ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ມຽນມາ ຍິງປືນໃສ່ ງານສົ່ງສະການ ຂອງປະຊາຊົນ


ຜູ້ປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານພາກັນແລ່ນໜີ ໃນຂະນະທີ່ຕຳຫຼວດ ແລະ ທະຫານທຳການປາບປາມຜູ້ປະທ້ວງ ແລະ ຈັບກຸມຜູ້ປະທ້ວງ, ນະຄອນ ມັນດາເລ, 23 ມີນາ, 2021.
ຜູ້ປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານພາກັນແລ່ນໜີ ໃນຂະນະທີ່ຕຳຫຼວດ ແລະ ທະຫານທຳການປາບປາມຜູ້ປະທ້ວງ ແລະ ຈັບກຸມຜູ້ປະທ້ວງ, ນະຄອນ ມັນດາເລ, 23 ມີນາ, 2021.

ກອງກຳລັງຮັກສາຄວາມປອດໄພຂອງ ມຽນມາ ໄດ້ຍິງປືນໃສ່ງານສົ່ງສະການ ແຫ່ງນຶ່ງ ໃນວັນອາທິດວານນີ້, ນຶ່ງວັນຫຼັງຈາກຫຼາຍກວ່າ 100 ຄົນໄດ້ຖືກຂ້າຕາຍໃນລະຫວ່າງການປະທ້ວງຕໍ່ຕ້ານກການກໍ່ລັດຖະປະຫານຂອງທະຫານ.

ບັນດາຜູ້ໄວ້ອາໄລໄດ້ພາກັນຫຼົບໜີໄປໃນເມືອງ ບາໂກ, ຢູ່ໃກ້ກັບນະຄອນແຫ່ງການຄ້າຂາຍ ຢ່າງກຸ້ງ, ໃນເວລາທີ່ການຍິງປືນໄດ້ເກີດຂຶ້ນ, ອີງຕາມຜູ້ເຫັນເຫດການ. ມັນບໍ່ມີລາຍງານໃນທັນທີ ກ່ຽວ ກັບ ຜູ້ເສຍຊີວິດ ແລະ ບາດເຈັບ.

ງານສົ່ງສະການດັ່ງກ່າວໄດ້ຖືກຈັດຂຶ້ນສຳລັບທ້າວ ໂມງ ໂມງ ອາຍຸ 20 ປີ, ຜູ້ທີ່ແມ່ນນຶ່ງປະມານ 114 ຄົນທີ່ຖືກຂ້າຕາຍໃນວັນເສົາທີ່ຜ່ານມາໃນວັນທີ່ນອງເລືອດທີ່ສຸດ ນັບຕັ້ງແຕ່ລັດຖະບານທະ ຫານໄດ້ຍຶດອຳນາດ.

ຫົວໜ້າກະຊວງປ້ອງກັນປະເທດຈາກຫຼາຍປະເທດລວມທັງ ສະຫະລັດ, ໄດ້ອອກຖະແຫຼງການຮ່ວມສະບັບນຶ່ງໃນວັນເສົາທີ່ຜ່ານມາກ່າວປະນາມການໃຊ້ ກຳລັງທີ່ຮ້າຍແຮງຂອງ ມຽນມາ ຕໍ່ປະ ຊາຊົນທີ່ບໍ່ມີອາວຸດ.

ຖະແຫຼງການດັ່ງກ່າວໄດ້ເວົ້າວ່າ “ທະຫານມືອາຊີບຈະປະຕິບັດຕາມມາດຕະຖານສາກົນ ສຳລັບການກະທຳ ແລະ ແມ່ນຮັບຜິດຊອບສຳລັບການປົກປ້ອງບໍ່ແມ່ນທຳຮ້າຍປະຊາຊົນທີ່ເຂົາເຈົ້າຮັບໃຊ້.”

“ພວກເຮົາຂໍຮຽກຮ້ອງກອງກຳລັງຕິດອາວຸດ ມຽນມາ ໃຫ້ຢຸດການໃຊ້ຄວາມຮຸນແຮງ ແລະ ເຮັດວຽກເພື່ອນຳເອົາຄວາມນັບຖື ແລະ ຄວາມເຊື່ອຖືຈາກປະຊາຊົນ ມຽນມາ ທີ່ໄດ້ສູນເສຍໄປຜ່ານການກະທຳຂອງເຂົາເຈົ້າກັບຄືນມາ.”

ຖະແຫຼງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນໂດຍບັນດາຫົວໜ້າປ້ອງກັນປະເທດຈາກ ປະເທດ ອອສເຕຣເລຍ, ອັງກິດ, ການາດາ, ເດັກມາກ, ເຢຍຣະມັນ, ກຣີສ, ອິຕາລີ, ຍີ່ປຸ່ນ, ເນເທີແລນ, ເກົາຫຼີໃຕ້ ແລະ ນິວຊີແລນ.

ອົງການສະຫະປະຊາຊາດ ໄດ້ກ່າວປະນາມການກະທຳຕ່າງໆຂອງລັດຖະບານ ທະຫານໃນ ມຽນ ມາ, ດ້ວຍບາງສາຂາຂອງອົງການໄດ້ຮຽກຮ້ອງສະພາຄວາມໝັ້ນຄົງ ໃຫ້ນຳເອົາສະມາຊິກຂອງກອງທັບມາຮັບຜິດຊອບ ສຳລັບອາຊະຍາກຳຂອງພວກເຂົາ.

ທ່ານນາງ ອາລິສ ໄວຣິມູ ເອັນເດຣິຕູ, ທີ່ປຶກສາພິເສດຂອງ ສະຫະປະຊາຊາດ ກ່ຽວກັບການປ້ອງ ກັນການຂ້າລ້າງເຜົ່າພັນ, ແລະ ທ່ານນາງ ມິແຊລ ບາເຊີເລ, ຂ້າຫຼວງໃຫຍ່ອົງການສະຫະປະຊາ ຊາດເພື່ອສິດທິມະນຸດ, ໄດ້ກ່າວໃນຖະແຫຼງ ການຮ່ວມ ໃນວັນອາທິດວານນີ້ວ່າ “ພວກເຮົາຕ້ອງຮັບປະກັນການຮັບຜິດຊອບ ສຳລັບອາຊະຍາກຳທີ່ຜ່ານມາ ແລະ ຍັບຢັ້ງການດຳເນີນອາຊະຍາກຳສາກົນທີ່ຮ້າຍແຮງທີ່ສຸດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG