັດການສຶກສາຝ່າຍວິຊະວະກອນຝ່າຍກົນຈັກ
ມີໜ້າທີ່ວຽກການດີ ມີບ້ານເຮືອນແລະສ້າງຄອບຄົວ. ແມ່ຕູ້ຄຳພັນແລະ ພໍ່ບຸນຍົງ ຜູ້ທີ່
ໄດ້ນໍາພາການມາຕັ້ງຊີວິດໃໝ່ໄດ້ຈາກໂລກນີ້ໄປແລ້ວ. ແຕ່ວ່າສິ່ງ ທີ່ຍັງຂາດຫາຍໄປ
ໃນຊີວິດຂອງທ່ານນຶ່ງນັ້ນກໍຄື ທ່ານນຶ່ງຍັງຕິດຕາມຊອກຫາແມ່ ຜູ້ທີ່ໃຫ້ກຳເນີດ ຊື່ວ່າ
ນາງຫລ້າ ສົມຈັນ ແລະພໍ່ ທ່ານເຂັມ ຫຼືປ້ຽບ ທີ່ບໍ່ສາມາດ ຊາບໄດ້ວ່າ ທັງສອງຄົນນີ້ຢູ່
ແຫ່ງຫົນໃດ ຊຶ່ງທ່ານນຶ່ງໄດ້ກ່າວກ່າວມ້ວນທ້າຍ ກ່ຽວກັບເລື້ອງນີ້ວ່າ

ລິງໂດຍກົງ

ນາງຫລ້າ ສົມຈັນ
ນາງຫລ້າ ສົມຈັນ

ທ່ານນຶ່ງ ສຸທິວົງໂນລາດ ເກີດຢູ່ບ້ານສີໄຄນະຄອນຫຼວງວຽງຈັນ ເຖິງແມ່ນໄດ້ປະສົບຜົນສຳເລັດ ດ້ານການສຶກສາ ແລະສ້າງຄອບຄົວ ແຕ່ສິ່ງທີ່ຍັງຂາດໄປ ໃນຊີວິດນັ້ນກໍຄື
ຢາກຮູ້ວ່າ ແມ່ ແລະພໍ່ ຍັງມີຊີວິດຢູ່ ຫຼຶືບໍ່ ແລະນັ້ນແມ່ນຊີວິດຂອງຊາວລາວຜູ້ນຶ່ງ ທີ່ໄດ້
ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດອາເມຣິກາ.

XS
SM
MD
LG