ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ຍັງບໍ່ມີມາດຕະການ ທີ່ມີປະສິດທິພາບ ຢ່າງພຽງພໍ ໃນການຄຸ້ມຄອງຄ່າເງິນກີບ


ເງິນລາວກີບ.
ເງິນລາວກີບ.

ສະມາຊິກສະພາແຫ່ງຊາດເນັ້ນຢໍ້າວ່າ ລັດຖະບານ ລາວ ຍັງບໍ່ມີມາດຕະການທີ່ມີປະສິດທິພາບຢ່າງພຽງພໍໃນການຄຸ້ມຄອງຄ່າເງິນກີບ ໂດຍສະເພາະແມ່ນການທີ່ ລາວ ຍັງຂາດດຸນການຄ້າຕ່າງປະເທດນັ້ນ.

ທ່ານນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດຈາກເຂດນະຄອນຫຼວງວຽງຈັນ ໄດ້ຖະແຫຼງໃນກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດ ລາວ ທີ່ດຳເນີນການປະຊຸມໃນວັນທີ 24 ມິຖຸນາ ຫາວັນທີ 2 ກໍລະກົດ 2020 ທີ່ຜ່ານມາວ່າການຕົກຕໍ່າຂອງຄ່າເງິນກີບທຽບໃສ່ເງິນຕາຕ່າງປະເທດທຸກສະກຸນໃນປັດຈຸບັນ ກໍເພາະວ່າລັດຖະບານ ລາວ ຍັງບໍ່ມີມາດຕະການທີ່ມີປະສິດທິ ພາບຢ່າງພຽງພໍໃນການຄຸ້ມຄອງຄ່າເງິນກີບ ໂດຍສະເພາະແມ່ນໃນດ້ານການຄ້າຕ່າງປະເທດທີ່ ລາວ ຍັງຕົກເປັນຝ່າຍຂາດດຸນຢູ່ເລື້ອຍມານັ້ນ ດັ່ງທີ່ທ່ານນາງ ວາລີ ໄດ້ຖະແຫຼງຢືນຢັນວ່າ

“ໃນການຄວບຄຸມສະຖາບັນການເງິນ ແລະ ອັດຕາແລກປ່ຽນໃນຊ່ວງ 2-3 ອາທິດຜ່ານມາມັນຜັນຜວນແຮງແບບຜິດປົກກະຕິ ອັນນີ້ຢາກຕັ້ງຄຳຖາມໃຫ້ທາງລັດຖະບານ ໂດຍສະເພາະທະນາຄານກາງ ຄຶດວ່າມັນຜັນຜວນຍ້ອນອີຫຍັງ ພວກເຮົາກະຢາກຮູ້ສາເຫດວ່າມັນແຮງໂພດ ມັນຜິດປົກກະຕິ ມັນບໍ່ໄປຕາມທິດສະດີແມ່ນຢູ່ວ່າ Deman ໄປກັບ Supply ນີ້ແຕ່ວ່າໂຕນັ້ນເຮົາກະນຳເຂົ້າມາຫຼາຍຢູ່ລະ ເຮົາກໍເປັນປະເທດທີ່ນຳເຂົ້າຢູ່ແລ້ວ ແຕ່ປັດຈຸບັນນີ້ສົ່ງອອກບັກຫຼາຍໆ ກະຍັງຄ່າເງິນຍັງອ່ອນຢູ່.”

ທັງນີ້ກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າ ການຄ້າຕ່າງປະເທດຂອງ ລາວ ໃນຊ່ວງເດືອນມັງກອນ-ເມສາ 2020 ມີມູນຄ່າລວມ 2,994 ລ້ານໂດລາໃນນີ້ເປັນການສົ່ງສິນຄ້າອອກ 1,353.22 ລ້ານໂດລາ ແລະ ນຳເຂົ້າສິນຄ້າ 1,640.78 ລ້ານໂດລາ ຊຶ່ງເຮັດໃຫ້ ລາວ ຂາດດຸນການຄ້າໃນມູນຄ່າລວມ 287.56 ລ້ານໂດລາ ໂດຍ ລາວ ຂາດດຸນການຄ້າຫຼາຍທີ່ສຸດ ທັງຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງກໍຄືປະເທດ ໄທ ໂດຍສະເພາະແມ່ນການຄ້າຊາຍແດນນັ້ນ ຖືເປັນການຄ້າຫຼັກລະຫວ່າງ ລາວ-ໄທ ຫາກແຕ່ວ່າດ້ວຍບັນຫາການລະບາດຂອງໄວຣັສ COVID-19 ໃນປັດຈຸ ບັນນີ້ກໍໄດ້ສົ່ງຜົນກະທົບເຮັດໃຫ້ການຄ້າຊາຍແດນລະຫວ່າງ ລາວ-ໄທ ໃນໄລຍະ 4 ເດືອນຕົ້ນປີ 2020 ຫຼຸດລົງໃນອັດຕາສະເລ່ຍເກີນກວ່າ 12 ເປີເຊັນ ເມື່ອທຽບໃສ່ກັບໄລຍະດຽວກັນໃນປີ 2019 ທີ່ຜ່ານມາ.

ທັງນີ້ທ່ານ ກີຣະຕິ ຣັດສະໂນ ອະທິບໍດີກົມການຄ້າຕ່າງປະເທດ ກະຊວງການຄ້າຂອງ ໄທ ຖະແຫຼງວ່າການຄ້າຊາຍແດນລະຫວ່າງ ລາວ-ໄທ ໃນຊ່ວງເດືອນມັງກອນ-ເມສາ 2020 ມີມູນຄ່າລວມ 1,339 ລ້ານໂດລາ ໃນນີ້ເປັນການນຳເຂົ້າສິນຄ້າຈາກ ລາວ 383​ລ້ານໂດລາ ແລະ ສົ່ງສິນຄ້າອອກໄປ ລາວ 956 ລ້ານໂດລາ ຊຶ່ງເຮັດໃຫ້ ລາວ ຂາດດຸນການຄ້າຕໍ່ ໄທ ໃນມູນຄ່າ 573 ລ້ານໂດລາ ແຕ່ວ່າກໍຫຼຸດລົງຈາກຊ່ວງດຽວກັນໃນປີ 2019 ຄິດເປັນອັດຕາສະເລ່ຍກວ່າ 12​ ເປີເຊັນ ໂດຍມີສາ ເຫດມາຈາກການລະບາດຂອງໄວຣັສ COVID-19 ທັງຍັງຄາດໝາຍວ່າສະພາບການດັ່ງກ່າວນີ້ຍັງຈະດຳເນີນຕໍ່ໄປຈົນກວ່າວ່າຈະສາມາດຄວບຄຸມການລະບາດຂອງໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວເທົ່ານັ້ນ.

ສິນຄ້າທີ່ ລາວ ນຳເຂົ້າຈາກ ໄທ ຫຼາຍທີ່ສຸດກໍຄືນໍ້າມັນເຊື້ອໄຟ, ລົດຍົນ, ອາໄຫຼ່ລົດຍົນ, ອຸປະກອນດ້ານການສະເສດ ແລະ ອຸປະກອນດ້ານປະສຸສັດ ສ່ວນສິນຄ້າທີ່ ລາວ ສົ່ງອອກໄປ ໄທ ກໍຄືພະລັງ ງານໄຟຟ້າ, ຜະລິດຕະພັນຈາກທອງແດງ ແລະ ເຄື່ອງຮັບ-ສົ່ງສັນຍານອຸປະກອນສື່ສານຕ່າງໆ ແຕ່ການລະບາດຂອງໄວຣັສ COVID-19 ກໍເຮັດໃຫ້ມີທ່າອຽງທີ່ ໄທ ຈະນຳເຂົ້າໄຟຟ້າຈາກ ລາວ ຫຼຸດ ລົງ ອັນຈະສົ່ງຜົນເຮັດໃຫ້ການຂະຫຍາຍຕົວທາງເສດຖະກິດ (GDP) ຂອງ ລາວ ໃນປີ 2020 ຫຼຸດ ລົງດ້ວຍ.

ທັງນີ້ກອງທຶນການເງິນສາກົນ (IMF) ໄດ້ປັບຫຼຸດການຂະຫຍາຍຕົວ GDP ຂອງ ລາວ ລົງຈາກ 6.2 ເປີເຊັນມາເປັນ 0.7 ເປີເຊັນໃນປີ 2020 ທັງຍັງຖືເປັນຄາດໝາຍທີ່ຕໍ່າກວ່າທະນາຄານພັດທະນາ ເອເຊຍ (ADB) ທີ່ໄດ້ປັບຫຼຸດການຂະຫຍາຍຕົວ GDP ຂອງລາວ ຈາກ 6.2 ເປີເຊັນເປັນ 3.5 ເປີ ເຊັນ ໂດຍສະເພາະໃນພາກການບໍລິການ ແລະ ທ່ອງທ່ຽວ ຈະຖືກກະທົບໜັກສຸດຊຶ່ງຄາດວ່າຈະຂະຫຍາຍຕົວພຽງ 1.3 ເປີເຊັນ ສ່ວນພາກກະສິກຳ ແລະ ພາກອຸດສາຫະກຳຈະຂະຫຍາຍຕົວເພີ່ມ ຂຶ້ນພຽງ 2.5 ເປີເຊັນ ແລະ 5.7 ເປີເຊັນຕາມລຳດັບ ສ່ວນດ້ານທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານ ລາວ ນັ້ນ ກໍມີມູນຄ່າຕໍ່າກວ່າ 1,000 ລ້ານໂດລາ ຊຶ່ງທຽບໄດ້ກັບການນຳເຂົ້າສິນຄ້າຈາກຕ່າງປະເທດບໍ່ເຖິງ 2 ເດືອນ ຈຶ່ງເຮັດໃຫ້ລັດຖະບານ ລາວ ຕ້ອງປະເຊີນກັບການເປັນໜີ້ເພີ່ມ ຂຶ້ນດ້ວຍ ເພາະຕ້ອງກູ້ຢືມຈາກຕ່າງປະເທດ ເພື່ອດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ໂດຍໃນປີ 2019 ລັດຖະບານ ລາວ ມີໜີ້ເຖິງ 13,491 ລ້ານໂດລາ ຄິດເປັນ 68 ເປີເຊັນຂອງ GDP ແລະ ຄາດວ່າຈະເພີ່ມຂຶ້ນເກີນກວ່າ 70 ເປີເຊັນຂອງ GDP ໃນປີ 2020 ສ່ວນເງິນກີບກໍຈະອ່ອນຄ່າລົງເກີບກວ່າ 10 ເປີເຊັນ.

XS
SM
MD
LG