ຟອງຍັກສຸນາມິ ເມື່ອປີ 2004 ເອົາຊີວິດ ຫລາຍແສນຄົນ.
ແປດປີຫຼັງຈາກຄື້ນຟອງຍັກສຸນາມິຢູ່ມະຫາສະມຸດອິນເດຍ ໄດ້ເອົາຊີວິດຜູ້ ຄົນໄປ 230,000 ຄົນ ກໍໄດ້ມີການສ້າງຮູບເງົາ ເລຶ່ອງນຶ່ງຂຶ້ນມາ ທີ່ສະແດງໃຫ້ເຫັນ ເຫດການອັນສະຫຍອງ ຂວັນຄັ້ງນັ້ນ ທີ່ໄດ້ທໍາລາຍລ້າງຜານ ແລະສ້າງຄວາມຊອກຊໍ້າ ຢ່າງແສນສາຫັດ. ຮູບເງົາເລຶ່ອງນີ້ ທີ່ຊື່ວ່າ The Impossible ຫຼືສິ່ງທີ່ເປັນໄປບໍ່ໄດ້ ແມ່ນອິງຕາມເລຶ່ອງຈິງກ່ຽວກັບຄອບຄົວ ນັກທ່ອງທ່ຽວຫ້າຄົນ ທີ່ໄດ້ປະສົບກັບໄພທໍາມະຊາດອັນໂຫດ ຮ້າຍໜ້າສະຫຍອງຂວັນຄັ້ງນັ້ນ ໃນຂະນະທີ່ພາກັນໄປພັກຜ່ອນ ຕາກອາກາດຢູ່ປະເທດໄທ ໃນເວລາເກີດເຫດ. ຮູບພາບກ່ຽວກັບ ຄຶ້ນຟອງຍັກທີ່ຊັດເຂົ້າປະທະຝັ່ງແລະທໍາລາຍທຸກສິ່ງທີ່ຂວາງໜ້າ ແລະພາບຄວາມເຈັບປວດ ແລະການເສຍຊີວິດແມ່ນເປັນຕາຢ້ານ ແລະເບິ່ງໄດ້ຍາກ.