ລິ້ງ ສຳຫລັບເຂົ້າຫາ

logo-print

ນັກຮຽນສ່ວນຫຼາຍ ໃນເຂດຊົນນະບົດ ຂອງ ລາວ ບໍ່ມີສິ່ງປ້ອງກັນ ໂຄວິດ-19


ນັກຮຽນລາວໃນເຂດ ຊົນນະບົດ ອ່ານໜັງສືໃຫ້ໝູ່ຟັງໃນຫ້ອງຮຽນ.

ທາງການ ລາວ ຈະເປີດໂຮງຮຽນສະເພາະຊັ້ນປະຖົມປີທີ 5 ກັບຊັ້ນມັດທະຍົມ 4 ແລະ ມັດທະຍົມ 7 ໃນວັນທີ 18 ພຶດສະພາ ສ່ວນລະດັບອື່ນໆຈະເປີດຮຽນເມື່ອຄວບຄຸມການລະບາດຂອງ COVID-19 ໄດ້ຢ່າງຄັກແນ່ແລ້ວ.


ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຖະແຫຼງວ່າ ການເປີດໂຮງຮຽນຄືນໃໝ່ທັງໂຮງຮຽນລ້ຽງເດັກ, ຊັ້ນອະນຸບານ, ປະຖົມ, ມັດທະຍົມຕົ້ນ, ມັດທະຍົມປາຍ ແລະ ຊັ້ນປີສຸດທ້າຍຂອງວິທະຍາໄລອາຊີວະສຶກສາ, ວິທະຍາໄລຄູ ແລະ ມະຫາວິທະຍາໄລ ລວມເຖິງການຈັດຝຶກອົບຮົມ ຫຼື ຮຽນໄລຍະສັ້ນນັບແຕ່ວັນທີ 2​ ມິຖຸນາ 2020 ເປັນຕົ້ນໄປ ສ່ວນຊັ້ນຮຽນລະດັບອື່ນໆ ກໍຈະອະນຸຍາດໃຫ້ເປີດຮຽນໄດ້ນັບແຕ່ວັນທີ 15 ມິຖຸນາ 2020 ເປັນຕົ້ນໄປນັ້ນ ກໍປາກົດວ່າໄດ້ປະສົບກັບບັນຫາຫຍຸ້ງຍາກພໍສົມຄວນ ໂດຍສະເພາະແມ່ນບັນຫາ ກ່ຽວກັບ ການປ້ອງກັນການລະບາດຂອງພະຍາດໄວຣັສ COVID-19 ໃນໂຮງຮຽນທີ່ຢູ່ໃນເຂດຊົນນະບົດນັ້ນ ເນື່ອງຈາກບັນຫາຈາກຈົນຂອງປະຊາຊົນສ່ວນຫຼາຍເຮັດໃຫ້ບໍ່ມີຄວາມສາມາດໃນການຈັດຫາອຸປະກອນເພື່ອປ້ອງກັນ COVID-19 ໃຫ້ກັບນັກຮຽນທີ່ເປັນລູກຫຼາຍຂອງພວກເຂົາເຈົ້ານັ້ນເອງ ດັ່ງທີ່ທ່ານ ກອງສີ ໃຫ້ການຢືນຢັນວ່າ

“ສິ່ງທີ່ພວກເຮົາພົບຂໍ້ຫຍຸ້ງຍາກກະແມ່ນບັນຫາເກົ່າຢູ່ ໂດຍສະເພາະແມ່ນເລື່ອງຜ້າອັດປາກ-ອັດດັງ ເລື່ອງເຈລລ້າງມື, ສະບູ່, ນໍ້າສະອາດ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ອັນນີ້ແມ່ນບໍ່ມີແທ້ ແຕ່ມາດຕະການນັ້ນ ພວກຂ້າພະເຈົ້າກະໄດ້ມີວິທີການແນະນຳໃຫ້ຜູ້ປົກຄອງຖືນໍ້າໄປນຳ ໃຫ້ນັກຮຽນຖືນໍ້າໄປນຳ ແລ້ວກະມີຄວາມສະດວກເທົ່າໃດກະແມ່ນຊ່ວຍກັນ ທຸກພາກສ່ວນທີ່ໃຫ້ການຮ່ວມມືໃນການຈັດການຮຽນ-ການສອນ ແລະ ຫວັງຢ່າງຍິ່ງວ່າເຮົາຈະໄດ້ເຫັນນັກຮຽນເຂົ້າຮຽນຫຼາຍຂຶ້ນ.”

ທັງນີ້ບັນຫາຍາກຈົນຂອງປະຊາຊົນ ລາວ ໃນເຂດຊົນນະບົດຖືເປັນສາເຫດທີ່ສຳຄັນທີ່ເຮັດໃຫ້ເຍົາວະຊົນ ລາວ ໄດ້ພາກັນປະການຮຽນເພີ່ມຂຶ້ນນັບມື້ ຊຶ່ງຈາກການສຳຫຼວດໃນສົກຮຽນປະຈຳປີ 2018-2019 ທີ່ຜ່ານມານັ້ນພົບວ່າ ເຍົາວະຊົນ ລາວ ປະການຮຽນໃນລະດັບປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍຄິດເປັນອັດຕາສະເລ່ຍ 2 ເປີເຊັນ ກັບ 7 ເປີເຊັນ ແລະ 8 ເປິເຊັນຕາມລຳດັບ ທັງຍັງເຮັດໃຫ້ເກີດບັນຫາແຕກໂຕນກັນໃນດ້ານໂອກາດທາງການສຶກສາລະຫວ່າງ ເຍົາວະຊົນ ລາວ ໃນເຂດຕົວເມືອງ ກັບເຂດຊົນນະບົດອີກດ້ວຍ ຊຶ່ງຈະເຫັນໄດ້ຈາກການທີ່ມີເຍົາວະຊົນ ລາວ ໃນເຂດຊົນນະບົດຈຳນວນຫຼາຍກວ່າ 380,000 ຄົນທີ່ບໍ່ມີໂອກາດໄດ້ຮຽນຈົນຈົບຊັ້ນປະຖົມປີທີ 5 ໃນປັດຈຸບັນນີ້.

ນອກຈາກນັ້ນການສຳຫຼວດຍັງພົບດ້ວຍວ່າ ການພັດທະນາຊັບພະຍາກອນມະນຸດໃນ ລາວ ຍັງບໍ່ສອດຄ່ອງ ແລະ ບໍ່ຕອບສະໜອງກັບຄວາມຕ້ອງການຕົວຈິງດ້ານແຮງງານທັງໃນພາກລັດ ແລະ ເອກະຊົນ ຊຶ່ງມີສາເຫດມາຈາກການທີ່ສະຖາບັນການສຶກສາຊັ້ນສູງຂອງລັດ ແລະ ເອກະຊົນໃນ ລາວ ຍັງບໍ່ສາມາດພັດທະນາຫຼັກສູດການຮຽນການສອນໄດ້ທັນກັບສະພາບການພາຍໃນ ແລະ ນອກປະເທດທີ່ປ່ຽນແປງຢ່າງໄວວາ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ ເພື່ອສະໜອງໃຫ້ກັບການບໍລິຫານງານທີ່ທັນສະໄໝໃນພາກລັດ ແລະ ການຜະລິດສິນຄ້າຕ່າງໆຈະຕ້ອງໄດ້ຮັບການພັດທະນາຢ່າງຮີບດ່ວນ ດ້ວຍການສົ່ງເສີມໃຫ້ເຍົາວະຊົນ ລາວ ໄດ້ຮຽນໃນສາຍວິຊາຊີບໃຫ້ຫຼາຍກວ່າການຮຽນໃນສາຍສາມັນ.

ທາງດ້ານທ່ານນາງ ຂັນທະລີ ສິລິພົງພັນ ປະທານຄະນະກວດກາໃນກະຊວງສຶກສາທິການ ແລະ ກິລາ ຖະແຫຼງຢືນຢັນວ່າ ການທຸຈະລິດໃນດ້ານການສຶກສາທີ່ເກີດຂຶ້ນຢ່າງກວ້າງຂວາງເປັນສາເຫດສຳຄັນທີ່ເຮັດໃຫ້ການສຶກສາໃນ ລາວ ມີຄຸນນະພາບຕໍ່າ ແລະ ໄດ້ສົ່ງຜົນກະທົບຕໍ່ການພັດທະນາຊັບພະຍາກອນມະນຸດໃນ ລາວ ທີ່ຖືວ່າມີຄຸນນະພາບຕໍ່າສຸດໃນກຸ່ມອາຊຽນດ້ວຍກັນ ໂດຍການທຸຈະລິດດ້ານການສຶກສາໃນ ລາວ ມີທັງການປອມໃບປະກາດສະນີຍາບັດການສຳເລັດການສຶກສາທັງໃນລະດັບມັດທະຍົມ, ປະລິນຍາຕີ, ປະລິນຍາໂທ ແລະ ວີຊາຊີບຊັ້ນສູງ ໂດຍເມື່ອສົມທົບດ້ວຍການຫຼິ້ນພັກ ຫຼິ້ນພວກ ແລະ ການຊື້ຕຳແໜ່ງໃນວົງການພະນັກງານລັດຖະບານ ລາວ ໄດ້ເກີດຂຶ້ນໃນທຸກພາກສ່ວນທົ່ວປະເທດ ຈຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງໆຂອງລັດຖະບານ ລາວ ບໍ່ສາມາດບັນລຸເປົ້າໝາຍໄດ້ຕາມແຜນການທີ່ວາງໄວ້ ເນື່ອງຈາກພະນັກງານຂອງລັດ ບໍ່ມີຄວາມຮູ້ ຄວາມສາມາດໃນການປະຕິບັດງານຕົວຈິງນັ້ນເອງ.

ສ່ວນທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ຍອມຮັບວ່າມາດຕະຖານການສຶກສາໃນເຂດຕົວເມືອງກັບເຂດຊົນນະບົດໃນ ລາວ ຍັງແຕກໂຕນກັນຫຼາຍ ຊຶ່ງເຫັນໄດ້ຈາກບັນຫາຂາດແຄນຄູຈຳນວນຫຼາຍກວ່າ 12,000 ຄົນໃນຂະນະທີ່ໂຮງຮຽນຢູ່ໃນຕົວເມືອງກັບມີຈຳນວນຄູເກີນຄວາມຕ້ອງການຕົວຈິງຫຼາຍກວ່າ 9,000​ຄົນ ສ່ວນລັດຖະບານ ລາວ ກໍອະນຸຍາດໃຫ້ມີການບັນຈຸຄູໃໝ່ໄດ້ພຽງແຕ່ 1,800 ຄົນເທົ່ານັ້ນໃນສົກຮຽນປະຈຳປີ 2020 ນີ້.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG