ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໒ ກັນຍາ ໒໐໒໔

ປະຊາຊົນລາວ ຫຼາຍແສນຄົນ ໄດ້ພາກັນເດີນທາງໄປເຮັດວຽກຢູ່ປະເທດໄທ ທັງໃນແບບຖືກກົດໝາຍ ແລະ ແບບຜິດກົດໝາຍ ໃນຊ່ວງຕົ້ນປີ 2024 ນີ້


ບັນດາຜູ້ໃຊ້ແຮງງານລາວ ໃນປະເທດໄທ.
ບັນດາຜູ້ໃຊ້ແຮງງານລາວ ໃນປະເທດໄທ.

ຊາວ​ລາວຫລາຍກວ່າ 721,000 ຄົນ​ເດິນທາງ​ໄປ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ຢູ່ໃນ​ໄທ ໃນ 7 ເດືອນ​ຕົ້ນ​ປີ 2024 ຂະນະ​ທີ່​ລັດຖະມົນຕີລາວ ຍອມຮັບວ່າມີແຮງງານລາວ 2 ແສນກວ່າຄົນ ໄປເຮັດວຽກຢູ່ໄທ ແບບຜິດກົດໝາຍ. ຊົງຣິດ ໂພນເງິນ ມີລາຍງານ ກ່ຽວກັບເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ໄທ ປະຈໍາຫ້ອງການຄົນເຂົ້າເມືອງ ເປີດເຜີຍວ່າ: ໃນໄລຍະເດືອນມັງກອນ ຫາ ກໍລະກົດ 2024 ມີພົນລະເມືອງລາວທີ່ເດີນທາງໄປທ່ອງທ່ຽວປະເທດໄທທັງໝົດ 721.924 ຄົນ, ເພີ່ມຂຶ້ນ 46.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ດັ່ງນັ້ນ, ຈືງຄາດຫມາຍວ່າໃນຕະຫຼອດປີ 2024 ຈະ​ມີ​ພົນລະ​ເມືອງ​ລາວຫລາຍກວ່າ 1.23 ລ້ານ​ຄົນ​ທີ່ຈະເດິນທາງໄປ​ໄທໃນຖານະນັກທ່ອງທ່ຽວ​ ແຕ່ຖ້າຫາກພິຈາລະນາສະພາບຕົວຈິງທີ່ປະຊາຊົນລາວຕ້ອງປະເຊີນກັບວິກິດການເສດຖະກິດຢ່າງໜັກໜ່ວງນັບແຕ່ປີ 2023 ເປັນຕົ້ນມາຈົນເຖິງປັດຈຸບັນ. ຈຶ່ງຖືວ່າຈໍານວນຄົນລາວທີ່ຈະເດີນທາງໄປໄທ ເປັນນັກທ່ອງທ່ຽວແທ້ໆນັ້ນ ມີບໍ່ເກີນ 3 ແສນຄົນ ກວມເອົາ 25% ເທົ່ານັ້ນ ສ່ວນທີ່ເຫຼືອ 75% ຄືຄົນລາວທີ່ເຂົ້າມາເຮັດວຽກແບບຜິດກົດໝາຍຢູ່ໄທ.

ໃນປະຈຸ​ບັນ, ມີ​ຄົນ​ງານ​ມຽນມາ, ລາວ, ກຳປູ​ເຈຍ, ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່​ໄທ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ. ຈໍານວນທັງໝົດມີຫຼາຍກວ່າ 3.34 ລ້ານຄົນ, ໃນນັ້ນ ມີແຮງງານລາວ 277,354 ຄົນ ທີ່ໄປເຮັດວຽກຢູ່ໄທຢ່າງຖືກຕ້ອງຕາມກົດໝາຍ. ໃນຂະນະທີ່​ເຄືອ​ຂ່າຍ​ຊ່ວຍ​ເຫລືອ​ແຮງ​ງານ​ອາ​ຊຽນ ຄາດ​ຄະ​ເນ​ວ່າ ປະຈຸ​ບັນ ມີ​ຄົນ​ງານ​ລາວຫລາຍກວ່າ 900,000 ​ຄົນ​ທີ່​ເຮັດ​ວຽກ​ຢູ່​ໄທ. ໝາຍຄວາມວ່າ ໃນເວລານີ້ ມີຄົນງານລາວ ທີ່ໄປເຮັດວຽກຢູ່ໄທແບບຜິດກົດໝາຍ ຫຼາຍກວ່າ 6 ແສນຄົນ ແຕ່ທາງການລາວ ຄາດວ່າ ມີຄົນງານລາວ ໄປເຮັດວຽກ ແບບຜິດກົດໝາຍ ຢູ່ໄທປະມານ 2 ແສນກວ່າຄົນ ແລະ ເຮັດວຽກ ຢູ່ໄທ ແບບຖືກຕ້ອງ ຕາມກົດໝາຍ ທັງໝົດປະມານ 2 ແສນກວ່າຄົນທີ່ມີລາຍ​ໄດ້ລວມ​ຫຼາຍ​ກວ່າ 625 ລ້ານ​ໂດ​ລາ​ຕໍ່​ປີ ດັງທີ່ທ່ານ​ນາງໃບ​ຄໍາ​ ຂັດຕິຍະ ລັດຖະມົນ ຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ. ໃຫ້ການຢືນຢັນວ່າ:

“ປະຈຸ​ບັນ, ພວກ​ເຮົາ​ໄດ້​ສົ່ງ​ຄົນ​ງານ​ໄປ​ຕ່າງປະ​ເທດ​ມີ​ທັງ​ໝົດ 212.795 ຄົນ. ​ແຕ່​ຍັງ​ມີ​ຄົນ​ງານ​ຈຳນວນບ່​ໜ້ອຍ, ປະມານ 203.161 ຄົນ, ທີ່​ຈິງ​ແລ້ວ​ໄປ​ເຮັດ​ວຽກ​ແບບ​ຜິດ​ກົດໝາຍ, ໄປ​ດ້ວຍ​ຕົນ​ເອງ ​ແລະ ຜ່ານ​ການ​ປະສານ​ສົມທົບ​ກັບ​ປະ​ເທດ​ປາຍທາງ ​ແລະ ​ໂດຍ​ຜ່ານ​ການ​ເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ​ແລ້ວ, ​ພວກເຮາຄາດ​ຄະ​ເນ​ວ່າ​ຄົນ​ງານ​ທີ່​ໄປ​ເຮັດ​ວຽກຢູ່ໃນຕ່າງປະເທດນີ້ ຈະມີລາຍຮັບປະມານ 625 ລ້ານໂດລາຕໍ່ປີ.”

ສ່ວນ ສະມາຊິກສະພາແຫ່ງຊາດລາວ ​ໃຫ້ການ​ຢືນຢັນ​ວ່າການ​ໂຈະ​ການ​ເຂົ້າ​ຮຽນ​ຂອງ​ຊາວ​ໜຸ່ມ​ລາວ​ທຸກ​ຂັ້ນ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ. ອັນນີ້ ເກີດຈາກວິກິດການທາງເສດຖະກິດ ທີ່ເຮັດໃຫ້ຄ່າເງິນກີບຫຼຸດລົງຢ່າງແຮງ ແລະ ອັດຕາເງິນເຟີ້ສູງທີ່ສຸດໃນອາຊຽນ ຄືຢູ່ທີ່ລະດັບ 26.1%, ແລະ ດັດຊະນີລາຄາການຊມໃຊ້ຍັງສືບຕໍ່ເພີ່ມຂຶ້ນຫຼາຍກວ່າ 239% ໃນເດືອນກໍລະກົດ 2024 ເຊິ່ງເຮັດໃຫ້ພໍ່ແມ່ປະຊາຊົນບໍ່ສາມາດສະໜອງທຶນການສຶກສາຊັ້ນສູງໃຫ້ລູກຂອງພວກເຂົາເຈົ້າ ພາຍໃຕ້ສະຖານະການດັ່ງກ່າວ ກະຍັງເປັນປັດໄຈສຳຄັນທີ່ເຮັດໃຫ້ເກີດການຂາດແຄນແຮງງານໃນທຸກຂະແໜງການຜະລິດໃນລາວ. ຍ້ອນວ່າ ຊາວໜຸ່ມລາວທີ່ຢຸດຮຽນ ໄປເຮັດວຽກຢູ່ໄທ. ເຖິງແມ່ນວ່າມັນເປັນວຽກທີ່ຜິດກົດຫມາຍ. ແຕ່ດ້ວຍອັດຕາຄ່າຈ້າງທີ່ສູງກວ່າຢູ່ລາວເຖິງ 5 ເທົ່າ, ສະນັ້ນ ເຂົາເຈົ້າຈຶ່ງເດີນທາງໄປເຮັດວຽກຢູ່ໄທ. ດັງທີ່ ສະມາຊິກສະພາແຫ່ງຊາດລາວ ໃຫ້ທັດສະນະວ່າ:

“ການເຄື່ອນຍ້າຍແຮງງານນີ້ແມ່ນລະບົບປົກກະຕິ. ​ແຕ່ຂອງ​ໄທ​ເຮາ​ນີ້​ມັນບໍ່ປົກກະຕິ​ເຫດຜົນ​ຍ້ອນຕອນ​ນີ້ພວກເຮາກຳລັງເຫັນຜົນກະທົບ ຖ້າ​ແຮງ​ງານ​ພວກເຮາຫລາຍ​ພຽງພໍ​ຫັ່ນຫນະ ແລ້ວບໍ່ໄປກະທົບເຖິງ ເຂາເອິ່ນວ່າ, ນັກສຶກສາອອກຈາກລະບົບການສຶກສາ ອັນນີ້ ກະແມ່ນຫນຶ່ງໃນສາເຫດທີ່ພວກເຂົາເຈ້າຍາກໄດ້ເງິນເດືອນຫຼາຍ ຍ້ອນຄວາມທຸກຍາກ ບໍ່ຕໍານິຕິເຂາເຈ້າເດ້ ຢ່າງຫນ້ອຍຫນະ ເຂາເຈ້າພໍຍູ່-ພໍກິນ. ເຂາເຈ້າກະບໍ່ຢາກໄປດອກ. ໄປເຮັດວຽກ​ຍູ່ບ້ານເມືອງເພິ່ນ​ນີ້ຫນະ​ ມັນທຸກແທ້ໆເດ້.”

ສ່ວນນັກທຸລະກິດຈີນຢູ່ລາວ ​ໃຫ້ການ​ຢືນຢັນ​ວ່າ​ເຫດຜົນ​ຕົ້ນຕໍ​ທີ່​ບໍລິສັດ​ຕ່າງປະ​ເທດ​ມາ​ລົງທຶນ​ຢູ່​ລາວ​ ແມ່ນຍັງຕ້ອງນໍາເຂົ້າແຮງງານຈາກຕ່າງປະເທດເປັນສ່ວນຫລາຍເປັນຍ້ອນຄົນງານລາວຕອບສະຫນອງໄດ້ບໍ່ພຽງພໍກັບຄວາມຕ້ອງການຂອງບໍລິສັດຕ່າງປະເທດ ທັງນີ້ ກໍຍ້ອນວ່າແຮງງານລາວສ່ວນຫລາຍເປັນແຮງງານທີ່ບໍ່ມີຄວາມຮູ້ ແລະ ຄວາມສາມາດທາງດ້ານເຕັກນິກທີ່ທັນສະໄຫມໃນການຜະລິດສິນຄ້າຕ່າງໆ. ລວມທັງນັກສຶກສາລາວສ່ວນຫຼາຍມີເປົ້າໝາຍໃນການເຮັດວຽກເປັນພະນັກງານລັດຖະກອນ. ສະນັ້ນ, ຈຶ່ງເປັນການພັດທະນາຊັບພະຍາກອນມະນຸດທີ່ບໍ່ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງລາວໃນໄລຍະໃໝ່.

ສ່ວນເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ຢືນຢັນ​ວ່າ​ການ​ຢຸດຕິ​ການ​ສຶກສາ​ຂອງ​ຊາວ​ໜຸ່ມ​ລາວຍັງ​ສືບ​ຕໍ່ເພີ່ມ​ຂຶ້ນ. ສ່ວນທຶນການສຶກສາຈາກຕ່າງປະເທດ ກະມີ ຈໍາກັດ. ເພາະຕ່າງປະເທດໄດ້ຫຼຸດຈໍານວນທຶນການສຶກສາທີ່ໃຫ້ແກ່ລາວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG