ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮູບເງົາເລື່ອງ The Impossible ສະທ້ອນໃຫ້ເຫັນ ໄພສຸນາມິ ປີ 2004 (ວີດິໂອພາສາລາວ/ອັງກິດ)


ນັກສະແດງ Ewan McGregor ແລະ Naomi Watts ແລະຜູ້ກໍາກັບ ການສະແດງ J.A. Bayona ເລຶ່ອງ The Impossible ທີ່ກ່ຽວກັບຄື້ນ ຟອງສະນາມິ ເມື່ອປີ 2004 ທີ່ມະຫາສະມຸດອິນເດຍ
ນັກສະແດງ Ewan McGregor ແລະ Naomi Watts ແລະຜູ້ກໍາກັບ ການສະແດງ J.A. Bayona ເລຶ່ອງ The Impossible ທີ່ກ່ຽວກັບຄື້ນ ຟອງສະນາມິ ເມື່ອປີ 2004 ທີ່ມະຫາສະມຸດອິນເດຍ

ຮູບເງົາເລຶ່ອງນີ້ສ້າງຂຶ້ນມາ ແປດປີຫຼັງຈາກ ຄື້ນຟອງຍັກສຸນາມິ ຢູ່ມະຫາສະມຸດອິນເດຍ ໄດ້ເອົາຊີວິດຜູ້ຄົນໄປ 230,000 ຄົນ.

ແປດປີຫຼັງຈາກຄື້ນຟອງຍັກສຸນາມິຢູ່ມະຫາສະມຸດອິນເດຍ ໄດ້
ເອົາຊີວິດຜູ້ ຄົນໄປ 230,000 ຄົນ ກໍ​ໄດ້​ມີ​ການ​ສ້າງຮູບເງົາເລຶ່ອງ
ນຶ່ງຂຶ້ນມາ ທີ່ສະ​ແດງໃຫ້ເຫັນເຫດການອັນ​ສະຫຍອງ​ຂວັນຄັ້ງນັ້ນ
ທີ່​ໄດ້ທໍາລາຍລ້າງຜານແລະສ້າງຄວາມຊອກຊໍ້າຢ່າງແສນສາຫັດ
ຮູບເງົາເລຶ່ອງນີ້ ທີ່ຊື່ວ່າ The Impossible ຫຼືສິ່ງ​ທີ່ເປັນໄປບໍ່ໄດ້ ​ແມ່ນອິງຕາມເລຶ່ອງຈິງກ່ຽວກັບຄອບຄົວນັກທ່ອງທ່ຽວຫ້າຄົນ ທີ່​
ໄດ້​ປະສົບ​ກັບໄພ​ທໍາ​ມະ​ຊາດ​ອັນ​ໂຫດຮ້າຍ​ໜ້າ​ສະຫຍອງ​ຂວັນ
​ຄັ້ງ​ນັ້ນ ໃນ​ຂະນະທີ່ພາກັນໄປພັກຜ່ອນຕາກ​ອາກາດຢູ່ປະ​ເທດ
ໄທ ໃນເວລາເກີດເຫດ. ຮູບພາບກ່ຽວ​ກັບ​ຄຶ້ນ​ຟອງ​ຍັກທີ່​ຊັດ​ເຂົ້າ
​ປະ​ທະ​ຝັ່ງ​ແລະ​ທໍາລາຍ​ທຸກ​ສິ່ງ​ທີ່​ຂວາງ​ໜ້າ ​ແລະ​ພາບຄວາມ
ເຈັບປວດແລະການເສຍຊີວິດ ​ແມ່ນ​ເປັນຕາ​ຢ້ານ​ແລະເບິ່ງໄດ້
ຍາກ ​ແຕ່​ຂະນະ​ດຽວ​ກັນ ຮູບເງົາ​ເລື້ອງນີ້ ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ
ຫຼັງຈາກຄື້ນຟອງຍັກເບົາບາງລົງໄປແລ້ວ ປະຊາຊົນທັງຫຼາຍ
ໄດ້ລຸກຂຶ້ນຮັບມືກັບເຫດການນີ້​ແນວ​ໃດ ແລະ ໄດ້ຊ່ວຍເຫຼືອ
ບັນເທົາທຸກຊຶ່ງກັນແລະກັນ.

ເບິ່ງວີດິໂອລາຍງານເລື້ອງນີ້ເປັນພາສາລາວ:

ຮູບເງົາທີ່ກໍາກັບ​ການສະ​ແດງ​ໂດຍ Juan Antonio Bayona ກ່ຽວ​ກັບຄື້ນຟອງຍັກສຸ​ນາມິ
ທີ່ທໍາລາຍທຸກສິ່ງທີ່ຂວາງທາງຂອງ​ມັນ​ນັ້ນ ບໍ່ເປັນເລຶ່ອງທີ່ໃຫ້ຄວາມບັນເທີງ ຫຼືວ່າຊ່ວຍປົດ
​ທຸກ​ປົດ​ໂສກໃຫ້​ໄດ້​. ​ແຕ່​ມັນເປັນຮູບເງົາທີ່ເຕືອນຄວາມ​ຊົງ​ຈໍາ ກ່ຽວ​ກັບເຫດການອັນສະ
ຫຍອງຂວັນທີ່ເກີດຂຶ້ນ​ເມື່ອປີ 2004 ​ໃນມື້ຫຼັງຈາກວັນ Chrismas ກໍຄື​ວັນ​ທີ 26 ທັນວາ ເວລາຄື້ນຟອງຍັກສຸນາມິຢູ່ມະຫາສະມຸດອິນເດຍ ໄດ້ຊັດ​ເຂົ້າ​ຝັ່ງ​ຂອງ​ຫລາຍໆ​ປະ​ເທດ
ສ້າງ​ຄວາມ​ຫາຍະ​ນະແລະດັບ​ຊີວິດຜູ້ຄົນທີ່ບໍ່ມີຄວາມຜິດໃດໆ ຈໍານວນຫຼາຍແສນຄົນ
ຢ່າງ​ບໍ່​ຄາດຝັນ.

ຮູບເງົາເລຶ່ອງນີ້​ແມ່ນສຸມໃສ່ເລຶ່ອງຈິງ ທີ່ເກີດຂຶ້ນແກ່ຊົນຊັ້ນສູງຄອບຄົວນຶ່ງທີ່ ມີນໍາກັນຫ້າ
ຄົນທີ່​ໄດ້ປະເຊີນກັບຄວາມ​ໂກດ​ແຄ້ນ​ຂອງທໍາມະຊາດຄັ້ງ​ນັ້ນ ຊຶ່ງມາເຣຍ ຜູ້ເປັນແມ່ ແລະ Lucas ລູກຊາຍກົກ ຖືກຄື້ນຟອງຍັກພັດພາ ແຍກອອກຈາກກຸ່ມ ໄປຄົນລະທິດລະທາງ.

Maria ບາດເຈັບສາຫັດແຕ່ລອດຊີວິດ ຍ້ອນການຊ່ວຍເຫຼືອຂອງຄົນແປກໜ້າ ແລະຍ້ອນ ລູກຊາຍກົກ Lucas ນັ້ນນໍາ ໃນຂະນະທີ່ Henry ຜູ້ເປັນ ພໍ່ແລະນ້ອງຊາຍອີກສອງຄົນ ພາກັນຊອກຫາແມ່ແລະອ້າຍ. ການສະແດງ​ ໄດ້​ດີ​ສົມຈິງ​ສົມ​ຈັງ ໂດຍ Naomi Watts ແລະ Ewan ​ໃນບົດບາດຂອງ​ຜູ້ເປັນແມ່​ແລະພໍ່ ທີ່ເສຍ​ຂວັນ ພ້ອມທັງບົດບາດທີ່ຫ້າວຫານ
ຂອງນັກສະ​ແດງ​ໜ້າ​ໃໝ່ Tom Holland ​ໃນ​ບົດບາດ​ຂອງ Lucas ນັ້ນ ໄດ້ຊ່ວຍໃຫ້ຜູ້​ຊົມ
ຮູ້ສຶກ ເຖິງ​ຄວາມ​ຢ້ານ​ກົວ ຂວັນ​ເສຍ​ແລະ​ຄວາມ​ເຈັບ​ປວດ​ຂອງຜູ້ເຄາະຮ້າຍໄດ້ເປັນຢ່າງດີ.

ຜູ້​ກໍາກັບ​ການສະ​ແດງ Bayona ແລະບັນດານາຍຊ່າງເທັກນິກພິເສດຂອງ​ລາວ ​ໄດ້ສ້າງ ເຫດການອັນ​ສະ​ຫຍ​ອງຂວັນນັ້ນຄືນໃໝ່ ທີ່ສະແດງໃຫ້ເຫັນ ເຖິງຄວາມສູນ​ເສຍຈາກທັດ ສະນະຂອງຜູ້ເຄາະຮ້າຍ. ຮູບເງົາດັ່ງກ່າວນີ້ ຍັງ​ສະທ້ອນ​ໃຫ້​ເຫັນສະພາບ​ການ​ທີ່ສັບສົນ ວຸ້ນວາຍ ຢູ່ໂຮງໝໍຈໍາລອງ​ໃນ​ທີ່​ຕ່າງໆ ແລະການຊອກຫາຢ່າງສິ້ນຫວັງ ພວກສະມາຊິກ ຄອບຄົວທີ່​ພັດ​ພາກ​ຈາກ​ກັນ ​ແລະການເສຍຊີວິດ. ແຕ່ນອກ​ນັ້ນ​ແລ້ວ ຮູບເງົາເລຶ່ອງນີ້ຍັງ
ສະ​ແດງໃຫ້ເຫັນຄວາມເມດຕາປານີຂອງຜູ້ຄົນ ໃນຊ່ວງ​ທີ່ເກີດວິກິດການ​ລະດັບໃຫຍ່ໂຕ
ແບບນັ້ນ.

ຜູ້ກໍາກັບ​ການສະ​ແດງ ບາໂຢນາ ເວົ້າວ່າ: “ແທ້ໆແລ້ວ ຂ້ອຍເຊື່ອວ່າ ມັນເປັນປະສົບ ປະການຢ່າງນຶ່ງ ​ແລະ​ຂ້ອຍປ່ອຍ​ໃຫ້ຕອນ​ຈົບ ເປີດກວ້າງໄວ້ ເພື່ອວ່າຜູ້ຊົມຈະໄດ້ ເອົາໄປຄິດເຖິງມັນ ເວລາອອກຈາກໂຮງຊິເນໄປ.”

​ແຕ່ເຖິງແມ່ນຈະສ້າງໄດ້ດີສໍ່າໃດກໍຕາມ ຮູບເງົາກໍບໍ່ສາມາດສະທ້ອນ​ໃຫ້​ເຫັນ​ ເຖິງຄວາມ ເຈັບປວດ ແລະຄວາມໂສກເສົ້າເສຍໃຈອັນ​ໃຫຍ່​ຫລວງຂອງ ພວກທີ່ສູນເສຍຄົນຮັກແພງ ຂອງຕົນໄປນັ້ນ ໄດ້.

ແປດປີຕໍ່ມາ ທ້າວ Murizal Hamzah ນັກຂ່າວອິດສະຫຼະຄົນນຶ່ງ ທີ່ອາ​ໄສຢູ່ ເມືອງ
Banda Aceh ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໃນເວລາເກີດເຫດຮ້າຍສຸນາມິພັດ​ຖະຫລົ່ມ​ນັ້ນ ຍັງຈົດຈໍາວັນນັ້ນ​ໄດ້​ດີ. ທຸກ​ມື້​ນີ້ ລາວກໍ​ຍັງໄວ້ທຸກ​ໃຫ້ນ້ອງສາວຂອງລາວ ທີ່​ຫາຍ​ສາບ​ສູນ​
ໄປ​ນັ້ນ​ຢູ່.

ນັກຂ່າວຮໍາຊາ ເວົ້າວ່າ: “ຄິດສະເລ່ຍແລ້ວ ຄົນສ່ວນຫຼາຍທີ່ເມືອງ Banda Aceh
ໄດ້ສູນເສຍສະມາຊິກຄອບຄົວໄປຢ່າງໜ້ອຍນຶ່ງຄົນ ໃນເຫດຮ້າຍຄັ້ງນັ້ນ. ເວລາ
ຄື້ນຟອງສຸນາມິຖະຫຼົ່ມບ້ານຂ້ອຍ ຂ້ອຍແລະນ້ອງສາວກໍຖືກຄື້ນ ພັດແຍກໄປຄົນ ລະທິດລະທາງ ຂ້ອຍ​ແລ່ນໄປຍັງ​ເຮືອນເປົ່າວ່າງຫຼັງນຶ່ງ ແລະນ້ອງສາວຂ້ອຍແລ່ນ
ໄປອີກທາງນຶ່ງກັບໝູ່ ຂ້ອຍກໍສູນເສຍພີ່ນ້ອງຈໍານວນ​ນຶ່ງນໍາ ທີ່ອາ​ໄສຢູ່​ໃນໝູ່ບ້ານ
ຖັດກັນ​ໄປ​ນັ້ນ.”


ຫຼາຍໆຄົນໄດ້ຕໍາໜິຕິຕຽນຮູບເງົາ​ເລື້ອງ​ນີ້ ທີ່ຍົກເອົາຄອບຄົວຢູໂຣບຊັ້ນສູງ ຂຶ້ນມາ ເປັນ​ໂຕ​ເອກ​ຂອງເລຶ່ອງ ແທນທີ່ຈະເອົາເລຶ່ອງຂອງຊາວເອເຊຍ ຫຼາຍ​ແສນຄົນ ທີ່​ໄດ້ປະສົບ​ເຄາະ​ກໍາ​ແລະ​ເສຍ​ຊີວິດ​ໄປນັ້ນ ແຕ່ວ່າໂດຍການນໍາສະ​ເໜີເລຶ່ອງລາວຂອງຄອບຄົວນີ້ ຜູ້​ກໍາກັບ​ການ
ສະ​ແດງ ບາໂຢນາ ​ແມ່ນ​ໄດ້ແຍງ​ແສງໄຟສ່ອງໃສ່ຄວາມມືດມົນ​ຂອງ​ພວກ​ໄດ້​ຮັບ​ເຄາະແລະ​
ປະ​ໄວ້ເປັນ ​ອະນຸສອນ ​ແກ່ພວກທີ່ສູນເສຍຊີວິດໄປ.

ເບິ່ງວີດິໂອນີ້ ເປັນພາສາອັງກິດ:
XS
SM
MD
LG