ປະຊາຊົນລາວສ່ວນຫຼາຍໃນເຂດແຂວງພາກເໜືອມີເຂົ້າກິນບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ຈຶ່ງຕ້ອງປູກພຶດສົ່ງຂາຍໃນຈີນ ແຕ່ກໍຖືກກົດລາຄາຮັບຊື້ໂດຍບັນດາພໍ່ຄ້າຄົນກາງທັງລາວ ແລະ ຈີນ.
ນັກທຸລະກິດໃນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວເປີດເຜີຍວ່າກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງເປົ້າໝາຍຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ໃນປະລິມານລວມ 3.8 ກວ່າລ້ານໂຕນໃນປີ 2023 ໃນນີ້ເປັນຜົນຜະລິດເຂົ້ານາປີ 3.2 ລ້ານໂຕນ, ເຂົ້ານາແຊງ 440,000 ໂຕນ ແລະ ເຂົ້າໄຮ່ 170,000 ໂຕນ ຊຶ່ງຈະເຮັດໃຫ້ສາມາດຕອບສະໜອງການບໍລິໂພກໃຫ້ກັບປະຊາຊົນລາວໄດ້ທີ່ປະລິມານສະເລ່ຍ 260 ກິໂລກຣາມຕໍ່ຄົນຕໍ່ປີ ຖ້າຫາກວ່າສາມາດຈັດຕັ້ງປະຕິບັດໄດ້ຈິງ ທັງຍັງຈະເຮັດໃຫ້ລາວມີຜົນຜະລິດເຂົ້າເປັນສິນຄ້າສົ່ງອອກໄປຕ່າງປະເທດໃນປະລິມານລວມ 1.8 ລ້ານໂຕນໃນປີ 2023 ອີກດ້ວຍ ຫາກແຕ່ວ່າກໍຄົງຈະເປັນໄປໄດ້ຍາກເພາະສະມັດຕະພາບການຜະລິດເຂົ້າຂອງຊາວກະສິກອນລາວຍັງຕ່ຳໂດຍຈະເຫັນໄດ້ຈາກການເພີ່ມຜົນຜະລິດດ້ວຍການເພີ່ມພື້ນທີ່ປູກເປັນດ້ານຫຼັກ ແລະ ຊາວກະສິກອນລາວຍັງຂາດແຄນທັງເງິນທຶນ ແລະ ເທັກນິກທັນສະໄໝໃນຂະນະທີ່ລັດຖະບານລາວກໍໃຫ້ການຊ່ວຍເຫຼືອໄດ້ຢ່າງຈຳກັດໂດຍສະເພາະແມ່ນໃນເຂດແຂວງພາກເໜືອທີ່ມີດິນນາປູກເຂົ້າຢ່າງຈຳກັດດ້ວຍແລ້ວກໍຍັງເຮັດໃຫ້ປະຊາຊົນສ່ວນໃຫຍ່ຕ້ອງປະເຊີນບັນຫາຂາດແຄນເຂົ້າກິນຄິດເປັນໄລຍະເວລາສະເລ່ຍເຖິງ 5 ເດືອນໃນແຕ່ລະປີ ຈຶ່ງຕ້ອງແກ້ໄຂບັນຫາດັ່ງກ່າວດ້ວຍການປູກພືດເປັນສິນຄ້າສົ່ງອອກໄປຕ່າງປະເທດຫຼາຍຂຶ້ນ ດັ່ງທີ່ເຈົ້າໜ້າທີ່ແຂວງອຸດົມໄຊ ໄດ້ໃຫ້ການຢືນຢັນວ່າ
“ຜະລິດເຂົ້າພາຍໃນແຂວງເຮົານີ້ຖ້າອີງໃສ່ເນື້ອທີ່ຕົວຈິງທີ່ພວກເຮົາມີກະຖືວ່າກະຍັງບໍ່ສາມາດຜະລິດພຽງພໍໄດ້ ແຕ່ພວກເຮົາກໍມີທາງເລືອກທີ່ວ່າພວກເຮົາມີພື້ນທີ່ດິນກໍສິກຳອື່ນໆໂດຍສະເພາະແມ່ນເວົ້າເລື່ອງການປູກພືດເປັນສິນຄ້າຢາງພາລາ, ມັນຕົ້ນແລ້ວກະສາລີ. ແລະການປູກພືດອື່ນໆເປັນສິນຄ້າອັນດັບ 1 ກໍຍັງແມ່ນການປູກສາລີຢູ່, ອັນດັບ 2 ກໍແມ່ນຢາງພາລາ ແລ້ວກໍອັນດັບ 3 ກໍແມ່ນເລື່ອງການປູກອ້ອຍບໍ່, ປູກພືດລົ້ມລຸກເນາະ ໂດຍສະເພາະກໍແມ່ນໝາກໂມ, ໝາກແຕງ, ໝາກຖົ້ວອັນຕົ້ນຕໍກະແມ່ນສົ່ງອອກໄປຕ່າງປະເທດ.”
ສ່ວນຜູ້ປະສານງານເຄືອຂ່າຍອົງການອະນຸລັກຊັບພະຍາກອນທຳມະຊາດໃນລຸ່ມແມ່ນ້ຳຂອງຢືນຢັນວ່າການເຜົາປ່າໄມ້ເພື່ອບຸກເບີກພື້ນທີ່ສຳລັບການປູກພືດຊະນິດຕ່າງໆໃນລາວເພື່ອເພີ່ມການສົ່ງອອກໄປປະເທດ ຈີນ ຫຼາຍຂຶ້ນຍັງຖືເປັນສາເຫດທີ່ສຳຄັນທີ່ຈະເຮັດໃຫ້ລາວສູນເສຍພື້ນທີ່ປ່າໄມ້ເພີ່ມຂຶ້ນນັບມື້ເນື່ອງຈາກວ່າຊາວກະສິກອນລາວສ່ວນໃຫຍ່ບໍ່ມີທັງເງິນທຶນ ແລະ ເທັກໂນໂລຈີການຜະລິດທີ່ທັນສະໄໝແຕ່ຕ້ອງການທີ່ຈະເພີ່ມການຜະລິດເພື່ອສົ່ງອອກໄປຈີນດັ່ງກ່າວ ຈຶ່ງມີພຽງແຕ່ການຂະຫຍາຍພື້ນທີ່ປູກໃຫ້ກວ້າງຂຶ້ນດ້ວຍການລັກລອບເຜົາປ່າໄມ້ຄິດເປັນພື້ນທີ່ສະເລ່ຍກວ້າງກວ່າ 210,000 ເຮັກຕາຕໍ່ປີໃນໄລຍະ 4 ປີທີ່ຜ່ານມາໂດຍສະເພາະແມ່ນໃນເຂດ 8 ແຂວງພາກເໜືອຂອງລາວ ຊຶ່ງພື້ນທີ່ສ່ວນໃຫຍ່ເປັນເຂດສຳປະທານຂອງບັນດາບໍລິສັດຈາກຈີນ ກໍຄືເຂດທີ່ມີການລັກລອບເຜົາປ່າເພື່ອບຸກເບີກພື້ນທີ່ປູກພື້ນຫຼາຍທີ່ສຸດທັງຍັງຈະມີການລັກລອບເຜົາປ່າເພີ່ມຂຶ້ນອີກ. ຖ້າຫາກວ່າລັດຖະບານລາວຍັງບໍ່ສາມາດໃຫ້ການຊ່ວຍເຫຼືອກະສິກອນລາວເພື່ອຍົກລະດັບສະມັດຕະພາບການຜະລິດໃຫ້ສູງຂຶ້ນໄດ້ຢ່າງແທ້ຈິງ.
ໂດຍທີ່ຜ່ານມາລັດຖະບານລາວກໍໄດ້ຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການລົງທຶນໃນຮູບແບບ 2 ບວກ 3 ກໍຄືກະສິກອນລາວເປັນແຮງງານ ແລະ ທີ່ດິນ ສ່ວນນັກທຸລະກິດຈີນກໍເປັນເງິນທຶນ-ເທັກນິກການຜະລິດ ແລະ ຕະຫຼອດຮອງຮັບຜົນຜະລິດນັ້ນຍັງສາມາດຈັດຕັ້ງປະຕິບັດໄດ້ຢ່າງຈຳກັດ ເພາະວ່າຊາວກະສິກອນລາວຍັງບໍ່ຕື່ນຕົວກັບຮູບແບບດັ່ງກ່າວຈຶ່ງປະຕິບັດໄດ້ພຽງການຜະລິດກະສິກຳຂັ້ນພື້ນຖານເທົ່ານັ້ນ ດັ່ງທີ່ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ຖະແຫຼງຢືນຢັນວ່າ
“ສະບຽງອາຫານປະເພດໄຂ່, ຊີ້ນ, ປາເຮັດໄດ້ທີ່ອັດຕາບໍລິໂພກສະເລ່ຍ 68.2 ກິໂລກຣາມຕໍ່ຄົນຕໍ່ປີ. ສັງລວມແລ້ວແມ່ນສາມາດຄ້ຳປະກັນທາງດ້ານສະບຽງອາຫານໂດຍພື້ນຖານໄດ້ຊຸກຍູ້ການຜະລິດກະສິກຳເປັນສິນຄ້າສະເລ່ຍໄດ້ 7.46 ລ້ານໂຕນຕໍ່ປີ. ໄດ້ສົ່ງເສີມປູກໄມ້ເປັນສິນຄ້າປະຕິບັດໄດ້ 65,600 ເຮັກຕາໄດ້ສຸມໃສ່ເຈລະຈາດ້ານສຸຂະອະນາໄມພືດ-ສັດເພື່ອເປີດຕະຫຼາດກັບບັນດາຄູ່ຄ້າໄດ້ທັງໝົດ 48 ລາຍການ.”
ລັດຖະບານລາວຄາດວ່າຈະສົ່ງອອກສິນຄ້າກະສິກຳໄປຕ່າງປະເທດໄດ້ໃນມູນຄ່າ 1,200 ກວ່າລ້ານໂດລາໃນປີ 2023 ໃນນີ້ເປັນການສົ່ງອອກພືດຕ່າງໆມູນຄ່າ 1,000 ລ້ານໂດລາ ແລະ ສົ່ງອອກສັດປີກ, ງົວ, ຄວາຍ ໄດ້ໃນມູນຄ່າ 200 ກວ່າລ້ານໂດລາໃນນີ້ເປັນການສົ່ງສິນຄ້າອອກໄປຈີນເຖິງ 80 ເປີເຊັນທີ່ເປັນໂຄຕ້າພິເສດທີ່ລັດຖະບານ ຈີນ ອະນຸຍາດໃຫ້ນຳເຂົ້າຈາກລາວ 18 ຊະນິດ.