ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານລຳແກ້ວ ສຸນດາລາ ໃນເບື້ອງຕົ້ນ ໄດ້ອົບພະຍົບໄປຢູ່ປະເທດການາດາ ແລ້ວຕໍ່ມາຕັດສິນໃຈ ຍົກຍ້າຍໄປຢູ່ສະຫະລັດ


ທ່ານລຳແກ້ວ ສຸນດາຣາ ອາໄສຢູ່ໃນນະຄອນດາລັສ ຂອງລັດເທັກຊັສ ມາເປັນເວລາດົນນານ ທ່ານໄດ້ອົບພະຍົບໄປຢູ່ປະເທດການາດາ ໃນເບື້ອງຕົ້ນ ແລ້ວຕໍ່ມາຕັດສິນໃຈ ຍົກຍ້າຍເຂົ້າໄປຢູ່ສະຫະລັດ ຈົນເຖິງປັດຈຸບັນນີ້.
ທ່ານລຳແກ້ວ ສຸນດາຣາ ອາໄສຢູ່ໃນນະຄອນດາລັສ ຂອງລັດເທັກຊັສ ມາເປັນເວລາດົນນານ ທ່ານໄດ້ອົບພະຍົບໄປຢູ່ປະເທດການາດາ ໃນເບື້ອງຕົ້ນ ແລ້ວຕໍ່ມາຕັດສິນໃຈ ຍົກຍ້າຍເຂົ້າໄປຢູ່ສະຫະລັດ ຈົນເຖິງປັດຈຸບັນນີ້.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ໃນຄ່ຳຄືນນີ້ ພວກເຮົາຈະນຳທ່ານໄປພົບກັບ ທ່ານລຳແກ້ວ ສຸນດາລາ ຜູ້ທີ່ໄດ້ອົບພະຍົບໄປອາໄສຢູ່ປະເທດການາດາໃນເບື້ອງຕົ້ນໄດ້ໄລຍະນຶ່ງ ແລ້ວຕໍ່ມາຕັດສິນໃຈ ຍົກຍ້າຍເຂົ້າໄປຢູ່ສະຫະລັດ ຈົນເຖິງປັດຈຸບັນນີ້ ເລື້ອງລາວຄວາມເປັນມາຂອງທ່ານລຳແກ້ວ ເປັນແນວໃດນັ້ນ ຂໍເຊີນທ່ານຮັບຟັງລາຍງານ ຈາກໄຊຈະເລີນສຸກ ໄດ້ໃນອັນດັບຕໍ່ໄປ.

ທ່ານລຳແກ້ວ ສຸນດາລາ ພ້ອມກັບອ້າຍສອງຄົນ ແລະຫຼານຊາຍຄົນນຶ່ງ ໄດ້ພາກັນອົບພະຍົບອອກຈາກລາວ ຂ້າມແມ່ນ້ຳຂອງເຂົ້າໄປປະເທດໄທ ໃນປີ 1977 ແລ້ວເຂົ້າສູນອົບພະຍົບໃນຈັງວັດໜອຍຄາຍ ເປັນເວລາປະມານ 10 ເດືອນ ໃນລະຫວ່າງຢູ່ໃນສູນລໍຖ້າເບິ່ງວ່າ ຈະໄດ້ໄປຢູ່ປະເທດໃດນັ້ນ ທ່ານລຳແກ້ວ ກ່າວສູ່ຟັງວ່າ:

ທ່ານລຳແກ້ວ ໄດ້ກ່າວວ່າ ເຫດຜົນນຶ່ງທີ່ໄດ້ຕັດສິນໃຈໄປປະເທດການາດາ ກໍເພາະວ່າ ໄດ້ຮັບການແນະນຳຈາກຜູ້ອະວຸໂສທ່ານນຶ່ງ ຜູ້ທີ່ເປັນຫົວໜ້າສູນໜອງຄາຍໃນເວລານັ້ນ ແລະເປັນຍາດຕິພີ່ນ້ອງນຳດ້ວຍ ດັ່ງທີ່ທ່ານກ່າວດັ່ງນີ້:

ໃນຊ່ວງໄລຍະອາໄສຢູ່ໃນການາດາ ທ່ານລຳແກ້ວກ່າວວ່າ ໄດ້ຮັບການຕ້ອບຮັບ ຈາກປະຊາຊົນການາດາ ແລະອົງການຈັດຕັ້ງຂອງສາສະໜາເປັນຢ່າງດີໃນທຸກໆດ້ານ ແລະທ່ານກໍໄດ້ປຽບທຽບການໃຫ້ຄວາມຊ່ວຍເຫຼືອຂອງການາດາ ກັບສະຫະລັດວ່າ:

ທ່ານລຳແກ້ວ ຍັງໄດ້ບັນລະຍາເຖິງການຊ່ວຍເຫຼືອໃນດ້ານຕ່າງໆເຊັ່ນວ່າ ທີ່ພັກອາໄສ ເຄື່ອງໃຊ້ເຄື່ອງສອຍ ແລະອາຫານການກິນເປັນຕົ້ນ ຊຶ່ງທ່ານໄດ້ເລົ່າໃຫ້ຟັງດັ່ງນີ້:

ຕອນເດີນທາງໄປຮອດປະເທດການາດາຄັ້ງທຳອິດ ທ່ານລຳແກ້ວ ມີອາຍຸໄດ້ 17 ປີ ຊຶ່ງທ່ານຍັງຢູ່ໃນໄວຮໍ່າຮຽນຢູ່ ຈຶ່ງໄດ້ເລີ້ມເຂົ້າໂຮງຮຽນມັດທະຍົມປາຍ ໃນເມືອງມົງເຣອານ ແຂວງເກເບັກ ທ່ານກ່າວວ່າ ເນື່ອງຈາກວ່າມີພື້ນຖານໃນພາສາຝຣັ່ງຕອນຮ່ຳຮຽນຢູ່ທີ່ໂຮງຮຽນລີເຊໃນລາວ ຈຶ່ງສາມາດປາກເວົ້າໄດ້ທັງພາສາຝຣັ່ງແລະອັງກິດ ດັ່ງທີ່ທ່ານໄດ້ກ່າວກ່ຽວກັບເລື້ອງນີ້ວ່າ:

ຫຼັງຈາກເຂົ້າຮ່ຳຮຽນໃນໂຮງຮຽນມັດທະຍົມປາຍມາໄດ້ປີກວ່າແລ້ວ ທ່ານກໍໄດ້ໄປຮ່ຳຮຽນຕໍ່ ທີ່ວິທະຍາໄລ ມາໄດ້ໄລຍະນຶ່ງ ຈົນຕົກມາໃນປີ 1982 ທ່ານໄດ້ຕັດສິນໃຈຍົກຍ້າຍມາຢູ່ສະຫະລັດອາເມຣິກາ ຊຶ່ງທ່ານໄດ້ອະທິບາຍເຖິງເຫດຜົນຂອງການຍົກຍ້າຍໄປຢູ່ ໃນເມືອງອາຣລິງຕັນ ລັດເທັກຊັສ ວ່າ:

ຫຼັງຈາກໄດ້ສ້າງຄອບຄົວແລ້ວແລະອາໄສຢູ່ໃນລັດເທັກຊັສມາໄດ້ຫ້າປີ ທ່ານຈຶ່ງຍື່ນເອກະສານຮັບປະກັນເອົາແມ່ແລະອ້າຍເອື້ອຍນ້ອງຂອງທ່ານມາຢູ່ນຳ ແລະໃນຊ່ວງເວລານັ້ນ ພວກຄົນລາວອົບພະຍົບກໍພາກັນມາຕັ້ງຖິ່ນຖານ ຢູ່ໃນລັດເທັກຊັສ ຫຼາຍພໍສົມຄວນ ດັ່ງທີ່ທ່ານລຳແກ້ວ ເລົ່າໃຫ້ຟັງວ່າ:

ໃນສະໄໝນັ້ນ ທ່ານລຳແກ້ວໄດ້ກ່າວວ່າ ຄົນລາວອົບພະຍົບມາໃໝ່ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ໃນຄຸ້ມຢູລິສ (Ueless) ຊຶ່ງຕັ້ງຢູ່ໃນຕົວເມືອງຂອງອາຣລິງຕັນ ເປັນຈຳນວນຫຼວງຫຼາຍ ດັ່ງທີ່ທ່ານລຳແກ້ວ ກ່າວວ່າ:

ແລະທຸກຄົນກໍເລີ້ມຕົ້ນຊີວິດໃໝ່ດ້ວຍມືເປົ່າ ບາງຄົນກໍໄປສຶກສາວິສາອາຊີບ ແລະບາງສ່ວນກໍຫາວຽກເຮັດງານທຳ ໃນເບື້ອງຕົ້ນຈາກທີ່ເຄີຍຢູ່ເຮືອນເຊົ່າເປັນອາພາດເມັນ ຍ້ອນຄວາມຂະຫຍັນມັ່ນພຽນດຸມັ່ນ ຕໍ່ມາຄອບຄົວຊາວລາວຈຳນວນຫຼາຍ ສາມາດຍົກລະດັບຊີວິດການເປັນຢູ່ຂຶ້ນຕາມລຳດັບ ທ່ານລຳແກ້ວກ່າວອີກວ່າ ໃນເມື່ອຄອບຄົວຊາວລາວໃນລັດເທັກຊັສ ມີຖານດີແລ້ວ ສ່ວນພວກລູກເຕົ້າຂອງເຂົາເຈົ້າກໍໄດ້ເຂົ້າຮ່ຳຮຽນຊັ້ນສູງຂັ້ນມະຫາວິທະ ຍາໄລ ແລະໄດ້ວິຊາອາຊີບທີ່ນັບໜ້າຖືຕາ ເຊັ່ນວ່າ ເປັນໝໍ ເປັນວິສະວະກອນ ເປັນຕົ້ນ ຈົນສາມາດຊື້ເຮືອນຊານໃຫ້ພໍ່ແມ່ຢູ່ ຊຶ່ງທ່ານລຳແກ້ວ ກ່າວກ່ຽວກັບເລື້ອງນີ້ວ່າ:

ນອກນັ້ນແລ້ວທ່ານຍັງໄດ້ກ່າວວ່າ ວັດວາອາຮາມຢູ່ໃນລັດເທັກຊັສນັ້ນ ມີຫຼາຍແທ້ໆ ແຕ່ວັດລາວທີ່ໃຫຍ່ທີ່ສຸດ ໃນລັດເທັກຊັສ ແມ່ນຢູ່ໃນເມືອງຟອດເວີດທ໌ ຊຶ່ງທ່ານລຳແກ້ວກ່າວວ່າ:

ປັດຈຸບັນນີ້ທ່ານລຳແກ້ວຕັ້ງຖິ່ນຖານຢູ່ໃນນະຄອນດາລັສ ລັດເທັກຊັສ ແລະໄດ້ອອກກິນເບ້ຍບຳນານແລ້ວ ທ່ານກ່າວວ່າ ລັດເທັກຊັສເປັນລັດ ທີ່ມີຄ່າຄອງຊີບຕ່ຳແລະເປັນລັດທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວ ເໝາະສົມສຳລັບການເຂົ້າມາຕັ້ງຖິ່ນຖານໃໝ່.

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ເປັນເລື້ອງລາວຄວາມເປັນມາໃນການເຂົ້າມາຕັ້ງຖິ່ນຖ່ານໃໝ່ຢູ່ໃນສະຫະລັດ ຂອງທ່ານລຳແກ້ວ ສຸນດາລາ ຊຶ່ງໃນປັດຈຸບັນນີ້ ທ່ານອາໄສຢູ່ນະຄອນດາລັສ ລັດເທັກຊັສ ມາພົບກັບພວກເຮົາໄດ້ອີກ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ໃນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG