ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ທ່ານໄມໂກລ ຊຸຍ ອົບພະຍົບ ໄປຢູ່ການາດາ ຕາມລຳພັງເມື່ອອາຍຸ 21 ປີ ແລ້ວຮັບປະກັນເອົາ ພໍ່ແມ່ອ້າຍນ້ອງ ມາການາດາ


ຮ້ານຂາຍດອກໄມ້ ທີ່ທ່ານໄມໂກລ ເປັນເຈົ້າຂອງ ຢູ່ໃນເມືອງໂຕຣອນໂຕ ແຂວງອອນຕາຣີໂອ ປະເທດການາດາ.
ຮ້ານຂາຍດອກໄມ້ ທີ່ທ່ານໄມໂກລ ເປັນເຈົ້າຂອງ ຢູ່ໃນເມືອງໂຕຣອນໂຕ ແຂວງອອນຕາຣີໂອ ປະເທດການາດາ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາຂອງວີໂອເອ ລາວ ຄ່ຳຄືນນີ້ ທ່ານຈະໄດ້ຟັງການໂອ້ລົມກັບທ່ານໄມໂກລ ຊຸຍ ທີ່ໄດ້ອົບພະຍົບໄປຕັ້ງຖິ່ນຖານໃນປະເທດການາດາ ແຕ່ໃນເບື້ອງຕົ້ນທ່ານຢາກຈະໄປປະເທດອອສເຕຣເລຍ ຊຶ່ງທ່ານກ່າວວ່າ ເປັນຍ້ອນດວງສະຕາ ຈຶ່ງໄດ້ໄປຕົກຢູ່ການາດາ ຈົນເຖິງປັດຈຸບັນນີ້. ເສັ້ນທາງການເຂົ້າໄປຕັ້ງຖິ່ນຖານຢູ່ປະເທດໃໝ່ຂອງທ່ານ ແລະຊາວອົບພະຍົບທັງຫຼາຍນັ້ນ ກໍຕ້ອງໄດ້ສູ້ຊົນເພື່ອສ້າງເນື້ອສ້າງໂຕໃຫ້ມີຖານະທີ່ໝັ້ນຄົງ ຊຶ່ງໄຊຈະເລີນສຸກ ຈະນຳເອົາເລື້ອງລາວ ການດຳລົງຊີວິດ ຂອງທ່ານໄມໂກລ ມາເລົ່າສູ່ທ່ານຟັງໃນອັນດັບຕໍ່ໄປ.

ທ່ານໄມໂກລ ຊຸຍ ເກີດຢູ່ນະຄອນວຽງຈັນ ບ້ານໜອງດ້ວງ ເມືອງຈັນທະບູລີ ໃນປີ 1958 ແລະເມື່ອເຕີບໃຫຍ່ຮອດອາຍຸເຂົ້າໂຮງຮຽນໄດ້ແລ້ວ ເພິ່ນກໍໄດ້ເລີ້ມໄປເຂົ້າໂຮງຮຽນຈີນ ຫຼຽວໂຕ ຕັ້ງຢູ່ບ້ານດົງໝ້ຽງ ຕິດກັບວັດດົງໝ້ຽງ. ທ່ານໄດ້ສຶກສາຮ່ຳຮຽນຢູ່ທີ່ໂຮງຮຽນແຫ່ງນີ້ ຈົນຈົບຊັ້ນສູງສຸດ ຕົກມາໃນປີ 1975 ສະພາບການເມືອງຢູ່ໃນລາວ ກໍາລັງເລີ້ມມີການປ່ຽນແປງຢ່າງໃຫຍ່ ແລະເພິ່ນຈຶ່ງໄດ້ຕັດສິນໃຈ ໜີຂ້າມຂອງໄປໜອງຄາຍ ຕາມລຳພັງ ດັ່ງທີ່ທ່ານເລົ່າໃຫ້ຟັງວ່າ:

ໃນເວລານັ້ນ ທ່ານໄມໂກລ ຍັງໜຸ່ມນ້ອຍຢູ່ ມີອາຍຸໄດ້ 17 ປີ ເມື່ອຕົກຝັ່ງໄທແລ້ວ ທ່ານກໍຍັງບໍ່ໄດ້ເຂົ້າສູນອົບພະຍົບເທື່ອ ແລະໄດ້ດຳລົງຊີວິດຢູ່ໜອງຄາຍຊົ່ວໄລຍະໜຶ່ງ ກ່ອນຈະເຂົ້າສູນອົບພະຍົບ ຊຶ່ງທ່ານກ່າວໃຫ້ຟັງດັ່ງນີ້:

ເມື່ອໄດ້ເຂົ້າຢູ່ສູນອົບພະຍົບມາເປັນເວລາເຖິງ 4 ປີແລ້ວ ກໍຄືປີ 1979 ປະເທດການາດາ ກໍໄດ້ເຂົ້າມາພົວພັນສຳພາດຮັບເອົາອົບພະຍົບ ແລະທ່ານເປັນຜູ້ໜຶ່ງທີ່ໄດ້ສຳພາດຜ່ານ ແລ້ວກໍໄດ້ມີຜູ້ອຸບປະຖຳ ຫຼື sponsor ທີ່ເປັນຊາວການາດາ ຊຶ່ງທ່ານໄດ້ອອກເດີນທາງໃນເດືອນກັນຍາ ປີດຽວກັນນັ້ນ ໄປຢູ່ກັບສປ່ອນເຊີ້ ໃນເມືອງ ນິວ ມາກເກັດ ແຂວງອອນແຕຣີໂອ ຊຶ່ງເປັນເມືອງນ້ອຍໆ ດັ່ງທີ່ທ່ານເລົ່າໃຫ້ຟັງວ່າ:

ໃນເມື່ອໄດ້ດຳລົງຊີວິດຢູ່ໃນເມືອງນິວມາກເກັດ ໄລຍະນຶ່ງແລ້ວ ທ່ານກໍໄດ້ເລີ້ມໄປຮຽນພາສາອັງກິດ ຍ້ອນວ່າເຂດບ່ອນທີ່ທ່ານອາໄສຢູ່ນັ້ນ ສ່ວນໃຫຍ່ເຂົາເຈົ້າເວົ້າພາສາອັງກິດ ຕໍ່ມາທ່ານກໍຫາວຽກເຮັດ ໂດຍຜູ້ສະປ່ອນເຊີ້ຂອງທ່ານ ນຳເອົາທ່ານໄປຝາກວຽກ ຢູ່ທີ່ຮ້ານຂາຍລົດ ໃນເມືອງດັ່ງກ່າວ ຊຶ່ງທ່ານກໍໄດ້ເຮັດວຽກຢ່າງຫ້າວຫັນ ແລະໄດ້ເລົ່າໃຫ້ຟັງກ່ຽວກັບວຽກງານທຳອິດນີ້ ວ່າ:

ຍ້ອນຄວາມໜາວແລະສຸຂະພາບ ໃນທີ່ສຸດທ່ານໄມໂກລ ກໍໄດ້ອອກຈາກວຽກຢູ່ທີ່ຮ້ານຂາຍລົດ ແລ້ວໄປເຮັດວຽກຢູ່ທີ່ໂຮງງານຜະລິດເກມກະດານ ທີ່ເອີ້ນວ່າ Monopoly ຊຶ່ງເປັນເກມທີ່ຊາວອາເມຣິກັນໃນຊ່ວງນັ້ນ ມັກຈະຫຼິ້ນຮ່ວມກັນພາຍໃນຄອບຄົວ ແລະໃນກຸ່ມໝູ່ເພື່ອນ. ທ່ານກ່າວໃຫ້ຟັງວ່າ ຢູ່ທີ່ໂຮງງານດັ່ງກ່າວຄົນລາວ ກໍບໍ່ຄ່ອຍມີຫຼາຍ ແຕ່ມີຢູ່ສາມສີ່ຄົນເທົ່ານັ້ນ ມີຄົນຂະເໝນ ແລະຫວຽດນາມໜ້ອຍດຽວ ນອກນັ້ນເປັນຊາວການາດາທັງໝົດ.

ຫຼັງຈາກໄດ້ອາໄສຢູ່ກັບສປ່ອນເຊີ້ ເກືອບຮອດໜຶ່ງປີ ແລະພວກພໍ່ແມ່ອ້າຍນ້ອງຂອງທ່ານ ກໍອົບພະຍົບຕາມຫຼັງມາ ໃນບໍ່ເທົ່າໃດປີຕໍ່ມາ ຊຶ່ງທ່ານໄມໂກລ ກໍຕ້ອງໄດ້ຍ້າຍອອກຈາກບ້ານຂອງສະປ່ອນເຊີ ໄປຢູ່ຄົນດຽວບໍ່ໄກຈາກເຮືອນຂອງສະປ່ອນເຊີ ແລະທ່ານກໍໄດ້ເປັນຜູ້ທີ່ຮັບປະກັນເອົາຄອບຄົວແລະອ້າຍນ້ອງມາຢູ່ການາດາ ຊຶ່ງທ່ານກ່າວວ່າ ໃນເບື້ອງຕົ້ນນັ້ນ ທ່ານໄດ້ຕັ້ງໃຈຢາກຈະໄປປະເທດອອສເຕເລຍ ແຕ່ກໍບໍ່ໄດ້ໄປ ຕາມຄວາມຕັ້ງໃຈ ຊຶ່ງທ່ານໄດ້ອະທິບາຍໃຫ້ຟັງວ່າ:

ຕົກມາໃນຊຸມປີ 1981 ທ່ານໄມໂກລ ກໍໄດ້ຕົກງານເພາະວ່າບໍລິສັດຜະລິດເກມ ໄດ້ປິດໂຮງງານ ແຕ່ດ້ວຍຄວາມຂະຫຍັນໝັ່ນພຽນ ທ່ານໄດ້ຊອກຫາວຽກໃໝ່ ແລະໄດ້ເຂົ້າໄປເຮັດວຽກຢູ່ທີ່ໂຮງງານປະກອບລົດເມ ໃນຂະນະດຽວກັນທ່ານກໍ ສືບຕໍ່ຮຽນພາສາອັງກິດ ນອກຈາກນັ້ນແລ້ວຄອບຄົວຂອງທ່ານໄມໂກລ ໄດ້ຍົກຍ້າຍອອກຈາກເມືອງນິວມາກເກັດ ໄປຢູ່ເມືອງໂຕຣອນໂຕ ດັ່ງທີ່ທ່ານເລົ່າໃຫ້ຟັງວ່າ:

ໃນຂະນະເຮັດວຽກຢູ່ທີ່ໂຮງງານປະກອບລົດເມ ທ່ານໄມໂກລ ກໍໄດ້ຂົນຂວາຍເຂົ້າຮຽນຢູ່ມັດທະຍົມປາຍ ແລະໃນມະຫາວິທະຍາໄລ ແມັກແມສເຕີ ທີ່ເມືອງແຮມມິງຕັນ ຈົນຈົບໄດ້ຮັບປະລິນຍາຕີໃນສາຂາວິທະຍາສາດ ແລະໄດ້ບຸກບືນຫາວຽກເຮັດທີ່ດີກວ່າເກົ່າ ໃນທີ່ສຸດທ່ານກໍໄດ້ເຂົ້າເຮັດວຽກຢູ່ບໍລິສັດໂບອິ້ງທີ່ການາດາ ໃນປີ 1988 ຊຶ່ງບໍລິສັດບອມບາເດຍຂອງມົງເຣອາລ ໄດ້ຊື້ເອົາບໍລິສັດດັ່ງກ່າວ ທ່ານໄດ້ເຮັດວຽກໃຫ້ບໍສັດນີ້ ມາໄດ້ຫຼາຍສິບປີ ໃນຕຳແໜ່ງເປັນວິສະວະກອນດ້ານການວາງແຜນ ຊຶ່ງທ່ານໄດ້ກ່າວກ່ຽວກັບບໍລິສັດນີ້ໃຫ້ຟັງວ່າ:

ຫຼັງຈາກໄດ້ກະສຽນອອກກິນເບ້ຍບຳນານແລ້ວ ທ່ານໄມໂກລ ໄດ້ກ່າວວ່າ ທ່ານກໍອາສາສະໝັກເຂົ້າໄປຊ່ອຍສ້າງສາພັດທະນາວັດວາ ຢູ່ໃນເຂດໂຕຣອນໂຕ ຊຶ່ງມີຢູ່ສອງແຫ່ງຄື ວັດໂຕຣອນໂຕ ແລະວັດເວລາວັນ ທ່ານໄດ້ກ່າວວ່າ ເປັນວັດອັນດຽວກັນ ພຽງແຕ່ວ່າ ວັດເວລາວັນຕັ້ງຢູ່ນອກເມືອງ ແລະທ່ານກໍໄດ້ເປັນປະທານຈັດງານຫາລາຍໄດ້ສ້າງວັດ ນອກຈາກນັ້ນແລ້ວ ທ່ານກໍໄດ້ເປັນປະທານຈັດງານຫາລາຍໄດ້ຊ່ອຍສະມາຄົມລາວຕ່າງໆໃນໂຕຣອນໂຕນຳດ້ວຍ. ປັດຈຸບັນນີ້ ທ່ານແລະພັນລະຍາ ມີຮ້ານຂາຍດອກໄມ້ຢູ່ໃນໂຕຣອນໂຕ ຊຶ່ງຊັ້ນເທິງຂອງຮ້ານນັ້ນ ເປັນທີ່ພັກອາໄສຂອງຄອບຄົວແລະລູກສາວ ສ່ວນລູກຊາຍກົກຂອງທ່ານກໍມີເຮືອນຢູ່ໄກ້ຄຽງເຊັ່ນກັນ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນເລື້ອງລາວ ການອົບພະຍົບເຂົ້າໄປຕັ້ງຖິ່ນຖານໃໝ່ຢູ່ໃນປະເທດການາດາ ຂອງທ່ານໄມໂກລ ຊຸຍ ຊາວລາວຜູ້ໜຶ່ງທີ່ໄດ້ສູ້ຊົນຊີວິດຢູ່ໃນປະເທດການາດາ ຈົນປະສົບຜົນສຳເລັດ ແລະມີຖານະທີ່ໝັ້ນຄົງເປັນເຈົ້າຂອງຮ້ານຂາຍດອກໄມ້ຢູ່ໃນເມືອງໂຕຣອນໂຕ ແຂວງອອນແຕຣີໂອ. ເຊີນພົບກັບພວກເຮົາໄດ້ອີກ ກັບລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG