ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເທັກ​ໂນ​ໂລຈີໃນ​ການສ້າງ​ຮູບ​ເງົາ ໃຊ້​ປັນ​ຍາ​ປະ​ດິດ​ເພື່ອ​ ເຮັດຕົວ​ແທນ​ ຂອງ​ຕົວ​ລະ​ຄອນ​ທີ່​ເປັນ​ມະ​ນຸດ ໃຫ້​ເບິ່ງ​ຄື​ວ່າ​ມີ​ຊີ​ວິດ​ຈິງ


LogOn: Movie Technology Uses Artificial Intelligence to Create Lifelike Avatars
please wait

No media source currently available

0:00 0:02:04 0:00

ເບິ່ງວີ​ດິ​ໂອ: ເທັກ​ໂນ​ໂລຈີໃນ​ການສ້າງ​ຮູບ​ເງົາ ໃຊ້​ປັນ​ຍາ​ປະ​ດິດ​ເພື່ອ​ ເຮັດຕົວ​ແທນ​ຂອງ​ ຕົວ​ລະ​ຄອນ​ທີ່​ເປັນ​ມະ​ນຸດໃຫ້​ເບິ່ງ ​ຄື​ວ່າ​ມີ​ຊີ​ວິດ​ຈິງ

ເທັກ​ໂນ​ໂລຈີໃນ​ການຜະລິດຮູບເງົາຫລ້າສຸດໄດ້ວິເຄາະຂໍ້ມູນກ່ຽວກັບການເຄື່ອນໄຫວຂອງມະນຸດ ເພື່ອສ້າງພາບເຄື່ອນໄຫວໃນຄອມພິວເຕີ ຫລື ອາ​ນີ​ເມ​ຊັນ (animation). Genia Dulot ມີລາຍງານເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເທັກ​ໂນ​ໂລ​ຈີໃນ​ການ​ຈັບ​ພາບການ​ເຄື່ອນ​ໄຫວ​ໄດ້​ຖືກ​ນໍາ​ມາໃຊ້ແຕ່​ດົນ​ນານ ​ແລ້ວ ຢູ່​ໃນ​ຂົງ​ເຂດວຽກ​ງານຕ່າງໆ ​ເຊັ່ນ​ການ​ທະ​ຫານ​ ແລະ​ການ​ແພດ​. ທ່ານຫມໍວາງ ເຄື່ອງ​ຈັບ​ສັນ​ຍານ ຫລື ເຊັນເຊີໃສ່ຄົນເຈັບໃນຂະ​ນະ​ທີ່ເຂົາ​ເຈົ້າຟື້ນຟູ​ສຸ​ຂະ​ພາບ​ຄືນ ເພື່ອຕິດຕາມການເຄື່ອນໄຫວຂອງເຂົາເຈົ້າ. ສ່ວນ​ຢູ່ໃນບໍ​ລິ​ສັດ​ສ້າງ​ຮູບ​ເງົາຮອ​ລ​ລີ​ວູດ (Hollywood) ນັ້ນ ນັກສະແດງໄດ້​ໃສ່​ຊຸດ​ໂມ​ແຄັບ (MoCap) ດັ່ງ​ທີ່​ເຂົາ​ເຈົ້າເອີ້ນກັນ ເພື່ອສ້າງ​ພາບການເຄື່ອນໄຫວ ໃນ​ຄອມ​ພີວ​ເຕີ ຫລື ອາ​ນີ​ເມ​ຊັນ (animation) ໃນ​ແບບທີ່ວ່າເບິ່ງແລ້ວຄື​ມີຊີວິດ​ຈິງ.

ການຄົ້ນ​ພົບ​ໃໝ່ໃນເທັກໂນໂລຈີ​ຂອງການຈັບພາບການເຄື່ອນໄຫວມີ​ຄວາມໝາຍວ່າມື້ນຶ່ງ ພວກນັກສະແດງຈະບໍ່ຈຳເປັນຕ້ອງເຕັ້ນໄປເຕັ້ນ​ມາຢູ່ໃນຊຸດໂມ​ແຄັບ (MoCap) ອີກ​ແລ້ວ.

ກົງ​ກັນ​ຂ້າມ ອະນິເມຊັນ (animation) ອາດຈະຖືກສ້າງຂຶ້ນດ້ວຍຊອຟແວ ປັນ ຍາປະດິດ - ຫຼື AI - ທີ່ສະແດງໃຫ້​ເຫັນຮູບ​ເງົາສະ​ບັບທີ່​ມີຮູບແທນຕົວ ຄົນສະ​ແດງຈາກວິດີໂອ.

ທ່ານ​ກາ​ແວນ ແກ​ຣບ​ວີ​ເຊນ (Gavan Gravesen) ຢູ່ກັບບໍ​ລິ​ສັດ​ແຣ​ດິກ​ຄອ​ລ (Radical) ທີ່​ເປັນ​ບໍ​ລິ​ສັດພັດທະນາຊອຟແວຈັບພາບການເຄື່ອນໄຫວຂອງ AI. ທ່ານ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອຜ່ານທາວ Skype ວ່າ:

"ທ່ານຕ້ອງໄດ້ພັດທະນາຄວາມເຂົ້າໃຈກ່ຽວກັບສິ່ງທີ່ວິດີໂອ 2 ມິ​ຕິ​ ຫລື 2D ສະແດງໃຫ້ເຫັນ ແລະຫຼັງຈາກນັ້ນ ກໍສ້າງຄວາມສໍາພັນລະຫວ່າງສິ່ງນັ້ນ ກັບ ຂໍ້ມູນຂອງຄວາມຈິງຢູ່ພື້ນຖານຂອງຂໍ້​ມູນທີ່ຫມູນວຽນ​ໄປຮ່ວມກັນໃນ​ຄອມ​ພິວ​ເຕີ."

ສິ່ງ​ທີ່​ຜັກ​ດັນການນໍາໃຊ້ AI ເຂົ້າ​ໃນການ​ຜະ​ລິດຮູບເງົາແມ່ນຄວາມຫວັງທີ່ຈະ ຊ່ວຍປະຢັດເວລາ ແລະເງິນໄດ້.

ຢູ່ທີ່ສະຕູດິໂອ Rouge MoCap ຫລື ໂມ​ແຄັບ​ສີ​ແດງໃນນະ​ຄອນ​ລັອ​ສ ແອນ​ເຈ​ລີ​ສທີ່ເຮັດວຽກກ່ຽວກັບຮູບເງົາ ແລະວິດີໂອເກມທີ່ມີຊື່ສຽງຫຼາຍຢ່າງນັ້ນເທັກ ໂນໂລຈີ​ໃນການຈັບພາບການ​ເຄື່ອນ​ໄຫວແບບດັ້ງເດີມ ແລະຊຸດໂມ​ແຄັບ (MoCap) ຍັງເປັນວິທີການສ້າງອະນິເມຊັນ​ຢູ່.

ທ່ານ​ປັດຊາ ໂຊ​ລ (Pasha Sol) ຂອງບໍ​ລິ​ວັດ Rouge MoCap ບໍ່ດົນມາ ນີ້ໄດ້ອະທິບາຍຂະບວນການໃນ​ການຈັບການເຄື່ອນໄຫວ. ທ່ານ​ໃຫ້​ຄຳ​ເຫັນ​ວ່າ "ຊຸດການຈັບພາບເຄື່ອນໄຫວໃນ​ນາມ​ທີ່​ເປັນພາກສ່ວນທີ່ນາງຣອບ​ບິນ (Robyn) ນຸ່ງ​ຢູ່ໃນປັດຈຸບັນນີ້ ໂດຍພື້ນຖານແລ້ວແມ່ນເປັນພື້ນຖານທີ່ ຂ້ອຍຈະໝາຍ ເຄື່ອງຫມາຍເຫຼົ່ານີ້ໃສ່ ເຊິ່ງຫຸ້ມ​ຫໍ່​ໄປ​ດ້ວຍລະຫັດທີ່ສະທ້ອນແສງ. ກ້ອງຖ່າຍ​ພາບ​ຂອງ​ພວກ​ເຮົາກຳ​ລັງ​ຈະ​ສົ່ງ​ແສງ​ອິນ​ຟາ​ເຣດ​ໄປ​ຫາ​ບ່ອນ​ນີ້, ​ແລະ​ຈາກ​ນັ້ນ​ແສງ​ຈະສະ​ທ້ອນ​ກັບ​ຄືນ​ມາ ​ແລະ​ກ້ອງຖ່າຍ​ພາບ​ຈະຈົດຈຳ​ບ່ອນ​ທີ່ມີ​ເຄື່ອງ ໝາຍນັ້ນໄວ້.”

ເຖິງ​ແມ່ນ​ທ່ານ​ໂຊ​ລ (Sol) ເວົ້າວ່າຊອຟແວ AI ອາດຈະປ່ຽນແທນວຽກງານ ອະນິເມຊັນອັນໃຫຍ່ຫຼວງໄດ້ໃນອະນາ ຄົດ ໂດຍສະເພາະຫລັງການຜະລິດ ຮູບ​ເງົາ​ແລ້ວ ແຕ່​ວ່າ ມັນຍັງບໍ່ທັນໄດ້ມີຂຶ້ນຢູ່ໃນສະຕູດິໂອທີ່​ຜະ​ລິດ​ຮູບ​ເງົາທີ່ໃຫຍ່​ເທື່ອ.

ມັນອາດຈະໃຊ້ເວລາຫຼາຍປີເພື່ອ​ໃຫ້ເທັກໂນໂລຈີ​ຈັບ​ການ​ເຄື່ອ​ນ​ໄຫວ​ຂອງ AI ບັນລຸການ​ເບິ່ງ ແລະຄວາມຮູ້ສຶກຂອງນັກສະແດງທີ່​ຢູ່ໃນຊຸດ MoCap ໄດ້.

ແຕ່ໃນມື້ນຶ່ງ, ຮູບແທນຕົວນັກ​ສະ​ແດງ​ທີ່​ເປັນ​ຄົນໃຫມ່ເຫຼົ່ານີ້ ຈະສາມາດກາຍ ເປັນເລື່ອງທໍາມະດາ ໄປ​ຢູ່ໃນຫນ້າຈໍສີເງິນນັ້ນ.

ອ່ານ​ຂ່​າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

The latest in moviemaking technology analyzes data about human movement to make computer animation. Genia Dulot reports.

Motion capture technology has long been used in fields such as the military and medicine. Doctors put sensors on patients in recovery to track their movements. In Hollywood, actors don MoCap suits, as they are called, to make animation move in a lifelike way.

Breakthroughs in motion capture technology mean that one day, actors won’t need to jump around in MoCap suits.

Instead, animation might be made with artificial intelligence software — or AI software — that renders an avatar version of a person from a video.

Gavan Gravesen is with Radical, a developer of AI motion capture software. He spoke to VOA over Skype:

Gavan Gravesen, Radical Software Developer:
“You need to develop an understanding of what the 2D video shows and then create the relationship between that and ground truth data of joint rotational data.”

Driving the use of AI in moviemaking is the hope it will save time and money.

At the Rouge MoCap studio in Los Angeles, which has worked on many well-known movies and video games, traditional motion capture technology and MoCap suits are still how animation is made.

Rouge MoCap's Pasha Sol recently described the motion capture process.

Pasha Sol, Rouge MoCap Technical Animator:
“Motion capture suit, as parts that are on Robyn right now, is basically the base on which I will be putting these markers, which are covered in reflective coding. Our cameras are going to be sending infrared light over to this, and then the light is going to bounce back, and the camera is going to register where the marker is.”

While Sol says AI software will likely replace a big chunk of animation work in the future, particularly post-production, it hasn’t happened yet at major production studios.

It may take several years for AI motion capture technology to achieve the look and feel of an actor in a MoCap suit.

But one day, these new avatars could be commonplace on the silver screen.

XS
SM
MD
LG