ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປອກ​ຕຸຍ​ການ ​​ເຂົ້າ​ໄປ​ມີ​ໜ້າ ​ໃນ​ຮອບ 8 ທີມ​ສຸດ​ທ້າຍ ​ໂດຍ​ຊະ​ນະ​ສະ​ວິ​ດ​ເຊີ​ແລນ 6 ປະ​ຕູ​ຕໍ່ 1


ທ້າວ​ກົງ​ກາ​ໂລ ຣາ​ໂມ​ສ ຂວາ ຂອງ​ທີມ ປອກ​ຕູຍ​ການ ສະ​ຫລອງ​ຫລັງ​ຈາກ​ທຳ​ຄະ​ແນນ ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ຮອບ​ທີ 16 ລະຫ່ວາງປອກ​ຕູຍ​ການ ກັບ​ ສະ​ວິດ​ເຊີ​ແລນ ຢູ່​ສະ​ໜາມ​ກິ​ລາລູ​ເຊວ ໃນ​ເມືອງ​ລູ​ເຊວ ປະ​ເທດ​ກາ​ຕາ ວັນ​ທີ 6 ທັນ​ວາ 2022
ທ້າວ​ກົງ​ກາ​ໂລ ຣາ​ໂມ​ສ ຂວາ ຂອງ​ທີມ ປອກ​ຕູຍ​ການ ສະ​ຫລອງ​ຫລັງ​ຈາກ​ທຳ​ຄະ​ແນນ ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ຮອບ​ທີ 16 ລະຫ່ວາງປອກ​ຕູຍ​ການ ກັບ​ ສະ​ວິດ​ເຊີ​ແລນ ຢູ່​ສະ​ໜາມ​ກິ​ລາລູ​ເຊວ ໃນ​ເມືອງ​ລູ​ເຊວ ປະ​ເທດ​ກາ​ຕາ ວັນ​ທີ 6 ທັນ​ວາ 2022

ທ້າວ​ກົງ​ກາ​ໂລ ຣາ​ໂມ​ສ ໄດ້​ທຳ​ຄະ​ແນນທີ່ໜ້າ​ຕື່ນ​ເຕັ້ນຢ່າງ​ງົດ​ງາມໃຫ້​ແກ່ທີມປອກ​ຕຸຍ​ການ ​ໃນ​ການ​ເອົາ​ຊະ​ນະ​ສວິດ​ເຊີ​ແລນ 6 ປະ​ຕູ​ຕໍ່ 1 ໃນ​ວັນ​ອັງ​ຄ​ານ​ວານ​ນີ້ ເພື່ອ​ໃຫ້​ເຂົ້າ​ໄປ​ມີ​ຊື່​ ຢູ່​ໃນຮອບ​ກ່ອນ​ຮອງ​ຊະ​ນະ​ເລີດ ​ຫຼື​ຮອບ 8 ທີມ ​ຂອງ​ການ​ແຂ່ງ​ຂັນ​ເຕະ​ບາ​ນ​ໂລກ ​ເປັນ​ເທື່ອ​ອຳ​ອິດ​ນັບ​ແຕ່ ປີ 2006 ເປັນ​ຕົ້ນ​ມາ ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຄູ​ເຝິກ​ຂອງ​ປອກຕຸຍການ ທ່ານ​ເຟິ​ນັນ​ໂດ ຊັນ​ໂຕ​ສ ໄດ້ຮຽກ​ຮ້ອງ​ຢ່າງ​ກ້າ​ຫານໄປ​ຫາຕັ່ງ​ແປ້ນ​ມ້າ ຄ​ຣິສຕີ​ອາ​ໂນ ໂຣ​ນານ​ໂດ ແລະ​ໄດ້ຮັບ​ລາງ​ວັນ​ດ້ວຍ​ສິນ​ລະ​ປະ​ການ​ສະ​ແດງ​ຈາກ​ຝ່າຍ​ຂອງທ່ານ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກະ​ກຽມ​ການ​ປະ​ທະ​ກັນ​ສຸດ​ທ້າຍເທື່ອ​ທີ​ແປດ​ກັບໂມ​ຣົກ​ໂກ ຜູ້​ທີ່​ໄດ້​ເອົາ​ຊະ​ນະ​ສະ​ເປນ ໃນ​ການ​ເຕະ​ລູກ​ໂທດ ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ວານ​ນີ້.

ທ້າວ​ອາ​ສ​ຣາ​ຟ ຣາ​ກິ​ມີ ໄດ້​ຍິງ​ລູກ​ໂທດຢ່າງ​ງຽບໆ ​ເພື່ອ​ສົ່ງ​ໃຫ້​ໂມ​ຣົກ​ໂກ​ເຂົ້າ​ໄປ​ມີ​ໜ້າ​ໃນ​ຮອບກ່ອນ​ຮອງ​ຊະ​ນະ​ເລີດ​ຫຼື​ຮອບ 8 ​ທີມເປັນ​ເທື່ອ​ທຳ​ອິດ​ດ້ວຍ​ຄະ​ແນນ 3 ​ປະ​ຕູຕໍ່ 0 ທີ່​ໄດ້​ຊະ​ນະ​ອະ​ດິດ​ແຊມ​ສະ​ເປນ ຫລັງ​ຈາກຄວາມ​ລັ່ງ​ເລ​ໃຈ ​ໃນ​ການປະ​ທະ​ກັນ​ຢູ່​ໃນ​ຮອບ 16 ສຸດ​ທ້າຍ ​ທີ່ບໍ່​ໄດ້​ຄະ​ແນນ ​ໃນ​ວັນ​ອັງ​ຄານ​ວານ​ນີ້.

ຜູ້​ເຝົ້າ​ປະ​ຕູ​ໂມ​ຣົກ​ໂກ ທ້າວ​ຢາ​ຊີນ ບູ​ນູ ໄດ້ປ້ອງ​ກັນ​ລູກ​ຍິງ ຈາກ ທ້າວ​ຄາ​ໂລ​ສ ໂຊ​ເລ ແລະ​ທ້າວ​ເຊີ​ກິ​ໂອ ບັ​ສ​ເກັດ ຫລັງ​ຈາກ ທ້າວ​ປາ​ໂບ​ລ ຊາຣາ​ເບຍ ໄດ້​ຍິງ​ຕຳ​ເສົ​າ ແລະ ທ້າວ​ຮາ​ກິ​ມີ ທີ່​ເກີດ​ຢູ່​ສະ​ເປນ ໄດ້​ສືບ​ຕໍ່​ຮັກ​ສາ​ກຽດ​ຂອງ​ລາວ​ເພື່ອ​ໃຫ້​ທີມ​ຂອງ​ລາວ​ໄດ້​ເຂົ້າ​ຮອບ​ກ່ອນ​ຮອງ​ຊະ​ນະ​ເລີດ.

ໂມ​ຣົກໂກ ​ໄດ້ກາຍ​ມາ​ເປັນ​ປະ​ເທດ​ອາ​ຟ​ຣິ​ກາທີ​ສີ່ ທີ່ສາ​ມາດ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ແປດ​ທີມ ຂອງ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ 12 ປີ​ ຫຼັງ​ຈາກກາ​ນາໄດ້​ເຮັດ​ແບບດຽວ​ກັນ​ຢູ່​ອາ​ຟ​ຣິ​ກາ​ໃຕ້.

ນີ້ເປັນ​ເທື່ອ​ທີ​ສີ່​ຂອງສະ​ເປນ ທີ່​ໄດ້​ຖືກ​ເຂ່ຍ​ອອກ​ຈາກ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ ດ້ວຍ​ການ​ຍິງ​ລູກ​ໂທດ ແລະ​ເປັນ​ເທື່ອ​ທີ​ສອງ​ລຽນ​ຕິດ.

Goncalo Ramos scored a stunning hat-trick as a slick Portugal thrashed Switzerland, 6-1, on Tuesday to storm into the quarterfinals of the World Cup for the first time since 2006.

Portugal coach Fernando Santos made the brave call to bench Cristiano Ronaldo and was rewarded with an artful display from his side as they set up a last-eight clash with Morocco, who stunned Spain in a penalty shootout earlier on Tuesday.

Achraf Hakimi calmly converted a penalty to send Morocco through to the World Cup quarterfinals for the first time with a 3-0 shootout win over former champions Spain after a cagey last-16 clash ended goalless on Tuesday.

Morocco goalkeeper Yassine Bounou saved spot-kicks from Carlos Soler and Sergio Busquets after Pablo Sarabia had hit the post and Spanish-born Hakimi held his nerve to earn his team a quarter-final against either Portugal or Switzerland.

Morocco became only the fourth African nation to reach the last eight of the tournaments, 12 years after Ghana did so in South Africa.

XS
SM
MD
LG