ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມົ​ສ​ກູ ແນ​ເປົ້າ​ໝາຍ​ ການ​ບຸກກວດ​ຄົ້ນ ໃສ່​ຄົນ ຈີນ ທ່າມ​ກາງ​ຄວາມ​ຢ້ານ​ກົວ ໄວ​ຣັ​ສ​ໂຄ​ໂຣ​ນາ


ຜູ້​ໂດຍ​ສານ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ​ອາ​ນາ​ໄມ ໃສ່​ໂທ​ລະ​ສັບ​ມື​ຖື​ຂອງ​ລາວ​ຢູ່​ເທິງ​ລົດ​ເມ. ປັກ​ກິ່ງ, ຈີນ. 21 ກ​ຸມ​ພາ, 2020.
ຜູ້​ໂດຍ​ສານ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ​ອາ​ນາ​ໄມ ໃສ່​ໂທ​ລະ​ສັບ​ມື​ຖື​ຂອງ​ລາວ​ຢູ່​ເທິງ​ລົດ​ເມ. ປັກ​ກິ່ງ, ຈີນ. 21 ກ​ຸມ​ພາ, 2020.

ຄົນ​ຂັບ​ລົດ​ເມ​ໃນ​ນະ​ຄອນຫຼວງ ມົ​ສ​ກູ ໄດ້​ສົ່ງ​ຂໍ້​ຄວມ​ໄປ​ມາ​ຕະຫຼອດ​ເວ​ລາ​ໃນ​ກຸ່ມ WhatsApp ດ້ວຍ​ຄຳ​ຖາມ​ຕ່າງໆ​ໃນ​ອາ​ທິດນີ້ ກ່ຽວ​ກັບ ສິ່ງ​ທີ່​ຈະ​ເຮັດ​ເມື່ອ​ເຂົາ​ເຈົ້າ​ພົບ​ເຫັນ​ຜູ້​ໂດຍ​ສານ​ທີ່​ອາດ​ມາ​ຈາກ ຈີນ ນັ່ງ​ກັບ​ເຂົາ​ເຈົ້າ​ໃນ​ນະ​ຄອນ​ຫຼວງ​ຂອງ ຣັດ​ເຊຍ ນັ້ນ.

ຄົນ​ຂັບ​ຄົນ​ຜູ້​ນຶ່ງ​ໄດ້​ສົ່ງ​ຂໍ້​ຄວາມ​ຫ​າ​ໝູ່​ຂອງ​ລາວ​ວ່າ “ຄົນ​ທີ່​ມີ​ໜ້າ​ຕາ​ເອ​ເຊຍ ຫາ​ກໍ່​ຂຶ້ຶ້​ນລົດ. ຄົງ​ຈະ​ເປັນ​ຄົນ ຈີນ. ຂ້ອຍຄວນ​ໂທ​ຫາ​ຕຳຫຼວດບໍ່? ເພື່ອນ​ຮ່ວມ​ງານ​ຄົນ​ນຶ່ງ​ໄດ້​ສົງ​ໄສວ່າ “ແລ້ວ​ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ ຈີນ? ຂ້ອຍ​ຄວນ​ຖາມ​ເຂົາ​ເຈົ້າ​ບໍ່?

ຄວາມ​ສັບ​ສົນ​ດັ່ງ​ກ່າວ​ທີ່​ໄດ້​ສະ​ທ້ອນ​ໃນ​ພາບ​ຖ່າຍ​ໜ້າ​ຈໍ​ໂທ​ລະ​ສັບ ​ຂອງ​ການ​ສົ່ງ​ຂໍ້​ຄວາມ​ຫາ​ກັນ​ໃນ​ກຸ່ມ​ ທີ່​ໄດ້​ຖືກ​ພົບ​ເຫັນ​ໂດຍ​ອົງ​ການ​ຂ່າວ AP ແມ່ນ​ມີ​ແຫຼ່ງ​ທີ່​ມາ​ທົ່ວ​ໄປ ທີ່​ເປັນ​ການ​ແນະ​ນຳ​ຈາກ​ຜູ້​ດຳ​ເນີນ​ການ​ຂົນ​ສົ່ງ​ສາ​ທາ​ລະ​ນະ​ຂອງ ມົ​ສ​ກູ ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ ເພື່ອ​ໃຫ້​ບັນ​ດາ​ຄົນ​ຂັບ​ລົດ​ໂທ​ລະ​ສັບ​ຫາ​ຜູ້​ຈັດ​ການ ຖ້າ​ຄົນ ຈີນ ໄດ້​ຂຶ້ນ​ລົດ​ເມ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ການ​ກ່າວ​ຂອງ​ສື່ມວນ​ຊົນ ຣັດ​ເຊຍ.

ອີ​ເມ​ລ​ສະ​ບັບ​ນຶ່ງ​ທີ່​ຮົ່ວ​ໄຫຼ​ອອກ​ມາ ​ເຊິ່ງ​ຖືກ​ລາຍ​ງານ​ໂດຍ​ສື່ມວນ​ຊົນ​ນັ້ນ​ໄດ້​ກ່າວ​ວ່າ ຖືກ​ສົ່ງ​ຈາກ​ບໍ​ລິ​ສັດ Mosgortrans ທີ່​ເປັນ​ບໍ​ລິ​ສັດ​ຂົນ​ສົ່ງ​ຂອງ​ລັດ​ຖະ​ບານ ເຊິ່ງໄດ້​ບອກ​ຜູ້​ຈັດ​ການ​ທີ່​ໄດ້​ຮັບ​ໂທ​ລະ​ສັບ​ດັ່ງ​ກ່າວ ​ໃຫ້​ແຈ້ງໃຫ້​ຕຳຫຼວດ​ຊາບ. ອີ​ເມ​ລ​ດັ່ງ​ກ່າວ ເຊິ່ງ​ໄດ້​ອະ​ທິ​ບາຍ​ໃນ​ທັນ​ທີ​ໃນ​ທວິ​ດ​ເຕີ​ວ່າ ເປັນ​ອີ​ເມ​ລ​ປອມ​ນັ້ນ, ໄດ້​ຂຽນ​ຄຳ​ນຶ່ງ​ໃນ​ແຖວ​ຫົວ​ຂໍ້​ວ່າ: ໂຄ​ໂຣ​ນາ​ໄວ​ຣັ​ສ.

ນັ​ບ​ຕັ້ງ​ແຕ່​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ສາຍ​ພັນ​ໃໝ່​ດັ່ງ​ກ່າວ​ ໄດ້​ຕິດ​ແປດ​ປະ​ຊາ​ຊົນຫຼາຍກວ່າ 76,000 ຄົນ ແລະ ເສຍ​ຊີ​ວິດຫຼາຍກວ່າ 2,300 ຄົນ​ໃນ ຈີນ​ແຜ່ນ​ດິນ​ໃຫຍ່​ນັ້ນ, ຣັດ​ເຊຍ ກໍໄດ້​ລາຍ​ງານ​ສອງ​ກໍ​ລະ​ນີ. ຄົນ​ໄຂ້​ທັງສອງ​ນັ້ນ​ແມ່ນ​ຄົນ​ ຈີນ ທີ່​ເຂົ້າ​ໂຮງ​ໝໍ​ໃນ​ເມືອງ ໄຊ​ບີ​ເຣຍ, ເຊິ່ງ​ໄດ້​ຫາຍ​ດີ​ຢ່າງວ່ອງ​ໄວແລ້ວ. ແນວ​ໃດ​ກໍ​ຕາມ, ບັນ​ດາ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ​ໄດ້ທຳ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ ເຊິ່ງ​ບາງ​ຄົນ​ໂຕ້​ຖຽ​ງ​ວ່າ​ເປັນ​ການ​ແບ່ງ​ແຍກ ເພື່ອບໍ່​ໃຫ້​ໄວ​ຣັ​ສ​ດັ່ງ​ກ່າວ​ປາ​ກົດ​ຂຶ້ນ​ມາ​ອີກ ແລະ ແຜ່​ລາມ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ມົ​ສ​ກູ ໄດ້​ສັ່ງ​ໃຫ້​ຕຳຫຼວດ​ບຸກກວດ​ຄົ້ນ​ໂຮງ​ແຮມ, ຫໍ​ພັກ, ຕຶກ​ອາ​ພາ​ດ​ເມັ້ນ ແລະ ທຸກ​ລະ​ກິດ​ຕ່າງໆ ເພື່ອ​ຕິດ​ຕາມ​ຈຳ​ນວນ​ຄົນ​ ຈີນ ທີ່ຫຼຸດ​ລົງ​ໃນ​ເມືອງ​ດັ່ງ​ກ່າວ. ເຂົາ​ເຈົ້າ​ຍັງ​ໄດ້​ຮັບ​ອາ​ນຸດຍ​າດ​ໃຫ້​ໃຊ້​ເທັກ​ໂນ​ໂລ​ຈີ​ຈື່​ຈຳໜ້າ ທີ່​ຊອກ​ຫາ​ຜູ້​ຕ້ອງ​ສົງ​ໄສຫຼີກ​ລ່ຽງ​ໄລ​ຍະ​ເວ​ລາ​ກັກ​ກວດ​ໂຣກ 14 ວັນ ຫຼັ​ງ​ຈາກ​ເດີນ​ທາງ​ຮອດ ຣັດ​ເຊຍ.

Bus drivers in Moscow kept their WhatsApp group chat buzzing with questions this week about what to do if they spotted passengers who might be from China riding with them in the Russian capital.

"Some Asian-looking (people) have just got on. Probably Chinese. Should I call (the police)?" one driver messaged his peers. "How do I figure out if they're Chinese? Should I ask them?" a colleague wondered.

The befuddlement reflected in screenshots of the group exchanges seen by The Associated Press had a common source - instructions from Moscow's public transit operator Wednesday for drivers to call a dispatcher if Chinese nationals boarded their buses, Russian media reported.

A leaked email that the media reports said was sent by the state-owned transportation company Mosgortrans told dispatchers who took such calls to notify the police. The email, which the company immediately described on Twitter as fake, carried a one-word subject line: coronavirus.

Since the outbreak of the new virus that has infected more than 76,000 people and killed more than 2,300 in mainland China, Russia has reported two cases. Both patients, Chinese nationals hospitalized in Siberia, recovered quickly. Russian authorities nevertheless are going to significant _ some argue discriminatory _ lengths to keep the virus from resurfacing and spreading.

Moscow officials ordered police raids of hotels, dormitories, apartment buildings and businesses to track down the shrinking number of Chinese people remaining in the city. They also authorized the use of facial recognition technology to find those suspected of evading a 14-day self-quarantine period upon their arrival in Russia.

XS
SM
MD
LG