ແຕ່ໂຄສົກຄົນນຶ່ງກ່າວໃນແລງວັນເສົາວານນີ້ ທີ່ນະຄອນຫຼວງໄຄໂຣ ວ່າ ການລົງປະຊາມະຕິກ່ຽວກັບຮ່າງລັດຖະທໍາມະນູນທີ່ເປັນບັນຫາຂັດແຍ້ງກັນນັ້ນ ຍັງຈະດໍາເນີນການຕໍ່ໄປຕາມທີ່ໄດ້ກໍານົດໄວ້ ຄືວັນທີ່ 15 ເດືອນທັນວານີ້.
ຂະນະນີ້ ຍັງບໍ່ມີການຕອບໂຕ້ຢ່າງເປັນທາງການຂອງຝ່າຍຄ້ານກ່ຽວກັບ ການລົບລ້າງດໍາ ລັດດັ່ງກ່າວຂອງທ່ານ Morsi ແລະກໍຍັງບໍ່ເປັນທີ່ແຈ້ງຂາວ ໃນທັນທີນີ້ເທື່ອວ່າ ມັນຈະມີຜົນກະທົບຢ່າງໃດຕໍ່ການປະທ້ວງຂອງຝ່າຍຄ້ານ ທີ່ພາກັນປຸກເຕັ້ນຢູ່ໃກ້ທໍານຽບປະທານາ ທິບໍດີ ຕັ້ງແຕ່ວັນອັງຄານຜ່ານມາ.
ທັງສອງບັນຫາສໍາຄັນ ຄືດໍາລັດປະທານາທິບໍດີ ແລະການປະຊາມະຕິ ແມ່ນເປັນສາເຫດ ໃຫຍ່ຂອງການປະທ້ວງຕໍ່ຕ້ານທ່ານ Morsi ທີ່ໄດ້ສັ່ນສະເທືອນປະເທດຊາດ ຕະຫຼອດເວລາສ່ວນໃຫຍ່ໃນໄລຍະສອງອາທິດຜ່ານມາ. ກຸ່ມປະສົມຂອງຝ່າຍຄ້ານ ທີ່ມີທັງພວກຫົວນິຍົມເສລີ ພວກນິຍົມທາງໂລກ ແລະຜູ້ສະໜັບສະໜຸນລະບອບເກົ່າ ອ້າງວ່າຮ່າງລັດຖະທໍາມະນູນ ແມ່ນຖືກຜັກດັນໃຫ້ເກີດຂຶ້ນ ໂດຍພວກສະໜັບສະໜຸນຫົວອິສລາມ ຂອງປະທານາ
ທິບໍດີ Morsi ໂດຍບໍ່ມີການເຂົ້າປະກອບສ່ວນຂອງຝ່າຍຄ້ານ ທີ່ໄດ້ທວງໃຫ້ລົບລ້າງການ ລົງປະຊາມະຕິດັ່ງກ່າວ ແລະໃຫ້ຮ່າງລັດຖະທໍາມະນູນສະບັບໃໝ່ຂຶ້ນມາ ໂດຍມີການປະກອບສ່ວນ ຂອງຝ່າຍຄ້ານນໍາ.
ບັນດາຜູ້ນໍາຝ່າຍຄ້ານ ຍັງໄດ້ກ່າວຫາປະທານາທິບໍດີ Morsi ວ່າ ນໍາໃຊ້ດໍາລັດທີ່ອອກເມື່ອວັນທີ 22 ເດືອນພິຈິກຜ່ານມານັ້ນ ເພື່ອສ້າງຕັ້ງສິ່ງທີ່ພວກເຂົາເຈົ້າເວົ້າວ່າ ລະບອບປົກຄອງແບບຜະເດັດການ ແບບທີ່ຄ້າຍຄືກັນກັບລະບອບຂອງປະທານາທິບໍດີ Hosni Mubarak ທີ່ຖືກໂຄ່ນລົ້ມໄປແລ້ວນັ້ນ.