ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ​ຖະ​ແຫຼງວ່າ ກ​ານ​ພັດ​ທະ​ນາ​ ຈະ​ບໍ່​ບັນ​ລຸ​ຕາມ​ເປົ້າ​ໝາຍ ​ທີ່​ໄດ້​ວາງ​ໄວ້


ສະ​ຖິ​ຕິ​ການ​ເຮັດ​ທຸ​ລະ​ກິດ ໃນ ສ​ປ​ປ ລາວ​.
ສະ​ຖິ​ຕິ​ການ​ເຮັດ​ທຸ​ລະ​ກິດ ໃນ ສ​ປ​ປ ລາວ​.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວຍອມ​ຮັບ​ວ່າ ສະ​ພາບ​ແວດ​ລ້ອມ​ຂອງການ​ດຳ​ເນີນ​ທຸ​ລະ​ກິດ​ໃນ​
ລາວ ​ຍັງຄົງບໍ່​ດີ​ຂຶ້ນ​ໃນ​ປີ 2020 ເນື່ອງ​ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ​ພະ​ນັກ​ງ​ານ​ລັດ ​
ຍັງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ​ໃນ​ທຸກໆ​ດ້ານ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດຖະ​ມົນ​ຕີ ຖະ​ແຫຼງ​ຢືນ​ຢັນ​ວ່າ ການ​ຍົກ​ລະ​ດັບ​ປະ​ສິດ​
ທິ​ພາບ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພະ​ນັກ​ງ​ານ​ລັດ​ໃຫ້​ສູງ​ຂຶ້ນຄື​ເປົ້າ​ໝາຍ​ທີ່​ສຳ​ຄັນ​ທີ່
​ລັດ​ຖະ​ບານ​ຕ້ອງ​ການ ທີ່​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ໂດຍ​ຄາດ​ຫວັງ​
ວ່າຈະ​ເຮັດ​ໃຫ້​ສະ​ພາບ​ແວດ​ລ້ອ​ມ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ລາວ​ໄດ້​ຮັບ​ການ​ຈັດ​ອັນ
​ດັບ​ທີ່​ດີ​ຂຶ້ນ ເພື່ອ​ທີ່​ຈະ​ດຶງ​ດູດ​ເອົາ​ການ​ລົງ​ທຶນ​ຈາກ​ຕ່າງ​ປ​ະ​ເທດໃຫ້​ເຂົ້າ​ມາ​ໃນ​ລ​າວ​ໄດ້
​ເພີ້ມ​ຂຶ້ນ​ໃນ​ປີ 2020 ​ແຕ່​ກໍ​ເປັນ​ໄປ​ໄດ້​ຍາກ ເນື່ອງ​ຈາກວ່າ​ທະ​ນາ​ຄານ​ໂລກ​ໄດ້​ຈັດ​ໃຫ້
​ລ​າວ​ຢູ່​ໃນ​ອັນ​ດັບ 154 ຈາກ 190 ປະ​ເທດ​ທົ່ວ​ໂລກ ໂດຍ​ເປັນ​ອັນ​ດັບ​ດຽວ​ກັນ​ກັບໃນ
​ປີ 2019 ເພາະ​ເຫັນ​ວ່າ​ລັດ​ຖະ​ບານ​ລາວ​ຍັງ​ບໍ່​ໄດ້​ມີ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​
ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີ​ຂຶ້ນ​ແຕ່​ຢ່າງ​ໃດ ໂດຍ​ສະ​ເພາະ​ແມ່ນ​ການ​ບັງ​ຄັບ​ໃຊ້​
ກົດ​ໝາຍ​ນັ້ນ ດັ່ງ​ທີ່​ທ່ານ​ທອງ​ລຸນ ຢືນ​ຢັນ​ວ່າ:

“ການ​ແກ້​ໄຂ​ບັນ​ຫາ​ສະ​ພາບ​ແວດ​ລ້ອມ ຄວາມ​ໂປ່ງ​ໃສ​ໃນ​ການ​ລົງ​ທຶນ ການ​ດຳ​
ເນີນ​ທຸ​ລະ​ກິດ ເຖິງວ່າ​ລັດ​ຖະ​ບ​ານ​ໄດ້​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ທາງ​ດ້ານ​ນິ​ຕິ​ກຳ ແຕ່​ທາງ​ດ້ານ
ພຶດ​ຕິ​ກຳ​ນັ້ນ ​ບໍ່​ໄປ​ຕາມ​ກັນ ​ຍັງ​ມີ​ຫຼາຍ​ໂຕ​ຊີ້​ວັດ ບໍ່​ສາ​ມາດ​ແຂ່ງ​ຂັນ​ໄດ້​ກັບ​ປະ​ເທດ​ອື່ນ
ຈຶ່ງ​ພາ​ໃຫ້​ອັນ​ດັບ​ໂຕ​ຊີ້​ວັດ​ການ​ຍາກ ງ່າຍ ຂອງກ​ານ​ດຳ​ເນີນ​ທຸ​ລະ​ກິດ ປີ 2020 ຢູ່​
ໃນ​ລະ​ດັບ 154 ສອງ​ໂຕ​ຊີ້ວັດມີ​ຄວາມ​ກ້າວ​ໜ້າ​ດີ​ຂຶ້ນ​ຫຼາຍ ແຕ່​ວ່າ​ຫົກ​ໂຕ​ຊິວັດ​ຜັດ​
ຖອຍ​ຫຼັງ.”

ທັງ​ນີ້​ໂດຍ​ການ​ຈັດ​ອັນ​ດັບ​ດັ່ງ​ກ່າວ ທະ​ນາ​ຄານ​ໂລກ​ໄດ້​ພິ​ຈາ​ລະ​ນາ​ຈາກ 10 ດ້ານ
​ດ້ວຍ​ກັນ​ກໍຄືຄວາມ​ຍາກງ່າຍ​ຂອງ​ການ​ເລີ້ມ​ຕົ້ນ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ລາວ ການ​ຂໍ​ອະ​ນຸ
​ຍາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ສະ​ຖານ​ທີ່ ແລະ​ສິ່ງ​ປູກ​ສ້າງ ການ​ຕອບ​ສະ​ໜອງ​ດ້ານ​ພະ​ລັງ
​ໄຟ​ຟ້າ​ ການ​ແຈ້ງ​ທະ​ບຽນ​ສິນ​ຊັບ ການ​ເຂົ້າ​ເຖິງ​ແຫຼ່ງ​ສິນ​ເຊື່ອ ການຄຸ້ມ​ຄອງ​ຜູ້​ລົງ​ທຶນ
​ລາຍ​ຍ່ອຍ ມາດ​ຕະ​ຖານ​ການ​ຊຳລະພາ​ສີ​ອາ ກອນ ​ການ​ຄ້າ​ຂ້າມ​ແດນ​ທີ່​ສ​ະ​ດວກວ່ອງ
​ໄວ ການ​ບັງ​ຄັບ​ຕາມ​ສັນ​ຍ​າ​ລົງ​ທຶນ ແລະ​ການ​ຕັດ​ສິນ​ໃນກໍ​ລະນີ​ລົ້ມ​ລ​ະ​ລາຍ ຊຶ່ງ​ປາ​ກົດ​
ວ່າ ​ລາວ​ໄດ້​ຄະ​ແນນ​ສະ​ເລ່ຍ 50.8 ຈາກ 100 ຄະ​ແນນ ສ່ວນ 2 ດ້ານ ​ທີ່​ມີ​ການ​ປັບ​ປຸງ
​ດີ​ຂຶ້ນ​ກໍ​ຄື​ການ​ເລີ້ມ​ຕົ້​ນ​ດຳ​ເນີນ​ທຸ​ລະ​ກິດ​ກັບ​ການ​ຕອບ​ສະ​ໜອງ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ
ຂະ​ນະ​ທີ່​ການ​ຕັດ​ສິນ​ໃນ​ກໍ​ລະ​ນີ​ລົ້ມ​ລະ​ລາຍ ແລະ​ການຄຸ້ມ​ຄອງ​ຜູ້​ລົງ​ທຶນ​ລາຍຍ່ອຍ​ນັ້ນ
​ຈະ​ຕ້ອງ​ປັບ​ປຸງ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້​ນສູງຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ປະ​ຈຳ​ລາວ
ຢືນ​ຢັນ​ວ່າ​ສະ​ພາບ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນ​ລາວ​ລາວ​ຍັງ​ບໍ່​ດີ​ຂຶ້ນ ໂດຍ​ເຫັນ​
ໄດ້​ຈາກ​ໃນ​ຊ່ວງ 6 ເດືອນ​ຕົ້ນ​ປີ 2019 ມີ​ການລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ​ໃນ​ລາວ
1,266 ໂຄງ​ການ ຄຶດ​ເປັນ​ມູນ​ຄ່າ​ລວມ 3,644 ລ້ານ ​ໂດ​ລ​າ​ສະ​ຫະ​ລັດ ແຕ່​ກໍ​ມີ​ການ​ນຳ​
ເງິນ​ທຶນ​ໂຕ​ຈິງ​ເຂົ້າ​ມາ​ໃນ​ລາວ​ພຽງ 1,091 ລ້ານ​ໂດ​ລ​າສ​ະ​ຫະ​ລັດ ຫຼື​ຄຶດ​ເປັນ 30 ເປີ​
ເຊັນ​ເທົ່າ​ນັ້ນ​ຂອງ​ທຶນ​ຈົດ​ທະ​ບຽນ​ທັງ​ໝົດ ທັງ​ຍັງ​ຄິດ​ເປັນ​ພຽງ 40 ເປີ​ເຊັນ ຂອງ​ແຜນ
​ການຕະ​ຫຼອດ​ປີ 2019 ນີ້​ອີກ​ດ້ວຍ.

ສ່ວນ​ທ່ານ​ນາງ​ຄຳ​ຈັນ ພົມ​ແສງ​ສະ​ຫວັນ ຮອງ​ປະ​ທ​າ​ນ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ
ຖະ​ແຫຼງ​ຢືນ​ຢັນ​ວ່າ​ສະ​ພາບໂດຍ​ລວມ​ຂອງ​ພາກ​ທຸ​ລະ​ກິດ​ເອກ​ກະ​ຊົນ​ລາວ​ໃນ​ປີ 2018
ຫາ 2019 ຖືເປັນ​ສະ​ພາບ​ການ​ທີ່​ບໍ່​ດີ​ຕໍ່​ເສດ​ຖະ​ກິດ​ຂອງ​ລາວ ​ເພາະ​ວ່າ​ມີ​ຫົວ​ໜ່ວຍ​ທຸ​
ລະ​ກິດ​ເອກ​ກະ​ຊົນ​ຈຳ​ນວນ​ບໍ່​ໜ້ອຍ​ທີ່​ປະ​ສົບ​ບັນ​ຫາ​ຂາດ​ທຶນ ໂດຍ​ສະ​ເພາະ​ແມ່ນ​ຫົວ
​ໜ່ວຍ​ທຸ​ລະ​ກິດ​ຂະ​ໜາ​ດ​ນ້ອຍ ແລ​ະ​ຂະ​ໜາດ​ກາງ (SMEs) ທີ່​ກູ້​ຢືມ​ເງິນ​ທຶນ​ຈາກ​ທະ​
ນາ​ຄານ​ນັ້ນ​ຖື​ເປັນ​ພາກ​ສ່ວນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຫຼາຍ​ທີ່​ສຸດ ໂດຍ​ມີ​ສາ​ເຫດ​ມາ​ຈາກ​
ຄວາມ​ບໍ່ໂປ່ງ​ໃສ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພະ​ນັກ​ງານ​ລັດ​ເປັນ​ສຳ​ຄັນ.

ສູນ​ສະ​ຖິຕິ​ແຫ່ງ​ຊາດ​ລ​າວ​ໄດ້​ລາຍ​ງານ​ການ​ສຳ​ຫຼວດ ທີ່​ກ່ຽວ​ກັບ​ການ​ຜະ​ລິດ​ສິນ​ຄ້າ
ແລະບໍລິ​ການ​ຂອງ​ຫົວ​ໜ່ວຍ​ທຸລະ​ກິດ 124,830 ລາ​ຍ​ໃນ​ທົ່ວ​ປະ​ເທດ​ລາວ​ວ່າ 94 ເປີ
​ເຊັນ ເປັນ​ຫົວ​ໜ່ວຍ​ທຸ​ລະ​ກິດທີ່​ຜະ​ລິດສິນ​ຄ້າ ແລະ​ບໍ​ລິ​ການ​ເພື່ອ​ຕອບ​ສະ​ໜອງ​ພາຍ​
ໃນ​ເປັນ​ດ້ານ​ຫລັກ ຈຶ່ງ​ມີ​ພຽງ 630 ລ​າຍ ຫຼື 0.5 ເປີ​ເຊັນ ເທົ່າ​ນັ້ນ​ທີ່​ມີ​ການ​ຜະ​ລິດ​ສິນ​
ຄ້າທີ່​ສົ່ງ​ອອກ ສ່ວນ 1,700 ກວ່າ​ລາຍ ຫຼື 1​.4 ເປີ​ເຊັນ ທີ່​ເນັ້ນ​ທາງ​ການ​ສົ່ງ​ອອກ ແລະ
​ຕອບ​ສະ​ໜອງ​ພາຍ​ໃນ ແຕ່ ວ່າ​ມີ​ພຽງ 119 ​ລາຍທີ່​ໄດ້​ຮັບ​ກາ​ໝາຍນຶ່ງ​ເມືອງ-ນຶ່ງ​ຜະ​
ລິດ​ຕະ​ພັນ (ODOP) ສ່ວນ​ທະ​ນາ​ຄາ​ໂລກ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ SMEs ໃນ​ລາວ
20 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນ​ຊ່ວງ​ປີ 2014 ຫາ 2019 ໃນ​ນີ້​ເປັນ​ການ​ຊ່ວຍ​ເຫຼື​ອ​ດ້ານ
​ເທັກ​ນິກ 10 ລ້ານໂດ​ລ​າ​ສະ​ຫະ​ລັດແລະ​ເງິນ​ກູ້​ສຳ​ລັບ SMEs ມູນ​ຄ່າ 10 ລ້ານ ໂດ​ລາ
​ສະ​ຫະ​ລັດ ແຕ່​ກໍ​ໄດ້​ມີ​ການ​ປ່ອຍ​ເງິນ​ກູ້​ໃຫ້ SMEs ພຽງ 42 ລາຍຄຶດ ​ເປັນ​ມູນ​ຄ່າ​ລວມ
4.4 ລ້ານ​ໂດ​ລາ​ສະ​ຫ​ະ​ລັດ ​ເທົ່າ​ນັ້ນ​ໃນ​ປັດ​ຈຸ​ບັນ.

XS
SM
MD
LG