ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສ່ວນໃຫຍ່ຂອງ 81 ເຂື່ອນ ເປັນຂອງຕ່າງຊາດ ລາວເປັນເຈົ້າຂອງ ພຽງແຕ່ 10 ເຂື່ອນ


ບັນດາການສ້າງເຂື່ອນໄຟຟ້າ ຢູ່ໃນ ສປປ ລາວ.
ບັນດາການສ້າງເຂື່ອນໄຟຟ້າ ຢູ່ໃນ ສປປ ລາວ.

ແຫຼ່ງຜະລິດພະລັງໄຟຟ້າ 81 ແຫ່ງໃນລາວ ສ່ວນໃຫຍ່ເປັນສໍາປະທານ ແລະ ລົງທຶນ
ກໍ່ສ້າງໂດຍບໍລິສັດຕ່າງຊາດ ຈຶ່ງມີພຽງ 10 ໂຄງການເທົ່ານັ້ນທີ່ເປັນຂອງ ບໍລິສັດຜະ
ລິດໄຟຟ້າລາວ (EDL-Gen) ຊຶ່ງຊົງລິດໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານຈັນທະບຸນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (EDL)
ຖະແຫຼງວ່າ ການທີ່ EDL ຍັງມີພາລະໜີ້ສິນເງິນກູ້ ທັງພາຍໃນແລະ ຕ່າງປະເທດ ໃນ
ອັດຕາທີ່ສູງໃນປັດຈຸບັນນີ້ ໄດ້ເປັນຜົນເຮັດໃຫ້ມີເງື່ອນໄຂແລະ ຄວາມອາດສາມາດ
ຢ່າງຈຳກັດ ໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ ເປັນການຕອບສະໜອງ
ນະໂຍບາຍຂອງລັດຖະບານ ໂດຍສະເພາະແມ່ນການ ຫລຸດຜ່ອນບັນຫາຜົນກະທົບ
ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວໃນສະພາ ວະທີ່ເກີດການລະບາດ ຂອງໄວຣັສ
COID-19 ໃນປັດຈຸບັນນີ້ ຊຶ່ງໃນນີ້ຮວມ ເຖິງການປັບຫລົດຄ່າໄຟຟ້າ ທີ່ EDL ສາມາດ
ປັບຫລົດລົງໄດ້ພຽງແຕ່ 3 ເປີ ເຊັນເທົ່ານັ້ນ.

ທັງນີ້ໂດຍ EDL ມີໜີ້ສິນເກີນກວ່າ 2,000 ລ້ານໂດລາສະຫະລັດ ສ່ວນການ ກຳນົດ
ອັດຕາຄ່າໄຟຟ້າໃນປັດຈຸບັນ ຈະພິຈາລະນາຈາກຕົ້ນທຶນການຜະລິດທີ່ ເປັນຈິງເພາະ
ໂຄງການເຂື່ອນໄຟຟ້າສ່ວນໃຫຍ່ໃນລາວເປັນການລົງທຶນຂອງບໍລິສັດຕ່າງຊາດ ທີ່ຫວັງ
ຜົນປະໂຫຍດຈາກການລົງທຶນເປັນດ້ານຫລັກ ໂດຍເມື່ອປະກອບກັບລັດຖະບານລາວ
ກໍຂາດແຄນເງິນລົງທຶນດ້ວຍແລ້ວ ຈຶ່ງບໍ່ສາມາດ ທີ່ຈະໃຊ້ອຳນາດເຂົ້າແຊກແຊງທາງທຸ
ລະກິດ ເພື່ອກຳໜົດອັດຕາຄ່າຊົມໃຊ້ພະລັງງານໄຟຟ້າ ທີ່ຜະລິດຈາກບັນດາໂຄງການ
ເຂື່ອນໄຟຟ້າຕ່າງໆ ທີ່ລົງທຶນໂດຍ ບັນດາບໍລິສັດເອກກະຊົນຈາກຕ່າງປະເທດໄດ້ແຕ່
ຢ່າງໃດ ຫາກແຕ່ລັດຖະບານ ລາວກໍເຊື່ອວ່າ ການສົ່ງເສີມໃຫ້ຕ່າງຊາດເຂົ້າມາລົງທຶນກໍ່
ສ້າງເຂື້ອນໄຟຟ້າ ໃນ ລາວ ຈະສົ່ງຜົນດີຕໍ່ການພັດທະນາລາວ ໃນໄລຍະຍາວ ເພາະບັນ
ດາເຂື່ອນໄຟ ຟ້າຈະຖືກໂອນ ມາເປັນຂອງລັດຖະບານລາວ ເມືອຄົບອາຍຸສັນຍາສໍາປະ
ທານ ແລ້ວນັ້ນ ດັ່ງທີີ່ທ່ານຈັນທະບຸນ ໄດ້ໃຫ້ການຢືນຢັນວ່າ:

ການເປີດໃຫ້ນັກລົງທຶນເຂົ້າມາເຮັດເຂື່ອນ ແລະຂາຍໄຟຟ້າ ບໍ່ວ່າຈະຂາຍໄຟ ຕ່າງປະ
ເທດ ຫຼືຂາຍໄຟໃຫ້ໄຟຟ້າລາວ ມັນເປັນທາງອອກລະກະທາງເລືອກທີ່ ດີທີ່ສຸດສຳລັບປະ
ເທດກຳລັງພັດທະນາລະກະຂາດທຶນຮອນຄຶປະເທດລາວເຮົາ ນີ້ ການໃຫ້ສຳປະທານທັນ
ກະມີອາຍຸແຕ່ 25 ປີ 30 ປີ ຫຼັງຈາກໝົດອາຍຸສຳ ປະທານແລ້ວເຂື່ອນດັ່ງກ່າວກໍຈະໄດ້
ມອບໂອນຄືນໃຫ້ກັບລັດຖະບານ ເຂື່່ອນກັບ ມາເປັນຂອງລັດຖະບານແລ້ວ 90 ເປີເຊັນ
ຂອງການຂາຍໄຟຟ້າທັງໝົດຈະຖື ວ່າເປັນເງິນສົດໆທີ່ລັດຖະບານໄດ້ຮັບ ໂດຍທີ່ວ່າ
ດ້ວຍໂຕເອງ ບໍ່ໄດ້ລົງທຶນຈັກ ກີບ ສະນັ້ນອັນນີ້ ແມ່ນການສ້າງຊັບສິນໄວ້ໃຫ້ເຮົາ ໃນ
ອານາຄົດ.”

ທັງນີ້ລັດວິສະຫະກິດໄຟຟ້າລາວ (EDL) ໄດ້ສ້າງຕັ້ງບໍລິສັດຜະລິດໄຟຟ້າລາວ (ມະຫາ
ຊົນ) ຈຳກັດ ຫຼື EDL-Gen ຂຶ້ນເພື່ອລະດົມເງິນທຶນໃນຕະຫຼາດຫລັກ ຊັບແຫ່ງຊາດລາວ
ໃນທ້າຍປີ 2010 ຊຶ່ງເປັນແນວທາງນຶ່ງຂອງການແກ້ບັນຫາ ໜິ້ສິນດັ່ງກ່າວ ຮວມເຖິງການ
ພັດທະນາປັບປຸງການບໍລິຫານງານໃຫ້ມີຄວາມ ຄ່ອງໂຕທາງທຸລະກິດຫຼາຍຂຶ້ນ ໂດຍທີ່
ຜ່ານ EDL-Gen ກໍໄດ້ລະດົມເງິນທຶນຮວມເຖິງການພັດທະນາປັບປຸງການບໍລິຫານງານ
ໃຫ້ມີຄວາມ ຄ່ອງໂຕທາງທຸລະກິດຫຼາຍຂຶ້ນ ໂດຍທີ່ຜ່ານ EDL-Gen ກໍໄດ້ລະດົມເງິນທຶນ
ຈາກຕະຫຼາດຫລັກຊັບແຫ່ງປະເທດໄທແລ້ວ 3 ຄັ້ງ ຄິດເປັນມູນຄ່າລວມເຖິງ 30,000
ລ້ານບາດ.

ໃນປັດຈຸບັນລາວມີແຫຼ່ງຜະລິດພະລັງງານໄຟຟ້າ 81 ແຫ່ງ ຊຶ່ງໃນນີ້ 10 ແຫ່ງ ເປັນຂອງ
EDL-Gen ໂດຍທັງ 81 ແຫ່ງມີກຳລັງຕິດຕັ້ງລວມ 10,328 ເມກາ ວັດ ທີ່ສາມາດຜະລິດ
ໄຟຟ້າໄດ້ລວມກັນ 53,640 ລ້ານກິໂລວັດ/ໂມງ ຕໍ່ປີແລະ ກຳລັງດຳເນີນການກໍ່ສ້າງເຂື່ອນ
ອີກ 19 ໂຄງການ ທີີ່ມີກຳນົດແລ້ວເສັດໃນທ້າຍ ປີ 2021 ນີ້ ຊຶ່ງຈະເຮັດໃຫ້ລາວມີແຫຼ່ງຜະ
ລິດໄຟຟ້າເຖິງ 100 ແຫ່ງ ມີກຳລັງ ຕິດຕັ້ງລວມເຖິງ 13,000 ເມກາວັດ ຜະລິດໄຟຟ້າໄດ້
ເຖິງ 67,000 ລ້ານກິໂລ ວັດ/ໂມງ ຕໍ່ປີ ໃນນີ້ 85 ເປີເຊັນ ຈະສົ່ງອອກໄປຕ່າງປະເທດ ຄິດ
ເປັນມູນຄ່າ ລວມເຖິງ 2,000 ລ້ານໂດລາສະຫະລັດ ໃນປີ 2021 ແລະ 2,980 ລ້ານໂດ
ລາສະຫະລັດ ໃນປີ 2022.

ນອກຈາກນີ້ ການສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ທີ່ລົງທຶນຮວມ
ລະຫວ່າງລັດວິສາຫະກິດໄຟຟ້າລາວ (EDL) ກັບບໍລິສັດຕາ ຂ່າຍໄຟຟ້າພາກໃຕ້ຂອງຈີນ
(CDG) ໃນທ້າຍປີ 2020 ດ້ວຍເປົ້າໝາຍທີ່ ຈະພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງ
ສູງໃນລາວ ໃຫ້ທັນສະໄໝ ເພື່ອ ເຊື່ອມໂຍງ ແລະຕອບສະໜແອງໄຟຟ້າ ໃນເອເຊຍໃຫ້ໄດ້
ຢ່າງທົ່ວເຖິງດ້ວຍ ເງິນທຶນ ແລະເທັກນິກຈາກຈີນນັ້ນ ກໍຄືບາດກ້າວສຳຄັນ ທີ່ຈະພັດທະນາ
ລາວ ໃຫ້ເປັນໃຫ້ເປັນໝໍ້ໄຟຂອງອາຊຽນ ໄດ້ຢ່າງແທ້ຈິງ ເພາະບໍລິສັດສາຍສົ່ງໄຟຟ້າ ແຫ່ງ
ຊາດລາວໄດ້ວາງແຜນການລົງທຶນ ໃນມູນຄ່າລວມ 2,000 ລ້ານ ໂດລາສະຫະລັດ ເພື່ອກໍ່
ສ້າງລະບົບສາຍສົ່ງໄຟຟ້າແຮງສູງ ຂະໜາດ 500 KV ເພື່ອເຊື່ອມຕໍ່ກັບຕາຂ່າຍ ສາຍສົ່ງ
ໄຟຟ້າແຮງສູງ ໃນແຂວງຢູນານຂອງ ຈີນກັບລາວ ເພື່ອເຊື່ອມຕໍ່ໄປມຽນມາ ກຳປູເຈຍ
ຫວຽດນາມ ໄທ ມາເລເຊຍ ສິງກະໂປ ໃຫ້ໄດ້ນັ້ນເອງ.

XS
SM
MD
LG