ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ແລະເດັກ ໃນ 4 ແຂວງພາກເໜືອຂອງລາວ ກຳລັງປະເຊີນກັບການຂາດແຄນດ້ານໂພຊະນາການ ຢ່າງຮຸນແຮງ


ພວກແມ່ລູກນ້ອຍທັງຫຼາຍ ພາລູກນ້ອຍຂອງເຂົາເຈົ້າໄປຮັບຢາວັກຊີນກັນພະຍາດ ກັບພະນັກງານສາທາລະນະສຸກ.
ພວກແມ່ລູກນ້ອຍທັງຫຼາຍ ພາລູກນ້ອຍຂອງເຂົາເຈົ້າໄປຮັບຢາວັກຊີນກັນພະຍາດ ກັບພະນັກງານສາທາລະນະສຸກ.

ແມ່ແລະເດັກໃນ 4 ແຂວງພາກເໜືອຂອງລາວ ກຳລັງປະເຊີນກັບການຂາດແຄນດ້ານໂພຊະນາການຢ່າງຮຸນແຮງ ຊຶ່ງເຮັດໃຫ້ລັດຖະບານລາວ ຕ້ອງຂໍກູ້ຢືມເງິນແລະຂໍການຊ່ອຍເຫຼືອຈາກນານາຊາດ ເພີ້ມຂຶ້ນນັບມື້ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ຖະແຫລງວ່າ ເຂດທີ່ມີບັນຫາຂາດແຄນດ້ານໂພຊະນາການສຳລັບແມ່ແລະເດັກຢ່າງຮຸນແຮງທີ່ສຸດໃນລາວ ໃນປັດຈຸບັນນີ້ ກໍຄືເຂດ 4 ແຂວງພາກເໜືອທີ່ປະກອບດ້ວຍ ແຂວງຜົ້ງສາລີ ຫົວພັນ ອຸດົມໄຊ ແລະຊຽງຂວາງ ຊຶ່ງຈາກການສຳຫຼວດພົບວ່າ ການຂາດແຄນດ້ານໂພຊະນາການຂອງແມ່ແລະເດັກໃນ 4 ແຂວງດັ່ງກ່າວນີ້ ກວມເອົາເຖິງ 465 ບ້ານ ໃນເຂດ 12 ເມືອງ ໃນ 4 ແຂວງດັ່ງກ່າວ ໂດຍເມື່ອສົມທົບ ກັບການຂາດ ແຄນດ້ານງົບປະມານຂອງລັດຖະບານລາວ ໃນຊ່ວງທີ່ມີການລະບາດໄວຣັສໂຄວິດ-19 ຢ່າງກວ້າງຂວາງ ນັບແຕ່ປີ 2020 ເປັນຕົ້ນມາ ຈຶ່ງເຮັດໃຫ້ກອງທຶນຫລຸດຜ່ອນບັນຫາທຸກຍາກແຫ່ງຊາດລາວ ຕ້ອງປະເຊີນກັບບັນຫາຂາດແຄນດ້ານງົບປະມານດ້ວຍເຊັ່ນກັນ ອັນເຮັດໃຫ້ຕ້ອງເພິ່ງພາການກູ້ຢືມແລະຂໍການຊ່ອຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກ ໃນນີ້ລວມເຖິງການກູ້ຢືມເງິນ 22 ລ້ານໂດລາ ຈາກທະນາຄານໂລກ ເພື່ອແກ້ບັນຫາຂາດແຄນດ້ານໂພຊະນາການສຳລັບແມ່ແລະເດັກ ໃນເຂດ 465 ບ້ນດັ່ງກ່າວ ເປັນການສະເພາະແລະຍັງຈະຕ້ອງຂໍການຊ່ອຍເຫຼືອຈາກນານາຊາດ ເພີ້ມຂຶ້ນໃນໄລຍະຕໍ່ໄປອີກດ້ວຍ ດັ່ງທີ່ທ່ານເພັດ ໃຫ້ ການຢືນຢັນວ່າ:

“ປັດຈຸບັນ ກອງທຶນຫລຸດຜ່ອນຄວາມທຸກຍາກ ໄດ້ຮັບການສະໜັບສະໜຸນທຶນຮອນຈາກອົງການຈັດຕັ້ງສາກົນ ແລະຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນທະນາຄານໂລກ ໄດ້ໃຫ້ທຶນເພີ້ມຕື່ມ ຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ທີ່ປະກອບມີແຂວງຜົ້ງສາລີ ແຂວງອຸດົມໄຊ ແຂວງຫົວພັນ ແລະແຂວງຊຽງຂວາງ ຊຶ່ງໄດ້ສຸມໃສ່ວຽກງານປັບປຸງຊີວິດການເປັນຢູ່ ແລະແກ້ບັນຫາໂພຊະນາການຂອງແມ່ຍິງ-ເດັກນ້ອຍທີ່ນອນຢູ່ໃນແຜນງານນຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ.”

ທາງດ້ານເຈົ້າໜ້າທີ່ໃນອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໃນລາວ ເປີດເຜີຍວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 5 ປີຜ່ານມາ ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍ ໃນ 6 ດ້ານ ຊຶ່ງໃນນີ້ ກໍມີເຖິງ 5 ດ້ານ ທີ່ກ່ຽວຂ້ອງກັບບໍລິການດ້ານສາທາລະນະສຸກ ກໍຄື ເດັກອາຍຸຕ່ຳກວ່າ 5 ປີ ຍັງມີສ່ວນສູງຕ່ຳກວ່າເກນມາດຕະຖານເຖິງ 38 ເປີເຊັນ ສ່ວນເດັກທີ່ນ້ຳໜັກຕ່ຳກວ່າເກນມີຢູ່ເຖິງ 27 ເປີເຊັນ ຂະນະທີ່ອັດຕາການເສຍຊີວິດຂອງເດັກອາຍຸຕ່ຳກວ່າ 1 ປີກໍສູງເຖິງ 45 ຄົນຕໍ່ 1,000 ຄົນ ແລະການເສຍຊີວິດຂອງແມ່ຂະນະຖືພາກໍສູງເຖິງ 197 ຄົນຕໍ່ 1 ແສນຄົນ ສ່ວນແມ່ຍິງທີ່ເກີດລູກໂດຍໄດ້ຮັບການຊ່ອຍເຫຼືອຈາກແພດ-ພະຍາບານ ກໍມີພຽງແຕ່ 54 ເປີເຊັນ ຂອງຈຳນວນແມ່ຍິງທີ່ເກີດລູກທັງໝົດ ໃນລາວ.

ສ່ວນການເຂົ້າເຖິງຫລັກປະກັນດ້ານສຸກຂະພາບຂອງປະຊາຊົນລາວນັ້ນ ສາມາດຈັດຕັ້ງປະຕິບັດໄດ້ບໍ່ເຖິງ 35 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ທີ່ 51 ເປີເຊັນຂອງປະຊາກອນລາວທັງໝົດ ລວມທັງຍັງມີການປ່ອຍປະໃຫ້ມີຄລີນິກທີ່ບໍ່ໄດ້ມາດຕະຖານຈຳນວນຫຼາຍອີກດ້ວຍ ຊຶ່ງເຫັນໄດ້ຈາກການຫຍຸບເລີກຄລີນິກເອກະຊົນ ທີ່ບໍ່ໄດ້ມາດຕະຖານ 248 ແຫ່ງ ແລະຍັງສືບຕໍ່ການກວດກາອີກ 802 ແຫ່ງ ໃນປັດຈຸບັນນີ້ ໃນຂະນະທີ່ລະບົບບໍລິການດ້ານສາທາລະນະສຸກຂອງລັດ ຖະບານຍັງບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການຕົວຈິງຂອງປະຊາຊົນລາວ ໄດ້ຢ່າງທົ່ວເຖິງ ໂດຍມີສາເຫດມາຈາກການຂາດແຄນດ້ານງົບປະມານເປັນສຳຄັນ.

ແມ່ລູກນ້ອຍ ກຳລັງຊ່ອຍແພດ ໃນຂະນະທີ່ໃຫ້ຢາວັກຊີນກັນພະຍາດ ແກ່ລູກຂອງລາວ.
ແມ່ລູກນ້ອຍ ກຳລັງຊ່ອຍແພດ ໃນຂະນະທີ່ໃຫ້ຢາວັກຊີນກັນພະຍາດ ແກ່ລູກຂອງລາວ.

ໂດຍໃນປີ 2020-2021 ລັດຖະບານລາວ ສາມາດສະໜັບສະໜຸນງົບປະມານໃຫ້ ແກ່ກອງທຶນລົບລ້າງຄວາມທຸກຍາກແຫ່ງຊາດລາວ ໄດ້ພຽງ 120 ຕື້ກີບ ຊຶ່ງພຽງພໍສຳລັບການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດເພື່ອລົບລ້າງຄວາມຍາກ ຈົນໃນ 144 ຈຸດສຸມເທົ່ານັ້ນ ຈາກເປົ້າໝາຍທີ່ວາງໄວ້ທັງໝົດ 449 ຈຸດສຸມໃນທົ່ວປະເທດ ສ່ວນເຂດຈຸດສຸມທີ່ບໍ່ສາມາດຈັດຕັ້ງປະຕິບັດໂຄງການໄດ້ ໃນປີ 2020-2021 ນັ້ນ ກໍຕ້ອງເລື່ອນມາຈັດຕັ້ງປະຕິບັດໄປໃນປີ 2022-2023 ຊຶ່ງຍັງຄົງມີຂໍ້ຈຳກັດທາງດ້ານງົບປະມານເຊັ່ນດຽວກັນ.

ໃນປັດຈຸບັນ ທົ່ວປະເທດລາວ ມີໂຮງໝໍແຂວງ 17 ແຫ່ງ ໂຮງໝໍເມືອງ 135 ແຫ່ງ ແລະມີສຸກສາລາໃນຊົນນະບົດ 1,020 ແຫ່ງ ສ່ວນເຂດນະຄອນວຽງຈັນ ມີໂຮງໝໍຂອງລັດ 4 ແຫ່ງ ຄື ໂຮງໝໍມິດຕະພາບ ໂຮງໝໍມະໂຫສົດ ໂຮງໝໍເສດຖາທິລາດ ແລະໂຮງໝໍ 103 ນອກຈາກນັ້ນ ກໍມີຄລີນິກຂອງເອກະຊົນ 1,050 ແຫ່ງ ໂຮງໝໍເອກະຊົນ 27 ແຫ່ງ ໃນນີ້ 18 ແຫ່ງຢູ່ນະຄອນວຽງຈັນ ແລະ 9 ແຫ່ງຢູ່ຕ່າງແຂວງ ສ່ວນເປົ້າໝາຍຈະຂະຫຍາຍການບໍລິການສາທາລະນະສຸກ ດ້ວຍການກໍ່ສ້າງສຸກສາລາໃຫ້ໄດ້ 1,000 ກວ່າແຫ່ງ ທີ່ມີແພດ-ໝໍ ພະຍາບານແລະຜະດຸງຄັນ ປະຈຳການທຸກແຫ່ງນັ້ນ ກໍບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ນັບຕັ້ງແຕ່ປີ 2020 ເປັນຕົ້ນມາຈົນເຖິງປັດຈຸບັນ.

XS
SM
MD
LG